ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍາປູເຈຍຫ້າມສົ່ງແມ່ຍິງ ໄປເຮັດວຽກຄົນໃຊ້ ໃນມາເລເຊຍ


ທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ (ຂວາ)
ທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ (ຂວາ)

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການ​ຕັດສິນ​ໃຈຂອງ​ກໍາປູ​ເຈຍ​ໃນ​ການຫ້າມ​ສົ່ງແມ່ຍິງ​ກໍາປູ​ເຈຍໄປ​ຍັງ​ມາ​ເລ​ເຊຍເພື່ອໄປເຮັດ​ວຽກ​ເປັນ​ຄົນ​ໃຊ້​ໃນ​ເຮືອນນັ້ນ​ ​ໃນຂະນະ​ທີ່​ລັດຖະບານ​ພະນົມ​ເປັນ ​ທໍາ​ການ​ສືບສວນ​ຫລາຍ​ກໍລະນີ​ຫວ່າງ​ໄວໆ​ມາ​ນີ້ ກ່ຽວ​
ກັບ​ການ​ລວນ​ລາມ​ທາງ​ເພດ​ແລະ​ການລະ​ເມີດ​ສິດທິ​ອື່ນໆຂອງ​ພວກແມ່ຍິງ​ເຫລົ່າ​ນັ້ນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ທັງ​ສອງ​ປະ​ເທດ​ ກ່າວ​ໃນ​ວັນ​ຈັນ​ມື້​ນີ້ວ່າ ການ​ເກືອດຫ້າມ​ດັ່ງກ່າວ​ບໍ່​ຄວນ​ຈະ​ຖືກ​ຍົກ​ເລີກ​ ຈົນ​ກວ່າ​ຈະ​ມີ​ການ​ຈັດ​ຕັ້ງມາດ​ຕະການຂຶ້ນ​ມາ ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ພວກ​ຄົນ​ໃຊ້​ເຫລົ່າ​ນີ້​ຈະບໍ່​ຖືກ​ສວາຍ​ໃຊ້​ເອົາຜົນ​ປະ​ໂຫຍ​ດສ່ວນ​ໂຕ​ ໂດຍ​ພວກ​ອົງການ​ຊອກ​ແຮງ​ງານ​ແລະ​ພວກ​ນາຍ​ຈ້າງນັ້ນເສຍ​ກ່ອນ.

ການ​ເກືອດ​ຫ້າມທີ່ໄດ້​ປະກາດ​ໃຊ້ໃນວັນ​ເສົາ​ຜ່ານ​ມາ​ນີ້ ໂດຍ​ນາຍົກລັດ ຖະມົນຕີຮຸນ​ແຊນ ສາມາດ​ເພີ່ມ​ບັນຫາການ​ຂາດ​ແຮງ​ງານຂຶ້ນ​ໄດ້ໃຫ້​ແກ່ ມາ​ເລ​ເຊຍ​ ທີ່ອາ​ໄສ​ກາງ​ຕໍ່​ນໍາ​ພວກ​ຄົນງານ​ຈາກ​ຕ່າງປະ​ເທດ ​ສໍາລັບ​ເຮັດ​ວຽກ​ເປັນ​ຄົນ​ໃຊ້​ໃນ​ບ້ານ​ເຮືອນ​ນັ້ນ. ອິນ​ໂດ​ເນ​ເຊຍ​ກໍໄດ້ຫ້າມ​ພົນລະ​ເມືອງ​ຂອງ​ຕົນ​ ບໍ່​ໃຫ້​ໄປ​ເຮັດ​ວຽກ​ເປັນ​ຄົນ​ໃຊ້​ຢູ່​ໃນ​ມາ​ເລ​ເຊຍ​ ມາ​ໄດ້ 2 ປີ​ແລ້ວ ຍ້ອນ​ບັນຫາ​ດັ່ງ​ກ່າວ.

ການ​ເຄື່ອນ​ໄຫວ​ຂອງ​ກໍາປູ​ເຈຍ​ມີ​ຂຶ້ນ​ ຫລັງ​ຈາກ​ມີ​ຫລາຍ​ກໍລະນີ​ທີ່​ໄດ້​ເປັນ​ຫົວ​ຂໍ້​ຂ່າວ​ໃນ​ກຸງ​ພະນົມ​ເປັນ ຮວມທັງຫລາຍ​ກໍລະນີ​ກ່ຽວ​ກັບ​ການ​ຊອກເກນ​ເອົາ​ແມ່ຍິງອາຍຸບໍ່​ເຖິງ​ກະສຽນໄປ​ເຮັດ​ວຽກ​ຢູ່​ໃນ​ມາ​ເລ​ເຊຍ. ​ໃນ​ກໍລະ​ນີນຶ່ງນັ້ນ ມີ​ການພົບ​ເຫັນ​ສົບຄົນ​ໃຊ້​ທີ່​ບໍ່​ເຖິງ​ອາຍຸ​ເຮັດ​ວຽກຄົນ​ນຶ່ງ ຢູ່​ນອກ​ບ້ານ​ນາຍ​ຈ້າງ​ຂອງ​ລາວ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Tenaganita ທີ່​ມາ​ເລ​ເຊຍ ກ່າວ​ວ່າ ຕົນ​ໄດ້​ຊ່ອຍ​ກູ້​ຊີວິດ​ຄົນ​ໃຊ້​ກໍາປູ​ເຈຍ​ໄວ້ຫລາຍ​ຄົນ​ໃນ​ປີ​ນີ້ ຊຶ່ງຈໍານວນຫລາຍກວ່າເຄິ່ງນຶ່ງ ​ຖືກ​ລະ​ເມີດ​ທາງ​ເພດ​ຫລື​ບໍ່​ໄດ້​ຮັບ​ອາຫານ​ບໍາລຸງ​ຮ່າງກາຍ​ພຽງພໍ.

ມີ​ການ​ກະ​ປະມານ​ກັນ​ວ່າ ​ມີ​ການ​ວ່າ​ຈ້າງຄົນ​ໃຊ້​ໃນ​ບ້ານ​ເຮືອນ​ຈາກ​ຕ່າງປະ​ເທດ ຈໍານວນ 320 ພັນຄົນ​ໃນ​ມາ​ເລ​ເຊຍ ຊຶ່ງປະມານ 15 ​ເປີເຊັນ ແມ່ນ​ໄປຈາກ​ກໍາປູ​ເຈຍ.

XS
SM
MD
LG