ລິ້ງ ສຳຫລັບເຂົ້າຫາ

ກຳປູເຈຍປຸກລະດົມ ເລື້ອງຄວາມປອດໄພ ບົນທ້ອງຖະໜົນ

  • ໄພສານ ວໍຣະຈັກ

ພວກນັກສຶກສາກຳປູເຈຍ ຂີ່ລົດຈັກຢູ່ທາງສາຍນຶ່ງ ໃນນະຄອນຫຼວງ ພະນົມເປັນ ເພື່ອຫຼີກການກວດ ຂອງຕຳຫຼວດຈະລາຈອນ ທີ່ກົດໝາຍບັງຄັບໃຫ້ຄົນຂັບລົດຈັກ ໃສ່ໝວກກັນກະທົບ ຫຼືກັນນອັກນັ້ນ.

ເກືອບ 2 ປີ​ມາ​ແລ້ວ​ທີ່​ລັດຖະບານ​ກຳປູ​ເຈຍ​ໄດ້​ນຳ​ໃຊ້​ກົດໝາຍ​ເພື່ອ​ປັບປຸງ​ຄວາມປອດ​ໄພ​ຕາມ​ຖະໜົນ​ຫົນທາງ ​ແຕ່​ຈຳນວນ​ຜູ້​ບາດ​ເຈັບ​ລົ້ມຕາຍ​ຍ້ອນ​ອຸບັດ​ຕິ​ເຫດ​ບົນ​ທ້ອງຖະໜົນ​ກໍ​ຍັງ​ມີ​ເພີ້ມຂຶ້ນນັບ​ມື້. ນາຍ Robert Carmichael ລາຍ​ງານ​ມາ​ຈາກ​ນະຄອນຫຼວງພະນົມ​ເປັນ​ວ່າ ຄື​ກັນ​ກັບປະ​ເທດ​ກຳລັງ​ພັດທະນາ​ອື່ນໆ ກຳປູ​ເຈຍ​ພວມ​ດີ້ນຮົນ​ຕໍ່​ສູ້ຊອກ​ຫາ​ຊ່ອງ​ທາງ​ເຮັດ​ໃຫ້​ຄວາມ​ປອດ​ໄພ​ບົນ​ທ້ອງ​ຖະໜົນ ມີ​ເພີ້ມຂຶ້ນ​ໃນ​ລະດັບ​ດຽວ​ກັນ.

ສິບ​ປີ​ໃນ​ການ​ບູລະນະ​ສ້າງສາຖະໜົນຫົນທາງ ​ເພື່ອ​ທົດ​ແທນ​ໂຄງ​ລ່າງ​ພື້ນຖານ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ໃນ​ໄລຍະ​ຫຼາຍໆ​ທົດ​ສະ​ວັດ​ຂອງ​ສົງຄາມ​ກາງ​ເມືອງນັ້ນ ​ເຮັດ​ໃຫ້​ກຳປູ​ເຈຍ​ມີ​ຖະໜົນ​ຫົນທາງໃໝ່ໆ ​ດີໆ​ ຈຳນວນ​ນຶ່ງ​ໄວ້​ໃຊ້.

ແຕ່​ຖະໜົນ​ຫົນທາງ​ເຫຼົ່ານີ້ບໍ່​ໄດ້​ມີ​ການ​ດຳ​ເນີນ​ການ​ຫຍັງ​ຫຼາຍ​ເພື່ອ​ປັບປຸງ​ຄວາມ​ປອດ​ໄພ​ຢູ່ ​ໃນ​ປະ​ເທດ​ທີ່​ມີ​ຄົນ​ຂັບ​ລົດ​ໃໝ່ ບໍ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ມາ​ຢ່າງ​ພຽງພໍ ເປັນຈຳນວນ​ຫຼາຍໆ​ ພັນຄົນ. ລົດ​ໃຫຍ່​ແລະ​ລົດຈັກ​ຊຶ່ງ​ຄັ້ງນຶ່ງ​ເຄີຍ​ແລ່ນ​ໄປມາຊ້າໆຕາມ​ຖະໜົນ​ຫົນທາງ​ທີ່​ເປັນ​ຂຸມ​ຂະລຸກຂະ​ລັກ​ນັ້ນ ມາ​ບັດ​ນີ້​ ໄດ້​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ.

ເມື່ອ 6 ປີ​ກ່ອນ ກະຊວງ​ຂົນ​ສົ່ງ​ຂອງ​ກຳປູ​ເຈຍ​ໄດ້​ຈົດ​ທະ ບຽນ​ລົດ​ໃໝ່​ຈຳ​ນວນ 38,000 ຄັນ. ແຕ່ມາ​ຮອດ​ປີ​ກາຍ​ນີ້ ຈຳນວນ​ລົດໄດ້​ເພີ້ມຂຶ້ນ​ເປັນ 307,000 ຄັນ.

ໂຕ​ເລກ​ດັ່ງກ່າວເມື່ອ​ສົບ​ທຽບ​ໃສ່​ກັບຄວາມ​ຈິງ​ທີ່​ວ່າ​ມີນາ​ຍຄູ​ສອນ​ຂັບ​ລົດທີ່ຈົດ​ທະບຽນແຕ່​ ພຽງ 51 ຄົນ​ແລ້ວ ຜົນ​ຮັບກໍ​ຄື​ມີ​ຊາວ​ກຳປູ​ເຈຍ​ໃນ​ຈຳນວນເພີ່ມ​ຂຶ້ນ​ ໄດ້ເສຍ​ຊີວິດຍ້ອນ​ອຸ ບັດ​ຕິ​ເຫດ​ບົນທ້ອງ​ຖະໜົນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ໃນປີກາຍ​ນີ້ ມີ 1,700 ກວ່າ​ຄົນ​ໄດ້​ເສຍ​ຊີວິດ ຊຶ່ງ​ເພີ່ມ​ຂຶ້ນ​ເປັນ​ເກືອບ 2 ​ເທົ່າ​ຂອງຈຳ ນວນ​ຜູ້​ເສຍ​ຊີວິດ​ໃນ​ປີ 2005.

ທ່ານ Preap Chanvibol ​ອະທິບໍດີກົມຂົນ​ສົ່ງ​ທາງ​ບົກ​ຂອງ​ລັດ​ກຳປູ​ເຈຍແລະທ່ານ​ໄດ້​ພົວພັນ​ກັບ​ໂຄງການໆ​ສຶກສາເລື່ອງຄວາມ​ປອດ​ໄພ ຢູ່ໃນ​ຄະນະ​ກຳມະ​ການ​ແຫ່ງ​ຊາດ​ຮັບ ຜິດຊອບ​ເລື່ອງ​ຄວາມ​ປອດ​ໄພ​ບົນ​ທ້ອງ​ຖະໜົນ.

ທ່ານ​ເວົ້າວ່າ ກຳປູ​ເຈຍມີ​ອັດຕາ​ຜູ້​ເສຍ​ຊີວິດ​ຍ້ອນ​ອຸບັດ​ຕິ​ເຫດ​ຂີ້ຮ້າຍ​ກວ່າ​ໝູ່​ໃນ​ສະມາ​ຄົມ ບັນດາ​ປະຊາ​ຊາດ​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ຫຼືອາ​ຊ່ຽນ ຊຶ່ງທ່ານ​ກ່າວ​ກ່ຽວ​ກັບ​ເລື່ອງນີ້ວ່າ.

"ຖ້າຫາກພວກເຮົາສົມທຽບກັບສະມາຄົມອາຊ່ຽນ ສໍາລັບອັດຕາການເສຍຊີວິດຕໍ່ລົດ
10,000 ຄັນ​ແລ້ວ ອັດຕາຢູ່ໃນກໍາປູເຈຍແມ່ນ ສູງກວ່າປະເທດອື່ນໆໃນສະມາຄົມ
ອາຊ່ຽນ. ຕົກມາເຖິງປີ 2009 ນັ້ນ ອັດຕາການຕາຍແມ່ນປະມານ 12 ຄົນຕໍ່ລົດ
10,000 ຄັນ ສໍາລັບ​ກໍາປູ​ເຈຍ."

ທ່ານ Preap Chanvibol ກ່າວ​ວ່າ ຫຼາຍກວ່າ​ເຄິ່ງນຶ່ງ​ຂອງ​ຈຳນວນ​ຜູ້​ເສຍ​ຊີວິດ​ແມ່ນ​ມີ ສາ​ເຫດ​ມາ​ຈາກ​ການ​ແລ່ນ​ລົດ​ໄວ​ເກີນ​ຂອບ​ເຂດ​ແລະ​ກິນ​ເຫຼົ້າ​ເມົາ.

ແລະ​ໃນ​ປະ​ເທດ​ບ່ອນ​ທີ່​ 90% ຂອງຍານພາຫະນະຈົດ​ທະບຽນ​ໃໝ່​ເປັນ​ລົດຈັກ​ນັ້ນ ການ​ໄດ້​ຮັບ​ບາດ​ເຈັບທີ່​ຫົວກໍ​ເປັນສາ​ເຫດ​ທີ່​ສຳຄັນ​ຂອງ​ການ​ເສຍ​ຊີວິດ.

ການ​ຮັບ​ມື​ຂອງ​ລັດຖະບານ​ກໍ​ແມ່ນແກ້​ໄຂ​ບັນ​ສຳຄັນ​ໆເຫຼົ່ານີ້ ຊຶ່ງ​ທ່ານ Preap Chanvibol ກ່າວ​ຊີ້​ແຈງຕື່ມວ່າ.

"ພວກເຮົາແມ່ນສຸມໃສ່ສາມກໍລະນີ​ເຫລົ່າ​ນີ້ ຄືຈໍາກັດຄວາມໄວ​ໃນ​ການຂັບ​ລົດ ເມົາເຫລົ້າຂັບລົດ ແລະອັນທີ່ສາມ ກໍແມ່ນການສວມໝວກກັນນ໊ອກ ເພາະວ່າ ຫລາຍ ກວ່າ 70 ເປີເຊັນ ຂອງການເສຍຊີວິດຍ້ອນອຸບັດເຫດລົດຈັກນັ້ນ ​ແມ່ນ​ຕາຍ​ຍ້ອນບາດເຈັບສາຫັດທີ່ຫົວ. ສະນັ້ນ ພວກເຮົາຈຶ່ງສຸມໃສການບັງຄັບ​ໃຫ້ສວມ ໝວກກັນນ໊ອກນັ້ນນໍາ."

ດັ່ງ​ດຽວ​ກັນ​ກັບປະ​ເທດ​ທີ່​ກຳລັງ​ພັດທະນາ​ອື່ນໆ ຊາວກຳປູ​ເຈຍ​ບໍ່​ສາມາດ​ຊື້ລົດ​ໃຫຍ່​ໄດ້ ດັ່ງນັ້ນພວກ​ເຂົາ​ເຈົ້າຈຶ່ງ​ຊື້ລົດ​ຈັກ​ມາໃຊ້ກັນ.

ແຕ່​ມາຈົນ​ຮອດ​ເມື່ອ 2 ປີກ່ອນ ມີຊາວ​ກຳປູ​ເຈຍ​ໃນ​ຈຳນວນ​ພຽງ​ເລັກ​ນ້ອຍ​ທໍ່​ນັ້ນມີ​ໝວກ ກັນ​ກະທົບ​ຫຼືກັນນອັກເປັນ​ຂອງ​ຕົນ​ເອງ ​ແລະ​ມີ​ຄົນໃສ່​ໝວກ​ດັ່ງກ່າວ ບໍ່​ຮອດ 10% ຊໍ້າ.

ນາງ Sann Socheata ແຫ່ງອົງການ Handicap International - Belgium ຢູ່ຕໍ່ໜ້າພາບໂພສເຕີ້ ຂອງດາຣາ ຮູບເງົາຮົງກົງ ເສີນຫລົງ ຫລື Jackie Chan ທີ່ປຸກລະດົມໃຫ້ຊາວກໍາປູເຈຍ ໃສ່ໝວກກັນ ກະທົບ ເວລາຂີ່ລົດຈັກ.
ນາງ Sann Socheata ແຫ່ງອົງການ Handicap International - Belgium ຢູ່ຕໍ່ໜ້າພາບໂພສເຕີ້ ຂອງດາຣາ ຮູບເງົາຮົງກົງ ເສີນຫລົງ ຫລື Jackie Chan ທີ່ປຸກລະດົມໃຫ້ຊາວກໍາປູເຈຍ ໃສ່ໝວກກັນ ກະທົບ ເວລາຂີ່ລົດຈັກ.

ນາງ Sann Socheata ​ແມ່ນ​ເຈົ້າໜ້າ​ທີ່​ກຳກັບ​ເລື່ອງຄວາມ​ປອດ​ໄພ​ບົນ​ທ້ອງ​ຖະໜົນ​ຂອງ​ອົງການ Handicap International ຈາກ​ແບ​ລຢ້ຽມ ຊຶ່ງ​ເປັນ​ອົງການ​ຊ່ອຍ​ເຫຼືອ ທີ່​ຊຸກຍູ້​ໃຫ້​ມີ​ຄວາມ​ປອດ​ໄພ​ບົນ​ທ້ອງ​ຖະໜົນ​ຢູ່ກຳ​ປູ​ເຈຍ​ ນັບ​ແຕ່ ​ປີ 2004 ​ເປັນຕົ້ນມາ.

ອົງການ Handicap Inter-
national ແບ​ລຢ້ຽມ ໃຫ້
ການ​ສະໜັບສະໜຸນ​ຕຳຫຼວດ
ຈະລາຈອນ​ໃນການ​ປະຕິບັດ​
ກົດໝາຍ ​ໃນ​ເມື່ອ​ວ່າການ
ບັງຄັບ​ໃຊ້​ກົດໝາຍແມ່ນຖື
ເປັນ​ເລື່ອງ​ສຳຄັນ ​ແລະ​ອົງ
ການ​ດັ່ງກ່າວ​ໄດ້​ດຳ​ເນີນ​ງານ
ຮ່ວມ​ກັບ​ກະຊວງ​ສຶກສາ​ຂອງ​
ກຳປູ​ເຈຍ​ໃນ​ການ​ສິດສອນພວກ​ເດັກນ້ອຍ ກ່ຽວ​ກັບເລື່ອງຄວາມປອດ​ໄພ​ບົນ​ທ້ອງ​ຖະໜົນ. ນາງ Sann Socheata ​ໃຫ້ການ​ຊີ້​ແຈງ​ວ່າ:

"ພວກ​ເຮົາໄດ້ເລີ້ມ​ໂຄງການ​ສຶກສານີ້ມາ​ຕັ້ງ​ແຕ່ ປີ 2004 ສະ​ນັ້ນ ມາຮອດດຽວນີ້ ທຸກໂຮງຮຽນປະຖົມ​ໃນກຳ​ປູ​ເຈຍ ​ແມ່ນ​ໄດ້​ຮວມ​ເອົາວິຊາ​ຄວາມ​ປອດ​ໄພໃນ​ທ້ອງ​ຖະໜົນ​ ເຂົ້າ​ໃນ​ຫລັກສູດ​ການ​ຮຽນ. ​ແລະພວກ​ເຮົາກໍ​ຍັງ​ມີ​ແຜນ​ ​ເອົາ​ການສຶກສາ​ອັນ​ນີ້​ເຂົ້າ​ໃສ່​ໃນຫລັກສູດຂອງ​ຊັ້ນອຸດົມ ຫລື​ມັດທະຍົມ​ຕອນ​ປາຍສືບຕໍ່​ໄປ ​ພາຍ​ໃນວົງ​ເຂດ​ຂອງ​ຄະນະ​ກຳມະການ​ວ່າ​ດ້ວຍ​ຄວາມ​ປ​ອດ​ໄພ​ໃນ​ທ້ອງ​ຖະໜົນແລະ ກະຊວງ​ສຶກສາ."

ນາງ​ເວົ້າວ່າ ບາດກ້າວ​ສຳຄັນ​ສຸດ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ກໍ​ແມ່ນ​ກົດໝາຍ​ປີ 2009 ທີ່​ບັງ​ຄັບ​ໃຫ້​ຄົນ​ຂັບ​ລົດຈັກ​ຕ້ອງໃສ່​ໝວກ​ກັນ​ກະທົບຫຼືຖ້າ​ບໍ່​ດັ່ງນັ້ນກໍ​ຈະ​ຖືກ​ປັບ ​ໄໝ. ປັດຈຸບັນ​ນີ້ ມີ​ພວກ​ຂັບ​ລົດຈັກ​ຫຼາຍກວ່າ 80% ພາກັນ​ໃສ່​ໝວກ​ກັນ​ກະທົບ​ຢ່າງ ນ້ອຍ​ກໍ​ໃສ່​ກັນ​ໃນ​ຕອນ​ກາງ​ເວັນ.

ດ້ວຍ​ເຫດຜົນ​ດັ່ງກ່າວ​ນີ້ຈຶ່ງເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ຈາກ​ການ​ໄດ້ຮັບ​ບາດ​ເຈັບ​ທີ່​ຫົວຍ້ອນ​ອຸບັດ​ຕິ​ເຫດ​ທາງ​ລົດຈັກ ​ໃນ​ຈຳນວນ​ທີ່​ບໍ່ຫຼາຍ ​ແຕ່​ກໍ​ຍັງ​ມີ​ອຸບປະສັກ​ທີ່​ສຳຄັນ​ຫຼາຍຢ່າງ.

ທ່ານ Preap Chanvibol ຈາກກົມຂົນສົ່ງທາງບົກ​ຂອງ​ກຳປູ​ເຈຍ​ກ່າວ​ວ່າ ມີ​ພວກ​ໃສ່​ໝວກ​ກັນ​ກະທົບ​ບໍ່ຫຼາຍ​ໃນ​ຕອນ​ກາງຄືນ ຍ້ອນ​ຕຳຫຼວດຈະລາຈອນ​ເຮັດ​ວຽກ ​ແຕ່​ໃນ​ຕອນ​ກາງ​ເວັນ​ທໍ່​ນັ້ນ.

ແຕ່​ເລື່ອງ​ດັ່ງກ່າວນີ້ຈະ​ມີ​ການ​ປ່ຽນ​ແປງ​ໃນ​ປີໜ້າ​ເວລາ​ຕຳຫຼວດຈະລາຈອນ​ເລີ້ມ​ເຮັດ​ວຽກ ​ໃນ​ຕອນ​ກາງຄືນ ຊຶ່ງ​ຈະ​ພາ​ໃຫ້​ພວກ​ທີ່​ກິນ​ເຫຼົ້າ​ເມົາ​ແລ້ວ​ຂັບ​ລົດ​ ຫຼຸດລົງ​ນຳ​ດ້ວຍ.

ນອກ​ນັ້ນ ລັດຖະບານ​ກຳປູ​ເຈຍຍັງ​ມີ​ແຜນການທີ່​ຈະ​ດັດ​ແປງ​ແກ້​ໄຂ​ກົດໝາຍ​ທີ່​ບັງຄັບ​ໃຫ້ ພວກ​ຊ້ອນ​ທ້າຍ​ລົດຈັກ ບໍ່​ພຽງ​ແຕ່​ຄົນ​ຂັບ​ທໍ່​ນັ້ນ ​ໃສ່​ໝວກ​ກັນ​ກະທົບ.

ຕຳຫຼວດຍັງ​ໄດ້ຮັບ​ເຄື່ອງມື​ໃໝ່ທີ່​ຈະ​ຈັບ​ພວກ​ຂັບລົດ​ໄວ ​ແລະ​ກິນ​ເຫຼົ້າ​ເມົາ​ແລ້ວ​ຂັບ​ລົດ ມີຄື​ເຄື່ອງ​ຈັບ​ຄວາມ​ໄວ​ແລະ​ເຄື່ອງ​ກວດ​ຄວາມ​ເມົາ.

ນາງ Sann Socheata ຈາກ​ອົງການ Handicap International ​ແບ​ລຢ້ຽມ​ກ່າວ​ວ່າ ​ແນວໃດ​ກໍ​ຕາມ​ຈຳນວນ​ຜູ້​ເສຍ​ຊີວິດ​ບົນ​ທ້ອງ​ຖະໜົນຂອງ​ກຳປູ​ເຈຍ​ຍັງ​ຈະ​ສືບ​ຕໍ່​ເພີ້ມຂຶ້ນ​ໃນ ທົດ​ສະ​ວັດ​ໜ້າຂະນະ​ທີ່​ຖະໜົນ​ຫົນທາງ​ຈະ​ມີ​ທັງຍວດ​ຍານພາຫະນະ​ສັນຈອນ​ໄປມາຫຼາຍ ຂຶ້ນ​ແລະ​ໄດ້​ຮັບ​ການ​ປັງ​ປຸງ​ໃຫ້​ດີ​ກວ່າ​ເກົ່າ.

ສິ່ງ​ທີ່​ລັດຖະບານ​ແລະ​ກຸ່ມປ້ອງ​ກັນ​ຄວາມ​ປອດ​ໄພບົນ​ທ້ອງ​ຖະໜົນ​ສາມາດ​ຄາດ​ຫວັງ​ໄວ້​ກໍ​ຄື​ແຜນ​ປະຕິບັດ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ບົນ​ທ້ອງ​ຖະໜົນທີ່​ຈະ​ຊ່ອຍ​ເຮັດ​ໃຫ້ ອັດຕາ​ການ​ເພີ້ມຂຶ້ນຂອງ​ການ​ເສຍ​ຊີວິດ​ຊັກ​ຊ້າ​ລົງ.

"ແຕ່​ວ່າ​ ຜ່ານ​ການ​ຈັດ​ຕັ້ງປະຕິບັດ​ແຜນການ​ດຳ​ເນີນ​ງານ​ລະດັບ​ຊາດ ​ໂດຍ​ມີ
ຊັບພະຍາກອນຕ່າໆຢ່າງ​ພຽງພໍ​ນັ້ນ ພວກ​ເຮົາຫວັງ​ວ່າ ຈະສາມາດຫລຸດ​ຈຳ
ນວນ​ຄົນ​ເສຍ​ຊີວິດ​ ລົງໄດ້ປະມານ 30%. ນັ້ນ​ໝາຍ​ຄວາມ​ວ່າ ໂດຍຜ່ານ​
ການ​ຈັດ​ຕັ້ງປະຕິບັດ​ທີ່​ຖືກຕ້ອງ ​ແລະມີຊັບພະຍາກອນຢ່າງ​ພຽງພໍ​ ກຳປູ​ເຈຍ
ກໍຈະ​ສາມາດ​ຊ່ວຍ​ຊີວິດ​ຄົນ​ໄວ້​ໄດ້ 4,700 ຄົນ ​ໃນ​ໄລຍະ 10 ປີ​ຂ້າງໜ້າ."

ຖ້າ​ແຜນການ​ດັ່ງກ່າວ​ຫາກ​ໄດ້​ຮັບ​ທຶນ​ສະໜັບສະໜຸນ​ແລະ​ມີ​ການຈັດຕັ້ງປະຕິບັດ​ຢ່າງ​ຖືກ ຕ້ອງ​ເໝາະ​ສົມ​ແລ້ວ ອົງການ Handicap International ​ແບ​ລຢ້ຽມ​ທຳນາຍ​ວ່າ ພາຍ ​ໃນ​ປີ 2020 ຈະ​ມີ​ຜູ້​ເສຍ​ຍ້ອນ​ອຸບັດ​ຕິ​ເຫດ​ບົນ​ທ້ອງ​ຖະໜົນ​ໃນ​ກຳປູ​ເຈຍ 2,240 ຄົນຊຶ່ງ ປະມານ 500 ຄົນຫຼາຍກວ່າ​ຜູ້​ເສຍ​ຊີວິດ​ໃນ​ປີ​ກາຍ​ນີ້ແຕ່​ຈາກ​ລະດັບການ​ສັນຈອນ​ໄປ ມາ​ບົນ​ທ້ອງ​ຖະໜົນ​ທີ່​ຄາດ​ວ່າ​ຈະ​ເພີ່ມຂຶ້ນນັ້ນ ມັນ​ຈະ​ເປັນ​ຈຳນວນ​ທີ່​ໜ້ອຍ​ຫຼາຍ ທຽບ​ໃສ່​ກັບ​ປາສະຈາກ​ແຜນການ​ດັ່ງກ່າວ.

XS
SM
MD
LG