ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Rainsy ໃຫ້​ສັນຍາ​ ທີ່​ຈະນຳພາ ການທ້າທາຍ ຕໍ່ ການເລືອກຕັ້ງ ​(ວີດີໂອ)


 ທ່ານແຊມ ຣັງສີ ໂອ້ລົມກັບສື່ມວນຊົນ ຢູ່ນອກປະຕູທາງອອກ ສະໜາມບິນນະຄອນຫຼວງພະນົມເປັນ (16 ສິງຫາ 2013)
ທ່ານແຊມ ຣັງສີ ໂອ້ລົມກັບສື່ມວນຊົນ ຢູ່ນອກປະຕູທາງອອກ ສະໜາມບິນນະຄອນຫຼວງພະນົມເປັນ (16 ສິງຫາ 2013)
ຜູ້​ນໍາ​ຝ່າຍ​ຄ້ານ​ກໍາປູ​ເຈຍ ທ່ານ Sam Rainsy ​ໄດ້​ຖືກ​ຕ້ອນຮັບ
​ຈາກ​ຜູ້​ສະ ໜັບສະໜູນ​ຫລາຍ​ພັນ​ຄົນ ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຂະນະ​
ທີ່​ທ່ານເດີນທາງ​ກັບຄືນມາຈາກການ​ໄປ​ຢ້ຽມຢາມ ຕ່າງປະ​ເທດ
ໂດຍໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ນໍາພາ​ການ​ປຸກລະດົມ​ເພື່ອທ້າ​ທາຍ​
ຕໍ່ການເລືອກ​ຕັ້ງ​ ໃນ​ເດືອນ​ແລ້ວນີ້.

ຜູ້​ນໍາ​ພັກ​ກູ້​ຊາດ​ກໍາປູ​ເຈຍ ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ທີ່​ສະໜາມບິນກຸ​ງພະ
ນົມ​ເປັນ ວ່າ ທ່ານ​ຍັງ​ບໍ່ຮັບ​ຮູ້ຜົນ​ການ​ເລືອກ​ຕັ້ງ ຊຶ່ງ​ທ່ານ​ກ່າວ​ວ່າ
ມີ​ການ​ກະທຳ​ຜິດ​ກົດ​ລະບຽບ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ.

ທ່ານ Rainsy “ພວກ​ເຮົາ​ຕ້ອງ​ຈັດຕັ້ງທຸກໆ​ມາດ​ຕະການ ທຸກໆ
ການ​ລິເລີ້​ມ ​ເພື່ອ​ຊອກ​ຫາ​ຄວາມຍຸຕິ​ທໍາ ສຳລັບ​ປະຊາຊົນ​ກໍາ
ປູ​ເຈຍ.”

ທ່ານ Rainsy ​ທີ່​ໄດ້​ກັບຄືນຈາກ​ການ​ໄປ​ລີ້​ໄພ​ຢູ່​ຕ່າງປະ​ເທດ ​ໃນ​
ເດືອນ​ແລ້ວນີ ​ໄດ້​ມາ​ຢ້ຽມຢາມສະຫະລັດ​ເປັນ​ເວລາ​ນຶ່ງ​ອາທິດ ​
ເພື່ອ​ເຂົ້າຮ່ວມ​ພິທີ​ແຕ່ງງານ​ລູກ​ສາວ​ຂອງ​ທ່ານ. ທ່ານ​ຍັງ​ໄດ້​ພົບ
ປະ​ກັບ​ບັນດາເຈົ້າ​ໜ້າ​ທີ່ສະຫະລັດ ​ແລະອົງ ການ​ສະຫະ​ປະຊາ​ຊາດນຳ​ດ້ວຍ.

ພັກ​ຂອງ​ທ່ານ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ຢ່າງເປັນ​ອິດ​ສະຫຼະທີ່​ໄດ້​ຮັບ​ການສະໜັບສະ ໜູນຈາກຄະນະ​ກໍາມະການ​ສະຫະ​ປະຊາ​ຊາດ ​ເພື່ອສືບສວນ ​ເບິ່ງລາຍ​ງານ​ການ​ສໍ້​ໂກງ​ຄະ​ແນນ ​ໃນລະຫວ່າງ​ການ​ເລືອກ​ຕັ້ງ ທີ່​ເຮັດ​ໃຫ້ນາ ຍົກລັດຖະມົນຕີ Hun Sen ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ​ໄດ້​ກັບ​ຄືນ​ເຂົ້າກໍາ​ອໍານາດ​ອີກ.

Cambodia
please wait
Embed

No media source currently available

0:00 0:00:40 0:00

ກ່ຽວຂ້ອງກັນ

XS
SM
MD
LG