ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ປະຕິເສດ ຕໍ່ການຄັດຄ້ານ ຂອງກຳປູເຈຍ ໃນການແຕ່ງຕັ້ງ ຜູ້ພິພາກສາ ສານນາໆຊາດ


ທ່ານ Laurent Kasper-Ansermet
ທ່ານ Laurent Kasper-Ansermet

ອົງການ​ສະຫະ​ປະ​ຊາ​ຊາດກ່າວ​ວ່າ ນັກ​ກົດ​ໜາຍຊາວສວິສຄົນ​ນຶ່ງ​ຈະ​ເລີ້ມ​ລົງ​ມື​ເຮັດ​ວຽກ​ເປັນ
ຜູ້​ພິພາກສາສືບ​ສວນໃນ​ບໍ່​ຊ້າ​ນີ້ ຢູ່​ທີ່​ສານ​ອາຍາພິ​ເສດນາໆ​ຊາດ ເພື່ອ​ສືບສວນການ​ກໍ່​ອາ​ຊະ​
ຍາ​ກຳ​ສົງຄາມ​ຂອງ​ພວກຂະ​ເໝນ​ແດງເຖິງ​ແມ່ນ​ວ່າລັດຖະບານ​ກໍາປູ​ເຈຍ​ໄດ້ປະຕິ​ເສດບໍ່​ເຫັນ
ດີ​ນຳການ​ແຕ່ງ​ຕັ້ງ​ດັ່ງກ່າວ​ກໍ​ຕາ​ມ.

ໂຄສົກ​ອົງການ​ສະຫະ​ປະຊາ​ຊາດທ່ານ David Scheffer ກ່າວໃນ​ວັນ​ພຸດ​ວານນີ້ວ່າ ກໍາ​ປູ
ເຈຍ ບໍ່​ມີ​ສິດ​ທິທາງ​ດ້ານ​ກົດ​ໝາຍ ທີ່ຈະ​ຂັດຂວາງ​ການ​ແຕ່ງຕັ້ງ ຜູ້​ພິພາກສາ​ຊາວ​ສວິສທ່ານ
Laurenct Kasper-Ansermet ​ໃຫ້​ເຂົ້າ​ໄປ​ເຮັດ​ວຽກ ​ຢູ່ສານ​ອາຍາ​ນາໆ​ຊາດ. ທ່ານ
Scheffer ກ່າວ​ຕື່ມ​ອີກ​ວ່າ ຜູ້​ພິພາກສາ​ທີ່ຖືກ​ແຕ່ງ​ຕັ້ງຈະ​ສືບສວນ​ເບິ່ງສອງ​ຄະ​ດີກາ​ນ​ເມືອງ
ທີ່​ພົວພັນ​ກັບ​ການ​ປົກຄອງ​ອັນ​ໂຫດຮ້າຍ​ ຂອງ​ພວກຂະ​ເໝນ​ແດງ ລະ​ຫວ່າງປີ 1975 ຫາ
1979.

ກຳປູ​ເຈ​ຍກ່າວ​ໃນ​ສັບປະດາ​ແລ້ວນີ້ວ່າ ຕົນ​ໄດ້​ຕັດສິນ​ໃຈ​ ຈະ​ບໍ່​ໃຫ້ການ​ອະນຸມັດ​ຕໍ່ການ​ແຕ່ງ
ຕັ້ງທ່ານ Kasper-Ansermet ​ເຂົ້າ​ໄປ​ຮັບ​ໜ້າ​ທີ່ແທນ​ຕຳ​ແໜ່​ງທີ່​ຫວ່າງ​ລົງໃນ​ສານ​ອາຍາ​
ນາໆຊາດ ຍ້ອນ​ການ​ລາ​ອອກຂອງ​ຜູ້​ພິພາກສາ​ຊາວ​ເຢຍຣະມັນ ທ່ານ Siegfried Blunt
ໃນ​ປີ​ກາຍນີ້.

ນາງ Clair Duffy ນັກ​ຊ່ຽວຊານ​ດ້ານ​ກົດໝາຍ​ລະຫວ່າງ​ປະ​ເທດ​ທີ່​ຕິດຕາມ​ເບິ່ງ​ການ​ເຄື່ອນ
ໄຫວ​ຂອງ​ສານນາໆ​ຊາດ ​ໃຫ້​ແກ່​ກຸ່ມລິ​ເລີ່​ມ​ເພື່ອສັງຄົມ​ທີ່​ຍຸຕິ​ທຳ​ແບບ​ເປີດ​ກວ້າງ ​ຫຼື Open
Society Justice Initiative ກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ​ຂະ​ແມ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ
ແຈ້ງວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ເວລາ​ທ່ານ Kasper-Ansermet ພະຍາ​ຍາມ​ຈະ​ເຂົ້າ​ໄປ​ເຮັດ
ວຽກ.

XS
SM
MD
LG