ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ວ່າການລັດ ຄາລີຟໍເນຍ ສັ່ງໃຫ້ຕັດການໃຊ້ນ້ຳ 25 ເປີເຊັນ


California Governor Orders Mandatory Water Cuts
please wait

No media source currently available

0:00 0:02:46 0:00

ລັດ California ​ໄດ້​ປະກາດ​ວາງ​ຂໍ້​ຈຳກັດ​ໃນ​ການ​ໃຊ້​ນ້ຳ ​ເປັນ
​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ​ລັດ ​ໃນ​ຂະນະ​ທີ່ລັດ​ຊຶ່ງຕັ້ງຢູ່
ໃນພາກຕາເວັນຕົກຂອງ​ສະຫະລັດ​ແຫ່ງ​ນີ້ ສືບ​ຕໍ່​ໄດ້​ຮັບ​ຄວາມ
​ເສຍ​ຫາຍ​ຈາກ​ໄພ​ແຫ້ງ​ແລ້ງ​ມາ​ເປັນ​ເວລາ 4 ປີ.

ທ່ານ Jerry Brown ຜູ້​ວ່າການ​ລັດ California ກ່າວ​ວ່າ
“ ພວກ​ເຮົາ​ຕົກ​ຢູ່​ໃນ​ສະພາວະ​ແຫ້ງ​ແລ້ງ​ເປັນ​ຄັ້ງ​ປະ
ຫວັດສາດ ​ແລະ​ຮຽກຮ້ອງ ໃຫ້​ມີ​ການ​ດຳ​ເນີນ​ການ
​ເຄື່ອນ​ໄຫວ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ຍ້ອນ​ສາ​ເຫດ​ນີ້ ຂ້າ
ພະ​ເຈົ້າ​ຈຶ່ງ​ອອກ​ຄຳສັ່ງຝ່າຍ​ບໍລິຫານ​ໂດຍ​ບັງຄັບ​ໃຫ້​
ມີ​ການ​ລົດ​ຜ່ອນ​ໃນ​ການ​ຊົມ​ໃຊ້​ນ້ຳ​ລົງ​ຢ່າງ​ຫຼາຍ​ສົມຄວນ​ໃນ​ທົ່ວ​ລັດ​ພວກ​ເຮົາ.”

ທ່ານ Jerry Brown ​ໄດ້​ອອກ​ຄຳສັ່ງ​ຝ່າຍ​ບໍລິຫານ​ໃນ​ວັນ​ພຸດ​ວານ​ນີ້ ສຳລັບ​ພວກ​ປະຊາຊົນ​ໃນ​ລັດ​ແລະ​ວົງ​ການ​ທຸລະ​ກິດ​ໃຫ້​ຕັດ​ການ​ຊົມ​ໃຊ້​ນ້ຳຂອງ​ຕົນ​ລົງ​ໃນ​ປະລິມານ 25 ​ເປີ​ເຊັນ.

ຄຳ​ສັ່ງ​ຂອງ​ຜູ້​ວ່າການ​ລັດ ຮວມທັງ​ການ​ສັບ​ປ່ຽນ​ເດີ່ນ​ຫຍ້າ ໃນ​ເນື້ອ​ທີ່​ເກືອບ 5 ລ້ານ​ແມັດ​ມົນທົນໃຫ້ເປັນເດີ່ນທີ່​ທົນທານ​ຕໍ່​ການແຫ້ງແລ້ງ ​ແລະ​ສະໜອງ​ເງິນ​ຊ່ອຍ​ເຫຼືອ​ແກ່ປະຊາຊົນ​ທີ່​ສັບ​ປ່ຽນ​ເຄື່ອງ​ໃຊ້​ໃນ​ບ້ານ​ເຮືອນ​ແບບ​ເກົ່າ​ທີ່​ໃຊ້​ນ້ຳ​ຫລາຍ​ ​ແລະ​ໃຫ້​ໃຊ້​ເຄື່ອງ​ທີ່​ປະຢັດ​ພະລັງງານ​ທີ່​ມີ​ປະສິດທິ​ຜົນ​ນັ້ນ.

ທ່ານ Brown ​ໄດ້​ປະກາດ​ເລື້ອງ​ນີ້​ໃຫ້​ຊາບ ຈາກ​ເຂດ​ທີ່​ສອກຫຼີກ​ຫ່າງ​ໄກ ​ໃນ​ຂົງ​ເຂດ​ພູ Sierra ລັດ​ເນ​ວາດາ ຊຶ່ງ​ຕາມ​ທຳ​ມະ​ດາ​ນັ້ນ ປົກ​ຄຸມ​ດ້ວຍ​ຫິມະ​ສູງ​ເກືອບ 2 ​ແມັດ​.

ລັດ California ​ໄດ້​ຮັບ​ນ້ຳ​ສ່ວນ​ຫຼາຍ​ຈາກ​ປະລິມານ​ຫິມະ​ຕົກ​ໃນ​ລະດູ​ໜາວ​ເທິງ​ພູ Sierra Nevada ​ແຕ່​ຄວາມ​ແຫ້ງ​ແລ້ງ​ໃນ​ປັດຈຸບັນ​ໄດ້​ພາ ໃຫ້​ປະລິມານ​ຫິມະ​ຕົກ​ຢູ່​ໃນ​ລະດັບ​ຕໍ່າສຸດ ທີ່​ບໍ່​ເຄີຍ​ໄດ້​ບັນທຶກ​ໄວ້​ມາ​ກ່ອນ.

US California Drought
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG