ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄູເຝິກ ເກົາຫລີເໜືອແລະໃຕ້ ຊ່ວຍສອນ ນັກກີລາກໍາປູເຈຍ (ເບິ່ງວີດີໂອລາວ/ອັງກິດ)


ແຕ່​ໃດ​ມາ ກໍາປູ​ເຈ​ຍຍັງ​ບໍ່​ເຄີຍ​​ໄດ້​ຫລຽນ​ໂອ​ລິ​ມປິກ​ຈັກ​ເທື່ອ. ສໍາລັບ​ກີລາ​ໂອ​ລິ​ມປິກ​ ​ທີ່​ລອນ​ດອນ ​ປະ​ເທດ​ອັງກິດ ​ໃນລະດູ​ຮ້ອນປີ​ນີ້ ກໍາປູ​ເຈ​ຍ​ແມ່ນ​ກໍາລັງພະ​ຍາ​ຍາມ​​ຈະຄ້ວາ​ຫລຽນມາ​ໃຫ້​ໄດ້​ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ ຊາວ​ເກົາຫລີ. ກີລາ​ສອງ​ປະ​ເພດ​ທີ່​ໃຫ້​ຄວາມ​ຫວັງ​ແກ່​ກໍາປູ​ເຈຍ​ປີ​ນີ້ ຄື ປະ​ເພດມວຍ​ປໍ້າ ​ແລະ​ເຕກວນ​ໂດ ທີ່​ມີ​ຊາວ​ເກົາຫລີ​ເປັນ​ຄູ​​ເຝິກ​ສອນ ຫລື​ໂຄຈ ຈາກ​ເກົາຫລີ​ໃຕ້ຜູ້​ນຶ່ງ ​ແລະ​ເກົາ​ຫລີ​ເໜືອ​ຜູ້​ນຶ່ງ. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ສົ່ງລາຍ​ງານກ່ຽວ​ກັບ​ເລື່ອງ​ນີ້ ມາ​ຈາກ​ພະນົມ​ເປັນ ​ບ່ອນ​ທີ່​ທັງ​ໂຄ​ຊ​ແລະ​ນັກກີລາ​ໃຊ້​ຫ້ອງ​ຈີມ​ເຝິກ​ແອບ​ຮ່ວມ​ກັນ. ທອງ​ປານ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດີໂອ ພາສາລາວ:

ນັກ​ມວຍ​ປໍ້າຍິງ ​ເຈົາ ສຸ​ເທຍຣະ ​ເປັນ​ນັກກີລາ​ຊາວ​ກໍາປູ​ເຈຍ​ໃນ​ຈໍານວນ​ບໍ່​ເທົ່າ​ໃດ​ຄົນ ທີ່​
ອາດມີ​ສິດ​ເຂົ້າ​ແຂ່ງ​ຂັນ​ກີລາ​ໂອ​ລີ​ມປິກ​ ທີ່​ລອນ​ດອນ​ປີ​ນີ້

ຍ້ອນ​ຄວາມ​ມຸ່ງ​ໝັ້ນເພື່ອໃຫ້​ໄດ້​ຮັບ​ໄຊຊະນະ​ ໃນ​ກີລາ​ປະ​ເພດທີ່​ສ່ວນ​ໃຫຍ່ ມີ​ແຕ່​ຜູ້​ຊາຍ​ນັ້ນ
ນາງ ເຈົາ ກ່າ​ວວ່າ ພາກ​ໂຊ​ນາມ ​ໂຄ​ຈ​ເກົາຫລີ​ເໜືອ​ທີ່ເຄັ່ງ​ຄັດຂອງ​ນາງ ສິດສອນ​ໃຫ້​ນາງ​
ຫລິ້ນ​ໄດ້​ດີຂຶ້ນ ​ເຖິງ​ແມ່ນ​ຈະມີ​ອຸບປະສັກ​ດ້ານ​ພາສາ​ກໍ​ຕາມ.

“ພວກ​ເຮົາ​ໃຊ້​ພາສາ​ໄບ້ກັນ. ກີລາ​ປະ​ເພດ​ນີ້​ ​ເປັນ​ປະ​ເພດ​ທີ່​ໃຊ້​ມື ​ຈັບບາຍ. ສະ​ນັ້ນ ​
ໂຄ​ຈຈະ​ສະ​ແດງທ່າ​ຈັບ ທ່າ​ຍ້າຍ​ຕ່າງໆ ​ໃຫ້​ເບິ່ງ ຊຶ່ງພວກ​ເຮົາ​ຕ້ອງ​ເຮັດ​ຕາມ​ ​ແລະ
​ເວລາ​ເຮົາ​ເຮັດ​ບໍ່​ຖືກ ລາວ​ກໍ​ຈະໃຫ້​ພວກ​ເຮົາ​ເຮັດ​ໃໝ່​ ຈົນ ກວ່າ​ຈະ​ຖືກ“

ທ່ານ ພາກ ມີ​ຊື່​ສຽງ​ວ່າ​ເປັນ​ຄູ​ເຝິກ​ທີ່ເຄ່ງ​ຄັດໃຊ້​ວິທີເຝິກ​ແອບ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ບໍ່​ໃຫ້​ມີ
​ເວລາ​ເຫລືອ​ສໍາລັບ​ກິດຈະ​ກໍາ​ນອກ​ຫ້ອງ​ຈີມ​ເລີ​ຍ. ​ເຖິງ​ແມ່ນໂຄ​ຈພາກ​ໄດ້​ມາຢູ່ກໍາປູ​ເຈຍ
​ຫລາຍ​ປີ​ແລ້ວ​ກໍ​ຕາມ ​ແຕ່ຜູຸ້ກ່ຽວ​ກໍ​ເວົ້າພາສາ​ຂະ​ເໝນ ຫລື ອັງກິດ​ແຕ່​ພຽງ​ໜ້ອຍ​ດຽວ.
ແຕ່​ຄວາມ​ຈົ່ງ​ຮັກ​ພັກດີ​ຂອງ​ທີ​ມນັກ​ກິລາ ແລະ​ພວກຜູ້​ຊ່ວຍ​ຊາວ​ເກົາ​ຫລີ​ເໜືອຂອງ​ລາວ
​ແມ່ນໜັກ​ແໜ້ນ​ຕໍ່​ລາວ​.

“ເຈົ້າຖາມ​ຂ້ອຍ​ວ່າ ​ຂ້ອຍ​ຢາກ​ໃຫ້ໃຜ​ຊະນະ ຖ້າ​ຫາກ​ວ່າ​ນັກກີລາ​ຂອງ​ຂ້ອຍ
​ແຂ່ງ​ກັບ​ນັກກີລາ​ເກົາຫລີ​ເໜືອ? ໃນທາງ​ສ່ວນ​ຕົວ​ແລ້ວ ຂ້ອຍ​ຄິດ​ວ່າ​ ​ ​ແມ່ນແຕ່
ລະຫວ່າງ​ພໍ່​ກັບ​ລູກ ກໍ​ຍັງ​ຖື​ວ່າ​ເປັນ​ການ​ແຂ່ງຂັນ​ໃນ​ດ້ານ​ກີລາ. ດັ່ງ​ນັ້ນ ​ຂ້ອຍກໍ
ຢາກ​ໃຫ້​ນັກກີລາທີ່​ຂ້ອຍ​ສອນ​ຫັ້ນ​ແຫລະ ​ເປັນ​ຜູ້ຊະນະ.”

ທີ​ມນັກ​ກິລາ​ແລະໂຄຈໄດ້ພັດທະນາຄວາມ​ຜູກ​ພັນ​ທີ່​ໝັ້ນ​ໝຽວ​ເລິກ​ເຊິ່ງຕໍ່​ກັນ ​ເຖິງ
​ແມ່ນ​ຈະ​ມີ​ອຸບປະສັກ​ດ້ານ​ພາສາກໍ​ຕາມ​. ນາງ ​ເຈົາ ​ສຸເທຍຣະ ກ່າວ​ວ່າ ນາງ​ຮັກ​ຄູ
​ເຝິກ​ຂອງ​ນາງ​ ຄື​ກັບພໍ່. ​ເວລາ​ກິມຈົງ​ອິລ ຜູ້​ນໍາ​ຜະ​ເດັດ​ການຂອງ​ເກົາຫລີ​ເໜືອ​ເຖິງ
​ແກ່​ມໍລະນະ​ກໍາ​ໃນເດືອນ​ທັນວາ​ປີຜ່ານມາ​ນັ້ນ ນາງ​ແລະ​ຄົນ​ອື່ນ​ໆ​ໃນ​ທີ​ມ ໄດ້​ສະໜັບ
ສະໜຸນແລະໃຫ້ກໍາລັງ​ໃຈ​ແກ່​ໂຄຈພາກ.

“ລາວ​ອຸກ​ອັ່ງ​ເສຍໃຈ​ຫລາຍ ລາວ​ໄດ້​ໄປສະ​ແດງ​ຄວາມ​ເສົ້າ​ໂສກ​ເສຍ​ໃຈ ​ຢູ່​ທີ່
​ສະຖານທູດ​ເກົາຫລີ​ເໜືອ ຕິດ​ກັບ​ບ້ານ​ນາຍົກລັດຖະມົນຕີ. ​ທີ​ມມວຍປໍ້າ​
ຂອງພວກ​ເຮົາ​ກໍ​ໄດ້​ໄວ້​ອາ​ໄລ​ນໍາ​ເຊັ່ນ​ກັນ ແລະ​ໄດ້​ນໍາ​ດອກ​ໄມ້​ໄປ​ວາງ​ໄວ້
​ສະຖານທູດ​ເກົາຫລີ​ເໜືອ.”

Hok Chheangkim ຄູ​ເຝິກ​ຊາວ​ກໍາປູ​ເຈ​ຍ​ຂອງ​ທີ​ມ ກ່າວ​ວ່າ ​ໃນເບື້ອງ​ຕົ້ນ​ນັ້ນ
ຄູພາກແມ່ນ​ໄດ້​ຈໍາ​ເປັນ​ຕ້ອງ​ລຸດຜ່ອນວິທີ​ເຝິກ​ແບບແບບ​ເຄ່ງ​ຄັດ​ຮຸນ​ແຮງ​ໃນ​ບາງ​
ຄັ້ງ​ບາງ​ຄາວ​ ຄືກັນ​ກັບປະຕິບັດ​ຕໍ່​ພວກທະຫານນັ້ນ​ລົງ. ​ແຕ່​ແນວ​ໃດ​ກໍ​ດີ ນາຍ
Hok ກໍ​ຊົມ​ເຊີຍຄວາມ​ສາມາດຂອງຄູ​ພາກ ທີ່​ໄດ້ຊ່ວຍ​ໃຫ້​ນາງເຈົາ ​ສຸ​ເທ​ຍຣະ ​ຍາດ
​ເອົາຫລຽນ​ຄໍາ​ມາໄດ້ ໃນ​ກີລາ​ຊີ​ເກ​ມ ປີ 2009​ ທີ່​ຈັດ​ຂຶ້ນຢູ່​ປະ​ເທດລາວ​ນັ້ນ.

​“ເກົາ​ຫລີ​ເໜືອ​ແມ່ນ​ຢູ່​ໃນ​ລະ​ດັບ​ກີລາ​ໂອ​ລີ​ມປິກ. ​ເຂົາ​ເຈົ້າເຄີຍໄດ້​ຫລຽນ​ຄໍາ
ຫລຽນ​ເງິນ ​ແລະ​ທອງ​ແດງ​ທັງ​ໝົດ​ມາ​ແລ້ວ. ທັງ​ເກົາຫລີເໜືອ​ແລະເກົາຫລີໃຕ້
​ແມ່ນ​ເກ່ງ​ຫລາຍ​ໃນ​ດ້ານ​ກີລາ ​ແຕ່​ຂ້າພະ​ເຈົ້າວ່າ​ ເກົາຫລີ​ເໜືອ
​ຈະ​ເກັ່ງ​ກວ່າ.”

ໂຄຈອີກ​ຄົນ​ນຶ່ງ​ ທີ່​ໄດ້ເຝິກ​ແອບ​ຢູ່​ຄຽງ​ຂ້າງ​ກັນ​ກັບ​ພວກ​ຄູ​ເຝິກເກົາຫລີ​ເໜືອ​ມາ
​ໄດ້​ຫົກ​ປີ​ແລ້ວ​ນັ້ນ ຄື Choi Yong-suk ຄູ​ເຝິກ ​ເຕກວັນ​ໂດ ຊາວ​ເກົາຫລີ​ໃຕ້.

ໂຄຈ Choi ​ເວົ້າວ່າ ​ເຖິງ​ແມ່ນ​ມີ​ການ​ແຂ່ງ​ດີ​ແຂ່ງ​ເດັ່ນ​ກັນ​ໃນ​ດ້ານ​ກີລາ​ລະຫວ່າງ​ຕົວ
​ລາວ​ເອງ​ກັບພວກ​ຄູ​ເຝິກຊາວ​ເກົາຫລີ​ເໜືອກໍ​ຕາມ ​ແຕ່​ພວກ​ເຂົາ​ເຈົ້າກໍ​ມີຄວາມ​ມຸ້ງ
​ໝັ້ນອັນ​ດຽວ​ກັນ ​ທີ່​ຈະ​ຊຸກຍູ້​ສົ່ງ​ເສີມ​ທີ​ມກີລາ​ຊາວ​ກໍາປູ​ເຈຍ ​ໃຫ້​ເຖິງ​ທີ່​ສຸດ ຊຶ່ງ​ລາວ
​ກ່າວ​ວ່າ:

“ກີລາ​ໝາຍ​ເຖິງ​ຄວາມສາມັກຄີ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ. ດັ່ງນັ້ນ ພວກ​ເຮົາ
​ຈຶ່ງ​ບໍ່​ຄິດ​ເຖິງ​ເລື່ອງແບບ...ອຸດົມ​ການ​ທາງ​ການ​ເມືອງ. ຂ້ອຍ​ຄິດ​ວ່າ​ມັນ​ບໍ່​ມີ
ບັນຫາ​ສໍາລັບ​ພວກ​ເຮົາ ​ທີ່​ຈະ​ມີ​ຄວາມ​ສໍາພັນ​ທີ່​ດີ​ຕໍ່​ກັນ​ໄດ້ ​ໃນ​ເມື່ອ​ພວກ​
ເຮົາ​ເປັນ​ນັກ​ກີລາ ທີ່​ໃຫ້ການ​ເຝິກ​ແອບ​ໃນ​ສະພາບ​ແວດ​ລ້ອມດຽວ​ກັນ​ເນາະ.”

ນອກ​ນີ້​ແລ້ວ ຄູ​ເຝິກ Choi ຍັງ​ຊ່ວຍ​ເຝິກ​ແອບ ນາງສອນ ດາ​ວິນ ນັກ​ກິລາ​ເຕກວັນ​
ໂດ ທີ່​ຫວັງຢາກໄດ້​ຮັບ​ຫລຽນ​ໂອ​ລີ​ມປິກອີກ​ຄົນ​ນຶ່ງ​ແລະກ່າວ​ວ່າ ຕ່າງ​ຈາກສຸ​ເທຍຣະ
ນາງ​ບໍ່​ຢາກ​ເຝິກ​ແອບ​ກັບ​ໂຄ​ຈຊາວ​ເກົາຫລີ​ເໜືອ ​ເພາະວ່າ​ເກົາ​ຫລື​ເໜືອ​ເປັນ​ຄອມ​ມີ​ວ
ນີສ ​ແຕ່​ນາງ​ກໍ​ບໍ່​ລັງ​ກຽດ​ທີ່​ຈະ​ໃຊ້​ໂຮງຈີມ​ດຽວ​ກັນ.

​“ແຕ່ລະ​ທີ​ມ​ກໍພະຍາຍາມບໍ່​ໃຫ້​ອ່ອນ​ແອກ​ວ່າ​ກັນ​ແລະ​ກັນ ດັ່ງ​ນັ້ນ​ນັບ​ວ່າ ​ເປັນ
ການ​ແຂ່ງຂັນ​ກັນ​ຢ່າງ​ເຖິງ​ຖອງ ​ເພາະ​ວ່າ​ພວກ​ເຮົາ​ເຝິກ​ແອບ​ຢູ່ໃກ້ໆ​ກັນ ແລະ
​ປະ​ເພດ​ກິລາ​ຂອງ​ພວກ​ເຮົາ​ກໍ​ຄ້າຍໆ​ກັນ. ດັ່ງ​ນັ້ນ​ ພວກ​ເຮົາ​ຈຶ່ງພະຍາຍາມ
ໃຫ້​ເປັນ​ຝ່າຍ​ທີ່​ເຂັ້ມ​ແຂງ​ກວ່າ​.”

ຍັງ​ເຫລືອ​ເວລາພຽງ​ຫ້າ​ເດືອນ​ເທົ່າ​ນັ້ນ ການແຂ່ງຂັນ​ກີລາ​ໂອ​ລີ​ມປິກ​ກໍຈະ​ເລີ່​ມຂຶ້ນ
ພວກ​ນັກກີລາ​ເຫລົ່າ​ນີ້​ແມ່ນ​ຍັງ​ກໍາລັງ​ລໍຖ້າ​ຟັງ​ເບິ່ງ​ວ່າ ​ພວກ​ເຂົາ​ເຈົ້າ ຈະ​ມີເງື່ອນ​ໄຂ
​ໄດ້​ເຂົ້າ​ຮ່ວມ​ແຂ່ງຂັນ​ຫລື​ບໍ່. ສໍາລັບ​ນາງ ສອນ ດາ​ວິນ ນັ້ນ ແມ່ນລໍຄອຍການ​ໄດ້
ເຂົ້າໄປແທນບ່ອນ ນັກ​ກິລາ​ຈາກ​ປະ​ເທດ​ໃດ​ນຶ່ງ​ທີ່ມີ​ເງື່ອນ​ໄຂ​ແຕ່​ກໍ​ອາດຈະ​ຕົກ​ຮອບ
​ໄປ ຍ້ອນບໍ່ໄດ້ຊະນະໃນຮອບຄັດເລືອກ. ສ່ວນນາງ​ເຈົາ ສຸ​ເທຍຣະ ກໍ​ຫວັງທີ່​ຈະ​ໄດ້
ຮັບ​ໄຊ​ຊະນະໃນ​ການ​ແຂ່ງ​ຂັນຢູ່ປະ​ເທດ Kazakhstan ​ໃນ​ທ້າຍ​ເດືອນ​ນີ້ ​ຊຶ່ງ​ຈະ​ເຮັດ
​ໃຫ້​ນາງ​ໄດ້​ເຂົ້າ​ແຂ່ງຂັນ ທີ່​ລອນ​ດອນ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG