ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊົນກຸ່ມນ້ອຍ ກໍາປູເຈຍ ກ່າວຫາ ບໍລິສັດຈີນ ຍາດເອົາດິນ ຫຼາຍພັນເຮັກຕາ


ແຜນທີ່ ປາສາດຫີນ Preah Vihear ຕັ້ງຢູ່ໃນແຂວງ ທີ່ມີຊື່ດຽວກັນນີ້ ຂອງກຳປູເຈຍ.
ແຜນທີ່ ປາສາດຫີນ Preah Vihear ຕັ້ງຢູ່ໃນແຂວງ ທີ່ມີຊື່ດຽວກັນນີ້ ຂອງກຳປູເຈຍ.
ຊົນກຸ່ມ​ນ້ອຍ​ຈຸ​ນຶ່ງ ໃນ​ແຂ​ວງ Preah Vihear ທາງພາກເໜືອ
ຂອງກໍາປູ​ເຈຍ ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ ການອອກ​ໃບ​ອະນຸຍາດ​
ໃຫ້​ແກ່ສອງ​ບໍລິສັດ​ຈີນ ທີ່​ຖື​ກກ່າວ​ຫາ​ວ່າ​ ຍາດ​ເອົາ​ດິນ​ຫລາຍ
​ພັນ​ເຮັກຕາໄປນັ້ນ.

ບັນດາ​ສະມາຊິກ​ຂອງຊົນເຜົ່າ Kuoy ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ
ການ​ໃຫ້ບໍລິສັດຈີນ ທັງສອງ ຄືບໍລິສັດ Rui Feng ​ແລະ Lan
Feng ຖອນກຳມະສິດ ໃນ​ດິນ 7,000 ​ເຮັກຕາ ທີ່​ລັດຖະບານ
ໄດ້ມອບໃຫ້ ອັນ​ເປັນ​ພາກ​ສ່ວນ​ຂອງການ​ສຳປະ ທານ ຂອງ
ພື້ນທີ່ທັງໝົດ 18,000 ​ເຮັກຕາ.

ຜູ້ຕາງໜ້າ​ເຜົ່າ Kuoy ຄົນ​ນຶ່ງ ທ່ານ Louth Saing ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນອັງຄານ​
ວານ​ນີ້​ ​ໃນ​ກຸງ​ພະນົມ​ເປັນວ່າ ການສຳປະທານ​ດິນ​ແມ່ນໄດ້​ກວມ​ເອົາ​ດິນ​ທີ່ເປັນຂອງ​ຊົນ​ເຜົ່າມາແຕ່ໂບຮານນະການ. ທ່ານ​ກ່າວ​ເພີ້​ມ​ຕື່ມ​ວ່າ :

“ການ​ພັດທະນາ ​ໄດ້​ມີຜົນ​ກະທົບ​ຕໍ່​ການ​ນໍາ​ໃຊ້​ດິນ​ ສຳລັບເຮັດນາປູກ​ເຂົ້າ ສຳລັບການ
ປູກຝັງອື່ນໆ ​ແລະ​ຂົງ​ເຂດ​ທີ່​ໄດ້​ໃຊ້​ເພື່ອ​ຫາລ້ຽງຊີບສໍາລອງ ​ໂດຍ​ຊົນ​ເຜົ່າ Kuoy ຂອງ​
ພວກ​ເຮົາ. ພວກ​ເຮົາ​ໄດ້​ວາງ​ແຜນຈະ​ລົງທະບຽນ ຂົງ​ເຂດນີ້​ເພື່ອເປັນດິນສຳລັບປະຊາ​
ຄົມ​ຂອງພວກ​ເຮົາໃຊ້.”

​ແຕ່​ຫົວໜ້າ​ຫ້ອງການກະ​ສິກຳ ແຂວງ Preah Vihear ທ່ານ Peung Trida ​ບໍ່ໄດ້ໃຫ້
ຄວາມສຳຄັນຕໍ່ການກ່າວອ້າງດັ່ງກ່າວ ​ໃນ​ລະຫວ່າງການໃຫ້ສຳພາດ ທາງໂທລະສັບ
​ສໍາພາດ ແກ່ວີ​ໂອ​ເອ ພະ​ແນ​ກພາສາ​ກໍາປູ​ເຈຍ. ທ່ານ​ກ່າວ​ວ່າ:

“ດິນ​ຕອນ​ນີ້ ປະກົດ​ວ່າ​ບໍ່​ມີ​ຜົນ​ສະທ້ອນ​ຫຍັງ​ໝົດ. ຄົນ​ຈໍາ​ນວນ​ນຶ່ງ ບໍ່​ມີ​ດິນ. ​ເຂົາ​ເຈົ້າ​
ພຽງ​ແຕ່​ປະ​ທ້ວງ ​ໃນ​ເມື່ອ​ວ່າ​ມີ​ການ​ລົງທຶນ​ຢູ່​ທີ່​ນັ້ນ. ຄວາມ​ຈິງ​ແລ້ວ ພວກ​ທີ່​ພາກັນ​
ປະ​ທ້ວງ ບໍ່​ເປັນ​ເຈົ້າ​ຂອງ​ດິນ. ພວກ​ທີ່​ເປັນ​ເຈົ້າ​ຂອງ​ດິນ ພາກັນ​ທຳການ​ປູກຝັງ​ຢູ່​ໃນ
ດິນ​ດອນ​ຂອງ​ເຂົາ​ເຈົ້າ. ມີ​ຢູ່ 20 ຫາ 30 ຄົນ ​ທີ່ເປັນ​ຜູ້ພາກັນນໍາ​ເລື້ອງ​ນີ້​ຂື້ນ​ມາ.”

ການ​ຍາດ​ດິນ​ໄດ້​ກາຍ​ມາ​ເປັນ​ບັນ​ຫາ​ໃຫຍ່ ​ໃນ​ກໍາປູ​ເຈຍ ​ໃນໄລຍະສອງສາມປີ ຜ່ານ
​ມາ​ນີ້ ​ໂດຍພວກ​ຄົນ​ທ້ອງ​ຖິ່ນ​ແລະ​ບັນດາ​ບໍລິສັດ​ຕ່າງປະ​ເທດ ມັກ​ກ່າວ​ຫາ​ວ່າ ມີການ
ໃຊ້ເສັ້ນສາຍກັບລັດຖະບານ​ ​ເພື່ອ​ຍາດ​ເອົາ​ດິນ​ຈາກ​ຄົນ​ທຸກ.
XS
SM
MD
LG