ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານ ກໍາປູເຈຍ ປະຕິເສດ ບໍ່​ຮັບ​ເອົາ ຜົນການເລືອກຕັ້ງ


ທ່ານ Kem Sokha (ກາງ) ຮອງປະທານພັກກູ້ຊາດກໍາປູເຈຍ ກ່າວຄໍາປາໄສ ໃນກອງປະຊຸມ ຢູ່ຫ້ອງການພັກເຂົາເຈົ້າ ຢູ່ນະຄອນພະນົມເປັນ ໃນວັນທີ 12 ສິງຫາ 2013.
ທ່ານ Kem Sokha (ກາງ) ຮອງປະທານພັກກູ້ຊາດກໍາປູເຈຍ ກ່າວຄໍາປາໄສ ໃນກອງປະຊຸມ ຢູ່ຫ້ອງການພັກເຂົາເຈົ້າ ຢູ່ນະຄອນພະນົມເປັນ ໃນວັນທີ 12 ສິງຫາ 2013.
ຝ່າຍຄ້ານກໍາປູເຈຍ​ໄດ້ປະຕິເສດ ບໍ່​ຮັບ​ເອົາຜົນການເລືອກ
ຕັ້ງທີ່ປະກາດອອກ ໂດຍຄະນະກໍາມະການການເລືອກຕັ້ງ ທີ່ຢືນຢັນໄຊຊະນະຂອງພັກທີ່ປົກຄອງປະເທດມາເປັນເວລາ
ດົນນານຂອງນາຍົກລັດຖະມົນຕີ ຮຸນ ເຊນ.

ພັກກູ້ຊາດກໍາປູເຈຍ ຫລື CNPR ກ່າວໃນວັນຈັນມື້ນີ້ວ່າ ຕົນ
ຈະບໍ່ຮັບຮູ້ຜົນການເລືອກຕັ້ງຂັ້ນ​ຕົ້ນ​ອັນຫລ້າສຸດນີ້ ເພາະວ່າ
ລັດຖະບານ​ໄດ້ປະຕິເສດທີ່ຈະຕອບ​ສະໜອງ​ຕໍ່​ຂໍ້ກ່າວຫາ
ຂອງ​ພວກ​ຕົນ ກ່ຽວ​ກັບການສໍ້ໂກງຄະແນນສຽງ ທີ່ມີຢູ່ຢ່າງ
ແຜ່ຫລາຍນັ້ນ.

ພັກ CNPR ທີ່ອ້າງວ່າ ຕົນໄດ້ຮັບບ່ອນນັ່ງສ່ວນຫລາຍໃນການເລືອກຕັ້ງສະພາ ໃນວັນທີ 28 ກໍລະກົດຜ່ານມານັ້ນ ​ໄດ້ຂູ່ວ່າຈະຈັດໃຫ້ມີການປະທ້ວງຕໍ່ຕ້ານລັດຖະບານ ຄັ້ງໃຫຍ່ ຖ້າຫາກບໍ່ມີການຈັດຕັ້ງການສືບສວນການເລືອກຕັ້ງ ​ໂດຍ​ກຸ່ມທີ່ເປັນອິດສະລະ ​ແລະມີ ສະຫະປະຊາຊາດເຂົ້າຮ່ວມນໍາ.

ຄະນະກໍາມະການເລືອກຕັ້ງແຫ່ງຊາດກ່າວໃນວັນຈັນມື້ນີ້ວ່າ ພັກ​ປະຊາຊົນກໍາ​ປູ​ເຈຍ ຫຼື
CPP ຂອງທ່ານຮຸນ ເຊນ ໄດ້ຊະນະສຽງສ່ວນຫລາຍດ້ວຍຄະແນນສູສີກັນ ຢູ່ໃນເກືອບ ໝົດທຸກແຂວງ ຊຶ່ງ​ສອດຄ່ອງ​ກັບຜົນການເລືອກຕັ້ງຂັ້ນຕົ້ນ ທີ່ໃຫ້ບ່ອນນັ່ງແກ່ພັກ CPP
68 ບ່ອນນັ່ງ ໃນສະພາ​ແຫ່ງ​ຊາດ ​ໃນ​ຂະນະ​ທີ່ພັກ CNRP ​ໄດ້ 55 ບ່ອນນັ່ງ ຊຶ່ງ​ເປັນ​ການສູນເສຍບ່ອນ​ນັ່ງໄປ​ເຖິງ 22 ບ່ອນ ສໍາລັບພັກຂອງ​ລັດຖະບານ.

ຖ້າຫາກວ່າຜົນການນັບຄະແນນດັ່ງກ່າວໄດ້​ຮັບ​ການຢືນຢັນ ມັນກໍຈະເປັນຜົນການເລືອກ ຕັ້ງທີ່ຂີ້ຮ້າຍທີ່ສຸດ ນັບແຕ່ປີ 1998 ເປັນຕົ້ນມາ ສໍາລັບ​ພັກ CPP. ຄະນະກໍາມະການ ເລືອກຕັ້ງກໍາປູເຈຍ ຍັງບໍ່ໄດ້ບອກ​ເທື່ອວ່າ ເມື່ອໃດຕົນຈະປະກາດຜົນການເລືອກຕັ້ງຂັ້ນ ສຸດທ້າຍ.

ລັດຖະບານໄດ້ສົ່ງລົດຫຸ້ມເກາະ ແລະທະຫານໄປຍາມຢູ່​ໃນນະຄອນຫລວງພະນົມເປັນ ເພື່ອເປັນການປ້ອງກັນໄວ້ລ່ວງ​ໜ້າ ຕໍ່​ການ​ທີ່ອາດຈະມີການປະທ້ວງເກີດຂຶ້ນ.
XS
SM
MD
LG