ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອາການປ່ວຍຂອງ ອະດີດ ປ. George H.W. Bush ໄຄຂຶ້ນແລ້ວ (ສະໄລດ໌)


ພາບຖ່າຍໃນວັນທີ 12 ມິຖຸນາ 2012 ຂອງອະດີດປະທານາທິບໍດີ George H.W. Bush ແລະພັນລະຍາ ທ່ານນາງ Barbara.
ພາບຖ່າຍໃນວັນທີ 12 ມິຖຸນາ 2012 ຂອງອະດີດປະທານາທິບໍດີ George H.W. Bush ແລະພັນລະຍາ ທ່ານນາງ Barbara.
ອະດີດປະທານາທິບໍດີ George H.W. Bush ໄດ້ຖືກຍ້າຍ
ອອກຈາກຫ້ອງມໍລະສຸມ ມາຢູ່ຫ້ອງປິ່ນປົວທໍາມະດາແລ້ວ ທີ່
ໂຮງໝໍ Methodist ໃນເມືອງ Houston ລັດເທັກຊັສ.

ທ່ານ Bush ທີ່ມີອາຍຸ 88 ປີ ໄດ້ເຂົ້າໂຮງໝໍໃນເດືອນແລ້ວນີ້
ເພື່ອປິ່ນປົວໂຣກຫລອດ ລົມອັກເສບ ແລະໄດ້ຖືກນໍາໄປຢູ່ຫ້ອງ ມໍລະສຸມໃນວັນອາທິດແລ້ວນີ້ ລຸນຫລັງທີ່ມີອາການໄຂ້ຂຶ້ນສູງ.

ໂຄສົກປະຈໍາຄອບຄົວຂອງທ່ານ Bush ເວົ້າວ່າ ອາການຂອງ
ອະດີດປະທານາທິບໍດີ ກໍາລັງດີຂຶ້ນເລື້ອຍໆ ໂດຍເວົ້າວ່າ ທ່ານ
ໄດ້ຮ້ອງເພັງ ແລະເວົ້າຕະຫລົກ ເຮຮາກັບພວກ ທີ່ໄປຢ້ຽມຢາມ
ທ່ານ. ໂຄສົກຍັງເວົ້າອີກວ່າ ຄອບຄົວຂອງທ່ານ Bush ຂອບໃຈ
ທຸກຄົນ ທີ່ໄດ້ພາວະນາແລະອວຍພອນໃຫ້ທ່ານຊ່ວງຫາຍຈາກ
ໂຣກໄພໄຂ້ເຈັບ.

ທ່ານ Bush ເປັນປະທານາທິບໍດີສະຫະລັດ ຄົນທີ 41 ແຕ່ປີ 1989 ຫາ 1993 ລຸນຫລັງ ໄດ້ດໍາເນີນອາຊີບລັດຖະກອນເປັນເວລາດົນນານ ໃນຖານະເປັນສະມາຊິກສະພາຕໍ່າ, ເອກອັກຄະລັດຖະທູດສະຫະລັດ ປະຈໍາສະຫະປະຊາຊາດ ແລະຈີນ, ແລະເປັນຫົວໜ້າ ອົງການສືບລັບຂອງລັດຖະບານກາງສະຫະລັດ ຫລື CIA. ທ່ານເປັນຮອງປະທານາທິບໍດີ ຂອງທ່ານ Ronald Reagan ແຕ່ປີ 1981 ເຖິງປີ 1989 ແລະເປັນບິດາຂອງ ທ່ານ George W. Bush ປະທານາທິບໍດີຄົນທີ 43 ຂອງສະຫະລັດ.

ປະມວນພາບຂອງອະດີດປະທານາທິບໍດີ George H.W. Bush ແລະ
ລູກຊາຍຂອງທ່ານ, ທ່ານ George W. Bush:


XS
SM
MD
LG