ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳປູ​ເຈຍ ກວດຜູ້ໂດຍສານ ຕາມເດີ່ນບິນ ນາໆຊາດ ແລະ ດ່ານຊາຍແດນ (ສະໄລດ໌/ວີດີໂອ)


ບັນດາຜູ້ໂດຍສານ ຖືກກວດ ດ້ວຍກ້ອງຖ່າຍພາບອຸນຫະພູມ ເວລາເຂົາເຈົ້າໄປເຖິງ ເດີ່ນບິນສຸວັນນະພູມ ໃນບາງກອກ ປະເທດໄທ ວັນທີ 22 ສິງຫາ 2014.
ບັນດາຜູ້ໂດຍສານ ຖືກກວດ ດ້ວຍກ້ອງຖ່າຍພາບອຸນຫະພູມ ເວລາເຂົາເຈົ້າໄປເຖິງ ເດີ່ນບິນສຸວັນນະພູມ ໃນບາງກອກ ປະເທດໄທ ວັນທີ 22 ສິງຫາ 2014.

ກຳປູ​ເຈຍ ກ່າວ​ວ່າ ​ຕົນ​ໄດ້​ຈັດຕັ້ງມາດ​ຕະການ​ກວດ​ສອບ ຢູ່​ຕາມ
​ເດີ່ນ​ບິນ​ສາກົນ​ ​ແລະ​ຕາມ​ດ່ານຂ້າມຊາຍ​ແດນຕ່າງໆ​ຂອງ​ຕົນ
​ເພື່ອ​ກວດ​ເບິ່ງ ພະຍາດຮ້າຍແຮງ​ຕ່າງໆ ລວມທັງ ອີ​ໂບລາ ຊຶ່ງ​ຍັງ
ສືບ​ຕໍ່​ລະບາດ​ຢູ່​ໃນບາງເຂດ ຂອງອາ​ຟຣິກາຕາ​ເວັນ​ຕົກ​.

ເວລານີ້ ໄດ້ມີການຕິດຕັ້ງອຸປະກອນ​ຕ່າງໆ ​ທີ່​ກວດອຸນຫະພູມ​ຂອງ
​ຮ່າງ​ກາຍ ​ຢູ່ທີ່ເດີ່ນ​ບິນ​ໃນນະຄອນຫລວງພະນົມ​ເປັນ ​ແລະ​ໃນ
ນະຄອນ Siem Reap ​ແລະດ່ານ​ກວດ​ຂ້າມຊາຍແດນ ທີ່ເມືອງ
Poipet ​ໃກ້​ກັບ​ໄທ ​ແລະດ່ານ Bavet ​ໃກ້​ກັບ​ຫວຽດນາມ.

ຫົວໜ້າ​ຄວບ​ຄຸມ​ໂຣກຕິດຕໍ່ ຂອງ​ກະຊວງທາ​ລະນະ​ສຸກ ທ່ານ Ly
Sovann ບອກຜູ້​ສື່​ຂ່າວ​ວີ​ໂອ​ເອພາສາ​ຂະ​ແມ​ວ່າ ມາດ​ຕະການ​ຕ່າງໆ​ນັ້ນ ​ແມ່ນ​ເພື່ອ​ກວດ​
ຫາ​ໂຣກອີ​ໂບລາ ​ໂຣກລະບົບຫາຍໃຈຈາ​ກຕາ​ເວັນ​ອອກ​ກາງ ​ແລະ ​ໂຣກໄຂ້ຫວັດສັດ​ປີກ
ຊຶ່ງ​ໂຣກ​ເຫຼົ່ານີ້​ສາມາດ​ເປັນ​ອັນ ຕະລາຍແກ່​ຊີວິດ​ຕໍ່ມວນ​ມະນຸດ.

ສະໄລດ໌ ການລະບາດ ຂອງອີໂບລາ:

ທ່ານ Ly Sovann ​ເວົ້າວ່າ “ບັນດາຜູ້​ໂດຍສານ​ໃດໆ​ຈາກ​ຈີນ ​ແລະຕາ​ເວັນ​ອອກກາງ ທີ່​ມີ​ອຸນຫະພູມ​ຮ່າງ​ກາຍ ສູງ​ກວ່າ 38 ອົງສາ Celsius ມີ​ອາການ​ເຈັບຄໍ ພວກ​ເຂົາ​ຕ້ອງ​ໄປ​ທີ່ໂຮງໝໍ​ ເພື່ອ​ລາຍ​ງານ​ກ່ຽວ​ກັບ​ການ​ເດີນທາງ​ ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ Ly Sovann ກ່າວຕື່ມ​ວ່າ ບໍ່​ມີ​ຮ່ອງຮອຍ​ວ່າ​ມີ​ການລະບາດ​ຂອງ​ເຊື້ອ​ໂຣກເຫຼົ່ານີ້ຢູ່​
ໃນ​ກຳປູ​ເຈຍ​ ໃນ​ຂະນະ​ນີ້ແຕ່ຢ່າງໃດ ​ແຕ່ທ່ານ​ເວົ້າວ່າ​ຊາວ​ກຳ​ປູເຈຍ “ຕ້ອງ​ມີ​ຄວາມ
ລະມັດລະວັງ​ໃນ​ຂະນະ​ທີ່​ເດີນທາງ​ໄປ​ປະ ເທດເຫຼົ່ານັ້ນ”
ບ່ອນ​ທີ່​ໂຣກຕ່າງໆ
ລະບາດຢູ່​ນັ້ນ.

ເບິ່ງວີດີໂອ ການລະບາດ ຂອງ ອີໂບລາ:

EBOLA VO
please wait
Embed

No media source currently available

0:00 0:01:31 0:00

XS
SM
MD
LG