ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜຸ້ພິພາກສາ ດໍາເນີນຄະດີຂະເໜມແດງ ທີ່ລາອອກ ເວົ້າເຖິງ ການກ້າວກ່າຍ ໜ້າທີ່ຂອງທ່ານ (ເບິ່ງຮູບສະໄລດ໌)


ສານດໍາເນີນຄະດີພວກອະດີດຜູ້ນໍາຂະເໝນແດງ ທີ່ໜຸນຫລັງໂດຍອົງການ
ສະຫະປະຊາຊາດ
ສານດໍາເນີນຄະດີພວກອະດີດຜູ້ນໍາຂະເໝນແດງ ທີ່ໜຸນຫລັງໂດຍອົງການ ສະຫະປະຊາຊາດ

ຜູ້​ພິພາກສາ​ສານ​ດໍາ​ເນີນ​ຄະດີ​ຂະ​ເໝນ​ແດງ ​ທີ່​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ເພື່ອ​ປະ​ທ້ວງ​ໃນ
ຕົ້ນ​ອາທິດ​ນີ້ ​ໄດ້​ນໍາ​ອອກ​ເຜີຍ​ແຜ່​ຖະ​ແຫລ​ງການ​ສະບັບນຶ່ງທີ່ໃຫ້​ລາຍ​ລະອຽດ​ໃນ​ສິ່ງ​ທີ່​
ທ່ານ​ອະທິບາຍ​ວ່າເປັນການ​ແຊກ​ແຊງ​ກ້າວ​ກ່າຍທີ່​ບໍ່​ເໝາະ​ສົມໃນ​ການ​ປະຕິບັດ​ໜ້າ​ທີ່​ຜູ້ພິ
ພາກສາ​ຂອງ​ທ່ານ​ນັ້ນ.

ຜູ້​ພິພາກສາ Laurent Kaspar-Ansermet ກ່າວ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ ທ່ານ​ບໍ່​ສາ
ມາດ​ປະຕິບັດ​ໜ້າ​ທີ່ຕໍ່​ໄປ​ໄດ້ ​ເນຶ່ອງຈາກ​ມີ​ການ​ທ້າ​ທາຍຊໍ້າ​ແລ້ວ​ຊໍ້າ​ອີກ​ຕໍ່​ອໍານາດ​ຂອງ​ທ່ານ
ໂດຍ​ຄູ່​ຕໍາ​ແໜ່​ງຜູ້​ພິພາກສາຝ່າຍກໍາປູ​ເຈຍ ທ່ານ You Bunleng. ຜູ້​ພິພາກສາ​ຊາວ​ສວີສ
ທ່ານ Siegfried Blunt ທີ່​ທ່ານ Kaspar-Ansermet ​ເຂົ້າມາ​ຮັບ​ຕໍາ​ແໜ່​ງ​ແທນ​ນັ້ນ ​ກໍ​ໄດ້​
ລາ​ອອກຈາກ​ສານ​ດໍາ​ເນີນ​ຄະດີ​ດັ່ງກ່າວ​ເມື່ອ​ຕົ້ນ​ປີ​ນີ້ ​ຫລັງ​ຈາກໄດ້ຈົ່ມ​ທຸກເລຶ່ອງການ​ກ້າວ
ກ່າຍ​ທໍານອງ​ດຽວ​ກັນນັ້ນ.

ເມື່ອ​ວັນ​ພຸດ​ວານ​ນີ້ ຜູ້​ພິພາກສາ​ Kaspar-Ansermet ​ໄດ້​ກ່າວ​ຫາ You Bunleng ຄູ່​ຕໍາ
ແໜ່​ງຂອງ​ທ່ານ​ວ່າບໍ່​ປະຕິບັດ​ຕາມ​ໃນ​ທຸກໆ​ດ້ານ ຍົກ​ເວັ້ນ ​ແຕ່​ໃນໂອກາດດຽວ ​ເພື່ອ​ຕິດ​ຕໍ່
ພົວພັນ​ໂດຍ​ກົງ​ກ່ຽວ​ກັບ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ທີ່ມີມາເປັນ​ເວລາດົນ​ນານກ່ຽວກັບ​ວ່າ​
ອະດີດ​ຜູ້​ນໍາ​ຂະ​ເໜນ​ແດງ​ຄົນໃດ​ທີ່​ຄວນ​ຈະ​ຖືກ​ສອບ​ສວນແລະ​ຖືກ​ດໍາ​ເນີນ​ຄະດີ​ໃນ​ຂໍ້​ຫາ​ອາ
ຊະຍາ​ກໍາ​ສົງຄາມ.

ສານ​ດໍາ​ເນີນ​ຄະດີ​ອະດີດ​ຜູ້​ນໍາ​ຂະ​ເໜນ​ແດງ​ດັ່ງກ່າວ​ນີ້ແມ່ນ​ໄດ້​ຕັດສິນ​ໂທດຈໍາ​ຄຸກ​ຕະຫລອດ
ຊີວິດ ຕໍ່ອະດີດ​ເຈົ້າໜ້າ​ທີ່​ຂະເໜນ​ແດງ​ຄົນ​ນຶ່ງ​ໄປແລ້ວ ​ແລະ​ເວລາ​ນີ້​ກໍາລັງ​ຮັບ​ຟັງ​ພິ​ຈາລະ​ນາ
ຄະ​ດີ​ທີ່​ສອງ​ຕໍ່​ກຸ່ມ​ອະດີດຜູ້​ນໍາ​ຂະ​ເໜມ​ແດງ​ສາມ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ອະດີດ​ຜູ້​ນໍາ​ທັງ​ສາມ​ປະ
ເຊີນກັບຂໍ້​ຫາ​ອາຊະຍາ​ກໍາ​ສົງຄາມ ​ແລະ​ອາຊະຍາ​ກໍາ​ຕໍ່ຕ້ານ​ມະນຸດ​ຊາດກ່ຽວ​ກັບການ​ເສຍ
ຊີວິດ​ຊາວ​ກໍາປູ​ເຈຍ 1 ລ້ານ 7 ​ແສນ​ຄົນທີ່ໄດ້​ຕາຍ​ໄປ​ໃນ​ລະຫວ່າງການ​ປົກຄອງ​ຂອງ​ພວກ
ຂະ​ເໝນ​ແດງ​ໃນ​ຊຸມ​ປີ 1970 ນັ້ນ.

ເບິ່ງຮູບສະໄລດ໌ກ່ຽວກັບກໍາປູເຈຍ:

XS
SM
MD
LG