ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມເຄັ່ງຕຶງ ເພີ້ມຂຶ້ນ ຢູ່ກຳປູເຈຍ ຂະນະທີ່ ມີການຫ້າມ ບໍ່ໃຫ້ປະທ້ວງ (ສະໄລດ໌/ວີດີໂອ)


Cambodia Tensions Escalate Amid Protest Ban
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ
ເມື່ອຕົ້ນເດືອນນີ້ ກຳປູເຈຍ ໄດ້ປະກາດຫ້າມ ບໍ່ໃຫ້ພວກເດີນຂະ
ບວນຕໍ່ຕ້ານລັດຖະບານ ຈັດການໂຮມຊຸມນຸມປະທ້ວງຂຶ້ນ ຫລັງ ຈາກໄດ້ມີການປະທະກັນຢ່າງຮ້າຍແຮງ ກັບພວກຕຳຫຼວດກ່ອນ
ໜ້ານັ້ນ ທີ່ເປັນເຫດໃຫ້ 4 ຄົນ ເສຍຊີວິດ. ແຕ່ໃນຂະນະທີ່ ພວກ ຄົນງານໂຮງງານຕັດຫຍິບທີ່ພາກັນນັດຢຸດງານປະຕິຍານວ່າຈະ
ສືບຕໍ່ການເຝົ້າລະວັງ ຂອງພວກເຂົາເຈົ້າ ແລະພວກຝ່າຍຄ້ານ
ທາງດ້ານການເມືອງຍັງກົດດັນໃນການຕໍ່ຕ້ານລັດຖະບານຢູ່ນັ້ນ
ຫລາຍໆຄົນກໍມີຄວາມກັງວົນໃຈຢ້ານວ່າ ອາດຈະເກີດຄວາມຮຸນ
ແຮງຕື່ມ. Rick Valenzuela ມີລາຍງານກ່ຽວກັບສະຖານະການ
ດ້ານການເມືອງ ຈາກກຸງພະນົມ ດັ່ງໄພສານ ຈະນຳເອົາລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໃນການໂຮມຊຸມນຸມປະທ້ວງ ທີ່ໄດ້ເພີ້ມທະວີຂຶ້ນ ນັບແຕ່ການເລືອກຕັ້ງເມື່ອເດືອນກໍລະກົດ ຜ່ານມາ ພວກປະຊາຊົນແມ່ນໄດ້ພາກັນສະແດງຄວາມບໍ່ພໍໃຈອອກມາ ຢ່າງເປັນການເປີດ
ເຜີຍ ຢູ່ໃນກຳປູເຈຍ. ພວກຄົນງານຕັດຫຍິບໄດ້ທວງໃຫ້ຂຶ້ນເງິນເດືອນຂັ້ນຕໍ່າສຸດເປັນສອງ
ເທົ່າ. ພວກຝ່າຍຄ້ານກ່າວວ່າ ລັດຖະບານ ໄດ້ສໍ້ໂກງຄະແນນ ໃນການເລືອກຕັ້ງເທື່ອແລ້ວ. ເປັນທີ່ສັງເກດເຫັນໄດ້ວ່າ ໃນແຕ່ລະກໍລະນີ ພວກເດີນຂະບວນປະທ້ວງ ແມ່ນບໍ່ມີຄວາມ ຢ້ານກົວ ກຳລັງຮັກສາຄວາມສະຫງົບ ແຕ່ຢ່າງໃດເລີຍ. ທ່ານແຊມ ຣັງສີ ແມ່ນຫົວໜ້າພັກ ກູ້ຊາດ ຊຶ່ງເປັນພັກຝ່າຍຄ້ານຂອງກຳປູເຈຍ.

ທ່ານແຊມ ຣັງສີ ເວົ້າວ່າ “ທ່ານເຫັນປະຊາຊົນບໍດຽວນີ້ເຂົາເຈົ້າບໍ່ຢ້ານອີກແລ້ວ ແນ່
ນອນ ເວລາພວກເຂົາຂ້າຄົນ ຫລັງຈາກນັ້ນ ບໍ່ເທົ່າໃດມື້ປະຊາຊົນກໍຈະຍັງຢ້ານຢູ່. ແຕ່ພວກເຂົາຈະບໍ່ສາມາດຂ້າທຸກໆຄົນ ໃນທຸກໆບ່ອນຕະຫລອດເວລາໄດ້.”


ສ່ວນທ່ານ Ou Virak ນັກເຄື່ອນໄຫວເພື່ອສິດທິມະນຸດ ກ່າວວ່າ ການປ່ຽນແປງຢ່າງໃຫຍ່
ທີ່ເກີດຂຶ້ນນັ້ນ ສ່ວນນຶ່ງແລ້ວກໍແມ່ນຍ້ອນອາຍຸ. ກຳປູເຈຍ ຊຶ່ງຄັ້ງນຶ່ງເຄີຍມີປະຊົນຊົນທີ່ປະ ສົບກັບໄພສົງຄາມມານັ້ນ ເວລານີ້ ແມ່ນມີພວກຄົນຮຸ້ນໜຸ່ມນ້ອຍກວ່າ ເຂົ້າມາແທນ ທີ່ມີ ຄວາມກະຕືລືລົ້ນຫຼາຍຂຶ້ນ ທີ່ຈະພິທັກຮັກສາແລະປົກປ້ອງສິດທິ ຂອງພວກເຂົາເຈົ້າ.

ທ່ານ Ou Virak ເວົ້າວ່າ “ຢ່າງນຶ່ງ ແມ່ນເປັນພຽງ ການປ່ຽນແປງ ດ້ານປະຊາກອນ
ເທົ່ານັ້ນ. ພວກເຮົາມີຄົນໃນຮຸ້ນຍຸກຫລັງຂະເໝນແດງ. ຜູ້ຄົນເຫຼົ່ານີ້ແມ່ນເກີດໃນ
ຊຸມປີ 1980 ຊຶ່ງບໍ່ເຄີຍດຳລົງຊີວິດ ຢູ່ດົນປານໃດ ໃນຍຸກຄອມມູນິສ ປົກຄອງປະ
ເທດ. ພວກໜຸ່ມນ້ອຍຫຼາຍໆຄົນ ແມ່ນເຕັມໃຈ ທີ່ຈະທ້າທາຍ ຕໍ່ເຈົ້າໜ້າທີ່ ເຕັມ ໃຈທີ່ຈະປາກເວົ້າອອກມາ ແລະພວກໜຸ່ມນ້ອຍ ແມ່ນມີຄວາມກະຕືລືລົ້ນ ກວ່າ
ເກົ່າ.”


ທ່າມກາງການປ່ຽນແປງຂອງປະຊາກອນນີ້ ພວກທີ່ມີບົດບາດທາງດ້ານການເມືອງຂອງປະ ເທດຫລາຍໆຄົນກໍເຖົ້າແກ່ຊະລາລົງ ແລະກໍຖືກຕຳໜິຕິຕຽນວ່າ ບໍ່ທັນສະພາບການ. ທ່ານ
Ou Virak ກ່າວວ່າ ເຫດການນີ້ໄດ້ພາໃຫ້ເກີດ ຊ່ອງຫວ່າງຂຶ້ນໃນຄະນະນຳພາ ສຳລັບທັງ ລັດຖະບານ ແລະໃນຖັນແຖວຂອງພວກຝ່າຍຄ້ານນຳດ້ວຍ.

ທ່ານ Ou Virak ເວົ້າວ່າ “ທັງສອງພັກໄດ້ນຳເອົາການເມືອງທັງໝົດ ທີ່ພວກເຂົາເຈົ້າ ຮູ້ຈັກກັບຄືນມາແລະດັ່ງນັ້ນຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມຮູ້ສຶກສະບາຍໃຈ. ແຕ່ເມື່ອ ເຂົາເຈົ້າມອງໄປເບິ່ງການເມືອງໃນອະນາຄົດແລ້ວ ເຂົາເຈົ້າບໍ່ຄ່ອຍແນ່ໃຈປານໃດ ແລະເຂົາເຈົ້າຈະບໍ່ມີຄວາມດີໃຈປານໃດເມື່ອມອງໄປຂ້າງໜ້າແຕ່ເຂົາເຈົ້າມີຄວາມ ພໍໃຈສະເໝີເມື່ອມອງກັບຄືນຫລັງໄປ.”

ສ່ວນໃຫຍ່ແລ້ວ ລັດຖະບານແມ່ນໄດ້ສະແດງອອກ ເຖິງການໃຊ້ຄວາມຢັບຢັ້ງເປັນພິເສດ ໃນ ການຮັບມືກັບການປະທ້ວງຕ່າງໆ. ການປ່ຽນແປງໄດ້ມີຂຶ້ນໃນຕົ້ນເດືອນນີ້ເວລາພວກ
ຄົນງານໂຮງງານຕັດຫຍິບພາກັນປະທ້ວງນັດຢຸດງານຊຶ່ງມີຂຶ້ນພ້ອມໆກັນກັບການປະທ້ວງ ຂອງພວກ ຝ່າຍຄ້ານ ທີ່ພາໃຫ້ລັດຖະບານ ປາບປາມແບບ ໜັກມືຂຶ້ນ.

ທ່ານ Ou Virak ເວົ້າວ່າ “ລັດຖະບານຊຸດນີ້ ໂດຍສະເພາະ ແມ່ນທ່ານຮຸນເຊນໄດ້ ເຂົ້າກຳອຳນາດ ມາໄດ້ຫຼາຍທົດສະວັດແລ້ວ. ທ່ານຮູ້ດີວ່າ ຈະສູ້ລົບກັບສົງຄາມ ແບບໃດ ທ່ານຮູ້ດີກ່ຽວກັບວ່າ ຈະທຳການສູ້ລົບແບບໃດ ແຕ່ທ່ານບໍ່ຮູ້ວ່າຈະຮັບ ມືແບບໃດກັບ ຄືເຂົາເຈົ້າບໍ່ພ້ອມທີ່ຈະຮັບມືກັບຂະບວນການປະທ້ວງແບບສັນຕິ. ແລະຄວາມຈິງທີ່ໜ້າເສົ້າໃຈກໍຄືວ່າພວກເຂົາຮັບມືກໍແຕ່ໃນທາງທີ່ເຂົາຮູ້ຈັກເທົ່າ
ນັ້ນ ແລະນັ້ນ ກໍຄືຫັນກັບຄືນໄປສູ່ສະໝໍລະພູມ.”


ໃນປັດຈຸບັນນີ້ ຫລັງຈາກ ທີ່ໄດ້ມີການຫ້າມ ບໍ່ໃຫ້ຈັດການໂຮມຊຸມປະທ້ວງແລ້ວ ນະຄອນ
ຫຼວງຂອງກຳປູເຈຍຈຶ່ງມີຄວາມສະຫງົບແດ່ ແຕ່ພວກຝ່າຍຄ້ານພວມເຕົ້າໂຮມກັນຄືນໃໝ່ ຢູ່ຕາມແຂວງຕ່າງໆ ແລະເວົ້າວ່າ ພວກຕົນມີແຜນການ ທີ່ຈະໂຮມຊຸມນຸມປະທ້ວງອີກທີ່ນະ
ຄອນຫຼວງຂອງກຳປູເຈຍນັ້ນ.

XS
SM
MD
LG