ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຕໍ່ຕ້ານ ລັດຖະບານ ຖືກຍ້າຍ ອອກຈາກເມືອງ Homs ໃນຊີເຣຍ (ວີດີໂອ)


SYRIA VO
please wait
Embed

No media source currently available

0:00 0:00:52 0:00

ເບິ່ງວີດີໂອເລື້ອງນີ້

ບັນດາ​ນັກ​ເຄື່ອນ​ໄຫວດ້ານ​ສິດທິ​ມະນຸດຊີ​ເຣຍແລະ​ຄະນະ
ສັງເກດການ​ທີ່​ເປັນ​ອິດ​ສະຫລະກ່າວ​ວ່າ ພວກ​ລົດ​ເມ​ຫຼາຍ
​ຄັນ ​ໄດ້​ເລີ້ມ​ຍົກຍ້າຍ ເອົາພວກ​ນັກ​ຕໍ່ສູ້​ຝ່າຍ​ຕໍ່ຕ້ານ​ລັດຖະ
ບານ​ອອກຈາກ​ໃຈກາງ​ເມືອງ Homs ທີ່​ຖືກ​ປິດ​ລ້ອມ​ນັ້ນ.

ພວກນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ວ່າ
ການ​ຍົກຍ້າຍໃນ​ວັນ​ພຸດ​ມື້​ນີ້​ແມ່ນຮວມທັງ​ພວກ​ພົນລະ
​ເຮືອນ​ແລະ​ພວກ​ນັກ​ຕໍ່ສູ້ປະສົມກັນ. ​ເມືອງ​ດັ່ງກ່າວ ຊຶ່ງ
​ເທື່ອ​ນຶ່ງ​ເຄີຍ​ເອີ້ນ​ວ່າ “ ນະຄອນຫຼວງ​ຂອງ​ການ​ປະຕິ
ວັດ”
ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ​ແຫ່ງ​
ຊີ​ເຣຍນັ້ນ ບັດ​ນີ້​ແມ່ນ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ກຳລັງ​ຝ່າຍ​ລັດຖະບານແລ້ວ.

​ໃນ​ຂະນະ​ດຽວ​ກັນ ພວກ​ຕໍ່ຕ້ານ​ໃນ​ພາກ​ເໜືອ​ຂອງ​ປະ​ເທດອະນຸຍາດ​ໃຫ້ສົ່ງການ​ຊ່ອຍ
​ເຫຼືອ​ເຂົ້າ​ໄປ​ໃນ​ສອງ​ຫົວ​ເມືອງທີ່​ພວກ​ເຂົາປິດ​ລ້ອມ​ຢູ່​ນັ້ນ.

ການ​ປະຕິບັດ​ງານ​ດັ່ງກ່າວ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ​ກັນ​ລະຫວ່າງ​ພວກຕໍ່ຕ້ານ
​ແລະ​ພວກ​ກຳລັງ​ຝ່າຍ​ລັດຖະບານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Bashar al-Assad.
ພວກ​ຕໍ່ຕ້ານ​ໃນ​ເຂດໃຈກາງ​ເມືອງ Homs ​ໄດ້​ຕົກລົງ​ຍອມ​ຈຳນົນ​ຂົງເຂດ​ດັ່ງກ່າວເພື່ອ​ ແລກປ່ຽນ​ກັບ​ການ​ຖືກຍົກ​ຍ້າຍຢ່າງ​ປອດ​ໄພໄປ​ຍັງຂົງ​ເຂດ​ອື່ນໆທີ່ຢູ່​ພາຍ​ໃຕ້​ການຄວບ
​ຄຸມ​ຂອງ​ພວກ​ຝ່າຍ​ຕໍ່ຕ້ານ​ໃນ​ພາກເໜືອ​ຂອງ​ແຂວງ Homs ນັ້ນ. ​
XS
SM
MD
LG