ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລັດຖະມົນຕີ ກຳປູເຈຍ ຈະໄປຢ້ຽມ ບ່ອນສ້າງເຂື່ອນ ໄຊຍະບູລີ


ການກໍ່ສ້າງໃນບໍລິເວນເຂື່ອນໄຊຍະບູລີ
ການກໍ່ສ້າງໃນບໍລິເວນເຂື່ອນໄຊຍະບູລີ
ຫົວໜ້າຮັບຜິດຊອບກ່ຽວກັບເລື່ອງແມ່ນໍ້າຂອງ ຂອງກຳປູເຈຍ
ຈະເດີນທາງໄປຢ້ຽມ ກວດກາບໍລິເວນກໍ່ສ້າງເຂື່ອນໄຊຍະບູລີ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຢູ່ລາວພາຍໃນທ້າຍປີນີ້ຫຼັງຈາກ
ມີລາຍງານຂ່າວວ່າ ການກໍ່ສ້າງສ້າງເຂື່ອນດັ່ງກ່າວຍັງດຳເນີນ
ຢູ່ຕໍ່ມາ ທັງໆທີ່ລັດຖະບານລາວໃຫ້ຄຳໝັ້ນສັນຍາວ່າ ຈະໂຈະ
ໂຄງການກໍ່ສ້າງ ໄວ້ເປັນການຊົ່ວຄາວ ເພື່ອໃຫ້ມີການສຶກສາ
ເພີ່ມຕື່ມ.

ທ່ານ Lim Kian Hor ລັດຖະມົນຕີຊັບພະຍາກອນນໍ້າພ້ອມ
ທັງເປັນ ປະທານຄະນະກຳມາທິການ ແມ່ນໍ້າຂອງແຫ່ງຊາດ
ຂອງກຳປູເຈຍ ກ່າວຕໍ່ວີໂອເວ ພະແນກພາສາຂະແມວ່າ
“ພວກເຮົາຢາກໄປເຫັນຢ່າງຄັກແນ່ດ້ວຍຕາຕົນເອງວ່າລາວ
ກຳລັງເຮັດຫຍັງຢູ່ທີ່ນັ້ນ.”

ທ່ານ Lim Kian Hor ກ່າວວ່າ ຫຼັງຈາກໄປຢ້ຽມຢາມແລ້ວກຳປູເຈຍຈຶ່ງຈະຕັດສິນໃຈວ່າ ຈະເອົາມາດຕະການຫຍັງເພີ່ມຕື່ມ.

ທ່ານ Lim Kian Hor ເວົ້າວ່າ “ໃນຖານະທີ່ເປັນ ປະທານຄະນະກຳມາທິການແມ່ນໍ້າ
ຂອງແຫ່ງຊາດຂອງກຳປູເຈຍ ຂ້າພະເຈົ້າຈະລາຍງານບັນຫາດັ່ງກ່າວຕໍ່ນາຍົກລັດຖະ
ມົນ ຕີເພື່ອໃຫ້ທ່ານສາມາດເອົາມາດຕະການທີ່ເໝາະສົມ. ພວກເຮົາໄດ້ເອົາມາດຕະ ການຫຼາຍໆຢ່າງໃນລະດັບເທັກນິກແລະທີ່ຍັງເຫຼືອຢູ່ກໍແມ່ນໃນລະດັບສູງທໍ່ນັ້ນ.”

ເມື່ອໄວໆມານີ້ ບໍລິສັດ ຊ. ການຊ່າງຂອງໄທ ຊຶ່ງເປັນຜູ້ຮັບຜິດຊອບກ່ຽວກັບໂຄງການ
ສ້າງເຂື່ອນໄຊຍະບູລີ ກ່າວວ່າ ຕົນຍັງຈະສືບຕໍ່ ດຳເນີນວຽກງານຕ່າງໆຕໍ່ໄປ ແລະກໍບໍ່ ທັນໄດ້ຮັບແຈ້ງການຢ່າງເປັນທາງການໃດໆຈາກລັດຖະບານລາວ ເພື່ອໃຫ້ໂຈະໂຄງ ການກໍ່ສ້າງນີ້.

ໂຄງການເຂື່ອນໄຊຍະບູລີ ທີ່ມີມູນຄ່າ 3 ພັນ 500 ລ້ານໂດລາແມ່ນນຶ່ງໃນບັນດາເຂື່ອນ ທີ່ໃຫຍ່ທີ່ສຸດ ທີ່ມີໂຄງການຈະສ້າງໃສ່ເຂດລຸ່ມແມ່ນໍ້າຂອງໃນຈຳນວນ 10 ກວ່າ ເຂື່ອນ. ບັນດາກຸ່ມປົກປ້ອງສິ່ງແວດລ້ອມ ກ່າວວ່າ ມັນອາດຈະມີຜົນກະທົບຢ່າງຮ້າຍແຮງຕໍ່ລະ ບົບນິເວດແລະການຫາປາ ໃນເຂດລຸ່ມແມ່ນໍ້າຂອງ ຊຶ່ງເປັນແຫຼ່ງອາຫານທີ່ສຳຄັນຂອງ ປະຊາຊົນຈຳນວນຫຼາຍສິບລ້ານຄົນ ທີ່ອາໄສຢູ່ເລາະລຽບສອງຟາກຝັ່ງແມ່ນໍ້າຂອງ.
XS
SM
MD
LG