ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກການເມືອງ ໃນລັດແຄລິຟໍເນຍ ຢື່ນມືໄປຫາ ຊາວຕ່າງດ້າວ (ວີດິໂອລາວ/ອັງກິດ)


ຫົວ​ເມື​ອງຕ່າງໆ​ຂອງອະ​ເມຣິກາ ​ໄດ້​ດຶງ​ດູດເອົາ​ພວກຄົນ​ຕ່າງ​ດ້າວ​ເຂົ້າມາ ຕັ້ງ​ຖິ່ນ​ຖານ​ຈາກ​ທົ່ວ​ໂລກ ​ແລະ​ຂະນະ​ດຽວ​ກັນ ພວກ​ຄົນຕ່າງ​ດ້າວ​ເຫຼົ່າ​ນັ້ນ ​ກໍນໍາ​ເອົາການ​ປ່ຽນ​ແປງ​ຫລາຍໆ​ຢ່າງ ມາສູ່​ຄຸ້ມ​ບ້ານໃໝ່ຂອງ​ພວກ​ເຂົາ​ເຈົ້າ. ​ເຊັ່ນ​ໃນ​ລັດ​ແຄ​ລິ​ຟໍ​ເນຍ ພວກ​ຄົນ​ຕ່າງ​ດ້າວ​ທີ່ເຂົ້າ​ມາ​ຢູ່​ໃໝ່ ​ຈາກ​ຂົງ​ເຂດ​ເອ ​ເຊຍ ​ແ​ລະ​ອະ​ເມຣິກາ​ລາ​ຕິນ ​ໄດ້​ນໍາ​ເອົາ​ລົດ​ສະ​ນິຍົມ​ສາກົນ​ມາສູ່ເຂດ​ຮ່ອມ​ພູ San Gabriel ຫລື San Gabriel Valley ທີ່​ຕັ້ງ​ຢູ່​ກໍ້າ​ຕາ​ເວັນ​ອອກ​ຂອງ​ນະຄອນ Los Angeles. ຕາມ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike O’Sullivan ລາຍ​ງານ​ມາ​ນັ້ນ ກໍ​ແມ່ນ​ວ່າ ບັດ​ນີ້ ຊາວ​ອະ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ແລະ​ລາ​ຕິນ ໄດ້ກາຍ​ມາ​ເປັນຊົນກຸ່ມໃຫຍ່​ຢູ່​ໃນ​ບາງ​ປະຊາ​ຄົມ​ເຫຼົ່າ​ນັ້ນ​ແລ້ວ ຊຶ່ງ​ພາ​ໃຫ້​ຊາວ​ເມືອງ​ຫັນ​ມາ​ເຄື່ອນ​ໄຫວທາງ​ດ້ານ​ການ​ເມືອງຢ່າງ​ແຂງ​ຂັນ.

ບັນດາ​ເຈົ້າໜ້າ​ທີ່​ທີ່​ເມືອງ Rosemead ​ໃນ​ເຂດຮ່ອມ​ພູ San Gabriel Valley ພະຍາຍາມ​ຈະ​ປິດ​ຕະຫລາດຮ້ານ​ນຶ່ງ ​ເພາະ​ຮ້ານ​ນີ້​ຂາຍ​ໄກ່​ທີ່​ຂ້າ​ແລ້ວ​ແຕ່ຍັງ​ຈົ່ງຫົວ​ກັບຕີນ​ໄວ້ ​ແບບ​ທີ່​ຊາວ​ຕ່າງ​ດ້າວ​ເອ​ເຊຍ​ມັກ ​ແຕ່​ເພື່ອນ​ບ້ານ​ບາງ​ຄຸ້ມ​ແລະເຈົ້າໜ້າ​ທີ່ທ້ອງ​ຖິ່ນ​ຄິດ​ວ່າ​ ຮ້ານ​ນີ້​ສົ່ງ​ກິ່ນ​ເໝັນ.

​ນາງ Dana Phu ​ເຈົ້າຂອງ​ຮ້ານ ກ່າວ​ວ່າ ແຕ່​ມັນ​ກໍ​ເປັນ​ພາກສ່ວນ​ຂອງ​ວັດທະນະ​ທໍາ​ຂອງ​ຊາວ​ຈີນ ​ຄື​ກັນ​ກັບ​ທູບ​ທຽນ ​ແລະເຈ້ຍ​ເງິນ ທີ່​ເອົາ​ໄຫວ້​ຈູດ​ບູຊາຕາມ​ປະ​ເພນີ​ ໃນ​ງານສົ່ງສະການ. ນາງ​ເປັນຄົນ​ເຊື້ອ​ສາຍ​ຈີນ​ແຕ່ ມາ​ຈາກ​ຫວຽດນາມ.

ນາງ Dana ກ່າວ​ວ່າ: “​ເຂດ​ນີ້​ມີ​ຄົນ​ເອ​ເຊຍ​ຢູ່​ຫລາຍ ແລະ​ທຸລະ​ກິດ​ຂອງ​ພວກ​ເຮົາ​ ການ​ບໍລິການ​ຂອງ​ພວກ​ເຮົາ ກໍແມ່ນ​ບໍລິການ​ເພື່ອ​ຄົນເອ​ເຊຍ ເຫຼົ່າ​ນັ້ນ.”

ນາງ ພູ ​ໄດ້ລະດົມ​ເອົາ​ພວກ​ສະໜັບສະໜຸນ ​ແລະ​ຢື່ນຟ້ອງ​ສະພາປົກຄອງ ເມືອງ. ທັງ​ສອງ​ຝ່າຍຕົກລົງ​ກັນໄດ້ ​ແລະ​ເວລາ​ນີ້ ກໍກໍາລັງ​ພະຍາຍາມແກ້​ໄຂ​ບັນຫາຮ່ວມ​ກັນ​ຢູ່.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

ຊາວ​ຕ່າງ​ດ້າວພາກັນ​ຍົກຍ້າຍເຂົ້າມາ​ຢູ່ເຂດ​ນີ້​ຂອງ​ລັດ​ແຄ​ລິ​ຟໍ​ເນຍ​ ຍ້ອນ​ໂອກາດ​ດ້ານທຸລະ​ກິດ ຍ້ອນ​ໂຮງຮຽນ​ດີ ​ແລະ​ຄາ​ລາ​ບ້ານເຮືອນກໍຖືກ​ພໍ​ມີ​ເງິນ​ຊື້​ໄດ້. ບາງ​ຄົນຫຼື​ບາງ​ຄອບຄົວ​ແມ່ນໄດ້​ຍົກ​ຍ້າຍມາ​ຈາກ​ເຂດເມືອງ​ຈີນ ຫຼື China Town ທີ່ແອອັດ ຂອງ​ນະຄອນ Los Angeles. ນາງ Lily Chen ​ເປັນອະດີດ​ເຈົ້າ​ເມືອງໆ Monterey Park. ໃນ​ປີ 1984 ນາງ ​ໄດ້​ກາຍ​ເປັນ​ຊາວອະ​ເມ​ຣິກັນ​ເຊື້ອສາຍ​ຈີນ​ຄົນ​ທໍ​າອິດ​ທີ່​ໄດ້​ເປັນ​ຜູ້​ນໍາພາ​ເມືອງ​ອະ​ເມຣິກັນ​ເມືອງ​ນຶ່ງ. ນາງ​ໃຫ້​ຂໍ້ສັງ​ເກດ​ວ່າ ​ການ​ເຕີບ​ໂຕ​ຂອງ​ຈໍານວນ​ຊາວ​ຕ່າງ​ດ້າວ​ເອ​ເຊຍ ​ແມ່ນ​ເລິ່ມຕົ້ນມາ​ ​ໄດ້ດົນກວ່າ 30 ປີ​ແລ້ວ.

ນາງ ລິ​ລີ ກ່າວ​ວ່າ: ​ເຂົາ​ເຈົ້າມາ​ຈາກ ຮ່ອງ​ກົງ ​ຈາກ​ໄຕ້​ຫວັນ ​ແລະຕໍ່ມາ​ ກໍມີ​ຈໍານວນ​ນຶ່ງ​ມາຈາກ​ຫວຽດນາມ ແລະ​ບັດ​ນີ້ແນ່ນອນ​ ​ແມ່ນພວກ​ເຮົາ​ ມີ​ຊາວ​ຈີນ​ເພີ່ມຫຼາຍ​ຂຶ້ນ ທີ່​ຍົກຍ້າຍ​ມາ​ຈາກ​ຈີນ.”

ນອກ​ນີ້​ແລ້ວ ​ເຂດ Los Angeles ຍັງເປັນ​ເມືອງແມ່​ເຫຼັກດຶງ​ດູດ​ພວກ​ຊາວ​ຕ່າງ​ດ້າວອະ​ເມຣິກາ​ລາ​ຕິນ ​ແລະ​ຫຼາຍໆ​ຄົນ​ກໍ​ພາກັນ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ເຂດ​ຮ່ອມພູ​ນີ້. ​ໂບດ San Gabriel ​ທີ່​ກໍ່​ຕັ້ງ​ຂຶ້ນມາ​ເມື່ອ 241 ປີກ່ອນ ​ໂດຍ​ນັກ​ສອນ​ສາສະໜາ​ຊາວ​ສະ​ແປ​ນີສ ໄດ້​ດຶງ​ດູດ​ເອົາ​ຊາວ​ຄຣິສຕ໌​ເຊື້ອສາຍ ສະ​ແປ​ນີສ ​ໄປ​ຂາບ​ໄຫວ້ ທຸກໆ​ວັນ​ອາທິດ.

ບັນດາ​ພັກ​ການ​ເມືອງຕ່າງໆ ກໍ​ກໍາລັງ​ຂົນຂວາຍ​ເພື່ອ​ຈົດ​ຊື່ເອົາພວກ​ຊາວ​ເມືອງ​ໜ້າ​ໃໝ່ເຫລົ່ານີ້​ ໃຫ້ໄປປ່ອນ​ບັດ​ເລືອກ​ຕັ້ງ. ທ່ານ Ed Hernandez ສະມາຊິກ​ສະພາສູງ​ລັດ​ແຄ​ລິ​ຟໍ​ເນຍ ຊຶ່ງ​ເປັນຊາວ​ອະ​ເມ​ຣິກັນເຊື້ອສາຍ​ແມັກ​ຊິ​ກັນ ​ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ຊາວອະ​ເມຣິກັນ ເຊື້ອສາຍ​ເອ​ເຊຍແລະລາຕິ​ໂນ ​ຫລາຍ​ຄົນ ​ໃນ​ເຂດ​ເລືອກ​ຕັ້ງຂອງທ່າ​ນ.

ທ່ານ ​ເອັດ ​ເຮີ​ນັນ​ເດສ ກ່າວ​ວ່າ: “ພວກ​ເຮົາ​ຕ້ອງ​ມອບ​ອໍານາດ​ໃຫ້​ແກ່​ທຸກໆ​ຄົນ. ປະຊາ​ຊົນ​ທັງ​ໝົດ​ຂອງ​ປະ​ເທດ​ນີ້ ແລະ​ລັດ​ຂອງເຮົາ​ນີ້ ຕ້ອງຮູ້​ດີ​ເຖິງ​ຄວາມ​ສໍາຄັນ​ຂອງ​ຄະ​ແນນສຽງ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ ​ເຮີ​ນັນ​ເດສ ກ່າວ​ວ່າ ລາວ​ໄດ້​ເຂົ້າມາ​ຍຸ້ງ​ກ່ຽວ​ກັບ​ການ​ເມືອງ ກໍ​ເພາະ ຢາກ​ຈະ​ມີ​ປາກມີ​ສຽງ​ ໃນ​ປະຊາ​ຄົມ​ຂອງ​ລາວ​ເອັງ.

ເຊັ່ນ​ດຽວ​ກັນກັບ ທ່ານນາງ ຈູ​ດີ ຈູ ​ອະດີດເຈົ້າ​ເມືອງໆ Monterey Park ອີກ​ຄົນ​ນຶ່ງ ຊຶ່ງ​ບັດ​ນີ້​ເປັນ​ຊາວ​ອະ​ເມຣິກັນ​ເຊື້ອສາຍ​ຈີນຄົນ​ທໍາ​ອິດທີ່​ຖືກ​ເລືອກ​ຕັ້ງເປັນ​ສະມາຊິກ​ສະພາ​ຕໍ່າ​ຂອງ​ສະຫະລັດ. ທ່ານ​ນາງ​ກ່າວ​ວ່າ ຊາວ​ຕ່າງ​ດ້າວ​ທີ່​ເຂົ້າ​ມາ​ຢູ່​ນີ້ ປະ​ເຊີນ​ກັບ​ອຸບປະສັກຫລາຍ​ຢ່າງ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ສາມາດ​ເຂົ້າປະກອບ​ສ່ວນໄດ້ ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ທ່ານ​ນາງ ຈູ​ດີ ຈູ ກ່າວ​ວ່າ: “ມີ​ຊາວ​ຕ່າງ​ດ້າວ​ຫຼາຍໆ​ຄົນ ທີ່​ປາກ​ເວົ້າ​ພາສາບໍ່ເກ່ງ ຫຼືບໍ່​ໄດ້ ​ແລະ​ພວກ​ທີ່​ບໍ່​ເຄີຍ​ໄດ້​ຂ່າວສານ​ຂໍ້​ມູນ​ໃດໆ​ ກ່ຽວ​ກັບຄວາມ​ເປັນ​ໄປຢ່າງ​ໃດ​ໃນ​ເຂດ​ຄຸ້ມ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ມີ​ຊັບພະຍາກອນ​ໃດແດ່​ທີ່​ພວກ​ເຂົາ​ເຈົ້າຈະ​ ສາມາດ​ນໍາ​ໃຊ້​ໄດ້ ​ເພື່ອ​ໃຫ້ບັນລຸ​ຜົນສໍາ​ເລັດ.”

ທ່ານ​ນາງ ຈູ ກ່າວວ່າ ​ແລະນັ້ນ​ແຫຼ່ະ​ເປັນ​ເຫດຜົນ ທີ່ທ່ານ​ນາງ​ຍື່ນ​ມືໄປຫາ​ພວກ​ປ່ອນບັດ​ເລືອກ​ຕັ້ງ​ທັງຫຼາຍ.

ນັກ​ເຄື່ອນ​ໄຫວດ້ານ​ການ​ເມືອງ William Su ກ່າວ​ວ່າ ຊາວ​ຕ່າງ​ດ້າວ​ຕ້ອງໄດ້​ອອກປາກ​ອອກສຽງ ​ເພື່ອ​ໃຫ້​ຄວາມ​ເຫັນຂອງ​ພວກ​ເຂົາ​ເຈົ້າ​ໄດ້​ມີ​ການ​ຮັບ​ຮູ້.

ທ່ານ ຊູ ກ່າວ​ວ່າ: “ພວກ​ເຮົາ​ຕ້ອງ​ມີ​ຜູ້​ແທນ ຕາງໜ້າ​ພວກເຮົາ. ພວກ​ເຮົາ​ຕ້ອງ​ພົວພັນ​ປະກອບສ່ວນ​ໃນ​ລະບົບ​ການ​ເມືອງ ​ເພື່ອ​ທີ່​ຈະ​ໃຫ້​ລັດຖະບານ​ຮູ້ ​ແລະເຂົ້າ​ໃຈ​ເຖິງ​ຄວາມ​ຕ້ອງການ​ແທ້ໆ​ຂອງ​ພວກ​ເຮົາ.”

ທ່ານ ຊູ ກ່າວ​ອີກ​ວ່າ “ການ​ເມືອງ​ກໍ​ຄື​ວິທີ​ຂອງການ​ໃຫ້​ແລະ​ຮັບ​ເອົາ ​ແລະ ​ໃນ​ຂະນະ​ທີ່​ບັນດາ​ຊາວ​ຕ່າງດ້າວ​ຮຽນ​ຮູ້ ໃນ​ການ​ດໍາລົງ​ຊີວິດ​ຢູ່​ຢ່າງ​ຖືກຕ້ອງ​ປອງ​ດອງ​ກັນ​ກັບ​ບັນດາ​ກຸ່ມ​ຊົນ​ຊາດ​ອື່ນ ພວກ​ເຂົາ​ເຈົ້າ​ກໍ​ແມ່ນ​ຈະ​ມີ​ຫາງ​ສຽງ​ ​ໃນ​ປະຊາ​ຄົມ​ໃໝ່​ຂອງ​ພວກ​ເຂົາ​ເຈົ້າ.”
XS
SM
MD
LG