ລິ້ງ ສຳຫລັບເຂົ້າຫາ

ມີ 2 ຄົນແລ້ວ ເສຍຊີວິດ ຍ້ອນໄຂ້ຫວັດ ສັດປີກ ຢູ່ກຳປູເຈຍ ປີນີ້

  • Robert Carmichael

ຮູບໂປດສະເຕີ້ທີ່ແນໃສ່ເພື່ອສ້າງຄວາມຕື່ນຕົວກ່ຽວກັບໄຂ້ຫວັດສັດປີກ ໄດ້ຕິດຢູ່ທີ່ກະຊວງສາທາລະນະສຸກ ໃນກຸງພະນົມເປັນ (6 ເມສາ 2006)

ມີຊາວກຳປູເຈຍ 2 ຄົນແລ້ວ ເສຍຊີວິດຍ້ອນໄຂ້ຫວັດສັດປີກ ໃນປີ 2013 ນີ້ ຊຶ່ງເຮັດໃຫ້ການເລີ້ມຕົ້ນຂອງປີໃໝ່ນີ້ ເປັນການເລີ້ມຕົ້ນ ທີ່ໜ້າວິຕົກກັງວົນ. Robert Carmichael ຜູ້ສື່ຂ່າວ ຂອງວີໂອເອ ມີລາຍງານ ກ່ຽວກັບເລື່ອງນີ້ ຈາກນະຄອນຫລວງພະນົມເປັນ.

ເວລານີ້ ເດັກຍິງກຳປູເຈຍອາຍຸ 2 ຂວບຄົນນຶ່ງ ພວມມີອາການ
ສາຫັດ ຢູ່ທີ່ນະຄອນຫຼວງພະນົມເປັນ ຫຼັງຈາກໄດ້ເຂົ້າຮັບການ
ປິ່ນປົວຢູ່ທີ່ໂຮງໝໍຍ້ອນຕິດເຊື້ອໄວຣັສ H5N1 ຊຶ່ງຮູ້ກັນໃນອີກ
ຊື່ນຶ່ງວ່າ ໄຂ້ຫວັດສັດປີກນັ້ນ.

ທ່ານ Sonny Inbaraj Krishnan ເຈົ້າໜ້າທີ່ປະຊາສຳພັນຂອງ
ອົງການອະນາໄມໂລກທີ່ພະນົມເປັນກ່າວວ່າເຫດການດັ່ງກ່າວ
ນີ້ໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ.

ທ່ານ Krishnan ເວົ້າວ່າ “ນີ້ແມ່ນ ການຕິດໄຂ້ຫວັດສັດປີກ
ກໍລະນີທີ 4 ພາຍໃນເດືອນນີ້. ໃນປີກາຍນີ້ ພວກເຮົາພົບ
ເຫັນ 3 ກໍລະນີດ້ວຍກັນແຕ່ພາຍໃນໄລຍະນຶ່ງເດືອນຂອງ
ປີໃໝ່ ພວກເຮົາມີ 4 ກໍລະນີແລ້ວ ແລະພວກເຮົາກໍມີຄວາມເປັນຫ່ວງທີ່ສຸດ ກ່ຽວ ກັບເລື່ອງນີ້.”


ເຊື້ອ H5N1 ຊຶ່ງສາມາດແຜ່ລະບາດຈາກສັດປີກທີ່ຕິດເຊື້ອ ໄປຫາຜູ້ຄົນໄດ້ນັ້ນ ໄດ້ຖືກພົບ ເຫັນເທື່ອທຳອິດ ຢູ່ໃນມະນຸດທີ່ຮົງກົງ ໃນປີ 1997. ມັນເປັນເຊື້ອໄວຣັສທີ່ເປັນອັນຕະລາຍ ຮ້າຍແຮງ ຊຶ່ງມາຮອດເວລານີ້ ແມ່ນໄດ້ເອົາຊີວິດຜູ້ຄົນໄປແລ້ວປະມານ 360 ຄົນຢູ່ໃນທົ່ວ ໂລກຄືຫຼາຍກວ່າເຄິ່ງນຶ່ງຂອງຈໍານວນພວກທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອໄວຣັສດັ່ງກ່າວ.

ຜູ້ເຄາະຮ້າຍຄົນຫຼ້າສຸດຢູ່ກຳປູເຈຍ ແມ່ນເດັກຍິງໄວ 15 ປີທີ່ເສຍຊີວິດເມື່ອນຶ່ງອາທິດຜ່ານ ມາ ແລະຜູ້ຊາຍອາຍຸ 35 ປີ ທີ່ເສຍຊີວິດ ໃນມື້ວັນພຸດແລ້ວ. ສ່ວນເດັກທາລົກຄົນນຶ່ງ ທີ່ລົ້ມ ປ່ວຍໃນຕົ້ນເດືອນນີ້ ໄດ້ຫາຍດີແລ້ວ.

ໃນທ້າຍສັບປະດາຜ່ານມານີ້ ພວກເຈົ້າໜ້າທີ່ໄດ້ຂ້າ ແລ້ວກໍເຜົາໄກ່ແລະເປັດ ປະມານ 4 ພັນໂຕທີ່ບ້ານແຫ່ງນຶ່ງ ບ່ອນທີ່ເດັກຍິງໄວ 15 ປີເສຍຊີວິດ.

ແຕ່ແນວໃດກໍຕາມ ພະຍາດອື່ນໆເຊັ່ນໄຂ້ເລືອດອອກແລະໄຂ້ຍຸງ ແມ່ນເຮັດໃຫ້ມີຜູ້ເສຍຊີ ວິດຫຼາຍກວ່າເຊື້ອໄວຣັສ H5N1 ອີກດັ່ງນັ້ນຈຶ່ງໄດ້ມີການຖາມທ່ານ Krishnan ວ່າແມ່ນ ຫຍັງທີ່ພາໃຫ້ມີຄວາມກັງວົນໃຈກ່ຽວກັບໄຂ້ຫວັດສັດປີກ.

ທ່ານ Krishnan ເວົ້າວ່າ “ສິ່ງທີ່ພວກເຮົາມີຄວາມເປັນຫ່ວງໂດຍສະເພາະກໍຄືເຊື້ອ ໄວຣັສ H5N1 ອາດສາມາດປັບປ່ຽນ ໃນອັນທີ່ພວກເຮົາເອິ້ນວ່າ ການຮວມຕົວ ເຂົ້າ ແລະປະສົມປະສານ ກັບເຊື້ອໄວຣັສໄຂ້ຫວັດຊະນິດອື່ນ ແລະອາດເຮັດໃຫ້
ກາຍເປັນເຊື້ອໄວຣັສໃໝ່ທີ່ສາມາດແຜ່ລະບາດໃນໝູ່ມວນມະນຸດນັ້ນຄືສິ່ງທີ່ພວກ ເຮົາມີຄວາມເປັນຫ່ວງທີ່ສຸດ.”


ກຳປູເຈຍເປັນປະເທດມີການກະສິກຳເປັນຫຼັກແລະທຸກໆບ້ານກໍແມ່ນຈະລ້ຽງໄກ່ແລະເປັດ. ພວກເຈົ້າໜ້າທີ່ກະຊວງສາທາລະນະສຸກກຳລັງຕິດຕາມເບິ່ງຢູ່ວ່າ ມີຜູ້ໃດແດ່ໄດ້ສຳຜັດກັບ ພວກທີ່ລົ້ມປ່ວຍຍ້ອນຕິດເຊື້ອໄວຣັສນີ້ ແລະພວກເຈົ້າໜ້າທີ່ຂອງກະຊວງກະສິກຳກໍພວມ ທຳການກວດກາເບິ່ງສັດປີກ ໃນບ້ານຕ່າງໆທີ່ໄດ້ຮັບຜົນກະທົບ ແລະກໍໄດ້ທຳລາຍສັດປີກ ທີ່ປ່ວຍເຫຼົ່ານັ້ນຖິ້ມ.

ໃນມື້ວັນສຸກແລ້ວລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍທ່ານ Mam Bunheng ໄດ້ຮຽກຮ້ອງໃຫ້ພວກພໍ່ແມ່ເດັກນ້ອຍ ກຳກັບເບິ່ງແຍງນຳພວກລູກເຕົ້າເຂົາເຈົ້າ ໃຫ້ລ້າງມື ເປັນປະຈຳແລະບໍ່ໃຫ້ເຂົ້າໄປໃກ້ສັດປີກທີ່ປ່ວຍຫຼືຕາຍແລ້ວ. ນອກນັ້ນທ່ານຍັງໄດ້ແນະນຳ ໃຫ້ພໍ່ແມ່ພາພວກເດັກນ້ອຍທີ່ເລີ້ມມີອາການຫາຍໃຈຍາກນັ້ນໄປປິ່ນປົວຢູ່ທີ່ສຸກສາລາຫຼືຄລີ ນິກທີ່ໃກ້ບ້ານໂດຍໄວ.

ທ່ານ Krishnan ກ່າວວ່າ ໄດ້ມີການນຳໃຊ້ໂທລະພາບແລະວິທະຍຸໃນການປະກາດຂ່າວ ດັ່ງກ່າວນີ້.

ທ່ານ Krishnan ເວົ້າວ່າ “ນັບແຕ່ອາທິດນີ້ໄປ ພວກເຮົາຈະເພີ້ມ ການອອກຂ່າວ ທາງວິທະຍຸແລະໂທລະພາບປະກາດເຕືອນໃຫ້ປະຊາຊົນຮູ້ຈັກກ່ຽວກັບວ່າຄວນ ຈະປ້ອງກັນແບບໃດ ເພື່ອບໍ່ໃຫ້ເຂົາເຈົ້າແລະຄອບຄົວ ຕິດເຊື້ອໄຂ້ຫວັດສັດປີກ ໂດຍສະເພາະແລ້ວໃຫ້ລະວັງບໍ່ໃຫ້ພວກເດັກນ້ອຍຫຼິ້ນໄກ່ຕາຍແລະສີ່ງທີ່ສຳຄັນ ອີກຢ່າງນຶ່ງ ກໍຄືລ້າງມືໃຫ້ສະອາດ.”

ກຳປູເຈຍລາຍງານເປັນເທື່ອທຳອິດກ່ຽວກັບກໍລະນີການຕິດເຊື້ອ H5N1 ໃນປີ 2005 ເວ ລາ 4 ຄົນເສຍຊີວິດ ຍ້ອນພະຍາດດັ່ງກ່າວ. ມາຮອດປັດຈຸບັນ ປີທີ່ໄດ້ຮັບຜົນກະທົບແຮງ ທີ່ສຸດແມ່ນ 2011 ຊຶ່ງມີຜູ້ຕິດເຊື້ອທັງໝົດ 8 ຄົນ ແລະໝົດທັງ 8 ຄົນ ໄດ້ເສຍຊີວິດ.

ພາກສ່ວນສາທາລະນະສຸກ ທີ່ອ່ອນແອຂອງກຳປູເຈຍ ເປັນອຸບປະສັກຢ່າງນຶ່ງ ແລະກໍເປັນ
ເຫດຜົນໃຫຍ່ທີ່ອະທິບາຍວ່າ ເປັນຫຍັງອັດຕາການເສຍຊີວິດຍ້ອນໄຂ້ຫວັດສັດປີກຂອງ ກຳປູເຈຍ ຈຶ່ງສູງເກືອບເຖິງ 90% ຄື 21 ຄົນເສຍຊີວິດຈາກຈຳນວນຜູ້ຕິດເຊື້ອທັງໝົດ 24 ຄົນ ຊຶ່ງສູງກວ່າອັດຕາສະເລ່ຍຂອງໂລກ ທີ່ຢູ່ໃນລະດັບປະມານ 60% ນັ້ນ.

ແຕ່ທ່ານ Krishnan ເຈົ້າໜ້າທີ່ຝ່າຍປະຊາສຳພັນຂອງອົງການອະນາໄມໂລກ ໄດ້ເຕືອນ ໃຫ້ລະມັດລະວັງກ່ຽວກັບການສະລຸບດັ່ງກ່າວ ໂດຍຊີ້ໃຫ້ເຫັນວ່າ ຕົວຢ່າງແມ່ນໜ້ອຍເກີນ ໄປ. ຢ່າງໃດກໍຕາມ ທ່ານເວົ້າວ່າ ມີຫລາຍປັດໄຈຢູ່ໃນທ້ອງຖິ່ນທີ່ເພິ່ມໃສ່ບັນຫາ. ເຊັ່ນວ່າ ເວລາຜູ້ຄົນລົ້ມປ່ວຍ ບ່ອນທຳອິດທີ່ຍາດພີ່ນ້ອງເຂົາເຈົ້າພາໄປ ກໍແມ່ນຮ້ານຂາຍຢາຫຼືຄລີ ນິກເອກກະຊົນໃນເຂດທ້ອງຖິ່ນ ແທນທີ່ຈະໄປໂຮງໝໍໃນທັນທີ.

ເຊື້ອໄວຣັສ H5N1 ສາມາດເອົາຊີວິດຜູ້ຄົນໄດ້ໃນເວລາບໍ່ຮອດນຶ່ງອາທິດຫຼັງຈາກຕິດເຊື້ອ ແລ້ວ ດັ່ງນັ້ນການເສຍເວລາສອງສາມມື້ ໃນການປິ່ນປົວທີ່ບໍ່ໄດ້ຜົນແລະການວິນິດໄສອາ ການທີ່ບໍ່ຖືກຕ້ອງ ສາມາດພາໃຫ້ຜູ້ປ່ວຍເສຍຊີວິດໄດ້.

ທ່ານ Krishnan ເວົ້າວ່າ “ເວລາອາການຊຸດໂຊມລົງ ແລະຄລີນິກທ້ອງຖິ່ນຫຼືຮ້ານ ຂາຍຢາບໍ່ສາມາດສັ່ງຢາປົວໃຫ້ຫາຍໄດ້ຕໍ່ໄປແລ້ວ ນັ້ນແຫຼະຄືເວລາທີ່ພວກເຂົາ ເຈົ້າຖືກບອກໃຫ້ພາເດັກນ້ອຍຫຼືຄົນເຈັບໄປໂຮງໝໍແລະເວລາໄປເຖິງໂຮງໝໍແລ້ວ ໂອກາດແມ່ນມີໜ້ອຍເຕັມທີ ທີ່ພວກເຂົາເຈົ້າຈະລອດຊີວິດໄດ້.”

ເຫດການທີ່ຈະເພິ່ມບັນຫາໃຫ້ອີກອັນນຶ່ງກໍຄືບຸນກຸດຈີນ ຊຶ່ງຈະເລີ້ມໃນວັນທີ 10 ກຸມພານີ້. ມັນເປັນເວລາ ທີ່ຈະມີການສົ່ງສັດປີກເປັນຈຳນວນຫຼວງຫຼາຍ ໄປຂາຍຢູ່ຕະຫຼາດ ແລະພາ ໃຫ້ມີຄວາມສ່ຽງຫຼາຍຂຶ້ນ ທີ່ວ່າສັດປີກຊຶ່ງຕິດເຊື້ອ H5N1 ແລ້ວນັ້ນ ອາດຈະເຮັດໃຫ້ເຊື້ອ ພະຍາດ ແຜ່ຂະຫຍາຍອອກໄປ. ພວກເຈົ້າໜ້າທີ່ສາທາລະນະສຸກຫວັງວ່າ ຄວາມພະຍາ ຍາມໃນການເຜີຍແຜ່ຂໍ້ມູນທີ່ພວມດຳເນີນຢູ່ໃນເວລານີ້ຈະໃຫ້ຜົນໃນການຊ່ອຍສະກັດກັ້ນ ໂຣກໄຂ້ຫວັດສັດປີກໄວ້ໄດ້.
XS
SM
MD
LG