ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນາຍົກລັດຖະມົນຕີໄທ ຢ້ຽມຢາມກຳປູເຈຍ

ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດ ຍ່າງກວດແຖວກອງກຽດຕິຍົດ ຮ່ວມກັບ ທ່ານຮຸນ ເຊນ ນາຍົກລັດຖະມົນຕີກໍາປູເຈຍ ຢູ່ທາງໃນພະລາດຊະວັງສັນຕິພາບ ທີ່ນະຄອນຫລວງພະນົມເປັນ ໃນລະຫວ່າງການ ຢ້ຽມຢາມກໍາປູເຈຍເປັນເວລານຶ່ງວັນ ໃນວັນພະຫັດມື້ນີ້, ທີ 15 ກັນຍາ 2011, ເພື່ອປົວແປງສາຍພົວພ

ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດ ເດີນທາງໄປຢ້ຽມຢາມກຳປູເຈຍໃນວັນ
ພະຫັດມື້ນີ້ ໃນຄວາມຫວັງເພື່ອຢາກປັບປຸງຄວາມສຳພັນໃຫ້ເປັນປົກກະຕິລຸນຫຼັງທີ່ໄດ້ເກີດ ການປະທະກັນຢ່າງຮຸນແຮງມາເປັນລຳດັບຢູ່ຕາມບໍລິເວນຊາຍແດນນັ້ນ.

ທ່ານນາງຍິ່ງລັກທີ່ເຂົ້າຮັບຕຳແໜ່ງໃນເດືອນແລ້ວນີ້ ມີກຳນົດຈະເຈລະຈາຫາລືກັບນາຍົກ
ລັດຖະມົນຕີຮຸນເຊນ ລຸນຫຼັງພິທີຕ້ອນຮັບ ທີ່ນະຄອນຫຼວງພະນົມເປັນ ແລະຫຼັງຈາກນັ້ນ ທ່ານນາງກໍຈະເຂົ້າເຝົ້າກະສັດນະໂຣດົມ ສີຫະມຸນີ ທີ່ພະລາດຊະວັງເຂັມມະຣິນ.

ລັດຖະບານຂອງປະເທດທັງສອງ ຕ່າງກໍກ່າວວ່າ ຕົນມີຄວາມສົນໃຈ ໃນການທີ່ຈະຟື້ນຟູ
ຄວາມສະຫງົບ ລຸນຫຼັງທີ່ໄດ້ເກີດການປະທະກັນ ຢູ່ຕາມບໍລິເວນຊາຍແດນໃນປີນີ້ ທີ່ເຮັດ
ໃຫ້ມີຜູ້ເສຍຊີວິດ 28 ຄົນ ແລະຊາວບ້ານອີກຫລາຍໆພັນຄົນ ຕ້ອງໄດ້ອົບພະຍົບຫຼົບໜີ.
ຄວາມສຳພັນລະຫວ່າງປະເທດທັງສອງເລີ້ມດີຂຶ້ນຢ່າງວ່ອງໄວແບບບໍ່ໜ້າເຊື່ອຫຼັງຈາກທ່ານ ນາງຍິ່ງລັກເຂົ້າຮັບຕຳແໜ່ງແທນລັດຖະບານຂອງອະດີດນາຍົກລັດຖະມົນຕີອະພິຊິດ ເວດ
ຊາຊີວະ.

XS
SM
MD
LG