ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍາປູ​ເຈຍຫວັງວ່າ ກອງ​ປະຊຸມ ​ເສດຖະກິດ​ໂລກ ຈະເຮັດໃຫ້ ເສດຖະກິດດີຂຶ້ນ


ກໍາມະກອນກໍາລັງເຮັດວຽກຢູ່ສະຖານທີ່ກໍ່ສ້າງແຫ່ງນຶ່ງ ຢູ່ໃກ້ນະຄອນຫລວງພະນົມເປັນ ຂອງກໍາປູເຈຍ ໃນວັນທີ 21 ມີນາ 2017.
ກໍາມະກອນກໍາລັງເຮັດວຽກຢູ່ສະຖານທີ່ກໍ່ສ້າງແຫ່ງນຶ່ງ ຢູ່ໃກ້ນະຄອນຫລວງພະນົມເປັນ ຂອງກໍາປູເຈຍ ໃນວັນທີ 21 ມີນາ 2017.

ເສດຖະກິດ​ຂອງກໍາປູ​ເຈຍ ທີ່​ໄດ້​ກໍາລັງມີການ​ຂະຫຍາຍຕົວແບບສະໝໍ່​າສະ​ເໝີ​ຢ່າງ
​ວ່ອງ​ໄວ​ນັ້ນ ຈະ​ໄດ້​ຮັບການ​ຊຸກຍູ້​ເພີ້ມຂຶ້ນອີກ ​ເມື່ອ​ປະ​ເທດ​ດັ່ງກ່າວ ​ເປັນ​ເຈົ້າພາບ​
ຈັດ​ກອງ​ປະຊຸມສົນທະນາ​ເສດຖະກິດ​ໂລກ ຫລື WEF ປະ​ຈໍາ​ພາກພື້ນ ຄັ້ງທໍາ​ອິດ
​ໃນ​ອາທິດ​ນີ້ ​ໂດຍ​ທີ່​ບັນດາ​ຜູ້​ນໍາທາງ​ທຸລະ​ກິດ​ກໍາລັງ​ຊອກ​ຫາ​ໂອກາດ​ຂະຫຍາຍ​ອຸດ
​ສະຫະ​ກໍາທີ່​ຍັງ​ອ່ອນ​ນ້ອຍ​ຂອງ​ປະ​ເທດນີ້ ​ໃຫ້​ມີ​ຫລາຍ​ຂະ​ແໜງການ​ຜະລິດ​ເພີ້ມຂຶ້ນ.

ທ່ານ Brett Sciaroni ຊຶ່ງ​ເປັນ​ທະນາຍຄວາມ​ອາ​ເມຣິກັນ ​ແລະ​ປະທານ​ສະພາ​ການ​
ຄ້າ​ອາ​ເມຣິກັນ ປະ​ຈໍາ​ກໍາປູ​ເຈຍ​ເວົ້າວ່າ ​ເສດຖະກິດ​ຂອງ​ກໍາປູ​ເຈຍ ຍັງ​ເປັນ​ເສດຖະກິດ
​ທີ່​ຂະຫຍາຍ ຕົວ​ໄວ​ທີ່​ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ​ທີ່​ມີລະດັບ​ຂະ
ຫຍາຍຕົວ​ຂອງຍອດຜະລິດ​ຮວມພາຍ​ໃນ​ຫຼື GDP ຫລາຍ​ກວ່າ ​ເຈັດ​ເປີ​ເຊັນ​ຕໍ່ປີ ເປັນ​
ຫລາຍໆປີ​ມາ​ແລ້ວ.

ອຸດ​ສະຫະ​ກໍາ​ຕັດຫຍິບ, ການທ່ອງທ່ຽວ, ການກໍ່ສ້າງ, ​ແລະ​ກະສິກໍາ ​ເປັນ​ເສົາ​ຄໍ້າ​ຫລັກ
​ຂອງ​ເສດຖະກິດ​ທ້ອງ​ຖິ່ນ, ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ກໍ​ຍັງຢາກ​ເຫັນ​ຈໍານວນ​ຂະ​ແໜງອຸດ
​ສະຫະ​ກໍາ ຂະຫຍາຍ​ໄປ​ຫາຂົງ​ເຂດ​ເພີ້ມຂຶ້ນຫລາຍກວ່າ​ນີ້ຫລາຍ.

ທ່ານ​ກ່າວວ່າ "​ພວກ​ເຮົາ​ກໍ​ໄດ້​ແຕ່​ຫວັງ​ວ່າ ພວກ​ເຮົາ​ຈະ​ມີ​ການ​ຜະ​ລິດອຸດ​ສະຫະ​ກໍາ
​ເບົາ​ເພີ້ມຂຶ້ນ​ໃນ​ອະນາຄົດ ເພາະວ່າ ພວກ​ເຮົາ​ຕ້ອງການ​ທີ່​ຈະ​ເຮັດ​ໃຫ້ເສດຖະກິດ ​ມີ
​ຫລາຍ​ຂະ​ແໜງ ການ​ເພີ້ມຂຶ້ນ. ປັດຈຸ​ບັນນີ້ ພວກ​ເຮົາ​ມີ​ຂະ​ແໜງກະສິກໍາ ​ທີ່​ເຂັ້ມ​ແຂງ
​ແລະ​ພວກ​ເຮົາ​ກໍ​ມີຂະ​ແໜງຕັດຫຍິບ​ທີ່​ເຂັ້ມ​ແຂງ ​ແຕ່​ວ່າ ພວກ​ເຮົາ​ຢາກ​ຈະ​ຍົກ​ລະດັບ​
ການ​ຜະ​ລິດອຸດ​ສະຫະ​ກໍາ​ເບົາ ​ໃຫ້​ໄປ​ຫາຂະ​ແໜງອື່ນໆ."

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG