ລິ້ງ ສຳຫລັບເຂົ້າຫາ

ກຳປູເຈຍດິ້ນຮົນ ເພື່ອຫລຸດຜ່ອນ ແຮງງານເດັກນ້ອຍ ທີ່ມີຢູ່ ປະມານ 430,000 ໃນທົ່ວປະເທດ


ເມື່ອ​ຕົ້ນ​ປີ​ນີ້ ລາຍ​ງານ​ສະບັບ​ໜຶ່ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ
ພົບ​ວ່າ 10 ສ່ວນ​ຮ້ອຍ​ຂອງ​ເດັກ​ນ້ອຍ​ຂະ​ເໝນ ຫລື 1 ​ໃນ 10 ຄົນ
​ໃດ ອາຍຸ​ໃນ​ລະຫວ່າງ 7-14 ປີ ​ແມ່ນ​ໄດ້​ເຮັດ​ວຽກ ຊຶ່ງ​ເປັນ​ໜຶ່ງ​ໃນ
​ພວກ​ອັດຕາ​ທີ່​ສູງ​ທີ່​ສຸດ​ໃນ​ຂົງ​ເຂດ ​ແລະ 1 ​ໃນ 4 ຄົນ​ໃດ ​ໃນ​ໄວ​ດັ່ງ
ກ່າວ ​ແມ່ນ​ໄດ້​ອອກໂຮງຮຽນ ​ເພື່ອ​ມາ​ຊ່ວຍ​ພໍ່ແມ່​ຫາ​ລ້ຽງ​ຊີບ ຫລື​ດູ
​ແລ​ນ້ອງ. ເຖິງ​ແມ່ນ​ວ່າ​ອັດຕາ​ແຮງ​ງານ​ເດັກ ​ໄດ້​ຫລຸດ​ຕ່ຳລົງ​ໃນ​ໄລ
ຍະ 10 ປີຜ່ານມາ​ນີ້​ກໍ​ຕາມ ກຳປູ​ເຈຍ​ກໍ​ຍັງ​ຈະ​ຕ້ອງ​ໄດ້​ເຮັດ​ຕື່ມ​ອີກ​
ຫລາຍ​ຢູ່ ຮວມທັງ​ການຮັກສາ​ເດັກນ້ອຍ ​ໃຫ້​ເຂົ້າ​ຮຽນ​ຕໍ່​ໄປ. ດາ​ຣາ
ມີ​ລາຍ​ລະອຽດ ຈາກ​ລາ​ຍງານ​ຂອງ Robert Carmichael ທີ່
​ນະຄອນຫລວງ​ ພະນົມ​ເປັນ.


ສາວ​ນ້ອຍ Pheap ​ໄວ 15 ປີ ກັບ​ແມ່​ຂອງ​ນາງ ຊື່ Chrup ​ເຮັດ​ວຽກ​ຊວ້ນດິນດາກ ຢູ່​ໂຮງງານ​ເຮັດ​ດິນ​ຈີ່​ແຫ່ງ​ໜຶ່ງ. ນາງ Pheap ​ເຮັດ​ ວຽກ​ຢູ່ບ່ອນ​ນີ່​ມາ​ໄດ້​ໜຶ່ງ​ປີ​ແລ້ວ ​ຫລັງ​ຈາກ​ທີ່ໄດ້ອອກ​ຈາກໂຮງຮຽນ​ທີ່​ນາງຮຽນ ​ແບບ​ເຂົ້າໆອອກໆ​ຢູ່​ເປັນ​ເວລາ​ສອງ​ປີນັ້ນ ​ເພື່ອ​ມາ​ຊ່ວຍ​ດູ​ແລ ພໍ່​ທີ່​ລົ້ມ​ປ່ວຍລົງ ​ແລະ​ນ້ອງ​ສາວ​ອາຍຸ 10 ປີ ກັບ​ນ້ອງ​ຊາຍຄົນ​ໜຶ່ງ​ທີ່​ຍັງ​ເປັນ​ທາລົກ​ຢູ່.

ສາວ​ນ້ອຍ Pheap ກັບ​ແມ່ ເຮັດ​ວຽກ​ໜັກ​ມື້ໜື່ງ 8 ຊົ່ວ​ໂມງ 7 ມື້​ຕໍ່​ອາທິດ​ ​ແລະໄດ້​ຄ່າ​ແຮງ​ງານ ຄົນ​ລ່ະ $80 ຕໍ່​ເດືອນ​.

ນາງ Pheap ​ເວົ້າ​ວ່າ “ການ​ເຮັດ​ວຽກ​ຢູ່​ນີ່​ແມ່ນ​ເປັນ​ການ​ຊ່ວຍ​ແມ່​ຂ້ອຍ
ຫາ​ເງິນ​ລ້ຽງ​ຄອບຄົວ ​ເພາະວ່າເພິ່ນ​ບໍ່​ສາມາດ​ຫາ​ເອງ​ໄດ້​ຢ່າງ​ພຽງພໍ. ​
ແລະ​ມັນ​ກໍ​ຊ່ວຍລ້ຽງ​ດູ​ພວກ​ນ້ອງໆຂ້ອຍນຳ.”


​ມີເດັກນ້ອຍ​ ອາຍຸ​ຕ່ຳ​ກ່ວາ 18 ​ປີ ປະມານ 430,000 ຄົນ ​ເຮັດ​ວຽກ ຢູ່​ໃນ​ກຳປູ​ເຈຍ. ​ໃນ​ນັ້ນ ປະມານ​ເຄິ່ງໜຶ່ງ​ແມ່ນ​ເຮັດ​ວຽກ ທີ່​ອົງການ​ແຮງ​ງານ​ສາກົນ the International Labor Organization ຫລື ILO ເອີ້ນ​ວ່າ ​ເປັນ​ວຽກ​ທີ່​ໜັກ​ໜາ​ທີ່​ສຸດ​ສຳ​ຫລັບ​ແຮງງານ​ເດັກ ​ເຊັ່ນ​ວຽກ​ກະສິກຳ ວຽກ​ຜະລິດ​ເກືອ ວຽກ​ຄົນ​ຮັບ​ໃຊ້​ໃນ​ເຮືອນ ວຽກ​ຫາ​ປາ ​ແລ​ະ ວຽກ​ເຮັດ​ດິນ​ຈີ່.

Veng Heang ຫົວໜ້າ​ກົມ​ແຮງ​ງານ​ເດັກ​ໃນ​ກຳປູ​ເຈຍ ກ່າວ​ວ່າ ຈຳນວນ​ຄົນ​ງານ​ເດັກ 4 ​ແສນ 3 ໝື່ນ​ຄົນ​ນັ້ນ ​ແມ່ນຈຳນວນ​ທີ່ໄດ້​ຫລຸດ​ລົງມາ​ເກືອ​ບ​ເຄິ່ງໜຶ່ງ​ແລ້ວ ນັບ​ແຕ່​ປີ 1999 ມາ ແລະ​ຢາກຈະ​ຫລຸດ​ມັນ​ລົງ​ອີກ ​ໃຫ້​ເຫລືອ​ພຽງ 375,000 ພາຍ​ໃນ​ທ້າຍ​ປີ​ນີ້.

ທ່ານ Veng Heang ​ເວົ້າ​ວ່າ “ບໍ່​ພຽງ​ແຕ່​ໃນ​ປີ 2015 ​ເທົ່າ​ນັ້ນ ​ແຕ່​ຫລັງ​ຈາກ
​ປີ 2015 ​ໄປ​ອີກ. ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ວຽກ​ຢ່າງ​ລະມັດລະວັງ​ແຫລະ ​ໃນ
​ເລື່ອ​ງຄຸນ​ນະພາ​ບຂອງ​ການ​ສຶກສາ ຄວາມ​ໝັ້ນຄົງ​ດ້ານ​ອາຫານ ​ແລະ​ໂດຍ​
ສະ​ເພາະ​ແລ້ວ ກໍ​ແມ່ນ​ການ​ສ້າງ​ລາຍ​ຮັບ​ໃຫ້​ພວກ​ຄົນ​ທຸກ.”


ອົງ​ການຈັດ​ຕັ້ງບໍ່​ຫວັງ​ຜົນ​ກຳ​ໄລ World Vision ​ໄດ້ພະຍາຍາມຊ່ວຍ ຫລຸດຜ່ອນ​ແຮງ​ງານ​ເດັກຢູ່​ໃນ​ກຳປູ​ເຈຍລົງ ​ດ້ວຍ​ການສະ​ເໜີ​ໃຫ້ຄວາມ ຊ່ວຍ​ເຫລືອ ທັງ​ໃນ​ດ້ານ​ການ​ສຶກສາ​ແລະ​ການ​ທຳ​ມາ​ຫາ​ກິນ​ດຳລົງ​ຊີວິດ​ຂອງ​ຄອບຄົວ ​ໂດດ​ຍ​ໄດ້​ຊ່ວຍ​ເດັກນ້ອຍ 20,000 ຄົນ​ແລ້ວ​ມາ​ຮອດ​ປັດຈຸບັນ​ນີ້. Imelda Ochavillo ຈາກ​ອົງການ World Vision ກ່າວ​ວ່າ ດຽວ​ນີ້ ຊາວ​ກຳປູ​ເຈຍ​ບໍ່​ອະນຸ​ໂລມໃຫ້​ມີຫລາຍປານ​ໃດແລ້ວ​ ​ໃນ​ເລື່ອງ​ແຮງ​ງານ​ເດັກ​ນັ້ນ ​ແຕ່​ກໍ​ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ຫລາຍ​ຂຶ້ນ​ຕື່ມ​ອີກ ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ສະ​ລັບ​ຊັບຊ້ອນອັນ​ນີ້​.

ທ່ານ​ນາງ Imelda Ochavillo ​ເວົ້າ​ວ່າ “ຖ້າເຮົາ​ຕ້ອງການ​ທີ່​ຈະ​ຫລຸດມັນ​ລົງ​
ໃຫ້ໄດ້​ຢ່າງ​ສຳຄັນ ​ເຮົາ​ກໍ​ຄວນ​ຈະ​ມີ​ການ​ແຊກ​ແຊງ​ຮອບດ້ານ​ຫລາຍ​ໆ​ຢ່າງ
ຊຶ່ງ​ຈະ​ຮວມທັງການຫລຸດຜ່ອນ​ຄວາມທຸກ​ຈົນ​ຢ່າງ​ຕໍ່​ເນື່ອງ ການ​ສະໜອງ​
ທາງ​ເລືອກ​ສຳຫລັບແຫ​ລ່ງລາຍ​ຮັບ​ລາຍ​ໄດ້​ໃຫ້​ເຂົາ​ເຈົ້າ ສະໜອງ​ວຽກ​ເຮັດ
ງານທຳ​ທີ່​ເໝາະ​ສົມ​ໃຫ້​ພວກເຍົາວະ​ຊົນ ​ແລະ​ອຳ ນວຍ​ໃຫ້​ພວກ​ເຂົາ​ໄດ້​
ເຂົ້າ​ຮຽນ​ໜັງສື.”


ສຳ​ຫລັບ​ນາງ​ນ້ອຍ Pheap ​ນັ້ນ ແມ່ນ​ໄຝ່ຝັນ​ຢາກ​ໄດ້​ເຮັດ​ວຽກຢູ່​ໂຮງງານ​ຕັດ​ຫຍິບ ຊຶ່ງ​ຈະ
ເຮັດ​ໃຫ້​ນາງ​ມີ​ລາຍ​ໄດ້​ເພີ້​ມຂຶ້ນ​ເປັນ​ສອງ​ເທົ່າ​ໂຕ. ສ່ວນນາງ Chrup ​ແມ່​ຂອງ​ນາງ ແມ່ນ
ຢາກ​ໄດ້​ຫລາຍ​ກ່ວາ​ນັ້ນ​ອີກ ​ໃຫ້​ລູກ​ສາວ​.

ນາງ Chrup ​ເວົ້າ​ວ່າ “ຂ້ອຍ​ບໍ່​ຢາກ​ໃຫ້​ລູກ​ຂ້ອຍ ​ເຮັດ​ວຽກ​ຢູ່ໂຮງງານ ​ເຮັດ​ດິນ​ຈີ່ ຕະຫລອດ​ໄປ​ດອກ. ຂ້ອຍ​ເອງ​ໄດ້​ເຮັດ​ວຽກ​ຢູ່​ໂຮງງານ​ນີ້​ມາ ຕະຫລອດ​ຊີວິດ​ຂ້ອຍ ​
ແລະ​ບໍ່​ຢາກ​ໃຫ້​ມັນ​ເປັນ​ຄື​ກັນ​ກັບ​ຂ້ອຍ. ຖ້າມັນ ໄດ້​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ ມັນ​ກໍ​ຈະ​ສາມາດສ້າງ​ອະນາ​ຄົດ​ທີ່​ດີ​ກ່ວາ​ນີ້​ໄດ້.”


​ແຕ່​ເບິ່ງ​ຄືວ່າ​ ອະນາຄົດ​ທີ່​ດີກ່ວາ​ນີ້​ສຳ​ຫລັບ​ຄອບຄົວ​ຂອງ​ນາງ Chrup ນັ້ນ ​ເປັນ​ໂອກາດ​ທີ່
ຢູ່​ຫ່າງ​ໄກ​ຫລາຍ. ​ໂຮງຮຽນ​ທ້ອງ​ຖິ່ນ​ບໍ່​ຍອມ​ໃຫ້ນ້ອງ​ ​ສາວ​ ໄວ 10 ປີ​ ຂອງ​ສາວ​ນ້ອຍ Pheap
ຈົດ​ຊື່​ເຂົ້າ​ຮຽນ ​ແລະ​ນາງ Chrup ​ເອງ​ກໍ​ຕ້ອງການ​ໃຫ້​ລູກ​ສາວ​ຄົນ​ນີ້​ຢູ່​ບ້ານ ​ເພື່ອ​ເບິ່ງ​ແຍງ​ນ້ອງ​
ຊາຍ​ທີ່​ຍັງ​ເປັນ​ທາລົກ​ນັ້ນ. ​ແລະຖ້າ​ບໍ່​ມີ​ການ​ສຶກສາ​ແລ້​ວ ​ກໍ​ແມ່ນ​ຈະ​ຍາກ​ຫລາຍ ​ທີ່​ຈະ​ຫາ​ທາງ​
ໜີ​ອອກ​ຈາກ​ຄວາມທຸກ​ຈົນ​ໄປ​ໄດ້.

XS
SM
MD
LG