ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກ ກຳປູເຈຍ ເຕືອນ ກ່ຽວກັບ ການໂຮມຊຸມ ຂອງ ຝ່າຍຄ້ານ


ຈາກຊ້າຍ: ປະທານສະພາແຫ່ງຊາດກຳປູເຈຍ ທ່ານເຮັງ ສຳຣິນ ປະທານສະພາສູງທ່ານເຈຍ ຊິມ ແລະ ນາຍົກລັດຖະມົນຕີ ຮຸນເຊນ ໄປຮ່ວມພິທີ ທີ່ກຸງພະນົມເປັນ (7 ມັງກອນ 2014)
ຈາກຊ້າຍ: ປະທານສະພາແຫ່ງຊາດກຳປູເຈຍ ທ່ານເຮັງ ສຳຣິນ ປະທານສະພາສູງທ່ານເຈຍ ຊິມ ແລະ ນາຍົກລັດຖະມົນຕີ ຮຸນເຊນ ໄປຮ່ວມພິທີ ທີ່ກຸງພະນົມເປັນ (7 ມັງກອນ 2014)
ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍເຕືອນພວກ
ຝ່າຍຄ້ານວ່າ ອາດຈະປະເຊີນໜ້າກັບ ຜົນສະທ້ອນກັບ
ທາງດ້ານກົດໝາຍ ຖ້າແຜນການໂຮມຊຸມນຸມໃນວັນອາ
ທິດຈະມານີ້ ຫາກນຳໄປສູ່ຄວາມຮຸນແຮງ.

ພັກກູ້ຊາດ ຊຶ່ເປັນພັກຝ່າຍຄ້ານຂອງກຳປູເຈຍ ຫວັງວ່າ
ຈະຈັດການໂຮມຊຸມນຸມ ພວກສະໜັບສະໜຸນ ປະມານ
5,000 ຄົນ ທີ່ສວນອິດສະຫຼະພາບໃນນະຄອນຫຼວງພະ
ນົມເປັນ ເພື່ອແຈ້ງ ໃຫ້ພວກເຂົາເຈົ້າຊາບ ເຖິງສະພາບ
ການເຈລະຈາ ທາງດ້ານການເມືອງ ກັບພັກປະຊາຊົນ
ກຳປູເຈຍ ຊຶ່ງເປັນພັກລັດຖະບານ.

ນາຍົກລັດຖະມົນຕີຮຸນເຊນກ່າວໃນວັນພະຫັດວານນີ້ວ່າ ພວກຝ່າຍຄ້ານຈະຕ້ອງຮັບ ເອົາຜົນທີ່ຕິດຕາມມາ ຖ້າການໂຮມຊຸມນຸມຫາກຄວບຄຸມບໍ່ໄດ້.

ທ່ານຮຸນເຊນເວົ້າວ່າ “ປ່ອຍໃຫ້ພວກເຂົາເຈົ້າຮັບຜິດຊອບກ່ຽວກັບການສະແດງອອກ ຊຶ່ງຄວາມຄິດຄວາມເຫັນໃດໆກໍຕາມແຕ່ຢ່າໄດ້ກໍ່ສົງຄາມ. ກົດໝາຍມີຂີດຈຳກັດແລະ ຖ້າມັນຫາກກາຍຂອບເຂດມັນກໍຈະບໍ່ມີຄວາມອົດທົນຕໍ່ໄປໄດ້ແລະຈະມີການດຳເນີນ ມາດຕະການທາງດ້ານກົດໝາຍ.”

ໃນວັນພະຫັດວານນີ້ ເຈົ້າໜ້າທີ່ ໃນນະຄອນຫຼວງພະນົມເປັນ ກ່າວວ່າ ຕົນຈະບໍ່ອະນຸ ຍາດໃຫ້ມີການໂຮມຊຸມນຸມກັນ ແຕ່ພວກຜູ້ນຳຝ່າຍຄ້ານກ່າວວ່າ ຕົນຈະດຳເນີນການ ຕາມທີ່ໄດ້ວາງແຜນໄວ້ແລ້ວນັ້ນ ຊຶ່ງໄດ້ກໍ່ໃຫ້ເກີດຄວາມເປັນໄປໄດ້ ທີ່ອາດມີການຂັດ ແຍ້ງກັນຂຶ້ນ.

ທ່ານ Mu Sochua ຜູ້ນຳພັກກູ້ຊາດກຳປູເຈຍ ກ່າວຕໍ່ວີໂອເອ ພະແນກພາສາຂະແມ
ວ່າ ການເຕືອນຂອງນາຍົກລັດຖະມົນຕີຮຸນເຊນແມ່ນເປັນການຂົ່ມຂູ່ຕໍ່ສິດທິໃນການ
ສະແດງອອກຊຶ່ງຄວາມຄິດຄວາມເຫັນຂອງປະຊາຊົນ.
XS
SM
MD
LG