ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳປະເທດບູຣຸນດີ ອອກມາປາກົດໂຕ ໃຫ້ເຫັນ ເປັນຄັ້ງທຳອິດ ຫຼັງການກໍ່ ລັດຖະປະຫານ


ປ. Pierre Nkurunziza ທີ່ທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ Bujumbura, ບູຣຸນດີ, ວັນທີ 17 ພຶດສະພາ 2015.
ປ. Pierre Nkurunziza ທີ່ທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ Bujumbura, ບູຣຸນດີ, ວັນທີ 17 ພຶດສະພາ 2015.

ປະທານາທິບໍດີ Pierre Nkurunziza ​ແຫ່ງ​ບູຣຸນດີ ​ໄດ້​ອອກ
​ມາ​ປາກົດ​ໂຕ​ ໃຫ້ເຫັນ​ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່​ໄດ້​ມີການ​ດຳ​ເນີນ
​ຄວາມ​ພະຍາຍາມກໍ່​ລັດຖະປະຫານ​ໂຄ່ນ​ລົ້ມ​ທ່ານ ​ໃນ​ສັບປະ
ດາ​ແລ້ວ​ນີ້​.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ວານ​
ນີ້ ທີ່​ທຳນຽບປະທານາທິບໍດີ​ ຢູ່​ນະຄອນຫຼວງ Bujumbura ປະທານາທິບໍດີ ບໍ່​ໄດ້​ເອີ່​ຍ​ເຖິງ​ເລື້ອງ​ແຜນການ​ກໍ່​ລັດຖະປະຫານໂຄ່ນ​ລົ້ມ​ທ່ານ ​ທີ່​ປະ​ສັບ​ກັບຄວາມ​ລົ້ມ​ແຫຼວ ຫຼື​ການ​ປະ​ທ້ວງ​ຕໍ່ຕ້ານທ່ານ​ ທີ່​ພະ​ຍາ​ຍາມ​ຈະ ສະໝັກເລືອກຕັ້ງ​ອີກ ເພື່ອ​ດຳລົງ​ຕຳ​ແໜ່​ງປະທານາ
ທິບໍດີ ​ເປັນ​ສະ​ໄໝ​ທີ​ສາມ​ນັ້ນ.

​ ແທນ​ທີ່​ຈະ​ເວົ້າ​ເລື້ອງ​ເຫຼົ່າ​ນັ້ນ ທ່ານ​ກັບ​ບັນ​ລະ​ຍາຍ​ເຖິງ​ເລື້ອງ​ການ​ໂອ້​ລົມ​ສນທະນາ​ຂອງ​ທ່ານ ​ກັບ​ບັນດາປະທານາທິບໍດີ​ຂອງ​ພວກ​ປະ​ເທດ ໃກ້​ຄຽງ​ໃນ​ທະວີ​ບອາ​ຟຣິກາ ກ່ຽວ​ກັບ​ໄພ​ຂົ່ມຂູ່​ຕ່າງໆ ​ຈາກ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ກຸ່ມ Al-Shabab ​ໃນ​ໂຊ​ມາ​ເລຍ​ນັ້ນ.

​ໃນ​ການ​ກ່າວ​ປາ​ໄສ​ທາງ​ວິທະຍຸ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ປະທານາທິບໍດີ Nkurunziza ​ໄດ້​ກ່າວ​ຂອບ​ອົກ​ຂອບ​ໃຈ​ ຕໍ່​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ ທີ່​ໄດ້​ຍັບ​ຍັ້ງ​ການ​
ກໍ່​ລັດຖະປະຫານ​ຂອງ​ພວກ​ທະຫານ ​ຕໍ່ຕ້ານ​ລັດຖະບານ​ຂອງ​ທ່ານ​ນັ້ນ. ​ແລະທ່ານ​ຍັງ​ໄດ້​ເຕືອນ​ພວກ​ປະ​ທ້ວງ​ເຊັ່ນ​ກັນ ​ໃຫ້​ຢຸດ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່​ຕ້ານການ​ຕັດສິນ​ໃຈ​ຂອງ​ທ່ານ ​ເພື່ອ​ພະຍາຍາມ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ສະໄໝທີ​ສາມ​ນັ້ນ.

Burundi
please wait
Embed

No media source currently available

0:00 0:00:40 0:00

ປະທານາທິບໍດີ ​ແລະ​ພວກ​ສະໜັບສະໜຸນ​ທ່ານ ພາກັນ​ໂຕ້​ແຍ້​ງວ່າ ສະ​ໄໝ​ທີ​ສາມ​ນັ້ນ​ແມ່ນ​ອະນຸຍາດ​ໃຫ້ມີ​ຂຶ້ນ​ໄດ້ ​ເພາະວ່າ ທ່ານ​ໄດ້​ຖືກ​ເລືອກ ຕັ້ງ​ໃຫ້​ເປັນ​ປະທານາທິບໍດີ​ ໂດຍລັດ
ຖະສະພາ ບໍ່ໄດ້​ຖືກ​ເລືອກ​ຕັ້ງ​ໂດຍ​ບັນດາ​ຜູ້​ປ່ອນ​ບັດ ສຳລັບ​ການ​ດຳລົງ​ຕຳ​ແໜ່​ງສະໄໝ​ທຳ​ອິດ​ເປັນ​ເວລາ​ຫ້າ​ປີໃນ​ປີ 2005 ນັ້ນ. ສານ​ລັດຖະທຳ​ມະນູນ​ຂອງ​ບູຣຸນດີ ​ໄດ້​ເຫັນ​ພ້ອມ​ນຳ ​ປະທານາທິບໍດີ.

ການໂຈມຕີຕໍ່ສື່ມວນຊົນ ຢູ່ບູຣຸນດີ:

Control Over Media at Center of Burundi Violence
please wait

No media source currently available

0:00 0:02:49 0:00

Burundi President Pierre Nkurunziza has made his first public appearance since a coup attempt last week.

In comments to journalists Sunday at the presidential palace in the capital, Bujumbura, the president did not mention the failed coup plot against him or the protests over his bid for a third term in office.

Instead he described talks with presidents of nearby African countries on threats from Somalia's al-Shabab militants.

In a radio address Friday, President Nkurunziza thanked his security forces for stopping the military coup against his government.He also warned protesters to stop their demonstrations against his decision to seek a third term.

The president and his supporters argue a third term is permitted because he was elected by parliament, not voters, for his first five-year term in 2005.Burundi's constitutional court has sided with the president.


XS
SM
MD
LG