ນັກຊຽວຊານຊາວອະເມຣິກາຄົນສຳຄັນກ່ຽວກັບອາຊະຍາກຳສົງຄາມ ໄດຖືກແຕ່ງ
ຕັ້ງໃຫ້ເປັນທີ່ປຶກສາຕໍ່ສານອາຍານາໆຊາດ ທີ່ພວມພະຍາຍາມດຳເນີນຄະດີອະດີດ
ພວກຜູ້ນຳ ຂະເໝນແດງ ໃນກຳປູເຈຍນັ້ນ.
ເລຂາທິການໃຫຍຂອງອົງການສະຫະປະຊາຊາດທານ Ban Ki-moon ໄດແຕ່ງ
ຕັ້ງໃຫ້ທານ David Scheffer ເປັນນັກຊຽວຊານພິເສດຂອງອົງການສະຫະປະຊາ
ຊາດ ປະຈຳຄະນະທີ່ປຶກສາຂອງສານ ຊງປະຈຸບັນນກຳລັງດຳເນີນຄະດີພວກຜູ້ນຳ
ສູງສຸດ 3 ຄົນຂອງ ຂະເໝນແດງທຍັງມີຊີວິດຢູນນ.
ທານ Scheffer ຜູຊງເຄີຍຮັບຕຳແໜງເປັນເອກອັກຄະລັດຖະທູດໂດຍລວມ ກ່ຽວ
ກັບອາຊະຍາກຳສົງຄາມ ໃນສະໄໝລັດຖະບານອະດີດປະທານາທິບໍດີ Bill Clinton ເປັນ
ຜູ້ມີບົດບາດສຳຄັນໃນການສ້າງຕັ້ງສານດຳເນີນຄະດີພວກຂະເໝນແດງ ຕະຫຼອດທັງສານ
ພິເສດ ເພື່ອດຳເນີນຄະດີການກໍ່ໂທດກຳຕ່າງໆໃນ Rwanda ແລະແຫຼມ Balkans ນຳ.
ການແຕ່ງຕັ້ງທີ່ວ່ານີ້ໄດ້ມີຂຶ້ນຫຼັງຈາກໄດ້ເກີດບັນຫາຖົກຖຽງໂຕ້ແຍ້ງເປັນເວລາຫຼາຍໆເດືອນ
ຢູ່ທີ່ສານນາໆຊາດ ບ່ອນທີ່ຜູ້ພິພາກສາທີ່ທຳການສືບສວນແລະພະນັກງານຫຼາຍໆຄົນຂອງ
ສານໄດ້ພາກັນລາອອກທ່າມກາງທີ່ມີການກ່າວຫາວ່າ ຄະດີຈຳນວນນຶ່ງບໍ່ໄດ້ມີການສືບສວນ
ແບບເໝາະສົມນັ້ນ.