ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດແຄລິຟໍເນຍກຽມພ້ອມ ປະຊາຊົນ ຮັບມືກັບ ໄພແຜ່ນດິນໄຫວ (ເບິ່ງວີດິໂອລາວ/ອັງກິດ)


ຊ່ຽວຊານດ້ານການສຶກສາຂອງສະພາກາແດງອາເມຣິກັນ ລີຊາ ຄລິ້ງຄ໌ ເນ້ນເຖິງຄວາມສໍາຄັນໃນການມີກັບຄູ່ມື ກຽມພ້ອມຮັບມືກັບໄພແຜ່ນດິນໄຫວ ທີ່ທາງສະພາກາແດງເຮັດອອກຂາຍ.
ຊ່ຽວຊານດ້ານການສຶກສາຂອງສະພາກາແດງອາເມຣິກັນ ລີຊາ ຄລິ້ງຄ໌ ເນ້ນເຖິງຄວາມສໍາຄັນໃນການມີກັບຄູ່ມື ກຽມພ້ອມຮັບມືກັບໄພແຜ່ນດິນໄຫວ ທີ່ທາງສະພາກາແດງເຮັດອອກຂາຍ.

ແຜ່ນດິນໄຫວ ແລະຄື້ນຟອງຍັກສຸນາມິ ທີ່ປະທະຍີ່ປຸ່ນເມື່ອຕົ້ນປີນີ້ ແມ່ນເປັນເຫດການຕັກ ເຕືອນຢ່າງຮຸນແຮງວ່າ ປະຊາຊົນໃນທຸກແຫ່ງຫົນຄວນຈະກຽມພ້ອມສໍາລັບໄພພິບັດດັ່ງກ່າວ. ຢູ່ໃນສະຫະລັດນີ້ ພວກນັກວິທະຍາສາດກ່າວວ່າ ມື້ໃດມື້ນຶ່ງ ລັດແຄລິຟໍເນຍຈະປະສົບກັບ ໄພແຜ່ນດິນໄຫວຄັ້ງໃຫຍ່ ຊຶ່ງພາໃຫ້ພວກເຈົ້າໜ້າທີ່ທ້ອງຖິ່ນໃນລັດດັ່ງກ່າວ ດໍາເນີນມາດຕາ ການຕ່າງໆເພື່ອຮັບປະກັນໃຫ້ທຸກໆຄົນກຽມພ້ອມ. ດາຣາມີລາຍງານເລື້ອງນີ້ມາສະເໜີທ່ານ.

ພວກ​ເດັກ​ນ້ອຍພາກັນ “ກົ້ມ​ລົງ ຫາ​ທີ່​ກໍາ​ບັງຢູ່​ກ້ອງ​ໂຕະ​ແລ​ະບໍ່​ເໜັງ​ບໍ່ຕີງ” ​ໃນ​ການ​ເຝີ​ກຊ້ອມ ທີ່​ເຕືອນ​ໃຫ້​ຊາວ​ລັດແຄ​ລິ​ຟໍເນຍທັງຫລາຍ​ ກຽມ​ພ້ອມ​ຮັບ​ມື​ກັບ​ໄພ​ແຜ່ນດິນ​ໄຫວ.

ແຜ່ນດິນ​ໄຫວ​ດ້ວຍ​ຄວາມ​ແຮງ 6.7 ຣິກ​ເຕີ​ ທີ່​ປະ​ທະເມືອງ Northridge ​ເຂດ​ຊານນະ
ຄອນລອສ​ແອນ​ຈີ​ເ​ເລ​ສ ລັດແຄລິ​ຟໍ​ເນຍ​ ເມື່ອ​ປີ 1994 ນັ້ນ ​ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ
57 ຄົນ ​ແລະ​ບາດ​ເຈັບ​ອີກ​ຫລາຍ​ພັນຄົນ​.

ພວກ​ຊ່ຽວຊານກ່າວ​ວ່າ ​ມີ​ທ່າ​ທາງ​ວ່າຈະ​ເກີດແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ກວ່າ​ນີ້ອີກ ຄືອາດ​ມີ​
ຄວາມ​ແຮງ​ເຖິງ 7.8 ຣິກ​ເຕີກໍ​ໄດ້ ໃກ້​ໆ Los Angeles ຢູ່ຕອນ​ໃຕ້​ຂອງ​ແນວ​ດິນແຕກ
ແຫງທີ່ຢູ່​ເລິກ​ລົງ​ໄປ​ໃຕ້ດິນ ທີ່​ເອີ້ນ​ວ່າ San Andreas Fault ນັ້ນ ​ໃນ​ໄລຍະ​ຫລາຍ​ປີ​ຕໍ່
ໜ້າ​ນີ້ ຊຶ່ງ​ອາດ​ສາມາດສົ່ງ​ຜົນ​ໃຫ້​ຫລາຍ​ພັນ​ຄົນ​ເສຍ​ຊີວິດ ​ແລະ​ສ້າງຄວາມ​ເສຍ​ຫາຍ​ຫລາຍ​ ພັນ​ລ້ານໂດ​ລາ.

ເຂດພາກ​ເໜືອ​ຂອງ​ລັດ​ແຄ​ລິ​ຟໍ​ເນຍກໍ​ອາດ​ຈະ​ເກີດແຜ່ນດິນ​ໄຫວ​ໄດ້​ເຊັ່ນ​ກັນ ດັ່ງ​ທີ່ນະຄອນ
San Francisco ​ໄດ້​ປະສົບ​ກັບ​ໄພພິບັດ​ແຜ່ນດິນ​ໄຫວ ​ແລະ​ໄຟໄໝ້​ຄັ້ງ​ຮ້າຍ​ແຮງ ​ເມື່ອ​ປີ
1906 ຄືນຶ່ງ​ຮ້ອຍກັບ​ຫ້າ​ປີຜ່ານມາແລ້ວ​ນັ້ນ.

ສະພາກາ​ແດງ​ອາ​ເມຣິກັນໄດ້​ວາງ​ຂາຍ​ເຄຶ່ອງ​ໃຊ້​ໃນ​ຍາມ​ເກີດໄພພິບັດ ຊຶ່ງ​ນາງລີ​ຊາ ຄລິ້ງຄ໌
(Lisa Klink) ຊ່ຽວຊານ​ດ້ານການ​ສຶກສາຂອງ​ສະພາກາ​ແດງ​ກ່າວ​ວ່າ ທຸກໆ​ຄົນ​ຄວນ​ຈະ​ມີ​
ໄວ້ ພ້ອມ​ກັບ​ກຽມເຄຶ່ອງ​ໄຊ້​ແລະ​ອຸບປະກອນ​ທີ່​ຈໍາ​ເປັນອື່ນໆ​ອີກ​ໄວ້​ນໍາ​ເຊັ່ນ​ກັນ. ນາງຄລິ້ງຄ໌
ກ່າວ​ຕໍ່​ໄປ​ວ່າ:

“You really may be stuck on your own for a couple of …ເວລາເກີດ
ແຜ່ນດິນ​ໄຫວ
ແທ້ໆ​ນັ້ນ ທ່ານອາດຈະຕ້ອງຕົກ​ຄ້າງ​ອອກ​ໄປ​ໃສ​ບໍ່​ໄດ້​ເປັນ​ເວລາ​
ສອງ​ສາມ​ມື້ ​ແລະ​ດັ່ງ​ນັ້ນ​ກໍ​ຄວນ
ຽມພ້ອມ ໄວ້. ພວກ​ເຮົາ​ໄດ້​ແນະ​ນໍາ​ໃຫ້ຜູ້ຄົນ
ຽມອາຫານ​ແລະ​ນໍ້າ​ແລະ​ສະບຽງ​ທີ່​ຈໍາ​ເປັນ​ອື່ນໆ​ໄວ້​ໃນ​ບ້ານ​ໃຫ້​ກຸ້ມ​ຢ່າງ​ໜ້ອຍ
ສາມ​ມື້
ຫລືອາທິດ​ນຶ່ງກໍ​ແຮ່ງ​ດີ ແຕ່ຢ່າງ​ໜ້ອຍ​ທີ່​ສຸດ ບໍ່​ໃຫ້​ ຫລຸດສາມ​ມື້.

ຊາວແຄ​ລິ​ຟໍ​ເນຍບາງ​ຄົນແມ່ນ​ປະຕິບັດ​ຕາມຄໍາ​ແນະ​ນໍາ​ທີ່​ວ່າ​ນີ້​ຢ່າງ​ເອົາຈິງ​ເອົາ​ຈັງ ດັ່ງ​ນາງ
ນີ​ໂຄລ ​ເພີ​ຊີກ(Nicole Perzik) ທີ່​ກ່າວ​ວ່າ ນາງ​ກຽມ​ພ້ອມ​ແລ້ວ.

“I’ve got water and all kinds of supplies…ຂ້ອຍມີ​ນໍ້າ​ດື່ມ​ແລະ​ສະບຽງເຄຶ່ອງ
ໃຊ້​ຫລາຍ​ຢ່າງ
ຽມ​ພ້ອມໄວ້​ແລ້ວໃນ​ກໍລະນີ​ມີ​ໄພ​ເກີດ​ຂື້ນ ​ໂດຍ​ສະ​ເພາະ​ຖ້າຫາກ
ເຈົ້າມີ​ສັດລ້ຽງ
. ນັ້ນຫລະ​ຄື​ສິ່ງ​ທີ່​ພາ​ໃຫ້​ຂ້ອຍ​ຮູ້​ສຶກຕື່ນ​ຕົວ​ໄວ້.

ແຄ​ລິ​ຟໍ​ເນຍ​ເປັນ​ລັດ​ທີ່​ພົນລະ​ເມືອງ​ ມາ​ຈາກ​ທົ່ວ​ທຸກ​ມຸມ​ໂລກ ​ແລະ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​
ຫຍຸ້ງຍາກໃນ​ການ​ບອກ​ເຕືອນ​ນັ້ນ ​ກໍ​ແມ່ນ​ວ່າ ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ໃຫ້​ທຸກໆ​ຄົນ​ເຂົ້າ​ໃຈ​ວ່າ
ເຂົາ​ເຈົ້າ​ຈໍາ​ເປັນ​ຕ້ອງ​ໄດ້​ກຽມ​ພ້ອມ​ແທ້ໆ.

ຄລິກບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ ຫລືຄລິກຢູ່ຂ້າງເທິງຂວາມື

ບາງ​ຄົນ​ກໍ​ເຄີຍ​ມີ​ປະສົບ​ການ​ກັບ​ໄພ​ພິບັດ​ອື່ນໆມາ​ແລ້ວ ​ໂຮມ​ທັງ​ພາຍຸ​ທໍ​ເນ​ໂດ​ແລະ​ນໍ້າ​ຖ້ວມ​
ທີ່​ນໍາ​ເອົາ​ຄວາມ​ຫາ​ຍະ​ນະ​ມາສູ່​ຫລາຍ​ຂົງ​ເຂດ​ໃນ​ພາກ​ກາງ​ຂ້ອນ​ໄປ​ທາງ​ຕາ​ເວັນ​ຕົກ ຫລື
ມິດແວ​ສຕ໌ (Midwest) ຂອງສະຫະລັດ ​ເມື່ອ​ໝໍ່ໆ​ມາ​ນີ້. ນາຍ ​ແບຣີ ໂກລ​ເດິ​ນ​ເບີກ
(Barry Goldenberk) ທີ່​ມາຈາກ​ເຂດມິດແວ​ສຕ໌ ​ກ່າວ​ວ່າລາວມີ​ປະສົບ​ການ​ກັບ​ໄພ​ເຫລົ່າ​
ນັ້ນມາ​ແລ້ວ ແລະ​ກໍ​ກຽມ​ພ້ອມ​ກັບ​ໄພ​ແຜ່ນດິ​ນ​ໄຫວ​ໄວ້​ແລ້ວ.

“They don’t bother me as much as they do...ຂ້ອຍບໍ່​ເປັນຫ່ວງຫລາຍ​ປານ​
ໃດ
ບໍ່ເທົ່າ​ກັບ​ພວກ​ຄົນ​ອື່ນໆ​ທີ່ອາດມາ​ຈາກ Los Angeles ຫລື​ຈາກເຂດອື່ນ​
ຂອງ​ລັດ​ແຄ​ລິ​ຟໍ​ເນຍ
ຊຶ່ງບາງທີອາດ​ເປັນເພາະວ່າຂ້ອຍ​ລຶ້ງ​ເຄີຍ​ກັບ​ໄພ​ທໍາ​ມະ​ຊາດ
ມາ
ແລ້ວ ກໍ​ເປັນ​ໄດ້.

ແຄ​ລິ​ຟໍ​ເນຍຖື​ວ່າ​ເປັນ​ລັດນຶ່ງ​ທີ່​ມີ​ກົ​ດ​ເກນການ​ກໍ່ສ້າງ​ທີ່​ເຄັ່ງ​ຄັດ​ທີ່​ສຸດ​ໃນ​ໂລກ ​ແຕ່​ພວກ​ເຈົ້າໜ້າ​
ທີ່​ມີ​ຄວາມເປັນ​ຫ່ວງ​ກ່ຽວ​ກັບພວກ​ໂຮງຮຽນ​ ​ແລະ​ກ່າວ​ວ່າ ​ເຖິງ​ແມ່ນ​ຢູ່​ໃນ​ຕຶກ​ອາຄານທີ່​ວ່າ​
ປອດ​ໄພ​ດີ​ນັ້ນ ພວກ​ຄົນກໍ​ສາມາດ​ໄດ້​ຮັບ​ບາດ​ເຈັບ​ໄດ້.

ທ່ານ ມາກ ແບນ​ທຽນ(Mark Benthien) ​ຈາກ​ສູນ​ກາງ​ແຜ່ນດິນ​ໄຫວ ແຫ່ງ​ພາກ​ໃຕ້​ລັດ
ແຄລິ​ຟໍ​ເນຍກ່າວ​ວ່າ ທຸກ​ຄົນ​ຕ້ອງ​ກຽມ​ພ້ອມ​ໃນ​ເລຶ່ອງນີ້.

“Our real first responders are ourselves...ຜູ້​ທີ່​ຈະຮັບ​ມືກັບໄພ ກ່ອນໝູ່ໝົດນັ້ນ
ກໍ​ຄື​ຕົວ​ເຮົາ​ເອງ​ແລະ​ເພື່ອນ​ບ້ານ​ຂອງ​ພວກ​ເຮົາ​ເອງ
. ະ​ແນ​ກ​ການຮັບ​ມືທໍາ​ອິດ
ຂອງລັດຖະບານ ກໍ​ຄື​ພວກ​ດັບ​ເພີງ
ແລະ​ຕໍາຫລວດ ຊຶ່ງ​ແນ່ນອນ​ວ່າ​ຈະ​ມາຍັງບ່ອນ
ເກີດ​ເຫດ ​ແຕ່​ກໍ​ບໍ່​ແນ່​ວ່າ ເຂົາ​ເຈົ້າຈະ​ມາ​ເຖິງ​ຍາມ​ໃດ​.

ສະພາກາ​ແດງ​ອະ​ເມ​ຣິກັນ ​ແລະ​ພະ​ແນ​ກດັບ​ເຖີງທ້ອງ​ຖິ່ນຕ່າງໆ ສະໜອງ​ການ​ເຝິກອົບ​ຮົມ​
ວິທີ​ກຽມ​ພ້ອມ​ເປັນ​ປະ​ຈໍາ ​ແລະ​ພວກ​ເຈົ້າໜ້າ​ທີ​ກ່າວ​ວ່າ ທຸກ​ຄົນ​ຄວນມີ​ແຜນ​ສຸກ​ເສີນ​ຂອງ​ຕົນ
ກຽມໄວ້ ລ່ວງ​ໜ້າໄພພິບັດ​ເກີດ​ຂື້ນ.

ນາຍ ສະ​ແຕນ​ລີ ​ໄອ​ຊີກສ(Stanley Isaacs) ຜູ້​ສ້າງ​ຮູບ​ເງົາ ​ໄດ້​ຮຽນ​ຫລັກ​ສູນ​ການ​ຕຽມ
ພ້ອມ​ ຮັບ​ມືກັບ​ໄພພິບັດ ​ແລະ​ລາວ​ເອງພ້ອມ​ກັບ​ເມຍ​ຂອງ​ລາວ ​ແມ່ນ​ກຽມ​ພ້ອມ​ສໍາລັບແຜ່ນ
ດິນ​ໄຫວ​ທີ່ Northridge ຄັ້ງ​ປີ 1994 ນັ້ນ.

“I was back from location on a movie... ຂ້ອຍ​ຫາ​ກໍກັບ​ຈາກ​ການ​ຖ່າຍ​ໜັງ ​
ແລະ
ຂ້ອຍໄດ້ຽມ​ເສື້ອກັກ​ທີ່​ມີ​ຫລາຍໆຖົງ​ນັ້ນໄວ້ກ່ອນ​ແລ້ວ ແບບເສື້ອກັກທີ່​ຂ້ອຍ​
ໃສ່
ຢູ່​ບ່ອນ​ຖ່າຍ​ໜັງທີ່ຂ້ອຍ​ໃສ່​ຢູ່​ນີ້ ແລະຂ້ອຍກໍເອົາ​ໄຟ​ສາຍພ້ອມ​ກັບ​ເຄຶ່ອງ​ໄຊ້​ແລະ​
ເຄຶ່ອງມື​ອື່ນໆ​ໃສ່​ໃນ​ເສື້ອ​ໄວ້ ​ແລະ​ຄືນ​ມື້​ເກີດ​ແຜ່ນດິນ​ໄຫວ​ນັ້ນ
ຂ້ອຍ​ກໍ​ໃສ່ເສື້ອ​ທີ່
ໄດ້​ກ
ຽມ​ໄວ້​ແລ້ວ​ນັ້ນ ​ແລະ​ຂ້ອຍ​ກໍ​ຍື່ນ​ວິທະຍຸ​ແລະ​ໄຟ​ສາຍ​ໃຫ້ເມຍ​ຂ້ອຍ. ລາວຍັງ​
ຈື່​ໄດ້
ດີ ແລະ​ລາວ​ຮູ້ສຶກ​ສະບາຍ​ ອຸ່ນ​ໃຈ ​ແລະ​ບໍ່​ເຄີຍ​ລືມວ່າ ຂ້ອຍ​ໄດ້​ຍື່ນ​ສິ່ງເຫລົ່ານັ້ນ ​ໃຫ້​ລາວ.

ນາຍ Stanley Isaacs ​ໄດ້​ປະດິດແລະ​ນໍາ​ເສື້ອ​ຊູຊີ​ບຂອງ​ລາວອອກ​ຂາຍ ຊຶ່ງ​ລາວ​ເອີ້ນ​ວ່າ
ເສື້ອ​ກັກ Grab-N-Go ທີ່​ບັນຈຸ​ເຄຶ່ອງສຸກ​ເສີນ​ຕ່າງໆ ​ໂຮມ​ທັງ​ນໍ້າ​ດື່ມ ມີດ ຖົງມື ​ແລະ​ໄຟ​ ສາຍ​ນ້ອຍໆ.

ພວກ​ນັກວິທະຍາສາດ​ກ່າວ​ວ່າ ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ຈະ​ສັ່ນ​ສະ​ເທືອ​ນລັດ​ແຄ​ລິ​ຟໍ​ເນຍອີກ
ແຕ່​ຄໍາ​ຖາມ​ກໍແມ່ນ​ວ່າ ມັນ​ຈະ​ເກີດ​ຂື້ນ​ເມື່ອ​ໃດ ​ແລະ​ຊາວ​ລັດ​ດັ່ງກ່າວ​ກຽມ​ພ້ອມ​ແລ້ວ​ຫລື​ຍັງ?

ເບິ່ງວີດິໂອ ພາສາອັງກິດ

XS
SM
MD
LG