ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ພັກຣີພັບບລີກັນ ພິຈາລະນາຫາທາງ ເລືອກຕ່າງໆໃນການແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ ພັກຣີ
ພັບບລີກັນ ທ່ານ Ted Cruz ຖ່າຍຮູບກັບຜູ້ສະໜັບສະ
ໜູນຂອງທ່ານ ຫຼັງຈາກສຳເລັດການຖະແຫຼງໃນກອງປະຊຸມ
ໃຫຍ່ພັກຣີພັບບລີກັນ 2016 ໃນເມືອງ Burlingame, ລັດ ຄາລີຟໍເນຍ, 30 ເມສາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ ພັກຣີ ພັບບລີກັນ ທ່ານ Ted Cruz ຖ່າຍຮູບກັບຜູ້ສະໜັບສະ ໜູນຂອງທ່ານ ຫຼັງຈາກສຳເລັດການຖະແຫຼງໃນກອງປະຊຸມ ໃຫຍ່ພັກຣີພັບບລີກັນ 2016 ໃນເມືອງ Burlingame, ລັດ ຄາລີຟໍເນຍ, 30 ເມສາ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກ ພັກຣີພັບບລີກັນ ທ່ານ Ted Cruz, ສະ ມາຊິກສະພາສູງ ຈາກລັດ Texas ກ່າວວ່າ ການເລືອກຕັ້ງຂັ້ນຕົ້ນໃນລັດ ຄາລີຟໍເນຍ ວັນ ທີ 7 ມິຖຸນາ ຊຶ່ງຕາມປົກກະຕິແລ້ວແມ່ນມີຂຶ້ນຊ້າທີ່ຈະມີຜົນກະທົງອັນໃດ ຊຶ່ງປີນີ້ຈະເປັນ ບ່ອນຕັດສິນໃຈເອົາຜູ້ຖືກສະເໜີຊື່ຈາກພັກຂອງທ່ານ.

ທ່ານ Cruz ເຊິ່ງກຳລັງມີຄະແນນນຳຫຼັງນັກທຸລະກິດ ທ່ານ Donald Trump ໃນການ ແຂ່ງຂັນຈາກ ລັດນຶ່ງ ຫາ ອີກລັດນຶ່ງ , ໄດ້ກ່າວຕໍ່ບັນດາຜູ້ແທນໃນກອງປະຊຸມໃຫຍ່ພັກ ຣີພັບບລີກັນໃນລັດ ຄາລີຟໍເນຍ ວ່າ ການໂຄສະນາຫາສຽງຄັ້ງນີ້ຈະເປັນ “ການຕໍ່ສູ້ຢູ່ໃນ ສະໜາມຮົບ, ແຕ່ເມືອງໜຶ່ງຫາອີກເມືອງໜຶ່ງ.” ສະມາຊິກພັກຣິພັບບລີກັນ ຂອງລັດ ຄາລີ ຟໍເນຍ ຈະສົ່ງພວກຜູ້ແທນຕາມທີ່ໄດ້ສັນຍາໄວ້ 172 ຄົນໄປເຂົ້າຮ່ວມໃນກອງປະຊຸມໃຫຍ່ ແຫ່ງຊາດໃນເດືອນ ກໍລະກົດ ນີ້ ເຊິ່ງຈະຫຼາຍກວ່າລັດອື່ນໆໝົດ. ຜູ້ລົງແຂ່ງຂັນທີ່ຈະໄດ້ ຮັບຊະນະເລີດ ແມ່ນຈະຕ້ອງໄດ້ຮັບຈຳນວນຜູ້ແທນທັງໝົດ 1,237 ຄົນເພື່ອທີ່ຈະໄດ້ຖືກ ສະເໜີຊື່.

ທ່ານ Cruz ໄດ້ກ່າວຕໍ່ບັນດາຜູ້ນຳຂອງພັກຣີພັບບລີກັນ ລັດຄາລີຟໍເນຍ ພຽງບໍ່ເທົ່າໃດຊົ່ວ ໂມງ ກ່ອນການກ່າວຄຳປາໄສໂດຍຜູ້ທີ່ເຄີຍລົງແຂ່ງຂັນໃນພັກດຽວກັນ ທ່ານນາງ Carla Fiorina, ອະດີດຜູ້ບໍລິຫານ ສູນກາງເທັກໂນໂລຈີລະດັບສູງຂອງລັດ ໃນເມືອງ Silicon Valley. ຜູ້ນຳໜ້າໃນການແຂ່ງຂັນ ຈາກພັກຣີກພັບບລີກັນ ທ່ານ Donald Trump ແລະ ທ່ານ John kasic ຜູ້ທີ່ມີຄະແນນນຳຫຼັງເປັນອັນດັບ 3 ຫ່າງໄກຕັ້ງຫຼາຍນັ້ນ, ແມ່ນໄດ້ກ່າວ ໃນວັນສຸກທີ່ຜ່ານມາແລ້ວ.

ຜູ້ເຂົ້າຮ່ວມໃນກອງປະຊຸມໃຫຍ່ ທ່ານ Eric Dillinger ເຊິ່ງເປັນຜູ້ສະໜັບສະໜູນທ່ານ Cruz ກ່າວວ່າ ການເລືອກຕັ້ງນີ້ແມ່ນ “ກ່ຽວກັບ ການປົກປ້ອງສິດທິໃນລັດຖະທຳມະນູນ ຂອງພວກເຮົາ, ຫຼຸດຜ່ອນພາສີໃຫ້ຕ່ຳລົງ, ຊ່ວຍເຫຼືອໃນການພະຍາຍາມກຳຈັດໜີ້ສິນ ແຫ່ງຊາດ, ແລະ ການປ້ອງກັນປະເທດອັນແຂງແກ່ນ.” ທ່ານເຫັນດີກັບທຸກໆບັນຫາທີ່ ສຳຄັນຂອງທ່ານ Cruz.

ຜູ້ສະໜັບສະໜູນທ່ານ Trump, ທ່ານນາງ Kris Kvarnstrom ແມ່ນເປັນຫ່ວງ ກ່ຽວກັບ ຈຸດຢືນຫົວອະນຸລັກນິຍົມຂອງທ່ານ Cruz ກ່ຽວກັບ ການແທ້ງລູກ ແລະ ກ່າວວ່າ ປະທາ ນາທິບໍດີ Cruz ຈະແທນທີ່ຄວາມຍຸຕິທຳຂອງ ສານສູງສູດ ສະຫະລັດ ທີ່ກຳລັງຈະກະສຽນ ດ້ວຍຜູ້ຖືກສະເໜີຊື່ທາງກົດໝາຍທີ່ມີຜົນສະທ້ອນກັບທັດສະນະຂອງລາວ. ພວກເຂົາເຈົ້າ ສາມາດ “ຢຸດການແທ້ງລູກສຳລັບ 50 ປີຂ້າງໜ້າ.” ທ່ານນາງໄດ້ກ່າວວ່າ ມັນຈະເປັນ ການຕັດທາງເລືອກອອກຈາກກຳມືຂອງພວກແມ່ຍິງທັງຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG