ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຢູ ກັບອາຊ່ຽນ ຈະເຈລະຈາເຮັດ ສັນຍາການຄ້າເສລີກັນ


ທ່ານສຸຣີນ ພິດສຸວັນ ເລຂາທິການໃຫຍ່ສະມາຄົມອາຊ່ຽນ ເຂົ້າຮ່ວມ
ກອງປະຊຸມສຸດຍອດອາຊ່ຽນທີ່ພະນົມເປັນ ກໍາປູເຈຍ
ທ່ານສຸຣີນ ພິດສຸວັນ ເລຂາທິການໃຫຍ່ສະມາຄົມອາຊ່ຽນ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊ່ຽນທີ່ພະນົມເປັນ ກໍາປູເຈຍ

ເຈົ້າໜ້າ​ທີ່ການ​ຄ້າ​ຄົນ​ສໍາຄັນຂອງສະຫະພາບ​ຢູ​ໂຣບ ສະ​ແດງ​ຄວາມປະສົງຢາກຈະເລີ່ມທໍາ ການ​ ເຈລະຈາ​​ເຮັດສັນຍາ​ການ​ຄ້າ​ເສລີ​ ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ໄກ​ ​ກັບ​ສະມາຄົມ​ປະຊາຊາດເອ​ ເຊຍຕາ​ເວັນ​ອອກສຽງ​ໃຕ້ ຫລື​ອາ​ຊ່ຽນ​ນັ້ນ. ຄວາມ​ເຫັນ​ດັ່ງກ່າວ​ນີ້​ໄດ້​ມີຂຶ້ນຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ທຸ​ລະກິດ​ບັ້ນນຶ່ງ​ ລະຫວ່າງ​ບັນດາ​ເຈົ້າໜ້າ​ທີ່ສະຫະພາບ​ຢູ​ໂຣບ ຫລື​ອີ​ຢູ ​ກັບສະມາຄົມອາ ​ຊ່ຽນ ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້​ ລ່ວງ​ໜ້າ​ກອງ​ປະຊຸມ​ສຸດ​ຍອດອາ​ຊ່ຽນ​​ທີ່​ກໍາປູ​ເຈ​ຍໃນ​ອາທິດ​ນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Irwin Loy ມີລາຍ​ງານ​ມາ​ຈາກ​ ​ນະຄອນຫລວງພະນົມ​ເປັນ ຊຶ່ງທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ.

ທ່ານ Karel De Gucht ຫົວໜ້າ​ກໍາມາ​ທິການ​ການ​ຄ້າ​ຂອງ ສະ​ຫະພາບ​ຢູ​ໂຣບ ກໍາລັງ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສໍາພັນ​ທີ່ໃກ້​ຊິດ​ຂຶ້ນກວ່າ​ເກົ່າ ​ລະຫວ່າງ​ອີ​ຢູ​ແລະ​ກຸ່ມ​ສະມາຄົມ​ອາ​ຊ່ຽນ​ ທີ່​ມີ​ສະມາຊິກ​ສິບ​ປະ​ເທດ​ນັ້ນ. ​ໃນ ລະຫວ່າງ​ກອງ​ປະຊຸມ​ຂອງ​ພວກ​ເຈົ້າໜ້າ​ທີ່​ອີ​ຢູ​ແລະ​ອາ​ຊ່ຽນ ​ເມື່ອ​ວັນອາທິດ​ຜ່ານ​ມາ​ນີ້ ທ່ານ De Gucht ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ຮ່ວມ​ປະຊຸມ​ທັງ ຫລາຍ​ ຈົ່ງ​ສ້າງ​ຄວາມ​ກ້າວໜ້າ​ທີ່ເປັນ​ຮູບ​ປະ​ທໍາ ​ໃນການ​ເຈລະຈາ​ຕໍ່​ຮອງ​ກັນ ​ເພື່ອ​ເຮັດສັນຍາ​ການ​ຄ້າ​ເສລີ​ສະບັບ​ນຶ່ງ​ລະຫວ່າງ​ສອງ​ຂົງ​ເຂດນີ້ ຊື່​ງ ທ່ານ De Gucht ກ່າວ​ວ່າ:

“ພວກ​ເຮົາ​ແມ່ນ​ຕ້ອງການ​ໃຫ້​ມີ​ສັນຍາ​ການ​ຄ້າ​ຂອງ​ສັດຕະ​ວັດ​ທີ່ 21 ທີ່​ຄົບຖ້ວນ
​ຮອບດ້ານ​ລະຫວ່າງ​ຂົງ​ເຂດ​ທັງ​ສອງ​ຂອງພວກ​ເຮົາ ຄື​ມັນ​ຕ້ອງ​ທັບ​ມ້າງສິ່ງ​ກີດ​ຂວາງ
ຕ່າງໆ​ ທີ່​ເປັນອຸບປະສັກ​ຕໍ່​ການຫລັ່ງ​ໄຫລຂອງສິນຄ້າ ການ​ບໍລິການ​ແລະ​ການ​ລົງ
ທຶນ​ລະຫວ່າງ​ຂົງ​ເຂດ​ຂອງ​ພວກ​ເຮົາ. ແລະ​ນັ້ນ​ໝາຍ​ເຖິງ​ວ່າ ບໍ່​ແມ່ນ​ແຕ່​ຈະ​ລົບ​ລ້າງ​
ອັດຕາ​ພາສີ​ພຽງ​ຢ່າງ​ດຽວ​ເທົ່ານັ້ນ ​ແຕ່​ຍັງ​ຈະ​ຕ້ອງ​ກໍາຈັດ​ກົດ​ເກນ​ບັງຄັບ​ຕ່າງໆ​ ທີ່
​ກີດ​ກັ້ນ​ການ​ຄ້າໃນ​ດ້ານ​ສິນຄ້າ​ແລະ​ການ​ບໍລິການຕ່າງໆ ປັບປຸງ​ການ​ພິທັກ​ປົກ​ປ້ອງ
​ສິດທິດ້ານຊັບ​ສິນທາງ​ປັນຍາ ​ແລະ​ຄໍ້າປະກັນ​ການ​ເຂົ້າຫາ​ເຂົ້າ​ເຖິງ​ຕະຫລາດ​ ສໍາລັບ​
ການຈັດ​ຊື້ຂອງ​ລັດຖະບານ ຊຶ່ງ​ທັງ​ໝົດ​ແມ່ນ​ຈະ​ຕ້ອງຢູ່​ພາຍ​ໃຕ້​ກອບ​ທີ່​ມີ​ອໍານາດຜູກ​
ມັດ​ທາງກົດໝາຍ.”

ທ່ານ​ De Gucht ກ່າວ​ອີກ​ວ່າ ​ໃນ​ບໍ່​ຊ້າ​ນີ້ ສະຫະພາບ​ຢູ​ໂຣບກໍຈະ​ເລີ່​ມ​ເປີດການ​ເຈລະຈາ​ ກ່ຽວ​ກັບ​ການ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ແບບ​ສອງ​ຝ່າຍ​ ກັບ​ຫວຽດນາມ. ອີ​ຢູໄດ້​ເລິ່ມເປີດ​ການ​ປຶກສາ​ຫາລື​ກັບ​ສິງ​ຄະ​ໂປ​ແລະ​ມາ​ເລ​ເຊຍ​ແລ້ວ ກ່ຽວ​ກັ​ບ​ເລື້ອງ​ດຽວ​ກັນ​ນີ້. ​ແຕ່​ທ່ານ De Gucht ກ່າວ​ວ່າ ​ເປົ້າໝາຍ​ແມ່ນ ​ເຮັດຂໍ້​ຕົກລົງການ​ຄ້າເສລີ​ ກັບ​ກຸ່ມອາ​ຊ່ຽນໂດຍ​ລວມ.

ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຄ້າກໍາປູ ເຈຍ ທ່ານ Cham Prasidh (ຊ້າຍ) ລົມກັບຫົວໜ້າ ຝ່າຍການຄ້າຂອງ EU ທ່ານ Karel De Gucht (ກາງ), ຂະນະທີ່ເລຂາທິການໃຫຍ່ ASEAN ທ່ານ Surin Pitsuwan ຮ່ວມຟັງນໍາ ໃນກອງປະຊຸມສຸດ ຍອດທຸລະກິດ ASEAN-EU ຄັ້ງທີສອງ ຢູ່ນະຄອນ ຫລວງພະນົມເປັນ
ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຄ້າກໍາປູ ເຈຍ ທ່ານ Cham Prasidh (ຊ້າຍ) ລົມກັບຫົວໜ້າ ຝ່າຍການຄ້າຂອງ EU ທ່ານ Karel De Gucht (ກາງ), ຂະນະທີ່ເລຂາທິການໃຫຍ່ ASEAN ທ່ານ Surin Pitsuwan ຮ່ວມຟັງນໍາ ໃນກອງປະຊຸມສຸດ ຍອດທຸລະກິດ ASEAN-EU ຄັ້ງທີສອງ ຢູ່ນະຄອນ ຫລວງພະນົມເປັນ

ກອງ​ປະຊຸມ​ສຸດ​ຍອດ​ປະຈໍາປີ​ນີ້ ​ແມ່ນ​ມີ​ຂຶ້ນ
ທ່າມກາງ​ວິ​ກິດ​ການ​ທາງການ​ເງິນແຫ່ງ​
ພາກ​ພື້ນ​ຢູ​ໂຣບ ທີ່​ກໍາລັງ​ມີ​ຢູ່ຕໍ່​ມາ​ນັ້ນ.
ທ່ານ De Gucht ​ໄດ້​ໃຊ້ຄໍາ​ປາໄສ​ສ່ວນ​
ໃຫຍ່​ຂອງ​ທ່ານ​ ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້
ກ່າວ​ໃຫ້​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່ ​ແກ່ບັນດ
າ​ຜູ້ນໍາ​ອາ​ຊ່ຽນ​ວ່າ ​ໄລຍະຮ້າຍ​ແຮງ​ທີ່​ສຸດ
​ຂອງ​ວິ​ກິດ​ການ​ແມ່ນໄດ້​ຜ່ານ​ພົ້ນ​ໄປແລ້ວ.
ເມື່ອ​ສິບ​ຫ້າ​ປີກ່ອນ​ນີ້ ສະຖານະ​ການແມ່ນ
ກົງກັນຂ້າມ ຄື ​ເສດຖະກິດ​ຂອງ​ຂົງ​ເຂດ
​ເອ​ເຊຍ​ໄດ້​ປະສົບ​ກັບ​ຄວາມ​ວຸ້ນວາຍ​ທາງ
​ການເງິນ​ຢ່າງໃຫຍ່​ໃນ​ເວລາ​ນັ້ນ.

ໃນ​ຄໍາ​ປາໄສ​ຂອງ​ທ່ານນັ້ນ ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ສະ ມາ​ຄົມ​ອາ​ຊ່ຽນ ​ໄດ້​ກ່າວເຍີ້​ຍ​ ແບບ​ຫຍິກ​ແກມ​ຢ​ອກ ​ບັນດາ​ຄູ່​ຕໍາ​ແໜ່​ງອີ​ຢູ ຂອງ​ທ່ານ​ວ່າ:

ເມື່ອ​ປີ 1997 ຢູ​ໂຣບບອກ​ພວກ​ເຮົາ​ວ່າ ຈົ່ງຈັດການແກ້​ບັນ​ຫາບ້ານ​ຂອງ​ພວກ​ທ່ານ​
ໃຫ້​ເປັນ​ລະ​ບຽບ
. ມາບັດ​ນີ້ ພວກ​ເຮົາ​ກໍ​ຂໍ​ຮ້ອງ​ໃຫ້​ຢູ​ໂຣບ ຈົ່ງຈັດການ​ບ້ານ​ຂອງ​ພວກ
​ທ່ານ​ໃຫ້​ເປັນ​ລະ​ບຽບຄື​ກັນ.

ການ​ຄ້າ​ລະຫວ່າງ​ທັງ​ສອງ​ຂົງ​ເຂດ​ດັ່ງກ່າວ​ນີ້ ​ແມ່ນ​ມີ​ບໍລິ​ມາດ​ແລະ​ມູນ​ຄ່າ​ຫລາຍ​ສົມຄວນ. ສະມາຄົມອາ​ຊ່ຽນ​ໂດຍ​ລວມ​ແລ້ວ ​ແມ່ນ​ເປັນ​ພາຄີ​ການ​ຄ້າ​ໃຫຍ່ ອັນ​ດັບ​ສາມ​ຂອງ​ອີ​ຢູ ​ໃນ​ຂະນະ​ທີ່​ອີ​ຢູ​ກໍເປັນພາຄີ​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອາ​ຊ່ຽນ. ທ່ານ​ສຸ​ຣີນ ກ່າວ​ອີກ​ວ່າ ຄວາມ​ສໍ​າພັນ​ດ້ານ​ເສດຖະກິດ​ທີ່​ສໍາຄັນເຫລົ່າ​ນີ້​ຈະ​ຕ້ອງ​ເຕີບ​ໂຕຂຶ້ນ ​ເພື່ອ​ເປັນ​ຕົວ​ກັນ​ກະທົບ
​ຕໍ່​ສິ່ງ​ທ້າທາຍ​ຕ່າງໆທາງ​ດ້ານ​ການ​ເງິນ ​ໃນ​ອະນາຄົດ​ໄດ້ ຊຶ່ງ​ທ່ານ​ເວົ້າ​ວ່າ:.

ນີ້​ຄືຂົງ​ເຂດທີ່​ທັງ​ສອງວົງ​ການ​ທຸລະ​ກິດ ຢູ່​ໃນສະມາຄົມ​ອາຊ່ຽນແລະ​ອີ​ຢູ ຈະ​ຕ້ອງ
ພົວພັນກັນ
ເພື່ອຜ່ອນ​ເບົາຜົນ​ກະທົບ ໃຫ້ໜ້ອຍ​ລົງ ຈາກພະລັງປ່ຽນ​ແປງຊຸດ​ໃໝ່
ເຫລົ່າ
ນີ້ ຜ່ານການ​ຄ້າ ການ​ລົງທຶນ​ ​ເທັກ​ໂນ​ໂລ​ຈີ່ ​ເພື່ອ​ຍົກ ລະດັບ​ຄວາມ​ເປັນ​ພາຄີ
ການ​ຮ່ວມ​ມື ​ແລະ​ການເຊຶ່ອມຕໍ່​ຂອງ​ພວກ​ເຮົາ​ໃຫ້​ສູງຂຶ້ນ​ໄປ​ເລື້ອຍໆ ​ເພື່ອ​ວ່າ​ພວກ
​ເຮົາ​ຈະ​ສາມາດ​ສ້າງສັນ​ໂອກາດ​ອັນ​ດີງາມ​ຫລາຍ​ຂຶ້ນ ​ແລະເພື່ອ​ວ່າ
ຫລາຍທຸລະ​ກິດ​
ຂຶ້ນ ຈະ
ສາມາດ​ສວຍໃຊ້​ປະ​ໂຫຍ​ດ ຂອງ​ການເປັນ​ພາຄີ​ຂອງ​ພວກ​ເຮົາ ​ແລະ​ເພື່ອ​
ບັນ​ເທົາ​ຫລື​ລົດ​ຜ່ອນ​ຄວາມບໍ່​ແນ່ນອນ​ຕ່າງໆ​ນາໆລົງ
ຢູ່​ພາຍ​ໃນ​ສອງ​ຂົງ​ເຂດ​ຂອງ​
ພວກ​ເຮົານີ້.

Cambodia ASEAN 2258322

HEAD: EU, ASEAN officials want free trade negotiations to be

ເຈົ້າໜ້າ​ທີ່ການ​ຄ້າ​ຄົນ​ສໍາຄັນ​ທ່ານ​ນຶ່ງຂອງສະຫະພາບ​ຢູ​ໂຣບສະ​ແດງ​ຄວາມ​ປະສົງຢາກ​ຈະ​ເລີ່​ມທໍາການ​ເຈລະຈາເຮັດສັນຍາ​ການ​ຄ້າ​ເສລີ​ ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ໄກ​ ​ກັບ​ສະມາຄົມ​ປະຊາຊາດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ຫລື​ອາ​ຊ່ຽນ​ນັ້ນ. ຄວາມ​ເຫັນ​ດັ່ງກ່າວ​ນີ້​ໄດ້​ມີຂຶ້ນຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ທຸ​ລະກິດ​ບັ້ນ​ນຶ່ງ​ ລະຫວ່າງ​ບັນດາ​ເຈົ້າໜ້າ​ທີ່ສະຫະພາບ​ຢູ​ໂຣບ ຫລື​ອີ​ຢູ ​ກັບສະມາ ຄົມອາ​ຊຽນ ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້​ ລ່ວງ​ໜ້າ​ກອງ​ປະຊຸມ​ສຸດ​ຍອດອາ​ຊ່ຽນທີ່​ກໍາປູ​ເຈ​ຍໃນ​ອາທິດ​ນີ້. ຜູ້​ສື່ ຂ່າວ​ວີ​ໂອ​ເອ Irwin Loy ມີລາຍ​ງານ​ມາ​ຈາກ​ ​ນະຄອນຫລວງພະນົມ​ເປັນ ຊຶ່ງທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ທ່ານ Karel De Gucht ຫົວໜ້າ​ກໍາມາ​ທິການ​ການ​ຄ້າ​ຂອງ ສະ​ຫະພາບ​ຢູ​ໂຣບ ກໍາລັງ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສໍາພັນ​ທີ່ໃກ້​ຊິດ​ຂຶ້ນກວ່າ​ເກົ່າ ​ລະຫວ່າງ​ອີ​ຢູ​ແລະ​ກຸ່ມ​ສະມາຄົມ​ອາ​ຊ່ຽນ​ ທີ່​ມີ​ສະມາຊິກ​ສິບ​ປະ​ເທດ​ນັ້ນ. ​ໃນ ລະຫວ່າງ​ກອງ​ປະຊຸມ​ຂອງ​ພວກ​ເຈົ້າໜ້າ​ທີ່​ອີ​ຢູ​ແລະ​ອາ​ຊ່ຽນ ​ເມື່ອ​ວັນອາທິດ​ຜ່ານ​ມາ​ນີ້ ທ່ານ De Gucht ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ຮ່ວມ​ປະຊຸມ​ທັງ ຫລາຍ​ ຈົ່ງ​ສ້າງ​ຄວາມ​ກ້າວໜ້າ​ທີ່ເປັນ​ຮູບ​ປະ​ທໍາ ​ໃນການ​ເຈລະຈາ​ຕໍ່​ຮອງ​ກັນ ​ເພື່ອ​ເຮັດສັນຍາ​ການ​ຄ້າ​ເສລີ​ສະບັບ​ນຶ່ງ​ລະຫວ່າງ​ສອງ​ຂົງ​ເຂດນີ້ ຊື່​ງ ທ່ານ De Gucht ກ່າວ​ວ່າ:

“ພວກ​ເຮົາ​ແມ່ນ​ຕ້ອງການ​ໃຫ້​ມີ​ສັນຍາ​ການ​ຄ້າ​ຂອງ​ສັດຕະ​ວັດ​ທີ່ 21 ທີ່​ຄົບ ຖ້ວນ​ຮອບດ້ານ​ລະຫວ່າງ​ຂົງ​ເຂດ​ທັງ​ສອງ​ຂອງພວກ​ເຮົາ ຄື​ມັນ​ຕ້ອງ​ທັບ​ມ້າງ ສິ່ງ​ກີດ​ຂວາງຕ່າງໆ​ ທີ່​ເປັນອຸບປະສັກ​ຕໍ່​ການຫລັ່ງ​ໄຫລຂອງສິນຄ້າ ການ​ບໍ ລິການ​ແລະ​ການ​ລົງທຶນ​ລະຫວ່າງ​ຂົງ​ເຂດ​ຂອງ​ພວກ​ເຮົາ. ແລະ​ນັ້ນ​ໝາຍ​ເຖິງ​ວ່າ ບໍ່​ແມ່ນ​ແຕ່​ຈະ​ລົບ​ລ້າງ​ອັດຕາ​ພາສີ​ພຽງ​ຢ່າງ​ດຽວ​ເທົ່ານັ້ນ ​ແຕ່​ຍັງ​ຈະ​ຕ້ອງ​ກໍາຈັດ​ກົດ​ເກນ​ບັງຄັບ​ຕ່າງໆ​ ທີ່​ກີດ​ກັ້ນ​ການ​ຄ້າໃນ​ດ້ານ​ສິນຄ້າ​ແລະ​ການ​ບໍລິການຕ່າງໆ ປັບປຸງ​ການ​ພິທັກ​ປົກ​ປ້ອງ​ສິດທິດ້ານຊັບ​ສິນທາງ​ປັນຍາ ​ແລະ​ຄໍ້າປະກັນ​ການ​ເຂົ້າຫາ​ເຂົ້າ​ເຖິງ​ຕະຫລາດ​ ສໍາລັບ​ການຈັດ​ຊື້ຂອງ​ລັດຖະບານ ຊຶ່ງ​ທັງ​ໝົດ​ແມ່ນ​ຈະ​ຕ້ອງຢູ່​ພາຍ​ໃຕ້​ກອບ​ທີ່​ມີ​ອໍານາດຜູກ​ມັດ​ທາງກົດໝາຍ.”

ທ່ານ​ De Gucht ກ່າວ​ອີກ​ວ່າ ​ໃນ​ບໍ່​ຊ້າ​ນີ້ ສະຫະພາບ​ຢູ​ໂຣບກໍຈະ​ເລີ່​ມ​ເປີດການ​ເຈລະຈາ ກ່ຽວ​ກັບ​ການ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ແບບ​ສອງ​ຝ່າຍ​ ກັບ​ຫວຽດນາມ. ອີ​ຢູໄດ້​ເລິ່ມເປີດ​ການ​ປຶກສາ​ຫາລື​ກັບ​ສິງ​ຄະ​ໂປ​ແລະ​ມາ​ເລ​ເຊຍ​ແລ້ວ ກ່ຽວ​ກັ​ບ​ເລື້ອງ​ດຽວ​ກັນ​ນີ້. ​ແຕ່​ທ່ານ De Gucht ກ່າວ​ວ່າ ​ເປົ້າໝາຍ​ແມ່ນ ​ເຮັດຂໍ້​ຕົກລົງການ​ຄ້າເສລີ ກັບ​ກຸ່ມອາ​ຊ່ຽນໂດຍ​ລວມ.

ກອງ​ປະຊຸມ​ສຸດ​ຍອດ​ປະຈໍາປີ​ນີ້ ​ແມ່ນ​ມີ​ຂຶ້ນທ່າມກາງ​ວິ​ກິດ​ການ​ທາງການ​ເງິນແຫ່ງ​ພາກ​ພື້ນ​ຢູ​ໂຣບ ທີ່​ກໍາລັງ​ມີ​ຢູ່ຕໍ່​ມາ​ນັ້ນ. ທ່ານ De Gucht ​ໄດ້​ໃຊ້ ຄໍາ​ປາ ໄສ​ສ່ວນ​ໃຫຍ່​ຂອງ​ທ່ານ​ ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ກ່າວ​ໃຫ້​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່ ​ແກ່ບັນດາ​ຜູ້ນໍາ​ອາ​ຊ່ຽນ​ວ່າ ​ໄລຍະຮ້າຍ​ແຮງ​ທີ່​ສຸດ​ຂອງ​ວິ​ກິດ​ການ​ແມ່ນໄດ້​ຜ່ານ​ພົ້ນ​ໄປແລ້ວ. ເມື່ອ​ສິບ​ຫ້າ​ປີກ່ອນ​ນີ້ ສະຖານະ​ການແມ່ນ ກົງກັນຂ້າມ ຄື ​ເສດຖະກິດ​ຂອງ​ຂົງ​ເຂດ​ເອ​ເຊຍ ໄດ້ ປະສົບ​ກັບ​ຄວາມ​ວຸ້ນ ວາຍ​ທາງ​ການເງິນ​ຢ່າງໃຫຍ່​ໃນ​ເວລາ​ນັ້ນ.

ໃນ​ຄໍາ​ປາ ໄສ​ຂອງ​ທ່ານນັ້ນ ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ສະ ມາ​ຄົມ​ອາ​ຊ່ຽນ ໄດ້​ກ່າວເຍີ້​ຍ ແບບ​ຫຍິກ​ແກມ​ຢ​ອກ ບັນດາ​ຄູ່​ຕໍາ​ແໜ່​ງອີ​ຢູ ຂອງ​ທ່ານ​ວ່າ:

ເມື່ອ​ປີ 1997 ຢູ​ໂຣບບອກ​ພວກ​ເຮົາ​ວ່າ ຈົ່ງຈັດການ ແກ້​ບັນ​ຫາ ບ້ານ​ຂອງ​ພວກ​ທ່ານ​ໃຫ້​ເປັນ​ລະ​ບຽບ. ມາບັດ​ນີ້ ພວກ​ເຮົາ​ກໍ​ຂໍ​ຮ້ອງ​ໃຫ້​ຢູ​ໂຣບ ຈົ່ງຈັດ ການ​ບ້ານ​ຂອງ​ພວກ​ທ່ານ​ໃຫ້​ເປັນ​ລະ​ບຽບຄື​ກັນ.

ການ​ຄ້າ​ລະຫວ່າງ​ທັງ​ສອງ​ຂົງ​ເຂດ​ດັ່ງກ່າວ​ນີ້ ແມ່ນ​ມີ​ບໍລິ​ມາດ​ແລະ​ມູນ​ຄ່າ​ຫລາຍ​ສົມຄວນ. ສະມາຄົມອາ​ຊ່ຽນ​ໂດຍ​ລວມ​ແລ້ວ ແມ່ນ ເປັນ​ພາຄີ​ການ​ຄ້າ​ໃຫຍ່ ອັນ​ດັບ​ສາມ​ຂອງ​ອີ​ຢູ ​ໃນ​ຂະນະ​ທີ່​ອີ​ຢູ​ກໍເປັນພາຄີ​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອາ​ຊ່ຽນ. ທ່ານ​ສຸ​ຣີນ ກ່າວ​ອີກ​ວ່າ ຄວາມ​ສໍ​າພັນ​ດ້ານ​ເສດຖະກິດ​ທີ່​ສໍາຄັນເຫລົ່າ​ນີ້​ຈະ​ຕ້ອງ​ເຕີບ ໂຕຂຶ້ນ ​ເພື່ອ ເປັນ​ຕົວ​ກັນ​ກະທົບ​ຕໍ່​ສິ່ງ​ທ້າທາຍ​ຕ່າງໆທາງ ດ້ານ​ການ​ເງິນ ​ໃນ​ອະນາຄົດ​ໄດ້ ຊຶ່ງ​ທ່ານ​ເວົ້າ​ວ່າ:.

ນີ້​ຄືຂົງ​ເຂດທີ່​ທັງ​ສອງວົງ​ການ​ທຸລະ​ກິດ ຢູ່​ໃນສະມາຄົມ​ອາ ຊ່ຽນແລະ​ອີ​ຢູ ຈະ​ຕ້ອງ ພົວພັນກັນ ເພື່ອ ຜ່ອນ​ເບົາ ຜົນ​ກະທົບ ໃຫ້ ໜ້ອຍ​ລົງ ຈາກ ພະລັງປ່ຽນ​ແປງ ຊຸດ​ໃໝ່ ເຫລົ່ານີ້ ຜ່ານການ​ຄ້າ ການ​ລົງທຶນ​ ​ເທັກ​ໂນ​ໂລ​ຈີ່ ​ເພື່ອ​ຍົກ ລະດັບ​ຄວາມ​ເປັນ​ພາຄີ ການ​ຮ່ວມ​ມື ​ແລະ​ການເຊຶ່ອມຕໍ່​ຂອງ​ພວກ​ເຮົາ​ໃຫ້​ສູງຂຶ້ນ​ໄປ​ເລື້ອຍໆ ​ເພື່ອ​ວ່າ​ພວກ​ເຮົາ​ຈະ​ສາມາດ​ສ້າງສັນ​ໂອກາດ​ອັນ​ດີງາມ​ຫລາຍ​ຂຶ້ນ ​ແລະ ເພື່ອ​ວ່າ ຫລາຍທຸລະ​ກິດ​ຂຶ້ນ ຈະ ສາມາດ​ສວຍ ໃຊ້​ປະ​ໂຫຍ​ດ ຂອງ​ການເປັນ​ພາຄີ​ຂອງ​ພວກ​ເຮົາ ​ແລະ​ເພື່ອ​ບັນ​ເທົາ​ຫລື​ລົດ​ຜ່ອນ​ຄວາມບໍ່​ແນ່ນອນ​ຕ່າງໆ​ນານາ ລົງ ຢູ່​ພາຍ​ໃນ​ສອງ​ຂົງ​ເຂດ​ຂອງ​ພວກ​ເຮົານີ້.

XS
SM
MD
LG