ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ ກຳປູເຈຍ ພົບວ່າ ຈຳເລີຍ ທັງ 23 ຄົນ ມີຄວາມຜິດ ແຕ່ກໍຖືກປ່ອຍ (ສະໄລດ໌/ວີດີໂອ)


ຜູ້ສະໜັບສະໜຸນຄົນນຶ່ງ ຍ່າງຜ່ານລົດຈັກສາມລໍ້ເຄື່ອງ ທີ່ຈອດເປັນແຖວ ທີ່ຖືກບັງໂດຍປ້າຍຄຳຂວັນສະໜັບສະໜຸນ ພວກຈຳເລີຍ 23 ຄົນ ທີ່ນະຄອນຫຼວງພະນົມເປັນ (ຖ່າຍໂດຍ Robert Carmichael ຜູ້ສື່ຂ່າວ VOA, 30 ພຶດສະພາ 2014) )
ຜູ້ສະໜັບສະໜຸນຄົນນຶ່ງ ຍ່າງຜ່ານລົດຈັກສາມລໍ້ເຄື່ອງ ທີ່ຈອດເປັນແຖວ ທີ່ຖືກບັງໂດຍປ້າຍຄຳຂວັນສະໜັບສະໜຸນ ພວກຈຳເລີຍ 23 ຄົນ ທີ່ນະຄອນຫຼວງພະນົມເປັນ (ຖ່າຍໂດຍ Robert Carmichael ຜູ້ສື່ຂ່າວ VOA, 30 ພຶດສະພາ 2014) )
ສານແຫ່ງນຶ່ງຂອງກຳປູເຈຍ ພົບເຫັນວ່າ 23 ຄົນມີຄວາມຜິດ ໃນ
ການກໍ່ຄວາມຮຸນແຮງໃນລະຫວ່າງການນັດຢຸດງານປະທ້ວງໂດຍ
ພວກຄົນງານ ໂຮງານຕັດຫຍິບ ແຕ່ທັງໝົດ ໄດ້ຖືກຝາກໂທດໄວ້
ແລະຖືກປ່ອຍ ໃຫ້ເປັນອິດສະຫຼະແລ້ວ.

ສານໃນເຂດເທສະບານນະຄອນຫຼວງພະນົມເປັນ ໄດ້ຕັດສິນໃນ
ວັນສຸກມື້ນີ້ວ່າ ພວກຈຳເລີຍທີ່ໄດ້ຖືກຄຸມຂັງ ນັບຕັ້ງແຕ່ພວກເຂົາ
ເຈົ້າຖືກຈັບ ໃນເດືອນມັງກອນຜ່ານມານັ້ນ ໄດ້ຮັບໃຊ້ໂທດພຽງພໍ
ແລ້ວ.

ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ພາກັນສະແດງຄວາມຍິນດີຕໍ່
ການປ່ອຍພວກຈຳເລີຍເຫຼົ່ານີ້ແຕ່ກໍໄດ້ຕຳໜິຕິຕຽນການຕັດສິນວ່າພວກເຂົາເຈົ້າມີຄວາມຜິດ.

ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ປະນາມຢ່າງໜັກຕໍ່ການຈັບກຸມດັ່ງກ່າວໂດຍເວົ້າວ່າ ພວກ ຈຳເລີຍໄດ້ຖືກດຳເນີນຄະດີ ເພື່ອບໍ່ຢາກໃຫ້ພວກເຂົາເຈົ້າເດີນຂະບວນປະທ້ວງອີກ.

ມີຫລາຍໆຄົນໄດ້ເສຍຊີວິດແລະຫຼາຍສິບຄົນໄດ້ຮັບບາດເຈັບເວລາພວກທະຫານ ໄດ້ຍິງປືນ ເຂົ້າໃສ່ຝູງຊົນທີ່ທຳການປະທ້ວງຢູ່ນອກນະຄອນຫຼວງພະນົມເປັນ ເມື່ອເດືອນມັງກອນຜ່ານ ມາ. ເຈົ້າໜ້າທີ່ບໍ່ຍອມທຳການສືບສວນເບິ່ງວ່າ ການກະທຳຂອງກຳລັງຮັກສາຄວາມສະຫງົບ ຖືກຕ້ອງຕາມກົດໝາຍຫລືບໍ່.

ພວກປະທ້ວງເຫຼົ່ານີ້ພາກັນຮຽກຮ້ອງໃຫ້ຂຶ້ນເງິນເດືອນຂັ້ນຕ່ຳສຸດເປັນສອງເທົ່າ.
CAMBODIA TRIAL SOTVO
please wait
Embed

No media source currently available

0:00 0:00:42 0:00
XS
SM
MD
LG