ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາປູເຈຍຕົກລົງຊື້ ເຮລີຄອບເຕີທະຫານ ຈາກຈີນ


ທ່ານຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ.
ທ່ານຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ.


















ກໍາປູ​ເຈຍ​ໄດ້​ຕົກລົງ​ທີ່​ຈະ​ຊື້ເອົາ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ທະຫານຈາກ​ຈີນ​ ຈໍານວນນຶ່ງ ​ທີ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບວ່າ​ເທົ່າ​ໃດ​.

ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ທີ່​ພົວພັນ​ກັບ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຮຸ່ນ “Z-9 ທີ່ເຮັດໃນ​ປະ​ເທດຈີນນັ້ນ​ ໄດ້​ປະກາດ​ໃຫ້​ຊາບ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ເປັນ​ນຶ່ງ​ໃນ​ຂໍ້​ຕົກລົງ​ 20 ​ກວ່າ​ສະບັບ​ທີ່​ໄດ້​ບັນລຸກັນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫລວງ​ພະນົມ​ເປັ​ນຂອງ​ທ່ານ Zhou Yongkang ສະມາຊິກ​ກົມ​ການ​ເມືອງ​ຈີນ.

ຂໍ້​ຕົກ​ລົງອື່ນໆ​ນັ້ນ ມີ​ຮວມທັງ​ສັນຍາຂຸດ​ຄົ້ນ​ບໍ່​ແຮ່​ແລະ​ໂຮງ​ໄຟຟ້າ ​ແລະ​ການຈັດ​ແຈງ​ເພື່ອ​ຊ່ອຍ​ບໍລິສັດ​ໂທລະສັບ​ມື​ຖື​ CamGSM ຂອງກໍາປູ​ເຈຍ ສ້າງ​ດາວ​ທຽມດວງ​ທໍາ​ອິດ​ຂອງ​ປະ​ເທດ​.

ການ​ລັ່ງ​ໄຫລ​ຂອງການ​ລົງທຶນ​ຂອງ​ຈີນ​ເຂົ້າ​ມາ​ໃນ​ກໍາ​ປູ​ເຈຍ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ໄດ້​ກະ​
ຕຸ້ນ​ໃຫ້​ພວກ​ທີ່ຕິຕຽນບໍ່​ເຫັນ​ພ້ອມ​ນໍາເຕືອນ​ວ່າ ກໍາປູ​ເຈຍ​ກໍາລັງ​ຈະ​ກາຍ​ເປັນ​ປະ​ເທດ​ທີ່ອາ
ໄສ​ກາງ​ຕໍ່​ກຸງ​ປັກ​ກິ​ງຫລາຍ​ໂພດ. ​ແຕ່​ໂຄສົກ​ປະ​ຈໍາ​ນາຍົກລັດຖະມົນຕີຮຸນ​ແຊນໄດ້ກ່າວຊົມ
ເຊີຍວ່າເປັນ “ຍຸກ​ໃໝ່​ແຫ່ງ​ການ​ຮວມ​ໄມ້​ຮ່ວມ​ມື​ກັນ” ລະຫວ່າງ​ສອງ​ປະ​ເທດ.

ສື່​ມວນ​ຊົນ​ຂອງທາງ​ການ​ຈີນ ກ່າວ​ວ່າ ທ່ານ​ຮຸນ​ແຊນ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາໃນລະຫວ່າງ​
ການ​ພົບ​ປະ​ຫາລື​ກັນນັ້ນວ່າ ກໍາປູ​ເຈຍ​ຈະ​ຍຶດໝັ້ນ​ຕໍ່​ນະ​ໂຍບາຍ​ຈີນ​ດຽວ.

ທ່ານ Zhou ​ທໍາ​ການ​ຢ້ຽມຢາມ​ກຸງ​ພະນົມເປັນ ຫລົງ​ຈາກໄປຢ້ຽມຢາມ​ເນ​ປານ​ແລະ​ລາວ​
ມາ​ແລ້ວ. ທ່ານ​ຍັງ​ມີ​ໝາຍ​ກໍານົດ​ທີ່​ຈະ​ໄປຢ້ຽມຢາມ ​ປະ​ເທດ Tajikistan ​ແລະ Mongo
lia ເຊ່ນ​ກັນ.

XS
SM
MD
LG