ລິ້ງ ສຳຫລັບເຂົ້າຫາ

ວົງການສິນລະປະກໍາປູເຈຍ ຟື້ນໂຕຄືນມາ ມີໂສມໜ້າໃໝ່ ຫລັງຈາກສົງຄາມ

  • Dara Baccam

ທ່ານ Vann Nath, ຜູ້ນຶ່ງໃນຈໍານວນພຽງ 7 ຄົນທີ່ລອດຊີວິດມາໄດ້ ຈາກຄຸກ S-21 ຂອງພວກຂະເໝນແດງ ໃນນະຄອນຫລວງພະນົມເປັນ ອະທິບາຍພາບທີ່ລາວແຕ້ມ ທີ່ສະແດງເຖິງການທໍລະມານແລະທາລຸນນະກໍາ ຂອງພວກຂະເໝນແດງ ໃນງານວາງສະແດງບັ້ນນຶ່ງ ທີ່ພະນົມເປັນ.(File Photo).

ຫລັງຈາກມີສັນຕິພາບມາໄດ້ເກືອບ 14 ປີແລ້ວນັ້ນ ກໍາປູເຈຍກໍໄດ້ກ້າວອອກຈາກການເປັນ ປະເທດທີ່ຄອບງໍາໂດຍສົງຄາມ ໄປສູ່ການເປັນປະເທດນຶ່ງ ໃນຫລາຍໆປະເທດໃນຂົງເຂດ ເອເຊຍເອເຊຍຕາເວັນອອກສຽງໃຕ້ ທີ່ດຶງດູດພວກນັກທ່ອງທ່ຽວຫລາຍທີ່ສຸດ. ນອກນີ້ແລ້ວ ສົງຄາມຍັງໃຫ້ຫລີກທາງໃຫ້ແກ່ວົງການອຸດສາຫະກໍາການຜະລິດທີ່ກໍາລັງກໍ່ຮ່າງສ້າງໂຕຂຶ້ນ ມາ ແລະວັທະນະທໍາທີ່ວິວັດທະນາການໄປເລື້ອຍໆ ທີ່ສະທ້ອນໃຫ້ເຫັນ ຢູ່ໃນວົງການສິນລະ ປະຂອງກໍາປູເຈຍ ທີ່ກໍາລັງໂຜ່ໂຕຂຶ້ນມານັ້ນ. ຜູ້ສື່ຂ່າວວີໂອເອ Luke Hunt ສົ່ງລາຍງານມາ ຈາກນະຄອນຫລວງພະນົມເປັນ ຊຶ່ງດາຣາຈະນໍາມາສະເໜີທ່ານ.

ຟັງລາຍງານໂດຍເຕັມ:

ຄັ້ງ​ນຶ່ງ ສິນລະປະຂອງ​ກໍາປູ​ເຈຍ ແມ່ນ​ມີຊື່ສຽງວ່າເປັນສິນລະປະ ທີ່ມີຮູບແບບ​ຕາຍ​ຕົວ
ເປັນຮູບພາບສອງ​ມິ​ຕິ​ຂອງ​ອັງ​ກໍວັດ ແລະ​ພາບ​ຊົນນະບົດທີ່​ສວຍງາມ ຍ້ອນ​ຫລັງ​ໄປ​ໃນ
​ປາງກ່ອນ​ສົງຄາມ​ສາມ​ສິບ​ປີ​ຂອງ​ປະ​ເທດ ຊຶ່ງຕໍ່​ມາ​ກໍ​ແມ່ນມີແຕ່ພາບອັນສະຫຍອງຂວັນ
ຂອງ​ການ​ປົກຄອງ​ ​ທີ່​ໂຫດ​ຮ້າຍ​ພາຍ​ໃຕ້​ຂະ​ເໝນ​ແດງ ທີ່ໄດ້​ທໍາລາຍ​ປະ​ເພນີ​ວັດທະນະ​ທໍາ
​ແລະ​ຫ້າມ​ການສະ​ແດງ​ສິນລະປະທຸກປະເພດ ​ນອກຈາກ​ເລຶ່ອງການ​ເມືອງ​ຢ່າງ​ດຽວ​ເທົ່າ​ນັ້ນ.

ໃນໄລຍະຊຸມ​ປີ​ຕົ້ນໆຫລັງ​ຈາກ​ສົງຄາມ ສິນລະປະ​ຂອງ​ກໍາປູເຈຍແມ່ນ ເກືອບວ່າບໍ່ມີຫຍັງ​ເລີຍ.
ມາ​ບັດ​ນີ້​ ພວກ​ນັກ​ສິນ​ລະ​ປະ​ພາກັນ​ດິ້ນຮົນເພື່ອ​ຖ່າຍທອດພາບທີ່ສະທ້ອນເຖິງ​ ສັງຄົມ​ທີ່​ກໍາ
ລັງ​ກັບຄືນ​ສູ່​ປົກກະຕິ​ຢ່າງ​ວ່ອງ​ໄວ​ນັ້ນ.

ທ່ານ Nico Mesterharm ຜູ້​ອໍານວຍ​ການ​ຫໍ​ສິນລະປະ Meta House Art Gallery ທີ່
ນະຄອນຫລວງ​ພະນົມ​ເປັນ ຈາກ​ປະ​ເທດ​ເຢຍຣະມັນໄດ້ ເຂົ້າມາຢູ່ກໍາປູເຈຍ ຕັ້ງແຕ່ສະໄໝ
ທີ່​ສິນ​ລະ​ປະກໍາ​ປູ​ເຈຍ​ຍັງ​ຖືກ​ກໍານົດ​ໂດຍ​ພວກ​ນັກ​ແຕ້ມ​ເພື່ອຫາເງິນ ​ທີ່​ສ່ວນ​ໃຫຍ່ພາກັນ
ແຕ້ມຮູບພາບ​ ​ທີ່​ເນັ້ນ​ເຖິງ​ວັດທະນະທໍາ.

ທ່ານ Mesterharm ກ່າວ​ວ່າ ບັດ​ນີ້ ພວກ​ນັກ​ສິນລະປະ​ທ້ອງ​ຖິ່ນກໍາລັງເອົາປະ​ເພນີ​ວັດທະ
ນະ​ທໍາ​ທ້ອງ​ຖິ່ນ ​ໂຮມເຂົ້າກັນກັບ​ສິນລະປະສະໄໝໃໝ່ ແລະ​ຢືມ​ຄວາມ​ຄິດມາຈາກ​ຕ່າງປະ
​ເທດ. ທ່ານເວົ້າວ່າ:

“ພວກ​ເຂົາ​ເຈົ້າຍັງ​ເຫັນ​ອີກ​ວ່າ ມີ​ວົງການສິນລະປະ​ທີ່​ຈະ​ເລີນຮຸ່ງ​ເຮືອງໃນ​ພວກ​ປະ​ເທດ
​ເພື່ອນ​ບ້ານ ​ເຊັ່ນ ​ໄທ ​ແລະ​ຫວຽດນາມ. ດັ່ງ​ນັ້ນ​ ພວກ​ເຂົາ​ ​ເຈົ້າຈຶ່ງພາກັນຮຽນ​ຮູ້​ຈາກ
​ປະ​ເທດ​ອື່ນໆ ຈາກ​ຜົນ​ສໍາ​ເລັດ​ທີ່ເກີດ​ຂຶ້ນຢູ່​ໃນ​ປະ​ເທດ​ອື່ນໆ.”

ທ່ານ ​ເມສ​ເຕີ​ແຮມ ກ່າວ​ວ່າ ຮູບແບບສິນລະປະ​ຂອງ​ກໍາປູເຈຍ​ເລີ່​ມປ່ຽນ​ແປງ​ໄປ​ໃນ​ປີ 2005
​ເວລາ​ພວກ​ນັກ​ສິນລະປິນກໍາປູ​ເຈຍສະ​ໄໝໃໝ່​ປະມານ 25 ຄົນ ​ລິເລີ່​ມ​ໂຄງການ​ອັນ​ນຶ່ງ​ທີ່
​ເອີ້ນ​ວ່າ Visual Arts Open ຊຶ່ງໄດ້ກະຕຸ້ນ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ໄປ​ສູ່ສິນລະປະ​ສະ​ໄໝໃໝ່
ຫລືສະໄໝ ປັດຈຸບັນ ​ແລະ​ໜີ​ອອກຈາກ​ການ​ວາດ​ແຕ້ມ​ຮູບ​ທິວ​ວະທັດ ຫລື​ຮູບ​ຄົນ ເພື່ອເນັ້ນ
​ໃສ່​ຄວາມໝາຍ​ຂອງ​ຮູບ​ພາບ.

ນາຍ Chhim Sothy ນັກສິນລະປະລຸ່ນໃໝ່ຂອງກໍາປູເຈຍ ທີ່ຂາຍຮູບທີ່ລາວແຕ້ມໄດ້ຮອດ ແຜ່ນລະ 3 ພັນໂດລາ ກໍມີ, ພະນົມເປັນ, ວັນທີ 4 ມັງກອນ 2012.
ນາຍ Chhim Sothy ນັກສິນລະປະລຸ່ນໃໝ່ຂອງກໍາປູເຈຍ ທີ່ຂາຍຮູບທີ່ລາວແຕ້ມໄດ້ຮອດ ແຜ່ນລະ 3 ພັນໂດລາ ກໍມີ, ພະນົມເປັນ, ວັນທີ 4 ມັງກອນ 2012.

ນາຍ Chhim Sothy ເປັນ​ຜູ້​ນຶ່ງ
​ໃນ​ກຸ່ມ​ນັກ​ສິນລະປິນ​ໜ້າ​ໃໝ່
​ເຫລົ່າ​ນີ້. ຮູບ​ແຕ້ມ​ຂອງ​ລາວ​ມີ​
ລາຄາ​ເຖິງ 3,000 ​ໂດ​ລາຕໍ່​ນຶ່ງ
​ຮູບ ​ແລະ​ໄດ້​ນໍາ​ໄປສະ​ແດງ​ຢູ່
​ທົ່ວ​ຂົງ​ເຂດ​ເອ​ເຊຍ ຢູ​ໂຣບ​ແລະ
​ສະຫະລັດ.

ນາຍ Chhim ກ່າວ​ວ່າ ຄວາມ​
ໂຫດຮ້າຍ​ຂອງ​ຂະເໝນ​ແດງໄດ້
​ຄອບ​ງໍາ​ວຽກ​ງານ​ໃນຕອນຕົ້ນໆ​
ຂອງ​ລາວ​ ​ໃນ​ຂະນະ​ທີ່​ສາສະໜາ
​ໂດຍສະ​ເພາະ​ສາສະໜາ​ພຸດ​ນັ້ນ
ກໍ​ມີ​ອິດທິພົນ​ສໍາຄັນ​ເຊັ່ນ​ດຽວ
​ກັນ ​ແຕ່​ບັດ​ນີ້ ລາວ​ຊອກ​ຫາ
​ແຫ​ລ່ງດົນ​ໃຈ​ອື່ນໆ.

“ຮູບ​ແຕ້ມ​ທີ່​ຂ້ອຍ​ມັກ​ຫລາຍ​ກວ່າ​ໝູ່​ ກໍຄື​ ຂ້ອຍ​ມັກ​ຮູບ​ແຕ້ມ​ສະ​ໄໝໃໝ່ ຫລື ພາບ
abstract ຫລືພາບສິນລະປະທີ່ສໍ່ທໍາມະຊາດ ແຕ້ມຂຶ້ນເພື່ອສະແດງຄວາມໝາຍໃດ
ນຶ່ງ ​ເຊັ່ນພາບແຕ້ມຂອງ Picasso, William Kooning, Gauguin ຫລື Van
Gough ຂ້ອຍ​ມັກສະໄຕລ໌ນີ້. ດຽວ​ນີ້​ ຂ້ອຍ​ປ່ຽນ​ຫລາຍ​ຢູ່ ຄືແຕ້ມ​ກ່ຽວ​ກັບຄອບຄົວ
ກ່ຽວ​ກັບ​ພວກ​ຄົນ​ໃກ້​ຊິດ​ຂ້ອຍ ບາງເທື່ອ​ກໍ​ແມ່ນ​ແບບ​ abstract ບາງ​ເທື່ອ​ກໍ​ຄິດ​
ກ່ຽວ​ກັບ​ຊີວິດ​ຈິງ ຂ້ອຍ​ມີຄວາມສຸກ​ໃຈ​ຫລາຍ ​ເພາະວ່າ​ຂ້ອຍໄດ້​ພັດທະ​ນາ​ຫລາຍ​ສິ່ງ
ຫລາຍຢ່າງ.”

ນາຍ Chhim ແຕ້ມຮູບຂອງລາວດ້ວຍ​ສີ​ນໍ້າມັນ​ ສອ​ດ​ເງົາ​ດ້ວຍ ສີຂຽວ ສີ​ຟ້າ ຫລືປົນ​ສີ​ແດງ ໃນຫລາຍໆລະດັບອ່ອນແກ່ ຊຶ່ງມີຮູບຄົນທີ່​ ບໍ່​ນຸ່ງ​ຫົ່ມ​ຫຍັງ ແຕ່​ມີສີສັນສະທ້ອນເຖິງໃນ​ວິຖີ​
ຊີວິດຂອງຄອບຄົວ​ຄົນໃນ​ເມືອງ ຫລາຍ​ກວ່າ​ເລຶ່ອງ​ເພດ​. ​ແມ່​ກັບລູກໆ ກໍເປັນພາບທີ່ລາວ
ມັກແຕ້ມ​ຢູ່ເລື້ອຍໆ ​ຜະສົມ​ຜະສານ​ກັບ​ຮູບ​ໂຕລະຄອນຈາກນິທານ​ຮິນ​ດູ ທີ່ເນ້ນໃສ່​ຜູ້​ຊາຍວ່າ
​ເປັນຜູ້​ສໍາຫລວດຄົ້ນຄວ້າ​ຊີວິດ.

ຜົນງານຂອງນາຍ Chhim ແມ່ນກ້າວໜ້າຫ​ລາຍຈາກ​ສະ​ຖາ​ບັນວັດທະນະ​ທໍາແລະ​ສິນລະປະ​
ຂອງກໍາປູເຈຍ ​ ບ່ອນ​ທີ່​ພວກນັກ​ແຕ້​ມສ່ວນ​ໃຫຍ່​ໄດ້ຮັບ ການສິດສອນສິນລະປະ​ຂັ້ນພື້ນຖານ
ເທົ່ານັ້ນ​ແລະມາໄກຫລາຍຈາກ​ສະໄໝ ທີ່​ລາວ​ຂາຍ​ຮູບ​ແຕ້ມ​ໃຫ້​ແກ່​ພວກ​ນັກ​ທ່ອງ​ທ່ຽວ ໃນ
​ລາ​ຄາ​ພຽງ​ບໍ່​ເທົ່າ​ໃດໂດ​ລາ​ນັ້ນ. ລາວໃຫ້ເຫດຜົນກ່ຽວກັບຄວາມສໍາເລັດຂອງລາວວ່າ:

“ເພາະວ່າບາງ​ຄັ້ງ​ບາງ​ຄາວ​ ຂ້ອຍກໍເອົາ​ສິນລະປະ​ອໍາມະຕະສະ​ໄໝ​ເກົ່າແລະ​ສະ​ໄໝ​ໃໝ່
ຜະສົມ​ຜະສານໃສ່​ນໍາ​ກັນ ເພື່ອສ້າງສິນລະປະ​ແນວ​ໃໝ່. ເວລານີ້​ ຮູບແຕ້ມ​ຂອງຂ້ອຍ​ແມ່ນ
​ແພງ​ຫລາຍ ​ເພາະວ່າ​ມັນ​ເປັນແນວຄິດ​ສ້າງສັນ​ໃໝ່ ມັນ​ເປັນມະ​ໂນ​ພາບ​ຂອງ​ຂ້ອຍ.”

ການ​ຟື້ນ​ຕົວຄືນມາໃໝ່ ​ແລະ​ການ​ຜະສົມຜະສານສິນລະປະ​ຄລາສສິກ ຫລືອໍາມະຕະຂອງ
ທ້ອງຖິ່ນ ກັບອິດ​ທິພົນ​ທາງສິນລະປະຈາກປະເທດນອກ ກໍາລັງ​ປ່ຽນ​ແປງ​ຮູບ​ແບບ​ວັດທະ
ນະ​ທໍາຂອງກໍາປູເຈຍ. ຮູບ​ເງົາ​ແລະ​ດົນຕີ ກໍໄດ້ມີການ​ຟື້ນຄືນ​ມາ​ເຊ່ນກັນ.

ແຕ່​ທ່ານ Mesterharm ກ່າວ​ວ່າ ຍັງ​ມີ​ບັນຫາ​ຫລາຍ​ຢ່າງ​ຢູ່​ກ່ຽວ​ກັບ​ສິນລະ​ປະ​ທ້ອງ​ຖິ່ນ ​
ໂດຍ​ສະ​ເພາະກໍແມ່ນວ່າ ພວກສິນລະປິນມັກພາກັນແຕ້ມ ໃນສິ່ງ​ທີ່ຖືວ່າສວຍງາມເທົ່າ​ນັ້ນ.
​ເຂົາເຈົ້າ​ຍັງ​ລັງ​ເລ​ໃຈ​ທີ່ຈະວາດພາບທີ່ສະທ້ອນເຖິງບັນຫາ​ສັງຄົມ ​ໃນ​ປະ​ເທດ​ທີ່ຄວາມທຸກ​ຈົນ
ແລະການສໍ້ລາດ​ບັງ​ຫລວງ ຍັງມີຢູ່ຢ່າງແຜ່ຫລາຍ​ນັ້ນ​.

“ສິນລະປະ​ສ່ວນ​ຫລາຍ​ມີ​ສີສັນ​ງົດ​ງາມ​ດີ. ພວກ​ສິນລະປີນພະຍາ​ຍາມ​ນໍາໃຊ້ວັດຖຸ​ທີ່​
ແຕກ​ຕ່າງ​ກັນ ຄື​ພວກ​ເຂົາ​ເຈົ້າ​ທໍາ​ງານ​ດ້ານ​ຄວັດ ​ແຕ້ມ​ຮູບແລະຖ່າຍຮູບ. ນອກ​ນີ້​ແລ້ວ​
ພວກ​ເຂົາ​ເຈົ້າກໍພະຍາຍາມ​ເຮັດ​ບາງ​ສິ່ງ​ທີ່​ມີລັກສະນະກໍາປູ​ເຈຍໆ ຄືພວກ​ເຂົາ​ເຈົ້າພະ
ຍາຍາມ​ຊອກ​ຫາ​ເອກກະລັກ​ຂອງ​ພວກ​ເຂົາເຈົ້າ​ເອງ. ຖ້າ​ເຂົາ​ເຮັດ​ພຽງ​ແຕ່​ຢ່າງ​ນັ້ນ​ໄດ້
ພວກ​ເຂົາ​ເຈົ້າກໍຈະພົບວ່າ ມີຕະຫລາດຂາຍໄດ້ ​ເພາະວ່າວົງການສິນລະປະໃນປະເທດນີ້
ຍັງ​ຂາດ​ເຂີນ​ຕະຫລາດ​ທ້ອງ​ຖິ່ນ ​ແລະ​ຕະຫລາດ​ລະຫວ່າງ​ຊາດນັ້ນ​ຢູ່.”

ໃນ​ຂະນະ​ທີ່​ວົງການສິນລະປະ​ກໍາປູ​ເຈຍ ຍັງ​ດິ້ນຮົນເພື່ອ​ໃຫ້​ໄດ້ຮັບການຮັບ​ຮູ້​ຢ່າງກວ້າງຂວາງ
ຢູ່ນີ້ ພວກທີ່​ສະໜັບສະໜຸນ​ກໍກ່າວ​ວ່າ ບັນດ​ນັກ​ສິນລະປະທ້ອງ​ຖິ່ນ​ແມ່ນໄດ້​ພາກັນ​ໄຕ່​ເຕົ້າມາ
​ໄກ​ຫລາຍ ​ຖ້າຄໍານຶງເຖິງຂໍ້ທີ່ວ່າ ພວກ​ເຂົາ​ເຈົ້າກໍາລັງພະຍາຍາມເພື່ອຂ້າມຜ່ານເວລາ 30 ປີ
ຂອງ​ສົງຄາມ ​ແລະ​ພວກຂະ​ເໝນ​ແດງ ທີ່ໄດ້ທໍາລາຍ​ສິນລະປະ​ແລະ​ວັດທະນະ​ທໍາ​ກໍາປູ​ເຈຍ ​
ມາ​ເປັນເວລາຫຼາຍສິບ​ປີນັ້ນ.

XS
SM
MD
LG