ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວປະມົງ ກຳປູເຈຍ ຍົກເລີກ ການຫາປາ ໃນຂະນະທີ່ ລາວ ເລັ່ງກໍ່ສ້າງເຂື່ອນໄຟຟ້າ


Cambodian Fishermen Hanging Up Nets as Laos Presses Ahead with Another Dam
please wait

No media source currently available

0:00 0:01:09 0:00

ຢູ່ທີ່ຕະຫຼາດປາ ໃນທ້ອງຖິ່ນ ແຫ່ງນີ້ ທີ່​ຕັ້ງຢູ່ແຄມຝັ່ງຂອງ Tonle Sap, ຜົນຜະລິດ ການເກັບກ່ຽວ ໃນຕອນເຊົ້າແມ່ນຫຼວງຫຼາຍ. ປາກົດ ເປັນທີ່ຕ້ອງການສູງ ແມ່ນລວມ ຢູ່ໃນປາຊະນິດອື່ນໆ ທີ່ຄອບງຳການຊື້ຂາຍ ໃນຂະນະທີ່ພວກຜູ້ຊື້ໃຫ້ແກ່ຮ້ານອາຫານ ທັງຫຼາຍ ພາກັນເຕົ້າໂຮມກັນ ຫາສິ່ງທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດ ທີ່ມີໃຫ້.

ທຸລະກິດໃນຕອນເຊົ້າ ແມ່ນດີຫຼາຍສຳລັບ ພວກເຈົ້າຂອງຟາມປາ ຜູ້ທີ່ໄດ້ ເພາະພັນ
ແລະ ລ້ຽງປາ ຢູ່ໃນໜອງຂອງພວກເຂົາເຈົ້າຢ່າງປອດໄພ. ທ້າວ Man Mat ອາຍຸ 29 ປີ ພໍ່ຄ້າປາ ກ່າວວ່າ ແຕ່ໃນເວລາຕອນທ່ຽງນັ້ນ ແມ່ນແຕກຕ່າງຫຼາຍ.

ໃນເວລານັ້ນ ພວກຊາວປະມົງໃນທ້ອງຖິ່ນ ນຳເອົາປາທີ່ພວກເຂົາຫາມາໄດ້ ສົ່ງໃຫ້ ແຕ່ລະມື້ ທີ່ຈັບ​ໄດ້ຢູ່ບໍ່ໄກຈາກແຫ່ງນີ້ ແລະ ແມ່ນ້ຳຂອງ ທີ່ຢູ່ໃກ້ໆ. ຈຳນວນປາຂອງ ພວກເຂົາເຈົ້າ ເຖິງແມ່ນວ່າຈະບໍ່ຫຼາຍປານໃດ ແລະ ທ້າວ Man Mat ຖິ້ມໂທດໃສ່ ບັນຫາຫຼາຍໆຢ່າງ ສຳລັບການຫລຸດລົງຂອງຝູງປາ ທີ່ຍັງເຫຼືອຢູ່ນັ້ນ ລວມທັງການຫາ
ປາທີ່ບໍ່ຖືກຕ້ອງ ດ້ວຍການໃຊ້ມອງໄຟຟ້າ ການຫາປາຫຼາຍເກີນໄປ ດິນຟ້າອາກາດ ທີ່ປ່ຽນແປງ ແລະ ສະພາບແຫ້ງແລ້ງ.

ແຕ່ລາວເວົ້າວ່າ ບັນຫາອັນຍິ່ງໃຫຍ່ ທີ່ປະເຊີນໜ້າທຸລະກິດຂອງລາວ ກໍແມ່ນໂຄງການ ກໍ່ສ້າງເຂື່ອນ ມູນຄ່າຫຼາຍຕື້ໂດລາ ຢູ່ໃນລາວ.

ທ້າວ Man Mat ຊາວມຸສລິມ​ເຜົ່າ​ຈາມ ແລະເປັນລູກຊາຍຂອງຊາວປະມົງ ໄດ້ກ່າວວ່າ “ປາແມ່ນນ້ອຍລົງ ແລະນ້ອຍລົງ ກວ່າເກົ່າ. ພໍ່ຂອງຂ້ອຍຈັບໄດ້ 5 ຫາ 15 ກິໂລ ຕໍ່ມື້
ໃນ​ເມື່ອ​ກ່ອນ ມັນແມ່ນ 100 ຫາ 200 ກິໂລ....ພາຍໃນ 10 ປີ ຈະບໍ່ມີປາເຫຼືອເລີຍ.”

ຄວາມຮູ້ສຶກຂອງລາວ ແມ່ນໄດ້ສະທ້ອນ​ໃຫ້​ເຫັນ​ຢູ່​ໃນ​ເຂດ​ສາມ​ຫລ່ຽມ​ປາກແມ່ນ້ຳຂອງ ບ່ອນທີ່ການ​ສ້າງ​ເ​ຂື່​ອນ​ໃສ່​ແມ່​ນ້ຳຂອງ ​ແລະ​ການ​ທຳລາຍ​ບ່ອນຢູ່​ຕາມ​ທຳມະ​ຊາດ ທີ່​ອະນຸຍາດປ່ອຍ​ໃຫ້​ປາ ​ສາມາດ​ລອຍ​ຂຶ້ນ​ໄປ​ທາງ​ເໜືອ​ຂອງ​ແມ່​ນ້ຳ ​ເພື່ອ​ອອກ​ໄຂ່ນັ້ນ
ໄດ້​ສ້າງ​ຄວາມ​ບໍ່ພໍ​ໃຈ​ ໃຫ້​ແກ່​ພວກ​ເຄີຍ​ໃຊ້​ນ້ຳ​ເຫລົ່ານີ້ ​ເພື່ອ​ຊີວິດ​ການເປັນ​ຢູ່ ​ຂອງ
​ພວກ​ເຂົາ​ເຈົ້າ.

ມັນ​ເລີ້ມຕົ້ນຈາກ​ການ​ຕັດ​ສິນ​ໃຈ​ຂອງ​ລາວ ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປ ​ໃນ​ການ​ສ້າງ​ເຂື່ອນ
​ໄຊ​ຍະ​ບູລີ ມູນ​ຄ່າ 3 ພັນ 800 ລ້ານ​ໂດ​ລາ ​ໃນ​ປີ 2012 ທັງໆ​ທີ່​ໄດ້​ມີ ການສະ​ແດງ​ການ​ຄັດຄ້ານ ຢ່າງ​ເປັນ​ການ​ເປີດ​ເຜີຍ ໂດຍ​ພວກ​ນັກວິທະຍາສາດ​ແລະ​ນັກ​ອະນຸລັກ​ທຳ​ມະ​ຊາດ. ພວກ​ເຈົ້າໜ້າ​ທີ່​ ​ໃນ​ເວລາ​ຕໍ່​ມາ ​ຍັງ​ໄດ້​ປະກາດ ກ່ຽວ​ກັບ​ການ​ດຳ​ເນີນ​ການ​ໄປ​ໜ້າ ກ່ຽວ​ກັບ​ໂຄງການ​ສ້າງ​ເຂື່ອນ​ດອນ​ສະ​ໂຮງມູນ ຄ່າ 300 ລ້ານ​ໂດ​ລາ ທີ່​ສີ່​ພັນ​ດອນ​ ທີ່​ຊຶ່ງ​ເປັນ​ທີ່​ອາ​ໄສ​ຂອງ​ປາ​ຂ່າ​ນ້ຳ​ຈືດ ​ແລະ​ເຂດ​ສີ່​ພັນ​ດອນທີ່​ມີ​ຊື່​ສຽງ.

​ແຕ່ສິ່ງ​ຫລ້າ​ສຸດ​ສຳລັບ​ຫລາຍໆ​ຄົນ​ແລ້ວ​ແມ່ນ​ການ​ຕັດສິນ​ໃຈ​ໃນ​ເດືອນ​ແລ້ວ​ໂດຍ ລັດ ຖະບານ​ຂອງ​ປະທານ​ປະ​ເທດລາວ ທ່ານ​ບຸນ​ຍັງ ວໍລະ​ຈິດ ທີ່​ຈະສ້າງ​ເຂື່ອນ​ແຫ່ງ​ທີ​ສາມ​
ໃສ່​ລຳ​ແມ່​ນ້ຳຂອງ ຢູ່​ປາກ​ແບ​ງ ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ລາວ ​ໃນ​ມູນຄ່າ 1.88 ຕື້
​ໂດ​ລາ ຊຶ່ງ​ເປັນ​ພາກ​ສ່ວນນຶ່ງ​ຂອງ​ຍຸດ​ທະ​ສາດ​ໃນ​ຂອບ​ເຂດ ທີ່​ກວ້າງຂວາງ​ເພື່ອ​ຂາຍ
​ກະ​ແສ​ໄຟຟ້າ​ໃຫ້​ແກ່​ປະ​ເທດ​ເພື່ອ​ນບ້ານ ​ໂດຍ​ສະ​ເພາະ ​ແມ່ນ​ຈີນ ຊຶ່ງ​ກໍ​ໄດ້​ສ້າງ​ເຂື່ອນ
​ຂອງ​ຕົນ ​ໃສ່​ລຳ​ແມ່​ນ້ຳຂອງຕອນ​ເທິງ ທີ່​ເປັນ​ດິນ​ແດນ​ຂອງ​ຕົນ​ນັ້ນ.

ທ່ານ Man Mat ກ່າວ​ວ່າ “ພວ​ກ​ເຂົາ​ເຈົ້າຈະ​ຄວບ​ຄຸມ​ປາໃຫ້​ຢູ່​ແຕ່​ໃນ​ເຂດ​ຕອນ​ເທິງ
ຂອງ​ແມ່​ນ້ຳ ​ແລະ​ເຂົາ​ເຈົ້າຈະ​ປ່ອຍ​ໃຫ້​ປາ​ລົງ​ມາ ​ເວລາ​ໃດ​ທີ່​ລະດັບ​ນ້ຳ​ສູງ​ຂຶ້ນ. ​
ເວລາ​ນີ້ ຈຳນວນ​ປາ​ແມ່ນ​ຫລຸດ​ລົງ​ຫຼາຍ​ແທ້ໆ.”

ອີງ​ຕາມ​ການຄົ້ນຄວ້າ​ແລະ​ການ​ພັດທະນາ​ດ້ານການ​ປະມົງ ຂອງນິຕະຍະ​ສານ​ກ່ຽວ​ກັບການ​ຈັບ​ແລະ​ການ​ເພາະ​ພັນ​ປາ​ແລ້ວ ການ​ຈັບ​ປາ​ທັງ​ໝົດ​ໃນ​ແມ່​ນ້ຳຂອງ ​ແລະ
​ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳຂອງ​ທີ່ຢູ່​ໃຕ້​ລົງ​ມາ ​ແມ່ນ​ມີ​ມູນ​ຄ່າ 11 ພັນ​ລ້ານ ​ໂດ​ລາ ​
ໃນ​ປີ 2015.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG