ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງປະຊຸມສຸດຍອດ CLV

ຈາກຊ້າຍຫາຂວາ: ນາຍົກລັດຖະມົນຕີມຽນມາ ທ່ານ Thein Sein, ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung, ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນເຊນ, ນາຍົກລັດຖະມົນຕີລາວ ທ່ານບົວສອນ ບຸບຜາວັນ ຈັບມືກັນໃນຕອນເປີດປະຊຸມສຸດຍອດ ຄັ້ງທີ 5 ຂອງກຸ່ມ CMLV ທີ່ນະຄອນຫຼວງພະນົມເປັນ (16 ພະຈິກ 2

ນາຍົກລັດຖະມົນຕີຂອງກຳປູເຈຍ ສປປ ລາວແລະຫວຽດ
ນາມ ໄດ້ຕົກລົງກັນທີ່ ຈະເສີມຂະຫຍາຍການຮ່ວມມື ໃນ
ການພັດທະນາ ບໍລິເວນຊາຍແດນລະຫວ່າງປະ ເທດທັງ
ສາມ.

ນາຍົກລັດຖະມົນຕີທັງ 3 ໄດ້ພົບປະກັນ​ໃນ​ກອງ​ປະຊຸມ
ສຸດ ຍອດຂອງກຸ່ມ CLV ທີ່ນະຄອນຫຼວງພະນົມເປັນ
ຂອງກຳປູເຈຍ ໃນວັນອັງຄານວານນີ້ ແລະໄດ້ລົງນາມ
ໃນຄຳປະກາດສະບັບນຶ່ງ ຮຽກຮ້ອງໃຫ້ສ້າງສະເຖຍລະ
ພາບທາງດ້ານການ ເມືອງ ແລະພັດທະນາເສດຖະກິດ
ໃຫ້ມີຄວາມເຂັ້ມແຂງ ຢູ່ໃນບໍລິເວນຊາຍແດນ ທີ່​ເອີ້ນກັນວ່າ ​ເຂກສາມຫຼ່ຽມພັດທະນານັ້ນ.

ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນເຊນ ນາຍົກລັດຖະມົນຕີ ສປປ ລາວ ທ່ານບົວສອນ
ບຸບຜາວັນແລະນາຍົກລັດຖະມົນຕີຫວຽດນາມທ່ານຫງຽນ-ຕັນ-ຢຸງຍັງໄດ້ຕົກລົງກັນກ່ຽວ
ກັບແຜນການໃຫ້ບຳເໜັດ ແກ່ໂຄງການພັດທະນາ ຕ່າງໆຢູ່ໃນບໍລິເວນຊາຍແດນ. ນີ້ແມ່ນ
ເທື່ອທີ 6 ຂອງ​ກອງ​ປະຊຸມ​ສຸດ​ຍອດ CLV.

ນອກນັ້ນແລ້ວ ນາຍົກລັດຖະມົນຕີຂອງປະເທດທັງ 3 ຍັງໄດ້ພົບປະກັນໃນກອງປະຊຸມສຸດ
ຍອດອີກບັ້ນນຶ່ງ ທີ່ເອີ້ນຫຍໍ້ວ່າ CLMV ຢູ່ກຸງພະນົມເປັນ ໃນມື້ວັນອັງຄານວານນີ້ ກັບນາ
ຍົກລັດຖະມົນຕີມຽນມາທ່ານ Thein Sein. ພວກທ່ານໄດ້ ຕົກລົງທີ່ຈະພັດທະນາຄວາມ
ສຳພັນລະຫວ່າງ​ກັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນແລະເສີມຂະຫຍາຍເສດຖະກິດໃຫ້ເຕີບ
ໂຕຢູ່ໃນທັງ 4 ປະເທດ ຊຶ່ງຕ່າງກໍເປັນສະມາຊິກທີ່ທຸກຍາກທີ່ສຸດ ຢູ່ໃນສະມາຄົມບັນດາປະ
ຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG