ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳປູເຈຍ ແລະໄທ ຟ້ອນບໍ່ເຂົ້າກັນ


ນັກຮຽນໄທ ຟ້ອນໂຂນ ທີ່ນະຄອນຫລວງບາງກອກ, ວັນທີ 22 ມີນາ ປີ 2016.
ນັກຮຽນໄທ ຟ້ອນໂຂນ ທີ່ນະຄອນຫລວງບາງກອກ, ວັນທີ 22 ມີນາ ປີ 2016.

ການ​ປະ​ນີປະນອມກັນ​ເພື່ອ​ຕົກລົງແກ້ໄຂບັນຫາ​ດ້ານ​ວັດທະນາ​ທຳ ທີ່​ໄດ້ເກີດ​ຂຶ້ນ​ຫວ່າງມໍ່ໆມາ​ນີ້ ລະຫວ່າງ​ໄທ ​ກັບ​ກຳ​ປູ​ເຈຍ ກຳລັງ​ຖືກ​ສະ​ເໜີໃຫ້ມີຂຶ້ນ​ໂດ​ຍ​ເຈົ້າໜ້າ​ທີ່ ອົງການ UNESCO.​

ການ​ໂຕ້​ແຍ້​ງນີ້ຍຸ​ແຍຂຶ້ນ​ຈາກ​ຄວາມ​ເປັນ​ຊາດນິຍົມ​ໃນ​ສື່​ມວນ​ຊົນ​ຂອງທັງ​ສອງ​ປະ​ເທດ ທີ່​ພົວພັນ​ກັບ​ການ​ສະ​ແດງຟ້ອນ​ໂຂນ ຢູ່​ໃນ​ປະ​ເທດເອ​ເຊຍ​ທັງ​ສອງ ທີ່​ແຕ່ລະຄົນ​ຕ້ອງການ​ຢາກ​ລົງທະບຽນກັບອົງການ ການ​ສຶກສາ ວິທະຍາສາດ ​ແລະ​ວັດທະນາ​ທຳໃນ ອົງການ​ສະຫະ​ປະຊາ​ຊາດ ທີ່ເປັນ​ວັດທະນາ​ທຳມູນ​ມໍລະດົກແຕະຕ້ອງ​ບໍ່​ໄດ້​ຂອງ​ເຂົາ​ເຈົ້າ.

ປາກົດ​ວ່າກຳປູ​ເຈຍ ​ໄດ້ຮັບ​ຜົນປະ​ໂຫຍ​ດ ​ເພາະວ່າ ປະ​ເທດ​ໄທ​ບໍ່​ໄດ້​ຢູ່​ໃນ​ນຶ່ງ​ຂອງ 167 ປະ​ເທດ ທີ່​ໄດ້​ຮັບ​ສັດ​ຕະຍາ​ບັນຈາກ​ກອງ​ປະຊຸມຫຼວງ ​ເພື່ອ​ຮັກສາມູນ​ມໍລະດົກທີ່​ແຕະຕ້ອງ​ບໍ່​ໄດ້ນັ້ນ.

ຄູບາອົງນຶ່ງຢ້ຽມຢາມ ເຂົາພະວິຫານ ຢູ່ຊາຍແດນລະຫວ່າງ ໄທ ແລະກຳປູເຈຍ.
ຄູບາອົງນຶ່ງຢ້ຽມຢາມ ເຂົາພະວິຫານ ຢູ່ຊາຍແດນລະຫວ່າງ ໄທ ແລະກຳປູເຈຍ.

ທ່ານ​ນາງ Duong Bich Hanh ຫົວໜ້າ​ຫ້ອງການ UNESCO ທີ່​ບາງກອກ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ປະ​ເທດ​ໄທ​ຍັງ​ບໍ່​ທັນ​ໄດ້​ຮັບ​ສັດຕະ​ຍາ​ບັນຈາກກອງ​ປະຊຸມ​ຫຼວງເທື່ອ ​ເພາະສະ​ນັ້ນ​ລາຍ​ຊື່​ຈະ​ບໍ່​ເກີ​ດຂຶ້ນ​ໃນ​ເວລາ​ອັນ​ໄວ​ນີ້. ​ໃນ​ອີກ​ດ້ານ​ນຶ່ງ ກຳປູ​ເຈຍ ​ໄດ້​ມີ​ການ​ຟ້ອນ​ພະລາດ​ຊະ​ວັງ​ກຳປູ​ເຈຍ​ຂອງເຂົາ​ເຈົ້າ ທີ່​ໄດ້​ສະ​ແດງ​ຄ້າຍຄື​ກັບ ການ​ຟ້ອນ​ຕ່າງໆ ທີ່​ມີ​ລາຍ​ຊື່​ຢູ່່​ໃນ​ບັນຊີ​ຜູ້ຕາງໜ້າ​ປີ 2008.”

ເຂົາພະວິຫານໃນ ກຳປູເຈຍ.
ເຂົາພະວິຫານໃນ ກຳປູເຈຍ.

ອ້າງ​ອີງ​ຕາມ​ເຈົ້າ​ໜ້າ​ທີ່ UNESCO ແລ້ວແມ່ນວ່າ ການ​ປະ​ນີປະນອມກັນ ອາດ​ຈະ​ບັນລຸ​ໂດຍ​ບັນດາ​ປະ​ເທດ​ທີ່​ຕິດຕາມ​ຮ່ວມຢູ່​ໃນ​ຂໍ້ຄວາມ​ຈາ​ລຶກ. ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄທ ກຳລັງ​ຊອກ​ຫາ​ການ​ຫລຸດຜ່ອນ​ສື່​ສັງຄົມ​ທີ່​ຮ້າຍ​ແຮງ ຢູ່​ໃນ​ປະ​ເທດ​ເພື່ອນ ບ້ານກຳປູ​ເຈຍ ​ແລະ​ປາກົດ​ວ່າ​ຈະເປີດເຜີຍໃຫ້ຊາບ​ໃນ​ການ​ປະນີປະນອມກັນ ທີ່​ UNESCO ສະ​ເໜີ​ຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG