ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາປູເຈຍ ເລືອກຕັ້ງເອົາ ສະພາທ້ອງຖິ່ນ ໃນວັນອາທິດມື້ນີ້ (ວີດີໂອ)


ສາລະວັດທະຫານກໍາລັງຄວບຄຸມຈະລາຈອນໃນລະຫວ່າງການໂຄສະຫາສຽງເພື່ອເລືອກຕັ້ງເອົາ ສະມາຊິກສະພາທ້ອງຖິ່ນກໍາປູເຈຍ
ສາລະວັດທະຫານກໍາລັງຄວບຄຸມຈະລາຈອນໃນລະຫວ່າງການໂຄສະຫາສຽງເພື່ອເລືອກຕັ້ງເອົາ ສະມາຊິກສະພາທ້ອງຖິ່ນກໍາປູເຈຍ

ວັນ​ອາທິດ​ມື້​ນີ້ ຊາວ​ກໍາປູ​ເຈຍ​ພາກັນ​ໄປ​ປ່ອນ​ບັດ ໃນ​ການ​ເລືອກ​ຕັ້ງເອົາ ສະມາຊິກ​ສະພາ​ທ້ອງ​ຖິ່ນ​. ​ແຕ່​ວ່າ​ຢູ່​ໃນ​ປະ​ເທດ ບ່ອນ​ທີ່ນາຍົກລັດຖະມົນຕີ​ ຮຸນ ​ເຊ​ນ ກໍາ​ອໍານາດ​ຢ່າງ​ເຄ່ງ​ຄັດ​ຢູ່​ຕະຫຼອດມານັ້ນ ພວກ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ແມ່ນ​ພາກັນ​ພະຍາຍາມ​ທໍາ​ໃຈ​ຮັບ​ເອົາ ຄວາມເປັນ​ຈິງ​ກ່ຽວ​ກັບຜົນ​ການ​ເລືອກ​ຕັ້ງ​ ທີ່​ຈະ​ປາກົດ​ອອກ​ມາ.

ສໍາລັບທ່ານ Son Chhay ສະມາຊິກ​ສະພາ​ຝ່າຍ​ຄ້ານນັ້ນ ການ​ເລືອກ​ຕັ້ງ ໃນ​ມື້​ນີ້ ແມ່ນ​ກ່ຽວ​ກັບ​ການ​ຄາດ​ຫວັງ​ທີ່ຕໍ່າລົງ. ​ຜູ້ກ່ຽວ​ກັບ​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ຂອງພັກ​ຂອງ​ທ່ານ Sam Rainsy​ ຊຶ່ງພັກຝ່າຍ​ຄ້ານ​ທີ່​ສໍາຄັນ ​ແຕ່ທ່ານບໍ່​ມີ​ຄວາມ​ຄາດ​ຫວັງ​ໃນ​ໄຊຊະນະ​ຈາກການ​ເລືອກ​ຕັ້ງ​ ​ໃນ​ວັນ​ອາທິດ​ນີ້ເລີຍ.

ພວກສະໜັບສະໜຸນພັກ CPP ຂອງລັດຖະບານ
ພວກສະໜັບສະໜຸນພັກ CPP ຂອງລັດຖະບານ

ຕະຫຼອດ​ໄລຍະ​ສອງ​ອາທິດ​ຜ່ານ
​ມາ ພັກ​ການ​ເມືອງ​ທັງຫຼາຍ​ໄດ້​
ພາກັນອອກ​ໄປ​ຫາ​ສຽງ​ຕາມ​ຖະ
ໜົນ​ຫົນທາງ​ຢູ່​ທົ່ວ​ປະ​ເທດ. ທີ່
ພະນົມ​ເປັນ ຂະ​ບວນ​ລົດອັນ
​ຍາວ​ຢຽດ​ ແລະ​ຟົດ​ສະ​ນັ່ນ
ຫລາຍໆ​ຂະ​ບວນ ທີ່ສະໜັບ
ສະ​ໜຸນ​ພັກ CPP ຂອງ​ລັດຖະ
ບານ ​ແລ່ນ​ຜ່ານ​ສີ່​ແຍກ​ທີ່​ຄັບ​
ຄັ່ງ ສົ່ງ​ສຽງໂຄສະນາ​ດັງ​ກຶກ
ກ້ອງ.

ແຕ່​ກົງກັນຂ້າມ ​ພັກ Sam Rainsy ຫລື SRP ຝ່າຍ​ຄ້ານ​ນັ້ນ ປາກົດ​ວ່າມີຂະ​ບວນລົດ​ທີ່​ນ້ອຍ​ກວ່າຫລາຍ.

ຂະບວນລົດໂຄສະນາຫາສຽງຂອງພັກ SRP ຂອງ​ທ່ານ ຊໍາ ​ເຣນສີ, ວັນ​ທີ 1 ມີ​ຖຸນາ 2012.
ຂະບວນລົດໂຄສະນາຫາສຽງຂອງພັກ SRP ຂອງ​ທ່ານ ຊໍາ ​ເຣນສີ, ວັນ​ທີ 1 ມີ​ຖຸນາ 2012.

ພັກ​ SRP ​ໄດ້​ຕິດ​ຕັ້ງ​ຈໍຮູບ​ເງົາໃຫຍ່ ​ໃສ່​ລົດ​ບັນທຸກທີ່​ມີ​ບໍ່​ເທົ່າ​ໃດຄັນ ​ຂັບ​ ໄປທົ່ວ​ເມືອງ​ໃນ​ຊ່ວງ​ຕອນ​ແລງ. ຈໍຮູບ​ເງົາ ຈະ​ສາຍ​ຮູບ​ວີ​ດີ​ໂອ​ໃຫ້​ເຫັນ ພວກຊາວບ້ານ​ກໍາປູ​ເຈຍ​ ທີ່​ຖືກ​ຂັບ​ໄລ່​ຈາກ​ດິນ​ດອນ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ Chhay ກ່າວ​ວ່າ ​ວິທະ​ຍຸ ​ແລະ​ໂທລະພາບຂອງ​ປະ​ເທດ ​ແມ່ນ ສະ​ໜັບສະ​ໜຸນ​ຝ່າຍ​ລັດຖະບານໝົດ ສະ​ນັ້ນ ນີ້​ຄືວິທີ​ທີ່​ດີ​ທີ່​ສຸດ ທີ່​ບັນດາ​ພັກ​ການ​ເມືອງ​ຝ່າຍ​ຄ້ານຈະສາມາດ​ສົ່ງ​ຂໍ້ຄວາມເຖິງ​ມະຫາຊົນ​ໄດ້​ຢ່າງ ທົ່ວ​ເຖິງ.

ທ່ານ Chhay ກ່າວ​ອີກ​ວ່າ ການ​ມີ​ຜູ້​ແທນ​ຢູ່​ໃນ​ລະດັບ​ປະຊາ​ຄົມຫລື​ທ້ອງ​ຖິ່ນນັ້ນ ​ແມ່ນ​
ສໍາຄັນ. ​ແຕ່​ພັກ​ຂອງ​ລາວ​ກໍ​ມອງ​ກາຍ​ ​ການເລືອກ​ຕັ້ງ​ໃນ​ວັນ​ອາທິດມື້​ນີ້​ໄປ​ແລ້ວ ​ແລະເລີ້ມ
ຕຽມ​ການ​ລ່ວງ​ໜ້າ ສໍາລັບ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ທີ່ໄດ້ກໍານົດ​ໃສ່​ເດືອນ​ກໍລະກົດ​ປີ
ໜ້າ​ນີ້​.

ຂະນະທີ່ກໍາປູເຈຍກຽມເລືອກຕັ້ງສະພາທ້ອງຖິ່ນນັ້ນ ທ່ານຊໍາ ເຣນສີ ຫົວໜ້າພັກ
ຝ່າຍຄ້ານ SRP ກັບໄປຫາສຽງຢູ່ຕ່າງປະເທດ:

XS
SM
MD
LG