ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກລັດຖະບານ ແລະພັກຝ່າຍຄ້ານ ກຳປູເຈຍ ເຈລະຈາ ກັນອີກ


ຊາວຂະເໝນທີ່ສະໜັບສະໜູນພັກ CNRP ນັ້ນພາກັນແປະໂປ້ ສະໜັບສະໜຸນ ໃນຫ້ອງການພັກ ທີ່ກຸງພະນົມເປັນ.
ຊາວຂະເໝນທີ່ສະໜັບສະໜູນພັກ CNRP ນັ້ນພາກັນແປະໂປ້ ສະໜັບສະໜຸນ ໃນຫ້ອງການພັກ ທີ່ກຸງພະນົມເປັນ.
ພັກ​ລັດຖະບານ​ຂອງ​ກໍາປູ​ເຈຍ​ທີ່​ປົກຄອງ​ປະ​ເທດໃນ​ປະຈຸ​ບັນ​
ນີ້ແລະ​ພັກ​ຝ່າຍ​ຄ້ານໄດ້​ກັບ​ຄືນ​ສູ່ໂຕະ​ເຈລະຈາ​ອີກ​ຄັ້ງ​ໃນ​ວັນ​
ອັງຄານ​ວານ​ນີ້ ​ທີ່​ກຸງ​ພະນົມ​ເປັນ​ ເພື່ອຍຸຕິ​ສະພາບ​ການ​ບໍ່​ໄປ​
ບໍ່​ມາທາງ​ດ້ານ​ການ​ເມືອງ ​ໃນ​ການ​ຖົກ​ຖຽງ​ກັນ ກ່ຽວ​ກັບ​ການ
​ເລືອກ​ຕັ້ງ ຄັ້ງ​ຜ່ານ​ມາ​ນີ້.

ທັງ​ສອງ​ຝ່າຍໄດ້ພົບ​ປະກັນ​ເປັນ​ເວລາ 3 ຊົ່ວ​ໂມງ ​ທີ່ສະພາ​
ແຫ່ງ​ຊາດ ຊຶ່ງ​ເປັນ​ສະພາ​ນິຕິ​ບັນຢັດ ​ຂອງ​ປະ​ເທດ ທີ່​ບອຍ
ຄອດຫຼືບໍ່​ເຂົ້າຮ່ວມ​ໂດຍພັກກູ້​ຊາດກໍາປູ​ເຈຍ​ຫຼື CNRP ຫຼັງ
ຈາກ​ການ​ເລືອກ​ຕັ້ງ​ ​ໃນ​ເດືອນ​ກໍລະກົດ ຜ່ານ​ມາ.

​ຖະ​ແຫຼງການ​ຂອງ​ພັກ​ຝ່າຍ​ຄ້ານ ກ່າວ​ວ່າ ການ​ເຈລະຈາ​ກັນບໍ່​ປະສົບ​ຄວາມ​ສໍາ​ເລັດ ​
ເພາະວ່າ​ພັກປະຊາຊົນ​ກໍາປູ​ເຈຍ ​ທີ່​ກຳ​ອໍານາດ​ໃນ​ປະຈຸ​ບັນ​ນີ້ ​ໄດ້ປະຕິ​ເສດ​ບໍ່​ຍອມ​ຕົກລົງ ​
ທີ່​ຈະທຳ​ການ​ສືບສວນກ່ຽວ​ກັບການ​ເລືອກ​ຕັ້ງ​ຄັ້ງຜ່ານ​ມາ ທີ່​ທາງ​ຝ່າຍ​ຄ້ານ​ກ່າວ​ຫາ​ວ່າ
ມີ​ການສໍ້​ໂກງ​ຄະ​ແນນ ນັ້ນ.

​ແຕ່​ວ່າ ຫົວໜ້ານໍາ​ພາ​ການ​ເຈລະຈາ​ຂອງພັກປະຊາຊົນ​ກໍາປູ​ເຈຍ ທ່ານ Prom Sokha
ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ​ດັ່ງກ່າວ​ນີ້ ​ແມ່ນ​ບາດກ້າວ​ອັນສໍາຄັນໄປ​ສູ່​ການ​ປະຕິ​ຮູບ
ຊຶ່ງທ່ານ Prom Sokha ກ່າວ​ວ່າ: “ຈຸດປະສົງ​ກໍ​ຄື​ວ່າ ​ຈັດ​ຕັ້ງ​ໃຫ້​ມີ​ກົນ​ໄກ​ການປະຕິ​
ຮູບ ຄະນະ​ກໍ​າມະ ການເລືອກ​ຕັ້ງ ​ໃນ​ອະນາ​ຄົດ ​ເພາະສະ​ນັ້ນ​ການ​ພົບ​ປະ​ເຈລະ
ຈາ​ກັນ​ຄັ້ງ​ນີ້​ ​ແມ່ນ​ເພື່ອ​ແກ້​ໄຂ​ໃຫ້ ມີການ​ການປະຕິ​ຮູບ​.”


ການ​ໂອ້​ລົມ​ສົນທະນາ​ກັນໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ມີ​ຂຶ້ນລຸນ​ຫຼັງການ​ຢ້ຽມຢາມ​ຂອງ​
ນັກ​ການ​ທູດ​ອະ​ວຸ​ໂສສະຫະລັດ ທ່ານ Scot Marciel ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່ບັນດາ​ນັກ​ຂ່າວ
​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ວ່າ ສະຫະລັດແມ່ນບໍ່ໄດ້ພະຍາຍາ​ມ ບັງຄັບ​ໃຫ້​ກໍາປູ​ເຈຍຮັບ​ເອົາ
ການ​ແກ້​ໄຂ​ແຕ່​ຢ່າງ​ໃດ.
XS
SM
MD
LG