ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກຝ່າຍຄ້ານ ກຳປູເຈຍ ບໍ່ຍອມຮັບເອົາ ຜົນການເລືອກຕັ້ງ ຍ້ອນ ມີການສໍ້ໂກງ ຄະແນນ (ສະໄລດ໌/ວີດີໂອ)


ທ່ານແຊມ ຣັງສີ (ກາງ) ປະທານພັກກູ້ຊາດກຳປູເຈຍ ຫຼື CNRP ຖະແຫຼງຕໍ່ພວກນັກຂ່າວທີ່ສຳນັກງານໃຫຍ່ຂອງພັກ ຢູ່ນະຄອນຫຼວງພະນົມເປັນ (29 ກໍລະກົດ 2013)
ທ່ານແຊມ ຣັງສີ (ກາງ) ປະທານພັກກູ້ຊາດກຳປູເຈຍ ຫຼື CNRP ຖະແຫຼງຕໍ່ພວກນັກຂ່າວທີ່ສຳນັກງານໃຫຍ່ຂອງພັກ ຢູ່ນະຄອນຫຼວງພະນົມເປັນ (29 ກໍລະກົດ 2013)
ພັກລັດຖະບານກຳປູເຈຍ ໄດ້ຮັບໄຊຊະນະຢ່າງຫວຸດຫວິດ ໃນ
ການເລືອກຕັ້ງແຫ່ງຊາດເມື່ອວັນອາທິດຜ່ານມາ ລຸນຫລັງທີ່ໄດ້
ຄອບງຳການເມືອງຂອງກຳປູເຈຍ ເກືອບຢ່າງສິ້ນເຊີງ ມາເປັນ
ເວລາເກືອບ 3 ທົດສະວັດ. Robert Carmichael ລາຍງານ
ມາຈາກກຸງພະນົມເປັນວ່າ ພັກກູ້ຊາດກຳປູເຈຍ ທີ່ເອີ້ນຫຍໍ້ເປັນ
ພາສາອັງກິດວ່າ CNRP ຊຶ່ງເປັນພັກຝ່າຍຄ້ານ ໄດ້ປະຕິເສດ
ບໍ່ຍອມຮັບເອົາ ຜົນຂອງການເລືອກຕັ້ງ ແລະ ຮຽກຮ້ອງໃຫ້ທຳ
ການສືບສວນກ່ຽວກັບການກ່າວຫາທີ່ວ່າມີການສໍ້ໂກງຄະແນນ ສຽງໃນການເລືອກຕັ້ງຢ່າງກວ້າງຂວາງ ດັ່ງໄພສານ ຈະນຳເອົາ
ລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ເຖິງແມ່ນວ່າໂຄສົກຄົນນຶ່ງຂອງລັດຖະບານກຳປູເຈຍໄດ້ອອກມາປະກາດວ່າ ພັກຂອງຕົນ ໄດ້ຮັບໄຊຊະນະກໍຈິງ ແຕ່ມັນກໍເປັນໄຊຊະນະທີ່ຂີ້ຮ້າຍທີ່ສຸດຂອງພັກລັດຖະບານ ໃນການ
ເມືອງດ້ານການເລືອກຕັ້ງຂອງກຳປູເຈຍ.

ພັກປະຊາຊົນກຳປູເຈຍ ຂອງນາຍົກລັດຖະມົນຕີຮຸນເຊນ ຫຼື CPP ໄດ້ຊະນະ 68 ບ່ອນນັ່ງ ຢູ່ໃນສະພາແຫ່ງຊາດທີ່ມີບ່ອນນັ່ງທັງໝົດ 123 ບ່ອນ ຊຶ່ງເປັນຈຳນວນທີ່ຫລຸດລົງຢ່າງຫຼວງ ຫຼາຍ ຈາກການຄວບຄຸມສຽງສ່ວນຫຼາຍ 90 ບ່ອນນັ່ງຂອງພັກດັ່ງກ່າວ ໃນເມື່ອກ່ອນ.

ພັກຝ່າຍຄ້ານທີ່ສຳຄັນສຸດ ຄືພັກກູ້ຊາດກຳປູເຈຍ ຫຼື CNRP ໄດ້ຊະນະບ່ອນນັ່ງທີ່ຍັງເຫຼືອ 55 ບ່ອນ ເພີ້ມຂຶ້ນເກືອບເປັນສອງເທົ່າ ຂອງຈຳນວນ 29 ບ່ອນນັ່ງ ທີ່ພັກດັ່ງກ່າວຄວບຄຸມ ໃນສະພາແຫ່ງຊາດ ທີ່ພວມຈະໝົດໜ້າທີ່ນັ້ນ.

ທ່ານແຊມ ຣັງສີ ຜູ້ນຳພັກຝ່າຍຄ້ານ ກ່າວຕໍ່ພວກນັກຂ່າວ ໃນມື້ວັນຈັນຜ່ານມານີ້ວ່າ ພັກກູ້ ຊາດກຳປູເຈຍຈະບໍ່ຮັບເອົາຜົນຂອງການປ່ອນບັດຍ້ອນອັນທີ່ທ່ານເວົ້າວ່າເປັນການສໍ້ໂກງ ຄະແນນສຽງຢ່າງແຜ່ກວ້າງຢູ່ຕາມໜ່ວຍປ່ອນບັດຕ່າງໆ.

ທ່ານແຊມ ຣັງສີ ຮຽກຮ້ອງໄປຍັງອົງການຈັດຕັ້ງກ່ຽວຂ້ອງຢູ່ໃນເຂດທ້ອງຖິ່ນແລະນາໆຊາດ ໃຫ້ທຳການສືບສວນກ່ຽວກັບການເລືອກຕັ້ງຂອງກຳປູເຈຍ.

ທ່ານແຊມ ຣັງສີເວົ້າວ່າ “ພວກເຮົາຮ້ອງຂໍ ໃຫ້ອົງການເຫລົ່ານີ້ ສົ່ງພວກນັກຊ່ຽວຊານ
ໄປປະກອບສ່ວນໃນຄະນະກຳມະການຮ່ວມທາງດ້ານເຕັກນິກເພື່ອຈະໄດ້ທຳການ ສືບສວນສອບສວນເບິ່ງການລະເມີດລະບຽບການທັງໝົດແລະຊັ່ງຊາຕີລາຄາເບິ່ງ ວ່າ ການກະທຳທີ່ຜິດກົດລະບຽບເຫຼົ່ານີ້ ໄດ້ມີຜົນແນວໃດຕໍ່ການເລືອກຕັ້ງ.”


ການປະຕິເສດຂອງພັກຝ່າຍຄ້ານຕໍ່ຜົນການນັບບັດຄະແນນສຽງໃນຂັ້ນຕົ້ນມີຂຶ້ນຫຼັງຈາກ ຄະນະສັງເກດການລາຍງານວ່າ ໄດ້ເກີດບັນຫາ ໃນຂອບເຂດທີ່ກວ້າງຂວາງ ກ່ຽວກັບຂັ້ນ ຕອນ ຂອງການປ່ອນບັດ. ທ່ານ Koul Panha ຜູ້ອຳນວຍການ ຄະນະກຳມະການ ເພື່ອ ການເລືອກຕັ້ງທີ່ເສລີ ແລະຍຸຕິທຳໃນກຳປູເຈຍ ກ່າວຕໍ່ວີໂອເອວ່າ ການເລືອກຕັ້ງໃນເທື່ອ ນີ້ແມ່ນມີຄວາມເປັນທຳໜ້ອຍກວ່າຄັ້ງຜ່ານໆມາ.

ທ່ານ Koul Panha ເວົ້າວ່າ “ການເລືອກຕັ້ງໃນເທື່ອນີ້ ມີຄວາມເປັນທໍາ ໜ້ອຍກວ່າ ການເລືອກຕັ້ງເທື່ອກ່ອນໆ ຖ້າຫາກທ່ານປຽບທຽບໃສ່ ໄລຍະຜ່ານມາ ຍ້ອນວ່າບໍ່ ສາມາດໃຊ້ສື່ມວນຊົນໄດ້ເທົ່າທຽມກັນ ຍ້ອນວ່າມີບັນຫາ ກ່ຽວກັບບັນຊີລາຍຊື່ຜູ້ມີ ສິດປ່ອນບັດ ຍ້ອນວ່ານະໂຍບາຍຂອງທະຫານທີ່ໄປເຮັດກິດຈະກໍາໃຫ້ພັກລັດຖະ ບານ ຮວມທັງພວກເຈົ້າໜ້າທີ່ສານນໍາດ້ວຍ ຍ້ອນການໃຊ້ຊັບພະຍາກອນຂອງລັດ ໂດຍລັດຖະບານ ແລະຍ້ອນວ່າ ຜູ້ນໍາຝ່າຍຄ້ານບໍ່ສາມາດລົງແຂ່ງຂັນໄດ້ຢ່າງເຕັມ ທີ່ ໃນນາມຜູ້ສະໝັກເລືອກຕັ້ງ.”



ໃນມື້ວັນຈັນຜ່ານມານີ້ ອົງການຄວາມໂປ່ງໃສນາໆຊາດປະຈຳກຳປູເຈຍ ຊຶ່ງເປັນອົງການບໍ່ ຫວັງຜົນກຳໄລ ກໍໄດ້ກ່າວສະທ້ອນເຖິງຄວາມວິຕົກກັງວົນເຫຼົ່ານີ້ ໂດຍເວົ້າວ່າ ຕົນໄດ້ສົ່ງຜູ້ ສັງເກດການ 900 ຄົນໄປ ເບິ່ງໜ່ວຍປ່ອນບັດຕ່າງໆປະມານ 400 ແຫ່ງ ຈາກຈຳນວນທັງ ໝົດ 19,000 ແຫ່ງ ແລະພົບເຫັນໃນອັນທີ່ອົງການດັ່ງກ່າວເວົ້າວ່າ ມີການເຮັດຜິດລະບຽບ ຈຳນວນນຶ່ງ.

ບັນຫາທີ່ສຳຄັນອັນນຶ່ງ ໃນການເຮັດຜິດລະບຽບເຫລົ່ານີ້ ກໍຄືວ່າ ຢູ່ໃນປະມານ 60 ເປີເຊັນ ຂອງໜ່ວຍປ່ອນບັດທັງໝົດຜູ້ຄົນທີ່ມີເອກະສານຢ່າງຖືກຕ້ອງບໍ່ໄດ້ມີຊື່ຢູ່ໃນບັນຊີປ່ອນບັດ. ນອກນັ້ນແລ້ວອົງການດັ່ງກ່າວຍັງພົບເຫັນວ່າ ພວກທີ່ບໍ່ມີເອກະສານຢ່າງຖືກຕ້ອງກໍໄດ້ຮັບ ອະນຸຍາດໃຫ້ປ່ອນບັດໄດ້ ຢູ່ຕາມນຶ່ງສ່ວນສີ່ ຂອງໜ່ວຍປ່ອນບັດທັງໝົດ.

ອົງການຄວາມໂປ່ງໃສນາໆຊາດເວົ້າວ່າ ການພົບເຫັນຂອງຕົນແມ່ນໃກ້ຄຽງກັບຂອງຄະນະ ສັງເກດການອື່ນໆ.

ທ່ານ Koul Panha ກ່າວວ່າ ບັນຫາເຫລົ່ານີ້ ອາດໄດ້ມີສ່ວນກະທົບ ຕໍ່ຜົນການເລືອກຕັ້ງ. ທ່ານແຊມ ຣັງສີ ຜູ້ນຳພັກຝ່າຍຄ້ານກ່າວວ່າ ທ່ານມີຄວາມຂ້ອງໃຈກ່ຽວກັບເລື້ອງນີ້ ກໍເພາະ ທ່ານເປັນຫ່ວງນໍາຄວາມຕັ້ງໃຈຂອງປະຊາຊົນ.

ທ່ານແຊມ ຣັງສີເວົ້າວ່າ “ສິ່ງທີ່ພວກເຮົາສົນໃຈ ກໍຄືໃຫ້ຄວາມຍຸຕິທຳຕໍ່ຊາວກຳປູເຈຍ ເພື່ອໃຫ້ການຄໍ້າປະກັນວ່າ ຄວາມຕັ້ງໃຈຂອງປະຊາຊົນກຳປູເຈຍຈະບໍ່ໄດ້ຮັບການ ບິດເບືອນ ຫຼືຕ່າວປີ້ນ ຄືກັນກັບແຕ່ກ່ອນ.”

ຝ່າຍຄ້ານ ໄດ້ຮັບຄະແນນເພີ້ມຂຶ້ນ ຫຼັງຈາກສອງພັກຝ່າຍຄ້ານໃຫຍ່ ໄດ້ໂຮມເຂົ້າກັນໃນປີ ກາຍນີ້ແລະສ້າງຕັ້ງພັກກູ້ຊາດກຳປູເຈຍຂຶ້ນເພື່ອທ້າທາຍຕໍ່ການປົກຄອງທີ່ມີມາເປັນເວລາ ດົນນານຂອງພັກປະຊາຊົນກຳປູເຈຍແລະໄດ້ໂຄສະນາຫາສຽງຮຽກຮ້ອງໃຫ້ຂຶ້ນເງິນເດືອນ ເປັນຈຳນວນຫຼວງຫຼາຍໃຫ້ແກ່ລັດຖະກອນພົນລະເຮືອນ ຂຶ້ນເງິນບໍານານປະຈໍາເດືອນໃຫ້ ແກ່ພວກທີ່ມີອາຍຸກາຍ 65 ປີ ແລະຂຶ້ນຄ່າແຮງງານຂັ້ນຕໍ່າສຸດ. ນອກນັ້ນພັກຝ່າຍຄ້ານຍັງ ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງລາຄາຜະລິດຕະຜົນດ້ານກະເສດ ຫຼຸດລາຄານໍ້າມັນ ແລະໃຫ້ ການປິ່ນປົວພະຍາບານລ້າ ແກ່ພວກຄົນທຸກ.

ພວກຕໍາໜິຕິຕຽນ ຕັ້ງຄຳຖາມວ່າ ພັກຝ່າຍຄ້ານ ຈະສາມາດໃຊ້ຈ່າຍ ສຳລັບມາດຕະການ ຕ່າງໆທີ່ໄດ້ສະເໜີໄປນັ້ນ ໄດ້ຫລືບໍ່?

ທ່ານຮຸນເຊນ ໄດ້ເປັນນາຍົກລັດຖະມົນຕີ ແລະນາຍົກລັດຖະມົນຕີຮ່ວມຂອງກໍາປູເຈຍມາ ເປັນເວລາ 28 ປີ ຫລັງຈາກທີ່ໄດ້ເຂົ້າຮັບຕຳແໜ່ງເປັນເທື່ອທຳອິດ ໃນປີ 1985.

LSS Cambodia Election
please wait
Embed

No media source currently available

0:00 0:02:31 0:00
XS
SM
MD
LG