ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພັກ​ລັດຖະບານ ບູຣຸນດີ ​ພໍ​ໃຈ ກັບການໄປປ່ອນບັດ ຂອງ ປະຊາຊົນ​


ປະຊາຊົນ ບູຣັນດີ ພາກັນຫລ່ຽນແຖວປ່ອນບັດ.
ປະຊາຊົນ ບູຣັນດີ ພາກັນຫລ່ຽນແຖວປ່ອນບັດ.

ພັກ​ລັດຖະບານ ທີ່ປົກຄອງ Burundi ກ່າວ​ວ່າ ຕົນ​ມີຄວາມ​ພໍ​
ໃຈກັບການໄປປ່ອນບັດ​ເລືອກ​ຕັ້ງສະພາ​ໃນ​ວັນ​ຈັນ​ວານ​ນີ້​ເຖິງ
​ແມ່ນ​ວ່າ​ໄດ້ມີການຄັດຄ້ານບໍ່ ເຂົ້າຂອງຝ່າຍ​ຄ້ານ ​ແລະ​ການ​ຕິ​
ຕຽນ​ຈາກນາໆ​ຊາດກໍຕາມ.

ທ່ານ Pascal Nyabenda ປະທານ​ພັກ​ລັດຖະບານ CNDD-
FDD ກ່າວ​ວ່າ ຊາວ Burundi ທີ່ມີ​ສິດ​ປ່ອນ​ບັດ ແມ່ນໄດ້ຂັດ
ຄືນ ບໍ່ເຊື່ອຟັງຄຳຮຽກຮ້ອງຂອງ ພັກຝ່າຍ​ຄ້ານ ທີ່ຢາກໃຫ້
ປະຊາຊົນບໍ່ໄປປ່ອນບັດ ຫຼືບອຍຄອດ ​ເພາະວ່າ​ ເຂົາ​ເຈົ້າຢາກ
​ໃຫ້​ມີ​ປະ​ຊາ​ທິປະ​ໄຕ ແທນ​ທີ່​ຈະແມ່ນການ​ເຮັດ​ລັດຖະປະຫານ.

ການໄປປ່ອນບັດຂອງປະຊາຊົນ ມີ​ລາຍ​ງານ​ວ່າ​ ບອບ​ບາງ​ໃນ​ການ​ເລືອກ​ຕັ້ງ​ວັນ​ຈັນ​ວານ​
ນີ້ ​ແລະ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban ki-Moon ​ທີ່​ໄດ້​ຮຽກຮ້ອງ​ໃຫ້
​ເລື່ອນ​ການ​ເລືອກ​ຕັ້ງ ​ໃນ​ວັນ​ຈັນ​ວານ​ນີ້ໄດ້​ສະແດງ​ຄວາມ​ເປັນ ​ຫ່ວງ​ “ທີ່​ສຸດ” ກ່ຽວ​ກັບ​ການ
​ລົງ​ຄະ​ແນນ​ສຽງ.

ບັນດາ​ເຈົ້າ​ໜ້າ​ທີ່ເລືອກຕັ້ງ​ກ່າວ​ວ່າ ການ​ປ່ອນບັດລົງ​ຄະ​ແນນ​ສຽງ​ເປັນ​ໄປ​ດ້ວຍ​ດີ ກ່ອນ​
ໜ່ວຍ​ເລືອກ​ຕັ້ງ​ປິດ​ລົງ​ໃນ​ຕອນ​ແລງ. ​ແຕ່ປະຊາຊົນ​ກ່າວ​ວ່າ ​ໄດ້​ມີ​ສຽງປືນ​ ​ແລະສຽງລະ
ເບີດມື​ ຢ່າງ​ໜ້ອຍນຶ່ງ​ລູກ ແຕກຂຶ້ນ ທີ່​ສາມາດໄດ້​ຍິນ​ຢູ່​ໃນ​ນະຄອນ ຫຼວງ Bujumbura ​
ເຖິງ​ແມ່ນ​ວ່າ​ໄດ້ມີການ​ຮັກສາ​ຄວາມ​ປອດ​ໄພຢ່າງ​ໜາ​ແໜ້ນ ​ຢູ່​ທີ່​ນັ້ນ. ບໍ່​ມີ​ລາຍ​ງານ​ຜູ້​ໄດ້​
ຮັບ​ບາດ​ເຈັບ.

ທ່ານ Nyabenda ​ໄດ້​ປະ​ຕິ​ເສດ​ວ່າ ການ​ເລືອກ​ຕັ້ງ​ໄດ້ຮັບຄວາມ​ເສຍ​ຫາຍ​ຍ້ອນ ບໍ່ມີຜູ້
ໄປ​ປ່ອນ​ບັດ​ຫຼາຍພໍ. ທ່ານ​ກ່າວ​ວ່າ ຊາວ Burundi ​ໄດ້​ພາກັນໄປປ່ອນບັດ ຢ່າງ​ຫລວງ
ຫລາຍ​ ​ເພາະວ່າ ​ເຂົາ​ເຈົ້າ​ຕ້ອງການ​ປະຊາທິປະໄຕ.

​ສຳລັບພວກຕິຕຽນ​ທີ່ກ່າວວ່າ ການ​ເລືອກ​ຕັ້ງ​ບໍ່​ເປັນໄປຢ່າງ​ເສລີ ​ແລະ​ທ່ຽງ​ທຳນັ້ນ ທ່ານ​
ກ່າວ​ວ່າ ບັນດາ​ຜູ້​ສັງ​ເກ​ດການ​ເລືອກ​ຕັ້ງ ຈາກສະຫະ​ປະຊາ​ຊາດແລະ​ຈາກ ​ເຄັນ​ຢາ ​ໄດ້
​ໄປ​ຮ່ວມຢູ່​ທີ່​ນັ້ນ.

ຫົວໜ້າ​ສະຫະພາບອາຟຣິກາ ທ່ານນາງ Nkosazana Dlamini Zuma ​ໄດ້​ສະ​ແດງ
​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບອັນ​ທີ່​ທ່າ​ນນາງ​ຮ້ອງວ່າ “​ສະພາບການທີ່ຮ້າຍ ແຮງທາງການ
​ເມືອງ ແລະ​ສະຖານະການດ້ານຄວາມ​ໝັ້ນຄົງ” ​ໃນ Burundi. ບັນດາ​ຜູ້​ສັງ​ເກດ​ການ
​ຂອງສະຫະພາບອາຟຣິກາ ບໍ່​ໄດ້​ເຂົ້າ​ຮ່ວມສັງເກດການໃນ ການ​ເລືອກ​ຕັ້ງ​ ໃນ​ວັນ​
ຈັນ​ວານ​ນີ້.

XS
SM
MD
LG