ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳປູເຈຍ ຂົ່ມຂູ່ ຈະເອົາມາດຕະການ ກັບ ອົງການຂ່າວຕ່າງໆ


Cambodia Threatens Media Using Trump as Justification
please wait

No media source currently available

0:00 0:02:41 0:00

ການເຮັດສົງຄາມກັບສື່ມວນຊົນ ຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ເພີ່ມທະວີແຮງຂຶ້ນ ໃນບໍ່ເທົ່າໃດສັບປະດາທີ່ຜ່ານມາ ແລະ ​ໃນ​ຂະນະ​ທີ່ນັກຂ່າວວີໂອເອ Bill Gallo ລາຍ
ງານນີ້ ມັນກຳລັງເລີ່ມຈະມີຜົນ​ກະທົບ​ຢ່າງ​ກວ້າງຂວາງ ຕໍ່ສິດເສລີພາບ ໃນດ້ານການ
ຂ່າວ ດັ່ງ​ ພຸດທະ​ສອນ ມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້ ມາສະ​ເໜີທ່ານ.

ມັນແມ່ນຄັ້ງທຳອິດ ທີ່ລັດຖະບານໄດ້ໃຊ້ປະທານາທິບໍດີ ດໍໂນລ ທຣຳ ເປັນຕົວຢ່າງໆຊັດ
ເຈນ ເພື່ອໃຫ້ເຫດຜົນກ່ຽວກັບ ການປາບປາມສື່ມວນຊົນຂອງພວກເຂົາເຈົ້າເອງ.

ໃນຂໍ້ຄວາມທີ່ຂຽນລົງໃນ Facebook ນັ້ນ, ໂຄສົກລັດຖະບານ ກຳປູເຈຍ ໄດ້ຂົ່ມຂູ່ວ່າຈະ “ເອົາມາດຕະການ” ຕໍ່ອົງການຂ່າວຕ່າງໆ, ລວມທັງ ວີໂອເອ, ຈົນກວ່າພວກເຂົາເຈົ້າຈະ ປ່ຽນການລາຍງານຂ່າວຂອງພວກເຂົາເຈົ້າ. ທ່ານກ່າວວ່າ, ທ່ານ ທຣຳ, ເປັນຜູ້ໃຫ້ຕົວ
ຢ່າງສຳລັບການຮັບມືກັບອົງການຂ່າວທີ່ບໍ່ເຊື່ອຟັງດັ່ງກ່າວ.

ການຂົ່ມຂູ່​ເຫລົ່ານັ້ນບໍ່ແມ່ນເລື່ອງໃໝ່ໃນ ກຳປູເຈຍ, ເຊິ່ງຖືກປົກຄອງໂດຍນາຍົກລັດຖະ
ມົນຕີ ຮຸນ ເຊັນ ມາເປັນເວລາ 3 ທົດສະວັດແລ້ວ. ສິ່ງທີ່ເປັນເລື່ອງໃໝ່ນັ້ນ, ແມ່ນການໃຊ້
ພຶດຕິກຳ ຂອງປະທານາທິບໍດີ ສະຫະລັດ ຂຶ້ນມາ​ເປັນຂໍ້ອ້າງ.

ສິ່ງດັ່ງກ່າວບໍ່ໄດ້​ສ້າງ​ຄວາມ​ແປກໃຈໃຫ້​ແກ່ທ່ານ Tom Malinowski, ຜູ້ທີ່ຫາກໍອອກ
ຈາກຕຳແໜ່ງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ສະຫະລັດ ຮັບຜິດຊອບດ້ານປະຊາ
ທິປະໄຕ, ສິດທິມະນຸດ ແລະ ແຮງງານ.

ທ່ານ Malinowski ກ່າວວ່າ “ທຸກຄັ້ງທີ່ ສະຫະລັດ ອອກນອກກົດລະ ບຽບຂອງພວກ
ເຂົາເຈົ້າ, ມັນກໍມັກຈະຖືກນຳມາໃຊ້ໂດຍລັດຖະບານຜະ ເດັດການໃນທົ່ວໂລກຢ່າງ ຊໍ້າແລ້ວຊໍ້າອີກ ເພື່ອ​ເປັນຂໍ້ແກ້ຕົວໃຫ້ແກ່ພຶດ ຕິກຳຂອງພວກເຂົາເຈົ້າເອງ.”

ທ່ານ Malinowski ຜູ້ທີ່ໄດ້ກ່າວຕໍ່ວີໂອເອຜ່ານທາງ Skype, ເປັນຫ່ວງວ່າ ການກະທຳ ຂອງທ່ານ ທຣຳ ຕໍ່ສື່ມວນຊົນຈະສືບຕໍ່ສ້າງຄວາມ ກ້າຫານໃຫ້ພວກຜູ້ນຳຜະເດັດການ.

ທ່ານ Malinowski ກ່າວວ່າ “ສິ່ງທີ່ວ່ານັ້ນໄດ້ເປັນຄຳແກ້ຕົວທີ່ມີຄວາມສະດວກສະ
ບາຍຫຼາຍ ຕໍ່ພວກຜູ້ນຳຜະເດັດການໃນທົ່ວໂລກ ເພື່ອເຮັດໃນສິ່ງທີ່ພວກເຂົາເຈົ້າ
ຢາກເຮັດ, ເຊິ່ງແມ່ນເພື່ອປາບປາມສື່ມວນຊົນຂອງພວກເຂົາເຈົ້າເອງ.”

ນັບຕັ້ງແຕ່ເຂົ້າດຳລົງຕຳແໜ່ງມາ, ທ່ານ ທຣຳ ໄດ້ຂະຫຍາຍສົງຄາມຄຳເວົ້າຂອງທ່ານ ຢ່າງສະໝໍ່າສະເໝີກັບນັກຂ່າວ, ໂດຍເອີ້ນພວກເຂົາເຈົ້າວ່າບໍ່ຊື່ສັດ, ຂ່າວປອມ ແລະ ແມ່ນກະທັ້ງວ່າເປັນ “ສັດຕູຂອງປະຊາຊົນ.”

ສິ່ງດັ່ງກ່າວນັ້ນ ໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ທ່ານ Steven Butler ຄະນະກຳມະການ ເພື່ອປົກປ້ອງນັກຂ່າວ, ຜູ້ທີ່ໄດ້ກ່າວນຳພວກເຮົາຜ່ານທາງ Skype ເຊັ່ນກັນ.

ທ່ານ Butler ກ່າວວ່າ “ສະຫະລັດ ມັກຈະສະເໜີອຳນາດທີ່ຂ້ອນຂ້າງຈະມີສິນທຳ, ເຖິງແມ່ນວ່າປະຫວັດຂອງພວກເຮົາກ່ຽວກັບສິດເສລີພາບ ໃນດ້ານການຂ່າວແມ່ນ
ຍັງມີການຕຳໜິຢູ່ກໍຕາມ. ແຕ່ວ່າຄົນຍັງຫັນມາຫາ ສະຫະລັດ ເພື່ອໃຫ້ການນຳພາ ປະເພດນັ້ນ. ແລະ ນັ້ນກໍເບິ່ງຄືວ່າຈະບໍ່ແມ່ນກໍລະນີ​ແບບ​ນັ້ນອີກຕໍ່ໄປ.”

ທ່ານ ທຣຳ ໄດ້ກ່າວປ້ອງກັນວິທີການຂອງທ່ານ, ໂດຍເວົ້າວ່າ ທ່ານຕໍ່ຕ້ານສື່ມວນຊົນ
ພຽງບາງອົງການເທົ່ານັ້ນ.

ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຂ້າພະເຈົ້າພຽງແຕ່ຕໍ່ຕ້ານ
ຂ່າວ, ສື່ມວນຊົນ ຫຼື ນັກຂ່າວທີ່ຫຼອກລວງ. ຂີ້ຕົວະຫຼອກລອງ. ພວກເຂົາເຈົ້າຕ້ອງ ເອົາຄຳເວົ້າພວກນັ້ນອອກ. ຂ້າພະເຈົ້າຕໍ່ຕ້ານແຕ່ຜູ້ທີ່​ເສກ​ສັນປັ້ນແຕ່ງເລື່ອງ ແລະ ສ້າງແຫຼ່ງຂ່າວຂຶ້ນມາ."

ຫົວໜ້າແຜນຍຸດທະສາດຂອງທ່ານ ທຣຳ, ທ່ານ Steve Bannon ໄດ້ລະບຸ​ໄປ​ແລ້ວ​ວ່າ ສື່ມວນຊົນ​ເປັນ “ພັກຝ່າຍຄ້ານ.”

ທ່ານ Steve Bannon ຫົວໜ້າແຜນຍຸດທະສາດຂອງທ່ານ ທຣຳ ກ່າວວ່າ “ພວກເຂົາ ເຈົ້າມີເປັນໝູ່ຄະນະ, ເປັນສື່ມວນຊົນໂລກທີ່ຕໍ່ຕ້ານແຜນເສດຖະກິດຊາດນິຍົມຄື
ຂອງທ່ານ ດໍໂນລ ທຣຳ."

ແລະ ສຳລັບການຂົ່ມຂູ່ຂອງ ກຳປູເຈຍ ຕໍ່ ວີໂອເອນັ້ນ, ໂຄສົກ ວີໂອເອ ໄດ້ກ່າວວ່າ ວີ
ໂອເອ ຈະສືບຕໍ່ສະໜອງຂ່າວທີ່ມີຄວາມ​ຈິງ, ຍຸດຕິທຳ ແລະ ມີລັກສະນະດຸ່ນດ່ຽງ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ນັ່ງໃນສະພາແຫ່ງຊາດ ກ່ອນກອງປະຊຸມຈະເລີ່ມຂຶ້ນ. 20 ກຸມພາ 2017.
ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ນັ່ງໃນສະພາແຫ່ງຊາດ ກ່ອນກອງປະຊຸມຈະເລີ່ມຂຶ້ນ. 20 ກຸມພາ 2017.

XS
SM
MD
LG