ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານກໍາປູເຈຍ ເລີ້ມຮັບຟັງ ການຂໍອຸທອນ ຂອງທ່ານ Mam Sonando


ທ່ານ Mam Sanando (ກາງ) ຫົວໜ້າຂອງສະຖານີວິທະຍຸອິດສະລະ Beehive ແລະຜູ້ປຸກລະດົມສິດທິໃນດ້ານດິນດອນຂອງປະຊາຊົນ ຢຸດຖ່າຍຮູບ ໃນຂະນະທີ່ທ່ານກໍາລັງ
ເຂົ້າໄປສານໃນນະຄອນຫຼວງພະນົມເປັນ ໃນວັນອັງຄານ ທີ 5 ມີນາ 2013 ນີ້
ທ່ານ Mam Sanando (ກາງ) ຫົວໜ້າຂອງສະຖານີວິທະຍຸອິດສະລະ Beehive ແລະຜູ້ປຸກລະດົມສິດທິໃນດ້ານດິນດອນຂອງປະຊາຊົນ ຢຸດຖ່າຍຮູບ ໃນຂະນະທີ່ທ່ານກໍາລັງ ເຂົ້າໄປສານໃນນະຄອນຫຼວງພະນົມເປັນ ໃນວັນອັງຄານ ທີ 5 ມີນາ 2013 ນີ້
ສານກໍາປູເຈຍ ໄດ້ເລີ້ມການຮັບຟັງການຂໍອຸທອນຂອງຜູ້ຕໍາ
ໜິລັດຖະບານທີ່ມີ ຊື່ສຽງທ່ານນຶ່ງ ທີ່ຖືກຕັດສິນຈໍາຄຸກ 20 ປີ ໃນຂໍ້ຫາທໍາການກະບົດຕໍ່ປະເທດ.

ທ່ານ Mam Sanando ຫົວໜ້າຂອງສະຖານີວິທະຍຸອິດ
ສະລະ Beehive ກ່າວຕໍ່ພວກນັກສື່ຂ່າວ ລຸນຫລັງທີ່ໄດ້
ເຂົ້າໄປສານໃນນະຄອນຫຼວງພະນົມເປັນ ໃນວັນອັງຄານ ມື້ນີ້ທ່ານບໍ່ມີຄວາມຫວັງໃນແງ່ດີເລີຍທີ່ວ່າທ່ານຈະຊະນະ
ໃນການຂໍອຸທອນຄັ້ງນີ້.

ທ່ານ Sanando ກ່າວຕໍ່ສານວ່າ ການກ່າວຫາຕໍ່ທ່ານ
ແມ່ນມີຈຸດປະສົງທາງການເມືອງ ແລະກ່າວອີກວ່າ ທ່ານ ຖືກຖິ້ມໂທດໃສ່ແບບບໍ່ເປັນທໍາ ທີ່ໄດ້ຍຸຍົງໃຫ້ເກີດຄວາມ
ວຸ້ນວາຍ ຊຶ່ງເກີດມາຈາກກະແສຟອງຂອງການຖືກບັງຄັບ ໃຫ້ອອກຈາກບ້ານເຮືອນຂອງປະຊາຊົນນັ້ນ.

ພວກສະໜັບສະໜຸນທ່ານ Sanando ຫລາຍໆຮ້ອຍຄົນ
ໄດ້ໂຮມຊຸມນຸມກັນ ຢູ່ນອກຕຶກຂອງສານອຸທອນ ໃນວັນອັງ
ຄານມື້ນີ້. ທ້າວ Yim Nou ຊຶ່ງເປັນຜູ້ນຶ່ງໃນພວກປະທ້ວງທັງຫລາຍຮ້ອງຂຶ້ນວ່າ ການ
ກ່າວຫາຄວນຖືກຍົກເລີກ. ລາວເວົ້າອີກວ່າ ລາວ “ຢາກໃຫ້ສານປ່ອຍຕົວທ່ານ Sanando. ທ່ານເປັນຄົນດີ. ທ່ານບໍ່ໄດ້ເຮັດ ຫຍັງຜິດ.”

ຂັ້ນຕອນປະຕິບັດງານຂອງສານອຸທອນຄາດວ່າ ຈະດໍາເນີນໄປເປັນເວລາສາມວັນ.

ທ່ານ Sanando ໄວ 71 ປີ ໄດ້ຖືກຕັດສິນໃນເດືອນຕຸລາຜ່ານມາ ໃນຂໍ້ຫາວ່າ ທໍາ ການຊຸກຍູ້ພວກຊາວບ້ານ ໃຫ້ສ້າງຕັ້ງປະເທດຂອງຕົນເອງຂຶ້ນລຸນຫລັງທີ່ມີການຂັດ ແຍ້ງເລື້ອງດິນດອນ ຢູ່ທາງພາກຕາເວັນອອກຂອງກໍາປູເຈຍ.

ກໍາປູເຈຍໄດ້ດໍາເນີນການຂັບໄລ່ປະຊາຊົນອອກຈາກບ້ານເຮືອນຂອງຕົນ ທີ່ບາງຄັ້ງ
ກໍໃຊ້ຄວາມຮຸນແຮງທີ່ນັບມື້ເພີ້ມຂຶ້ນ ຊຶ່ງສົ່ງຜົນກະທົບຕໍ່ຫລາຍສິບພັນຄົນ. ພວກນັກ
ເຄື່ອນໄຫວເວົ້າວ່າ ພວກເຈົ້າໜ້າທີ່ກໍາລັງ ນັບມື້ເພີ້ມທະວີການປາບປາມພວກ ທີ່ຕໍ່ ຕ້ານການຍຶດເອົາດິນດອນນັ້ນ.
XS
SM
MD
LG