ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຊາວກໍາປູເຈຍຕັ້ງໃຈ ຮຽນຮູ້ຫລັກສໍາຄັນ ຂອງປະຊາທິປະໄຕ ແບບອາເມຣິກັນ (ເບິ່ງວີດີໂອລາວ/ອັງກິດ)


ຊາວ​ກໍາປູ​ເຈ​ຍທີ່ເຂົ້າໄປ​ອາ​ໃສ​ຢູ່ໃນເຂດນະຄອນລອສ​ແອນ​ເຈີ​ເລ​ສ ລັດ​ແຄ​ລິ​ຟໍ​ເນຍ ທີ່ຢາກ ຈະປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ສະຫະລັດ​ ໃນ​ເດືອນພະຈິກ​ທ້າຍ​ປີ​ນີ້ ກໍາລັງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອເພື່ອໃຫ້ສາມາດປະກອບສ່ວນໃນການເລືອກຕັ້ງ. ມີຊາວ​ກໍາປູ​ເຈຍປະມານ 6 ໝື່ນຄົນ ອາ​ໃສ​ຢູ່​ໃນ​ເຂດ​ເມືອງ​ດັ່ງກ່າວ​ນີ້ ດັ່ງ​ນັ້ນ ​ບັນດາ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງຈຶ່ງ​ມີ​ແຜນ ການ​ທີ່ຈະ​ສະໜອງ​ເອກະສານສໍາລັບ​ປ່ອນ​ບັດ​ເລືອກຕັ້ງ​ ໃຫ້​ພວກ​ເຂົາ​ເຈົ້າເປັນ​ພາສາ​ຂະ​ ເໝນ. ​ແລະ​ຢູ່​ໃນເມືອງ​ນຶ່ງໃກ້​ໆ​ກັນນັ້ນ​ ຄື​ເມືອງ Long Beach ຊາວກໍາປູເຈຍໃນຫ້ອງ​ຮຽນ​​ທີ່ສອນຄວາມຮູ້ທີ່ສໍາຄັນໆ ສໍາລັບການສອບເສັງ ເພື່ອປ່ຽນສັນຊາດ​ ກໍກໍາລັງ​ພາກັນ​ຕັ້ງໜ້າ​ຮຽນ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້ ແລະໄວເທົ່າທີ່ຈະໄວໄດ້. ຜູ້ສື່ຂ່າວວີໂອເອ Brian Calvert ມີລາຍງານ ກ່ຽວກັບເລຶ່ອງນີ້ ດັ່ງທອງ​ປານຈະມາສະ​ເໜີ​ທ່ານ​.

ເບິ່ງວີດີໂອລາຍງານພາສາລາວ:

ທີ່ຫ້ອງການຂອງ​ປະຊາ​ຄົມຊາວຂະເໝນສາມັກຄີ United Cambodia Community
ຫລື UCC ຊຶ່ງ​ເປັນ​ອົງການຊ່ວຍເຫລືອ​ພົນລະເມືອງຂະ ເໝນ ຢູ່ໃນ​ເມືອງ​ Long Beach
ຊາວກໍາປູ​ເຈ​ຍທີ່ອາໃສຢູ່ໃນເມືອງນັ້ນ ກໍາລັງ​ພາກັນ​ຮໍ່າຮຽນ​ເອົາຄວາມຮູ້ທີ່ສໍາຄັນ​ທີ່​ສຸດກ່ຽວ
ກັບ​ປະຊາທິປະ​ໄຕ​ແບບ​ອາ​ເມ​ຣິ​ກັນ.

ເຫດຜົນສ່ວນ​ນຶ່ງ​ກໍແມ່ນເພື່ອວ່າ ​ພວກ​ເຂົາ​ເ​ຈົ້າຈະສາມາດ​ໂອນສັນຊາດ​ເປັນຄົນອາ​ເມຣິກັນ​
ໄດ້ ​ແລະ​ມີສິດ​ປ່ອນ​ບັດໃນ​ການ​ເລືອກ​ຕັ້ງ​ປະທານາທິ ບໍດີ​ທີ່​ຈະ​ມາ​ເຖິງ​ນີ້.

ແຕ່​ນາງ Sara Pol-Lim ຫົວໜ້າ​ອົງການ UCC ກ່າວ​ວ່າ​ມັນມີ​ຄວາມ​ໝາຍຫລາຍໄປ
ກວ່າ​ນັ້ນ ຊຶ່ງລາວກ່າວວ່າ:

“ມັນ​ບໍ່​ແມ່ນ​ແຕ່ພຽງເລື້ອງສອບ​ເສັງການ​ໂອນ​ສັນຊາດໃຫ້ໄດ້ເທົ່າ​ນັ້ນ ​ແຕ່
ການຮຽນຮູ້​ຂັ້ນ​ຕອນ​ນໍາ ຄື​ວິທີ​ເຂົ້າພົວພັນໃນວຽກງານແລະ​ໜ້າທີ່ຂອງ​ພົນ
ລະ​ເມືອງ​ດີ ​ເຂົ້າ​ໃຈຂັ້ນຕອນການ​ປ່ອນ​ບັດ​ເລືອກ​ຕັ້ງ ​ແລະຊ່ວຍໃຫ້ເຂົາເຈົ້າ
ສາມາດ​ເຂົ້າ​ໃຈ​ໄດ້​ດີ​ວ່າ​ ພັນທະໜ້າທີ່​ຂອງ​ພົນລະ​ເມືອງ​ດີນັ້ນ​ ມີຄືແນວ​ໃດ.”

ຊາວຂະເໝນທີ່ເຂົ້າມາອາໃສຢູ່ໃນເມືອງ Long Beach ລັດແຄລິຟໍເນຍ ກໍາລັງຮຽນເພື່ອສອບເສັງເອົາສັນຊາດອາເມຣິກັນ, ວັນທີ 3 ເດືອນກຸມພາ 2012.
ຊາວຂະເໝນທີ່ເຂົ້າມາອາໃສຢູ່ໃນເມືອງ Long Beach ລັດແຄລິຟໍເນຍ ກໍາລັງຮຽນເພື່ອສອບເສັງເອົາສັນຊາດອາເມຣິກັນ, ວັນທີ 3 ເດືອນກຸມພາ 2012.

ປີ​ນີ້ ຊາວກໍາປູເຈຍທີ່​ມີ​ສິດ​ປ່ອນ​
ບັດ​ເລືອກ​ຕັ້ງ​ຈະ​ພົບວ່າ ມັນ​ງ່າຍ​
ຂຶ້ນໜ້ອຍນຶ່ງ. ປະຊາ​ຄົມຊາວ​ກໍາ
ປູ​ເຈຍ​ ຢູ່​ໃນ​ເມືອງ​ໃນຝັ່ງ​ຕາ​ເວັນ
ຕົກ​ຂອງ​ສະຫະລັດ​ແຫ່ງນີ້​ ໄດ້
ເຕີບໃຫຍ່​ຂະ​ຫຍາ​ຍຕົວຂຶ້ນ
ຫລາຍ​ພໍ​ ຈົນທາງອໍານາດປົກ
ຄອງ ທ້ອງຖິ່ນເຫັນວ່າ ເຂົາເຈົ້າ
ສົມຄວນໄດ້​ຮັບເອກະສານການ
ປ່ອນ​ບັດຕ່າງໆ​ ເປັນ​ພາສາ​
ຂະ​ເໝນ​.

ເຖິງ​ແມ່ນ​ຈະ​ບໍ່​ມີ​ສິດ​ປ່ອນ​ບັດ
ເລືອກ​ຕັ້ງໃນ​ປີ​ນີ້ກໍ​ຕາມ ​ແຕ່​ນາງ
ລອຍ ວອຍ (Lorn Vouch)
ກໍ​ກໍາ​ລັງ​ຕັ້ງ​ໃຈ​ຮໍ່າ​ຮຽນ ​ແລະ​ຕິດ
ຕາມ​ເບິ່ງ​ບັນຫາ​ຕ່າງໆ ຊຶ່ງ​ນາງ
ກ່າວ​ວ່າ:

“ຂ້ອຍ​ຮູ້ສຶກວິຕົກ​ແລະ​ຕື່ນ​ເຕັ້ນໃນເວລາດຽວກັນ ກ່ຽວກັບ​ການ​ເລືອກ​ຕັ້ງນີ້ ​
ແຕ່​ວ່າ​ຂ້ອຍ​ຍັງ​ບໍ່​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອ ​ເພາະ​ຂ້ອຍຍັງບໍ່​ໄດ້​ສັນຊາດ
ຊຶ່ງ​ຂ້ອຍ​ຕ້ອງ​ໄດ້​ລໍຖ້າ​ໄປ​ອີກ​ປະມານ​ເຄິ່ງປີ. ດ້ວຍເຫດ​ນີ້​ ຂ້ອຍ​ຈຶ່ງພະ​ຍາ​
ຍາມ​ຕັ້ງ​ໃຈ​ຮຽນ​ໃຫ້​ໄດ້ ​ເພື່ອ​ສະໝັກ​ໂອນ​ສັນຊາດ.”

ສໍາລັບ​ນາງ ວອຍ ​ແລ້ວ ສະພາບ​ການ​ເສດຖະກິດຂອງສະຫະລັດ​ ​ທີ່​ອ່ອນແອຢູ່​ໃນ​ຂະນະນີ້
ແມ່ນເປັນ​ບັນຫາ​ທີ່ສໍາຄັນຫລາຍ​ກວ່າ​ສິ່ງ​ອື່ນໃດ ​ຍ້ອນ​ວ່າ​ສະມາຊິກ​ຄອບຄົວ​ຂອງ​ນາງ ​ບາງ
ຄົນ​ໄດ້​ຕົກ​ງານ​ໄປ. ນາງອະທິບາຍວ່າ:

“ລູກ​ສາວ​ຂອງ​ຂ້ອຍ​ເຮັດ​ວຽກ​ຢູ່​ທະນາຄານ​ແຫ່ງນຶ່ງມາໄດ້​ຫລາຍ​ປີ ​ແຕ່​ກໍ​
ຖືກ​ສັ່ງ​ພັກ​ງານ​ເມື່ອ​ປີ​ກາຍ​ນີ້. ​ນອກ​ນີ້​ແລ້ວ ລູກເຂີຍຂອງ​ຂ້ອຍ​ກໍ​ຖືກ​ສັ່ງ​ພັກ​
ງານ ຄື​ກັນ​ເມື່ອ​ສີ່​ຫ້າ​ປີຜ່ານມາ ​ແລະ​ກໍ​ຍັງ​ຊອກ​ວຽກ​ບໍ່ໄດ້ຈົນຮອດ​ດຽວ​ນີ້. ​
ທັງ​ສອງ​ຜົວ​ເມຍກໍເລີຍ​ຕັດສິນ​ໃຈ​ຄື​ນ​ໄປ​ກໍາປູ​ເຈຍ. ບາງທີ ​ເຂົາ​ເຈົ້າອາດ
ຈະ​ກັບ​ຄື​ນມາປີ​ນີ້​ ມາ​ຊອກ​ວຽກເຮັດ ​ແຕ່​ພວກ​ເຮົາ​ກໍ​ບໍ່​ແນ່ໃຈ​ວ່າ ເຂົາ​ເຈົ້າ
ຈະຊອກ​ໄດ້​ຫລື​ບໍ່.”

ພວກ​ນັກຮຽນພາກັນລົມຫລິ້ນ ຢອກຫົວກັນເປັນບາງຄັ້ງບາງຄາວ ​ແຕ່​ເຂົາເຈົ້າກໍ​ພາກັນ
ໝັ່ນ​ຕັ້ງ​ໃຈ​ຮຽນ. Michel Skidmore ຄູ​ອາສາ​ສະໝັກ​ກ່າວ​ວ່າ ພວກ​ເຂົາ​ເຈົ້າກໍາລັງ​ສູ້​ຊົນ
ກັບ​ການຮຽນຮູ້ ບັນຫາ​ທີ່ສະລັບຊັບຊ້ອນ. ລາວອະທິບາຍວ່າ:

“ເຊັ່ນ​ວ່າ​ລັດຖະບານ​ອາ​ເມຣິກັນ​ສະ​ແດງ​ໃຫ້​ເຫັນ ​ກ່ຽວ​ກັບ​ປະຊາທິປະ​ໄຕ​
ໃນ​ສອງ​ດ້ານ ແບບໃດ. ຖ້າ​ເຮົາໄປຖາມ​ຊາວ​ອະ​ເມ​ຣິກັນ​ຢູ່​ຕາມ​ຖະໜົນ ກໍຈະ
ພົບວ່າ ບໍ່​ມີ​ຫລາຍ​ຄົນປານ​ໃດ​ດອກ ທີ່​ສາມາດຕອບ​ໄດ້. ສ່ວນທີ່​ສໍາຄັນ​ທີ່​ສຸດ
ກ່ຽວກັບຫ້ອງຮຽນນີ້ ​ແນ່ນອນ​ ​ກໍຄືພວກນັກຮຽນ​ນັ້ນ​ເອງ. ພວກ​ເຂົາ​ເຈົ້າຢາກ​
ມາ​ແລະກໍມັກຮຽນ. ​ເວລາ​ພວກ​ເຂົາ​ເຈົ້າ​ເຮັດ​ຜິດ​ຫລື​ບໍ່​ເຂົ້າ​ໃຈດີ ກໍ​ບໍ່​ເປັນ​ຫຍັງ
ພວກ​ເຂົາ​ເຈົ້າຈະພາກັນຫົວ​ມ່ວນ​ຊື່ນ​ກັນ ​ແລະ​ພວກ​ເຂົາ​ເຈົ້າກໍມັກ ມີຄວາມ​
ມ່ວນ​ຊື່ນ​ກັນ​ຢູ່​ທີ່ນີ້. ອັນ​ນັ້ນ​ຫລະ ແນ່ນອນ ແມ່ນ​ເປັນສິ່ງ​ທີ່​ດີ​ທີ່​ສຸດ​.”

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG