ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ ກຳປູເຈຍ ອອກຄຳຕັດສິນ ຕໍ່ພວກ ກໍ່ຄວາມຮຸນແຮງ ຫຼັງເລືອກຕັ້ງ


ສານກໍາ ປູເຈຍ ອອກຄຳຕັດສິນ ຕໍ່ 6 ຄົນ ທີ່ຖືກຟ້ອງ ປີກາຍນີ້
ສານກໍາ ປູເຈຍ ອອກຄຳຕັດສິນ ຕໍ່ 6 ຄົນ ທີ່ຖືກຟ້ອງ ປີກາຍນີ້
ສານ​ໃນເຂດກຸງ​ພະນົມ​ເປັນໄດ້​ອອກ​ຄຳຕັດສິນໃນຄະດີ​ການຟ້ອງ
ຮ້ອງ 6 ​ຄົນທີ່​ຖືກ​ກ່າວ​ຫາວ່າ ​ກໍ່ຄວາມຮຸນ​ແຮງ ຫຼັງ​ຈາ​ກການ​ເລືອກ​
ຕັ້ງ​ ໃນ​ເດືອນ​ກັນຍາປີກາຍນີ້.

ໃນມື້ວານນີ້ ສານໄດ້ສັ່ງໃຫ້ປ່ອຍ 3 ຄົນແຕ່ອີກ 3 ຄົນຖືກພົບເຫັນ
ວ່າມີຄວາມຜິດ ໃນການຍຸແຍ່ໃຫ້ກໍ່ຄວາມຮຸນແຮງ.

ທ້າວ Nguyen Thi Duc ​ໄດ້ຖືກຕັດສິນຜ່ອນ​ຜັນໂທດໃຫ້ເປັນຕິດ
ຄຸກປີ​ນຶ່ງ ​ໃນ​ຂະນະ​ທີ່ອີກ​ສອງ​ຄົນ ໄດ້​ຖືກ​ລົດໂທດລົງ​ມາ​ເປັນ 25
ມື້.ລາວໄດ້​ປະຕິ​ເສດ​ ບໍ່ຍອມໃຫ້ຄວາມເຫັນໃດໆ ຢູ່​ນອກສານ ​ໃນ​
ວັນສຸກ​ວານ​ນີ້ ​ແຕ່​ທະນາຍ​ຄວາ​ມຂອງລາວກ່າວ​ວ່າ ເຂົາເຈົ້າ​ວາງ
ແຜ​ນທີ່ຈະທຳການຂໍອຸທອນ ​ແລະ​ກ່າວ​ຫາຕໍາ ຫລວດວ່າ ໄດ້ທໍລະມານລູກ​ຄວາມຂອງລາວ
​ໃຫ້​ຮັບ​ສາລະພາບ.


ທັງ​ຫົກ​ຄົນ ​ໄດ້​ຖືກ​ຈັບ​ໃນເດືອນ​ກັນຍາປີກາຍ ​ໃນ​ຂະນະ​ທີ່​ມີ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ໃນ
ເຂດຊານເມືອງກຸງ​ພະນົມ​ເປັນ ທີ່​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດຄົນນຶ່ງແລະ​ອີກ 10 ຄົນ​ໄດ້​ຮັບ​ບາດ
​ເຈັບ.

ບັນດາ​ກຸ່ມປົກປ້ອງ​ສິດທິ​ມະນຸດກ່າວ​ວ່າ ພວກ​ໄອ​ຍະ​ການບໍ່ສາມາດນຳສະເໜີ​ຫຼັກຖານ​ໃດໆ
ວ່າ ບຸກຄົນທັງຫົກ​ດັ່ງ​ກ່າວພົວພັນ​ກັບ​ການກໍ່ຄວາມ​ຮຸນ​ແຮງ.
XS
SM
MD
LG