ລິ້ງ ສຳຫລັບເຂົ້າຫາ

ຊາວກະສິກຳ ຂອງ ກຳປູເຈຍ ຈະຫັນ ມາປູກ ພືດປອດ ສານພິດ


ໃນ​ ກຳປູ​ເຈຍ, ເຂົ້າ ແມ່ນເປັນ​ພືດ​ທີ່​ປູກ​ເພື່ອ​ການ​ຄ້າ​ ມາ​ເປັນ​ເວລາດົນ​ນານ​ແລ້ວ, ບັນດາ​ຊາວນາ​ໄດ້​ຖືກ​ສົ່ງ​ເສີມ​ໃຫ້​ຫັນປ່ຽນ ມາ​ປູກ​ຜັກ​ເພື່ອ​ສະໜອງ​ ໃຫ້​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ທີ່​ສູງ​ຂຶ້ນ ສຳລັບ​ຜະລິດ​ຕະພັນ​ກະສິກໍາປອດ​ສານພິດພາຍ​ໃນປະ​ເທດ. ຜູ້​ສື່​ຂ່າວ ວີໂອເອ Daniel de Carteret ມີ​ລາຍ​ງານ​ຈາກ ພະນົມເປັນ ​ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະເໜີ​ທ່ານ.

ໃນ​ທີ່​ດິນ​ກວ້າງ 6 ​ເຮັກຕາ​ນີ້, ນາງ Sem Chantha ​ແລະ ຊາວ ນາ​ຄົນ​ອື່ນໆ​ອີກ 8 ຄົນ ​ໄດ້​ປູກ​ຜະລິດ​ຕະພັນ ​ປອດ​ສາ​ນພິດ ລວມມີ, ຜັກ​ຫົມ, ຜັກ​ກະລ່ຳດອກ, ຜັກ​ສະຫຼັດ ​ແລະ ຜັກ​ກາດນາ.

​ເຖິງ​ແມ່ນ​ວ່າ​ຈະ​ສ້າງ​ລາຍ​ໄດ້​ຢ່າງ​ໜ້ອຍ​ສາມ​ເທື່ອ​ຫຼາຍ​ກວ່າ​ພື​ດອື່ນໆ, ສວນ​ຜັກ​ຂອງ Chantha ​ແມ່ນ​ເກາະ​ດິນ​ນ້ອຍໆ​ຢູ່​ໃນ​ທະ​ເລ​ແຫ່ງ​ນາ​ເຂົ້າ.

ນາງ Sem Chantha ກ່າວ​ວ່າ “ຜັກ​ສາມາດ​ຂາຍ​ໃນ​ລາ​ຄາ​ທີ່​ສູງ​ກວ່າ​ເຂົ້າ ​ແລະ ມັນ​ກໍໃຊ້​ເວລາ​ພຽງ​ແຕ່​ໜຶ່ງ​ເດືອນ​ເຄິ່ງເພື່ອ​ອອກ​ຜົນ ​ແລ້ວກໍ​ພ້ອມ​ທີ່​ຈະເກັບ​ກ່ຽວ, ​ໃນ​ຂະນະ​ທີ່ເຂົ້າ​ເປືອ​ກ​ໃຊ້​ເວລາ​ເຖິງ​ 6 ​ເດືອນ​ຈຶ່ງ​ຈະ​ອອກ​ຜົນ.”

ຄົນ​ ກຳປູ​ເຈຍ ປູກ​ເຂົ້າ​ໃນ​ເນື້ອ​ທີ່​ດິນ​ກະ​ສິກຳ​ປະ​ມານ 3 ລ້ານ​ເຮັກຕາ​ໃນ​ປີ 2012. ຜັກໃຊ້​ເນື້ອ​ທີ່​ພຽງ​ແຕ່ 54,000 ​ເຮັກຕາ. ທ້າວ Voun Chem ຊາວ​ສວນ​ຜັກ​ປອດ​ສານພິ​ດ ກ່າວ​ວ່າ ​ສ່ວນໃຫຍ່​ນັ້ນ ກໍ​ຍ້ອນ​ການ​ຂາດ​ການ​ສຶກສາ.

ທ້າວ Voun Chem ກ່າວ​ວ່າ “ຖ້າ​ເຮົາ​ປູກໝາກ​ມະລະ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮູ້​ຫຼາຍໆ​ກ່ຽວ​ກັບ​ວິທີ​ປູກ​ໝາກ​ມະລະ, ຖ້າວ່າ​ມັນ​ເປັນ​ໝາກຖົ່ວ​ຢາ​ວ, ​ພວກ​ເຮົາ​ຕ້ອງ​ຮູ້​ກ່ຽວ​ກັບ​ພືດ​ນັ້ນ. ການ​ປູກ​ເຂົ້າ​ຕ້ອງອາ​ໄສ​ນ້ຳ​ຝົນ​ຫຼາຍໂພດ ​ໃນ​ເມື່ອ​ການ​ປູກ​ຜັກ​ແມ່ນສາມາດ​ປັບ​ປ່ຽນ​ໄດ້​ຫຼາຍກວ່າ ​ເມື່ອ​ເວົ້າ​ເຖິງ​ຊັບພະ​ຍາກ​ອນນ້ຳ.”

ອຸຸປະ​ສັກ​ຈຳນວນ​ຫຼາຍ ​ແມ່ນຈາກ​ການ​ຂາ​ດຊົນລະປະທານ, ຄວາມ​ຫຍຸ້ງ​ຍາກໃນ​ການ​ເຂົ້າ​ເຖິງດ້ານ​ການ​ເງິນ ​ແລະ ການ​ສ້າງ​ອົງກອນ​ຂອງຊາວນາ ​ເຊິ່ງໝາຍ​ຄວາມ​ວ່າມັນ​ຈະ​ຖືກ​ກວ່າເມື່ອ​ນຳ​ເຂົ້າ​ຜັກ​ຈາກ ຫວຽດນາມ ​ແລະ ​ໄທ.

​ແຕ່​ດ້ວຍ​ລາຍ​ໄດ້​ທີ່​ສູງ​ຂຶ້ນ​ໃນ​ເຂດ​ຕົວ​ເມືອງ ​ແລະ ພາກສ່ວນ​ການ ທ່ອງທ່ຽວ​ທີ່​ຂະຫຍາຍ​ຕົວ​ຂຶ້ນ, ມັນ​ໄດ້​ເ​ຮັດ​ໃຫ້​ລັດຖະບານ​ມີ​ຄວາມ​ກົດ​ດັນ ​ເ​ພື່ອ​ສົ່ງ​ເສີມ​ການ​ສຶກສາ​ດ້ານ​ກະ​ສິກຳ.

ທ່ານ Yang Saing Koma ຈາກ​ສູນ​ກາງ​ເພື່ອ​ການ​ສຶກສາ ​ແລະ ການ​ພັດ​ທະນາ​ໃນ​ດ້ານ​ກະສິກຳ ກຳປູ​ເຈຍ ກ່າວ​ວ່າ “ຍ້ອນ​ແນວ​ນັ້ນ, ພວກ​ເຮົາ​ສາມາດ​ສົ່ງ​ຜູ້​ຊ່ຽວຊານ​ 200 ຄົນ​ອອກ​ໄປ​ທົ່ວ​ປະ​ເທດ ​ເພື່ອຊ່ວຍ​ເຫຼື​ອ ​ແລະ ອຳນວຍ​ຄວາມ​ສະ​ດວກ​ໃນ​ການ​ເຮັດ​ສວນ​ຜັກ, ສ້າງ​ຕັ້ງ​ຊຸ​ມຊົນ​ຊາວນາ ​ແລະ ເຊື່ອມ​ຕໍ່​ການ​ເຮັດ​ສວນສູ່ຕະຫຼາດ. ຖ້າ​ສິ່ງ​ດັ່ງ​ກ່າວ​ນີ້​ສາມາດ​ບັນລຸ​ຜົນໄດ້, ມັນຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ກັບ​ເສດຖະກິ​ດ ຂອງ​ປະ​ເທດ.”

ທ່ານ​ກ່າວ​ວ່າ ສິ່ງ​ດັ່ງ​ກ່າວ​ນັ້ນ​ ຈະ​ຊ່ວຍ​ສ້າງ​ວຽກເຮັດ​ງານ​ທຳ ​ແລະ ຮັກສາ​ເງິນ​ຫຼາຍ​ຮ້ອຍ​ລ້ານໂດ​ລາ ​ໄວ້​ໃນ ກຳປູ​ເຈຍ ​ເຊິ່ງ​ໃຊ້​ຈ່າຍ​ໃນ​ການ​ນຳ​ເຂົ້າ​ຜັກ​ແຕ່ລະ​ປີນັ້ນ.

XS
SM
MD
LG