ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກີດການປະທະກັນ ຢູ່ບູຣຸນດີ ຫຼັງຈາກ ມີການພະຍາຍາມ ກໍ່ລັດຖະປະຫານ


Burundi
please wait
Embed

No media source currently available

0:00 0:01:30 0:00

ມີ​ລາຍ​ງານ​ວ່າ ໄດ້ຍິນສຽງລະ​ເບີດແຕກ​ແລະ​ສຽງ​ປືນດັງ​ຂຶ້ນ​ຢູ່​ໃນ
​ນະຄອນຫຼວງ​ຂອງບູຣຸນດີ ໜຶ່ງ​ມື້​ຫຼັງ​ຈາກ​ນາຍພົນອະວຸໂສທ່ານນຶ່ງ​
ໄດ້ພະຍາຍາມກໍ່​ການລັດຖະປະຫານ​ຂຶ້ນ ​ໃນ​ຂະນະ​ທີ່​ປະທານາ
ທິບໍດີກຳລັງ​ໄປຕ່າງປະ​ເທດ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ແມ່ນໃຜ​ແທ້​ເປັນ​ຜູ້ຄວມຄຸມ
​ປະ​ເທດ​ຢູ່​ໃນ​ປະຈຸ​ບັນ​ນີ້ ​ໃນ​ຂະນະ​ການ​ປະ​ທ້ວງ​ທາງ​ການ​ເມືອງ
ໃນ​ທຸກໆ​ມື້ ທີ່​ນະຄອນຫຼວງ Bujumbura ປາກົດວ່າ ​ເປີດ​ໂອກາດ​
ໃຫ້ເກີດ​ປະ​ທະ​ກັນ​ລະຫວ່າງ​ບັນດາກຸ່ມການ​ເມືອງ​ຕ່າງໆ.

Bujumbura, Burundi
Bujumbura, Burundi


ນັກຂ່າວ VOA ທ່ານ Gabe Joselow ​ໃນ​ນະຄອນຫຼວງ
Bujumbura ບ່ອນ​ທີ່​ທ່ານ ​ໄດ້ກ່າວວ່າ ທ່ານ​ໄດ້​ຍິນ​ສຽງ​ປືນ​ດັງ
​ຢູ່​ຕະຫຼອດ ຢ່າງ​ຕໍ່​ເນື່ອງ ດັງ​ມາ​ຈາກ​ສຳນັກງານ​ໃຫຍ່​ຂອງພັກ
CNDD-FDD ຊຶ່ງ​ປົກຄອງ​ປະ​ເທດ ຢູ່​ໃນ​ຂະນະ​ນີ້. ຕຳຫຼວດ
​ແມ່ນ​ອອກ​ປະຕິບັດ​ງານ ​ເຝົ້າ​ຍາມ​ຕາມ​ທ້ອງ​ຖະໜົນ​ໃນ​ເຂດ
ດັ່ງກ່າວ. ຜູ້​ຄົນ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ຕຳຫຼວດ​ແມ່ນ​ອອກ​ຄົ້ນ​ຫາ​
ພວກ​ທີ່​ຄາດ​ວ່າ ອາດ​ຈະ​ເປັນ​ພວກ​ທີ່​ສະໜັບສະໜຸນ​ຕໍ່ການ
ພະຍາຍາມ​ກໍ່​ລັດຖະ ປະຫານຂຶ້ນນັ້ນ.

ທ່ານ Joselow ​ໄດ້​ກ່າວ​ວ່າ “ສະຖານະ​ການ​ແມ່ນ​ຕຶງ​ຄຽດ​ຫຼາຍຢູ່​ໃນ​ຂະນະ​ນີ້ ມັນ​ບໍ່​ແນ່​ຊັດ​ວ່າ ​ແມ່ນ​ຜູ້​ໃດ​ແທ້​ເປັນ​ຝ່າ​ຍຄວບ​ຄຸມ ພວກ​ທະຫານ​ຍັງ​ຢູ່​ໂຮມ​ກັນເປັນກ້ອນເປັນກຸ່ມ​
ຫຼື ວ່າ​ປະ​ທະ​ກັນ​ເອງ.”

ປະທານາທິບໍດີບູຣຸນດີ ທ່ານ Pierre Nkurunziza ຂຽນ​ລົງ​ທາງ Twitter ​ໃນ​ວັນ​ພະຫັດ​ມື້ນີ້​ ຊຶ່ງໄດ້ຮຽກຮ້ອງ​ໃຫ້​ຢູ່​ໃນ​ຄວາມ​ສະ​ງົບ ​ໂດຍ​ກ່າວ​ວ່າ ສະຖານະ​ການແມ່ນ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ແລ້ວ. ​ປະທານາທິບໍດີຢູ່ໃສແທ້ ໃນເວລານີ້ ຍັງ​ບໍ່​ເປັນທີ່ຈະ​ແຈ້ງ​ເທື່ອ ອົງ ການ ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ທ່ານ​ຢູ່​ໃນ​ສະຖານ​ທີ່ ບໍ່​ສາມາດ​ບອກ​ໄດ້​ ທີ່​ເມືອງ Dar es Salaam ​ໃນ Tanzania ບ່ອນ​ທີ່ທ່ານເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຂົງ​ເຂດກ່ຽວ​ກັບ​ການ​ຮັບ​ມື​ກັບ​ສະຖາ ນະ​ການ​ທາງ​ການ​ເມືອງ​ຂອງ​ບູຣຸນດີ ​ໃນ​ວັນ​ພຸດ​ວານ​ນີ້.

​ໃນ​ຂະນະ​ທີ່​ປະທານາທິບໍດີ​ຢູ່​ນອກ​ປະ​ເທດ​ນັ້ນ ອະດີດ​ຜູ້​ບັນຊາ​ການ​ໜ່ວຍ​ສືບ​ລັບ ນາຍພົນ Godefroid Niyombare ​ໄດ້​ໃຊ້​ສະຖານີ​ວິທະຍຸ​ທ້ອງ​ຖິ່ນ ປະກາດ​ການ​ກໍ່​ລັດຖະປະຫານ​ຂຶ້ນ. ທ່ານ​ໄດ້​ກ່າວ​ວ່າ ທ່ານ​ຈະ​ປະກອບ​ຄະນະ​ກຳມະການນຶ່ງຂຶ້ນ ​ຊຶ່ງ​ຈະ​ “ຟື້ນຟູຄວາມສາມັກຄີແລະຄວາມເປັນເອກກະພາບແຫ່ງຊາດ.”

ນາຍພົນ Godefroid Niyombare ປະກາດການກໍ່ລັດຖະປະຫານ ຜ່ານທາງສະຖານີວິທະຍຸທ້ອງຖິ່ນ ໃນ ເມືອງຫຼວງ Bujumbura, 13 ພຶດສະພາ 2015.
ນາຍພົນ Godefroid Niyombare ປະກາດການກໍ່ລັດຖະປະຫານ ຜ່ານທາງສະຖານີວິທະຍຸທ້ອງຖິ່ນ ໃນ ເມືອງຫຼວງ Bujumbura, 13 ພຶດສະພາ 2015.

ຜູ້​ບັນຊາ​ ການກອງທັບ ນາຍພົນ Prime Niyongabo ​ໄດ້​ກ່າວ​ວ່າ
ການ​ກໍ່​ລັດຖະປະ​ຫານ ​ໄດ້ຍຸຕິ​ລົງແລ້ວ ​ແຕ່​ວ່າ ພວກ​ທີ່​ສະໜັບ
ສະໜຸນການ​ກໍ່​ລັດຖະປະຫານ​ນັ້ນ ປະຕິ​ເສດຕໍ່​ລາຍ​ງານທີ່​ວ່າ​ນີ້.

​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ ຊາດ ທ່ານ Ban Ki-
moon ໄດ້​ຮຽກຮ້ອງ​ຕໍ່​ຊາວ​ບູຣຸນດີ ໃຫ້ຢູ່​ໃນ​ຄວາມ​ສະ​ງົບ ​ແລະ​ໃຊ້
ຄວາມຢັບຢັ້ງ ໂດຍໃຫ້ຂໍ້ສັງເກດວ່າ ປະເທດຊາດ ໄດ້ປະສົບ​ກັບ
ຄວາມເສຍຫາຍຮ້າຍແຮງຈາກ 13 ປີ​ຂອງສົງຄາມ​ການ​ເມືອງ
ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 2006 ນັ້ນ.

ສະມາຊິກ ​ຂອງ​ສະພາ​ຄວາມ​ ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ຈະ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ສຸກ​ເສີນ​ຂຶ້ນ ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ຽວ​ກັບ
​ວິ​ກິດ​ການດັ່ງກ່າວ ​ໂດຍ​ການ​ນຳ​ສະ​ເໜີ​ທາງ​ວີ​ດີ​ໂອ ຈາກ​ທູດ​ພິ​ເສດ​ຂອງອົງການສະຫະ​ປະຊາ​ຊາດ ໃນ​ຂົງ​ເຂດ.

On The Scene: Burundi Tense a Day After Coup Attempt
please wait

No media source currently available

0:00 0:01:01 0:00

XS
SM
MD
LG