ລິ້ງ ສຳຫລັບເຂົ້າຫາ

ສາວໃຊ້ກໍາປູເຈຍ ໄດ້ຮັບການປະຕິບັດຕໍ່ ຢ່າງບໍ່ເປັນທໍາ ໂດຍພວກນາຍຈ້າງມາເລເຊຍ

  • ໄພສານ ວໍຣະຈັກ

ນາງ Hok Pov, ອາຍຸ 31 ປີ, ທີ່ໄປເຮັດວຽກເປັນຄົນໃຊ້ຢູ່ມາເລເຊຍ ເຖິງກັບນໍ້າຕາໄຫລ ເວລາເລົ່າເຖິງຄວາມທຸກທໍລະມານທີ່ນາງໄດ້ຮັບ, ໃນລະຫວ່າງການໃຫ້ສໍາພາດ ທີ່ເມືອງ Petaling Jaya, ໃກ້ທກັບນະຄອນຫລວງ Kuala Lumpur, ມາເລເຊຍ. (ວັນທີ 16 ສິງຫາ 2011)

ນາງ Hok Pov, ອາຍຸ 31 ປີ, ທີ່ໄປເຮັດວຽກເປັນຄົນໃຊ້ຢູ່ມາເລເຊຍ ເຖິງກັບນໍ້າຕາໄຫລ ເວລາເລົ່າເຖິງຄວາມທຸກທໍລະມານທີ່ນາງໄດ້ຮັບ, ໃນລະຫວ່າງການໃຫ້ສໍາພາດ ທີ່ເມືອງ Petaling Jaya, ໃກ້ທກັບນະຄອນຫລວງ Kuala Lumpur, ມາເລເຊຍ. (ວັນທີ 16 ສິງຫາ 2011)

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຮຽກຮ້ອງໃຫ້ມີ ການເອົາມາຕະການ ປົກປ້ອງຄຸ້ມຄອງໃໝ່ທາງດ້ານກົດໝາຍ ສຳລັບຊາວກຳປູເຈຍຈຳນວນຫຼາຍໆພັນຄົນ ທີ່ໄປ ເຮັດວຽກເປັນຄົນຮັບໃຊ້ຢູ່ຕາມບ້ານເຮືອນ ໃນປະເທດມາເລເຊຍ. ເຈົ້າໜ້າທີ່ຂອງກຸ່ມປົກປ້ອງ ສິດທິມະນຸດດັ່ງກ່າວເວົ້າວ່າ ປະເທດທັງສອງຕ້ອງໄດ້ດຳເນີນການເພີ່ມຕື່ມ ເພື່ອປ້ອງກັນ ໃຫ້ມີການລ່ວງລະເມີດເກີດຂຶ້ນ ອັນຮວມທັງການທຸບຕີແລະການລວນລາມທາງເພດແບບ ຮຸນແຮງນຳດ້ວຍ. Robert Carmichael ມີລາຍງານກ່ຽວກັບເລື່ອງນີ້ຈາກກຸງພະນົມເປັນ ດັ່ງໄພສານຈະນຳເອົາ ມາສະເໜີທ່ານ.

ພວກເຈົ້າໜ້າທີ່ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ສຳພາດ
ພວກແມ່ຍິງ 28 ຄົນ ທີ່ໄປເຮັດວຽກເປັນຄົນຮັບໃຊ້ຢູ່ມາເລເຊຍ. ເກືອບເຄິ່ງນຶ່ງຂອງ
ພວກຄົນງານຈຸນີ້ລາຍງານວ່າ ໄດ້ຖືກລ່ວງລະເມີດທັງທາງດ້ານຮ່າງກາຍ ຫຼືທາງດ້ານ
ຈິດໃຈຈາກພວກເປັນນາຍຈ້າງ.

ສາມຄົນໃນຈຳນວນນີ້ເວົ້າວ່າ ພວກເຂົາເຈົ້າໄດ້ຖືກຂົ່ມຂືນສຳເລົາ ແລະນຶ່ງໃນນັ້ນແມ່ນ
ຖືກນາຍຈ້າງຂອງນາງ ຂົ່ມຂືນ.

ເລື່ອງທີ່ມັກໄດ້ຍິນຢູ່ເລື້ອຍໆກໍຄື ການຂາດຄວາມຊ່ອຍເຫຼືອ ຫຼືຄວາມຄຸ້ມຄອງທາງ
ດ້ານກົດໝາຍຢູ່ໃນມາເລເຊຍ ສຳລັບພວກແມ່ຍິງກຳປູເຈຍຈຳນວນຫຼາຍພັນຄົນທີ່ໄປ
ເຮັດວຽກເຮັດການຢູ່ທີ່ນັ້ນ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ ບັນດາບໍລິສັດເກັບເກນ
ເອົາພວກຄົນງານທີ່ມີເສັ້ນມີສາຍດີໆຢູ່ກຳປູເຈຍ ໄດ້ບັງຄັບໃຫ້ພວກແມ່ຍິງເຫຼົ່ານີ້ເກັບ
ໂຕຢູ່ແບບຍາກລຳບາກ ທີ່ສູນກາງຝຶກອົບຮົມເປັນເວລາຫຼາຍໆເດືອນ ກ່ອນຈະສົ່ງ
ພວກເຂົາເຈົ້າໄປເຮັດວຽກຢູ່ຕ່າງປະເທດ.

ບັນດາບໍລິສັດເກັບເກນພວກຄົນງານ ໄດ້ຈ່າຍເງິນລ່ວງໜ້າໃຫ້ແກ່ພວກຄອບຄົວ
ຕະຫຼອດທັງເຂົ້າປາອາຫານແລະສັດລ້ຽງ ເພື່ອຜູກມັດພວກແມ່ຍິງເຫຼົ່ານັ້ນດ້ວຍໜີ້
ສິນ. ນອກ​ນັ້ນ​ແລ້ວ ພວກເຂົາເຈົ້າຍັງເກັບຄ່າຝຶກອົບຮົມເປັນເງິນກ້ອນໃຫຍ່ ຊຶ່ງເຮັດ
ໃຫ້ພວກແມ່ຍິງເຫຼົ່ານີ້ຕ້ອງໄດ້ເຮັດວຽກໃຊ້ໜີ້​ແບບ​ຂ້າ​ທາດ ເປັນເວລາຫຼາຍໆເດືອນ.

ນາງ Jyotsna Poudyal ນັກຄົ້ນຄວ້າກ່ຽວກັບສິດທິຂອງພວກແມ່ຍິງຂອງກຸ່ມປົກ
ປ້ອງສິດທິມະນຸດ Human Rights Watch ກ່າວວ່າ ລາຍງານທີ່ມີຊື່ວ່າ “ພວກເຂົາ
ໄດ້ຫຼອກລວງຕົວະຕົ້ມພວກເຮົາໃນທຸກບາດກ້າວ” ​ແມ່ນ​ເປີດເຜີຍໃຫ້ເຫັນເຖິງຂອບ
ເຂດຂອງໄພອັນຕະລາຍ ທີ່ພວກແມ່ຍິງກຳປູເຈຍປະເຊີນ. ນາງ Poudyal ເວົ້າວ່າ

“ລາຍ​ງານ​ສະບັບ​ນີ້​ໂດຍ​ພື້ນຖານ​ແລ້ວ ​ແມ່ນ​ເລື່ອງລາວ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ
ກ່ຽວ​ກັບ​ວ່າ​ ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ເວລາ​ແມ່ຍິງ​ເຫຼົ່ານີ້ຕັດສິນ​ໃຈ​ເດີນທາງ​ຈາກ​ກຳປູ
​ເຈຍ​ໄປ​ຍັງ​ມາ​ເລເຊຍ. ລາຍ​ງານ​ນີ້ໄດ້​ບັນທຶກ​ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ ແລະ​ການ​
ສວາຍເອົາ​ປະ​ໂຫຍ​ດໃນ​ແຕ່​ລະບາດ​ກ້າວ ຂອງຂັ້ນຕອນ​ການ​ຍົກຍ້າຍ​ໄປເຮັດ​ວຽກ​
ນັ້ນ. ​ໂດຍ​ພື້ນຖານ​ແລ້ວ​ ຄວາມ​ວິຕົກ​ກັງວົນ​ຂອງ​ເຮົາ ​ກໍແມ່ນ​ວ່າ ພວກ​ແມ່ຍິງ​ທີ່​ໄດ້
​ຕັດສິນ​ໃຈ​ເດີນທາງ​ໄປ​ເຮັດ​ວຽກ​ນັ້ນ ຕ້ອງ​ໄດ້​ຮັບ​ການປົກ​ປ້ອງ​ຄຸ້ມ​ຄອງ​ແລະ​ລາຍ​
ງານສະບັບ​ນີ້​ໄດ້ສຶກສາ​ເບິ່ງ​ບາດກ້າວ​ຕ່າງໆ ​ໃນ​ການ​ເກັບ​ເກນ ​ແລະ​ຫຼັງຈາກ​ນັ້ນ
ກໍ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ສຳຄັນ​ກ່ຽວ​ກັບ​ວ່າ ມີສິ່ງ​ໃດ​ແດ່​ທີ່​ສາມາດ​ກະທຳ​ໄດ້​ເພື່ອປັບ
ປຸງ​ເຮັດ​ໃຫ້​ສະຖານະ​ການ​ດີ​ຂຶ້ນ.”

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ​ໃນ​ຖານະ​ທີ່​ເປັນບາດ
ກ້າວ​ອັນທຳອິດ​ ມາ​ເລ​ເຊຍ​ແລະ​ກຳປູ​ເຈຍ​ຄວນ​ຈະ​ປະຕິ​ບັດຕາມ ແລະ​ຫຼັງຈາກ​ນັ້ນ ກໍ​ໃຫ້
​ສັດຕະຍາ​ບັນ ​ຕໍ່​ຂໍ້​ຕົກລົງ​ຂອງ​ອົງການ​ແຮງ​ງານ​ສາກົນ​ວ່າ​ດ້ວຍ​ຄົນ​ຮັບ​ໃຊ້​ຢູ່​ຕາມ​ບ້ານ​
ເຮືອນ ຊຶ່ງ​ໃຫ້ການ​ປົກ​ປ້ອງ​ຄຸ້ມຄອງພວກ​ຄົນ​ງານ ຈາກ​ຄວາມ​ຮຸນ​ແຮງ​ແລະ​ການ​ຂູດ​ຮີດ
​ເອົາ​ລັດ​ເອົາ​ປຽບນັ້ນ.

ນາງ Poudyal ກ່າວ​ວ່າ ກຳປູ​ເຈຍ​ຕ້ອງ​ໄດ້​ຮ່າງ​ກົດໝາຍ​ຄົ​ນ​ເຂົ້າ​ເມືອງ​ໃນຂອບ​ເຂດ​ທີ່​
ກວ້າງຂວາງ​ທີ່​ເວົ້າ​ເຖິງ​ບັນຫາ​ຕ່າງໆ ​ເຊັ່ນການ​ເຮັດ​ວຽກ​ໃຊ້​ໜີ້ແບບ​ຂ້າ​ທາດ ການ​ເກັບ
​ເກນ​ເອົາ​ພວກ​ເດັກນ້ອຍ​ແລະ​ການ​ລ່ວງ​ລະ​ເມີດຕ່າງໆ ​ທີ່​ມັກ​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ການ
​ເກັບ​ເກນ​ຂອງ​ທາງບໍລິສັດ​.

ປະມານ​ນຶ່ງ​ສ່ວນ​ສາມ​ຂອງ​ປະຊາກອນ​ກຳປູ​ເຈຍ ​ແມ່ນ​ດຳລົງ​ຊີວິດ​ຕໍ່າ​ກວ່າ​ເສັ້ນກຳນົດ
​ຄວາມທຸກ​ຍາກ ແລະ​ກໍ​ມີ​ວຽກ​ງານ​ຢູ່​ໃນ​ເຂດ​ທ້ອງ​ຖິ່ນ​ໃຫ້​ເຮັດ​ໃນ​ຈຳນວນຈຳ​ກັດ ສຳລັບ
​ພວກ​ຊາວ​ໜຸ່ມ​ກຳປູ​ເຈຍ​ປະມານ 300,000 ຄົນທີ່​ກ້າວ​ເຂົ້າສູ່​ຕະຫຼາດ​ແຮງ​ງານ​ໃນ​ແຕ່
ລະ​ປີ ຊຶ່ງ​ໝາຍ​ຄວາມ​ວ່າສະພາບ​ການ​ດັ່ງກ່າວ​ແມ່ນສຸກງອມ​ສຳລັບການ​ຂູດ​ຮີດ​ສວາຍ​ໃຊ້
​ແຮງ​ງານ ​ແລະ​ບໍລິສັດ​ເກັບ​ເກນ​ແຮງ​ງານ​ທີ່​ບໍ່ມີ​ສິນ​ທຳ​ ກໍ​ໄດ້​ສວາຍໂອກາດ​.

ຫຼັງຈາກ​ມີລາຍ​ງາຍ​ຂ່າວ​ຂອງ​ສື່​ມວນ​ຊົນ​ອອກ​ມາ ​ທີ່ເນັ້ນ​ໃຫ້​ເຫັນ​ເຖິງການ​ລ່ວງ​ລະ​ເມີດ​
ສິດທິ​ຢ່າງ​ຮ້າຍ​ແຮງຂອງ​ແມ່​ຍິງ​ກຳປູ​ເຈຍ​ຢູ່​ມາ​ເລ​ເຊຍ​ ໃນ​ເດືອນ​ແລ້ວນີ້ ລັດຖະບານ​ກຳປູ
​ເຈຍ​ກໍ​ໄດ້​ປະກາດ ໃຫ້ຢຸດ​ເຊົາສົ່ງ​ພວກ​ຄົນ​ໃຊ້​ໄປ​ຍັງ​ມາ​ເລເຊຍ​ອີກ.

​ແຕ່​ນາງ Poudyal ກ່າວ​ວ່າ ນອກຈາກ​ການ​ໂຈະ​ບໍ່ໃຫ້​ສົ່ງ​ພວກ​ຄົນ​ງານ​ ຊຶ່ງ​ມີ​ທ່າ​ທາງ​ວ່າ
​ຈະເປັນ​ພຽງ​ການ​ໂຈະ​ຊົ່ວຄາວ​ທໍ່​ນັ້ນ ກຳປູ​ເຈຍ​ກໍ​ບໍ່​ໄດ້​ໃຫ້​ຄວາມສົນ​ໃຈ​ໃດໆ​ກ່ຽວ​ກັບ​ບັນ
ຫາ​ດັ່ງກ່າວ. ນາງ Poudyal ​ເວົ້າວ່າ:

“ຈາກ​ທັດສະນະ​ຄວາມ​ເຫັນ​ຂອງ​ພວກ​ເຮົາ​ແລ້ວ ​ແມ່ນ​ເບິ່ງ​ຄືວ່າ ລັດ​ຖະບານ​ມີ​ຄວາມ​
ກະຕືລືລົ້ນທີ່​ຈະ​ຊຸກຍູ້​ກ່ຽວ​ກັບ​ເລື່ອງ​ສົ່ງພວກ​ຄົນ​ງານ​ໄປ​ເຮັດ​ວຽກ ​ແຕ່​ໃນ​ຂະນະ​ດຽວ​
ກັນ ​ກໍ​ມີ​ຄວາມ​ລັງ​ເລ​ໃຈ​ທີ່​ສຸດທີ່ຈະ​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຂັ້ນພື້ນຖານ​ແກ່​ພວກ​ຄົນ​
ງານ​ຂອງ​ຕົນ. ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງ​ຢາກ​ຂໍ​ເວົ້າວ່າ ຖ້າ​ກຳປູ​ເຈຍ​ຫາກ​ມີຄວາມ​ຈິງ​ຈັງ
ກ່ຽວ​ກັບ​ການ ​ເປັນ​ປະ​ເທດ​ສົ່ງ​ອອກ​ແຮງ​ງານ​ຂະໜາດ​ໃຫຍ່​ ພວກ​ເຂົາ​ເຈົ້າຈຳ​ເປັນ​ຕ້ອງ
ໄດ້​ແກ້​ໄຂ​ບັນຫາ​ເຫຼົ່ານີ້​ໃນ​ໄລຍະ​ຍາວ.”

ການ​ລ່ວງ​ລະ​ເມີດ​ຕ່າງໆ​ສາມາດ​ເລີ່​ມຂຶ້ນ​ໄດ້​ ແມ່ນ​ກະ​ທັງ​ກ່ອນທີ່​ພວກ​ຄົນ​ງານ​ອອກ
ເດີນທາງ​ໄປ​ຮອດ​ມາ​ເລ​ເຊຍ​ດ້ວຍ​ຊໍ້າ.

ການ​ບຸກ​ເຂົ້າ​ໄປ​ກວດຄົ້ນສູນ​ເກັບ​ເກນ​ພວກ​ຄົນ​ງານຢູ່ກຳ​ປູ​ເຈຍ​ເມື່ອ​ໄວໆ​ມານີ້​ໄດ້​ເປີດ
​ເຜີຍ​ໃຫ້​ເຫັນ​ກ່ຽວກັບ​ການ​ລ່ວງ​ລະ​ເມີດ​ຕ່າງໆ ຮວມທັງ​ເດັກນ້ອຍ​ແມ່ຍິງ​ທີ່​ມີ​ອາຍຸ​ຕໍ່າ
​ເຖິງ​ 14 ປີ​ໄດ້​ຖືກ​ຝຶກ​ອົບຮົມ​ໃຫ້​ໄປ​ເປັນ​ຄົນ​ຮັບ​ໃຊ້​ຢູ່​ມາ​ເລເຊຍ ​ໂດຍມີ​ການ​ນຳ​ໃຊ້​ເອກ
​ກະສາ​ນ​ປອມ​ ເພື່ອ​ຫຼົບຫຼີກກົດ​ລະບຽບ​ບັງຄັບ​ທີ່ວ່າພວກ​ເຂົາ​ເຈົ້າຕ້ອງ​ມີ​ອາຍຸ 21 ປີນັ້ນ.

​ແຕ່​ການ​ເອົາ​ມາດ​ຕະການ​ຂອງ​ລັດຖະບານ​ແມ່ນ​ປະ​ເຊີນ​ກັບ​ຄວາມ​ຍຸ່ງຍາກ​ ຍ້ອນຄວາມ
​ຈິງ​ທີ່​ວ່າ ບໍລິສັດ​ເກັບເກນ​ເອົາ​ພວກ​ຄົນ​ງານ​ຈຳນວນ​ນຶ່ງ​ ມີ​ເຈົ້າຂອງ​ທີ່​ເປັນຍາດ​ພີ່ນ້ອງ​ຂອງ
​ພວກ​ທີ່​ຖືກ​ມອບ​ໝາຍ​ໃຫ້​ຄວບ​ຄຸມ​ເບິ່ງ​ນໍາ​ການ​ປະຕິບບັດກົດ​ລະບຽບ ຢູ່​ທີ່​ກະຊວງ​ແຮງ​
ງານ​ແລະ​ກະຊວງ​ພາຍ​ໃນ​ຂອງ​ກຳປູ​ເຈຍ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າ​ວວ່າກຳປູ​ເຈຍ​ຕ້ອງ​ໄດ້​ລົງ​ໂທດ
​ຜູ້​ໃດ​ກໍ​ຕາມ​ແລະ​ບໍລິສັດ​ທັງ​ໝົດຕະຫຼອດທັງ​ສ່ວນ​ບຸກຄົນ​ທີ່​ພົວພັນ ນໍາ​ການລ່ວງ​ລະ​ເມີດ
​ທີ່​ວ່າ​ນີ້ ແລະ​ນາງ Poudyal ​ກ່າວ​ວ່າ ມາ​ເລ​ເຊຍ​ກໍຕ້ອງ​ໄດ້​ປັບປຸງ​ໃໝ່​ກົດໝາຍ​ຄົນ​ເຂົ້າ
​ເມືອງຂອງ​ຕົນ ຊຶ່ງ​ໃນ​ເວລາ​ນີ້ບໍ່​ໄດ້​ຮວມ​ເອົາ​ພວກ​ຄົນ​ຮັບ​ໃຊ້​ຕາມບ້ານເຮືອນ. ນາງ​ເວົ້າວ່າ:

“ດັ່ງນັ້ນພວກ​ເຮົາ​ຈຶ່ງ​ຂໍ​ຮຽກຮ້ອງ​ໃຫ້​ລັດຖະບານ​ມາ​ເລ​ເຊຍ​ປັບປຸງ​ແກ້​ໄຂ​ກົດໝາຍ​ເຫຼົ່າ
ນີ້​ໃໝ່​ ເພື່ອ​ໃຫ້ການ​ປົກ​ປ້ອງຄຸ້ມ​ຄອງ​ແກ່​ພວກ​ຄົນ​ຮັບ​ໃຊ້ຕະຫຼອດທັງ​ເສີມຂະຫຍາຍ
​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານກົດໝາຍສຳລັບ​ພວກ​ຄົນ​ງານ ​ທີ່​ອາດຖືກ​ລັກລອບ​
ຄ້າຂາຍ ທີ່​ອາດ​ຕົກ​ຢູ່​ໃນ​ສະ​ຖະການ​ຖືກ​ລ່ວງ​ລະ​ເມີດ​ສິດ ​ແລະ​ຫຼັງຈາກ​ນັ້ນ ກໍ​ໃຫ້​ແກ້
​ໄຂ​ລະບົບ​ການ​ຮັບເອົາ​ພວກ​ຄົນ​ງານ ທີ່​ເຮັດ​ໃຫ້​ພວກ​ຄົນ​ງານເຫຼົ່ານີ້ຕ້ອງຖືກ​ຜູກ​ມັດ​
ຢູ່​ກັບ​ນາຍ​ຈ້າງ ​ເຊັ່ນ​ໂຕ​ຢ່າງ​ວ່າ ຖ້າ​ຄົນ​ງານ​ຫາກ​ຫຼົບໜີ​ການ​ລ່ວງ​ລະ​ເມີດສິດທິຫຼື​ການ
​ຖືກໃຊ້​ວຽກ​ເກີນຂອບ​ເຂດ​ແລ້ວ ກໍ​ມີ​ທ່າ​ທາງ​ວ່າ​ນາງ​ຈະ​ຖືກ​ຈັບຫຼືບໍ່​ກໍ​ຖືກ​ເນ​ລະ​ເທດ.”

​ເມື່ອ​ສອງ​ປີ​ກ່ອນ ​ອິນ​ໂດ​ເນ​ເຊຍ​ໄດ້​ຫ້າມ​ບໍ່​ໃຫ້​ປະຊາຊົນ​ຂອງ​ຕົນ​ໄ​ປ​ເຮັດ​ວຽກ​ຢູ່ມາ​ເລ​ເຊຍ​
ຫຼັງຈາກ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ທີ່​ຄ້າຍຄື​ກັນນີ້. ​ເຫດການ​ທີ່​ວ່າ​ນີ້​ໄດ້​ບັງຄັບ
​ໃຫ້​ມາ​ເລເຊຍຕ້ອງ​ໄດ້​ໃຫ້ການ​ຄໍ້າປະກັນ​ວ່າ​ພວກ​ຄົນ​ຮັບໃຊ້​ຊາວ​ອິນ​ໂດ​ເນ​ເຊຍ​ ຈະໄດ້​ຮັບ
​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ.

​ແຕ່​ໃນ​ປັດຈຸບັນ​ນີ້ ຊາວ​ກຳປູ​ເຈຍ​ແມ່ນ​ຍັງບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ແບບ​ດຽວ​ກັນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າ​ວວ່າ ມັນ​ຈຳ​ເປັນ​ຕ້ອງ​ໄດ້​ມີ​
ການ​ປ່ຽນ​ແປງ. ນັບ​ແຕ່​ປີ 2008 ​ເປັນຕົ້ນມາ ມີແມ່ຍິງ​ແລະ​ເດັກສາວ​ກຳປູ​ເຈຍ​ຢ່າງນ້ອຍ
40,000 ຄົນ ​ໄດ້​ຖືກ​ສົ່ງ​ໄປ​ເຮັດ​ວຽກ​ເປັນ​ຄົນ​ຮັບ​ໃຊ້ ຢູ່​ມາ​ເລ​ເຊຍ.

ຍິງ​ສາວ​ຄົນ​ນຶ່ງ​ທີ່​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ສຳ​ພາດ​ກ່າ​ວວ່າ ນາງ​ໄດ້​ຖືກ​ບັງຄັບ​ໃຫ້​ເຮັດ
​ວຽກ 22 ຊົ່ວ​ໂມງ​ໃນ​ແຕ່​ລະມື້ ຖືກ​ທຸບ​ຕີ​ ແລະ​ເຕະ​ຖີບ​ໂດຍ​ນາຍຈ້າງ​ແລະ​ເມຍ​ຂອງ​ລາວ ​
ແລະ​ກໍ​ບໍ່ເຄີຍ​ໄດ້​ຮັບ​ເງິນ​ເດືອນ​ຈັກ​ເທື່ອ.

ບໍ່​ມີ​ແມ່ຍິງ​ຄົນ​ໃດ​ໃນ​ຈຳນວນ 28 ຄົນ​ທີ່​ຖືກ​ສຳພາດ​ນັ້ນ​ ກ່າວ​ວ່າ ​ເຂົາ​ເຈົ້າໄດ້​ຮັບ​ເງິນ​ເດືອນ
​ໂດຍ​ເຕັມ​ຈາກ​ພວກນາຍ​ຈ້າງເຂົາ​ເຈົ້າ. ສ່ວນ​ໃຫຍ່​ເວົ້າວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ເງິນ​ເດືອນຕໍ່າຫຼາຍ
ກວ່າ​ທີ່​ໄດ້​ສັນຍາ​ໄວ້ ຂະນະ​ທີ່​ບາງຄົນ​ເວົ້າວ່າບໍ່​ໄດ້​ຮັບ​ຫຍັງ​ເລີຍ.

XS
SM
MD
LG