ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາ ຝ່າຍຄ້ານ ກໍາປູເຈຍ ເລີ້ມໂຄສະນາ ຫາສຽງ (ສະໄລດ໌/ວີດີໂອ)


ບັນດາຜູ້ສະໜັບສະໜຸນ ທ່ານ Sam Rainsy ພາກັນລໍຖ້າຮັບຕ້ອນ ການກັບຄືນມາ ບ້ານເກີດເມືອງນອນທີ່ເດີ່ນເຮືອບິນ
ບັນດາຜູ້ສະໜັບສະໜຸນ ທ່ານ Sam Rainsy ພາກັນລໍຖ້າຮັບຕ້ອນ ການກັບຄືນມາ ບ້ານເກີດເມືອງນອນທີ່ເດີ່ນເຮືອບິນ
ຜູ້​ນໍາ​ຝ່າຍ​ຄ້ານ​ກໍາ​ປູ​ເຈຍ ທ່ານ Sam Rainsy ​ໄດ້​ເລີ້ມ​ໂຄສະ
ນາ​ຫາ​ສຽງ​ໃຫ້​ແກ່​ພັກ​ຂອງ​ທ່ານກ່ອນ​ການ​ເລືອກ​ຕັ້ງ ພຽງ​ນຶ່ງ​ມື້
ລຸນຫລັງທີ່​ທ່ານ​ໄດ້​ກັບ​ຄືນໄປ ຍັງ​ບ້ານ​ເກີດ​ເມືອງ​ນອນ ຈາກ​
ການ​ລີ້​ໄພ​ເປັນ​ເວລາ​ສີ່​ປີ ທີ່ປະ​ເທດ​ຝຣັ່ງ.

ການ​ໂຄສະນາ​ຫາ​ສຽງ​ ໄດ້​ເລີ້ມ​ໃນ​ວັນ​ເສົາ​ມື້​ນີ້ ຊຶ່ງ​ທ່ານ
Rainsy ​ໄດ້​ກ່າວ​ຕໍ່​ບັນ ດາ​ນັກ​ຂ່າວ ​ທີ່ແຂວງ Kampong
Speu ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ວ່າ ທ່ານ​ຂໍ​ປະນາມ​ຕໍ່ການ​
ໂຈມ​ຕີ​ຫ້ອງການ​ຫລາຍ​ໆແຫ່ງຂອງພັກ​ຊ່ອຍ​ກູ້ຊາດກໍາປູ
​ເຈຍຂອງ ​ທ່ານ ​ຢູ່ທີ່ນະຄອນຫຼວງ​ພະນົມ​ເປັນ ​ໃນ​ຕອນ​
ເຊົ້າ​ຂອງ​ມື້​ນີ້.

ມື​ປືນ​ຄົນ​ນຶ່ງ​ໄດ້​ຍິງ​ປືນ​ໃສ່ ຫ້ອງການ​ໃຫຍ່ຂອງ​ພັກ ​ໃນ​ຕອນ​ເຊົ້າ​ມື​ດຂອງ​ວັນ​ເສົາ ​ໃນ​
ຂະນະ​ທີ່​ຫ້ອງການ ຍັງ​ປິດຢູ່​ໃນ​ຕອນເຊົ້າ​ມືດ. ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ບາດ​ເຈັບຍ້ອນ​ເຫດຮ້າຍ
ດັ່ງກ່າວ ​ແຕ່​ຝ່າຍ​ຄ້ານ ​ໄດ້ປະນາມເຫດການ​ນີ້​ ໃນ​ທັນທີ ​ໂດຍ​ເວົ້າວ່າ ​ເປັນ​ການ​ພະຍາ
ຍາມເພື່ອຂົ່ມຂູ່​ຕໍ່​ພວກຝ່າຍ​ຄ້ານ ​ກ່ອນ​ໜ້າ​ການເລືອກຕັ້ງທົ່ວໄປ​ໃນ​ວັນ​ທີ 28 ​ເດືອນ​ກໍລະກົດ ຈະ​ມາ​ເຖິງ​ນີ້.

Cambodia
please wait
Embed

No media source currently available

0:00 0:00:51 0:00


ຝ່າຍ​ຄ້ານ​ພວມພະຍາຍ​າມຫາ​ທາງ​ເອົາ​ຊະນະຄູ່​ປໍ​ລະ​ປັກ​ຂອງ​ທ່ານ Rainsy ຄື​ນາຍົກ
ລັດຖະມົນຕີ Hun Sen ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ນັ້ນ. ​

ທ່ານ Rainsy ​ໄດ້​ຮັບ​ປະທານອະ​ໄພ​ຍະ​ໂທດ ໃນອາທິດ​ແລ້ວ​ນີ້ ຍ້ອນ​ການ​ຂໍ​ຮ້ອງ​ຂອງ
ນາຍົກລັດຖະມົນຕີ Hun Sen. ຜູ້​ນໍາ​ຝ່າຍ​ຄ້ານ​ທ່ານ​ນີ້ ໄດ້​ຢູ່​ທີ່ຝຣັ່ງ ລຸນຫລັງ​ທີ່ໄດ້ຫລົບ
ໜີ​ຈາກ​ກໍາປູ​ເຈຍ​ໃນ​ປີ 2009 ​ເພື່ອ​ຫລີກ​ລ້ຽງການ​ດໍາ​ເນີນ​ຄະ​ດີ ​ໃນ​ຂໍ້​ຫາ​ທີ່​ຫຼາຍ​ຄົນ​ເຫັນ
​ວ່າມີ​ຈຸດປະສົງ​ດ້ານການ​ເມື​ອງ. ທ່ານໄດ້​ຖືກ​ຮັບ​ຕ້ອນ​ ຈາກ​ຝູງ​ຊົນ​ຢ່າງ​ໜາ​ແໜ້ນ​ເວລາ​
ທ່ານ​ກັບ​ຄືນ​ມາ​ເຖິງ​ກຳປູ​ເຈຍ ​ໃນ​ວັນ​ສຸກ​ວານ​ນີ້.

XS
SM
MD
LG