ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບູຣຸນດີ ​ເດີນ​ໜ້າຕໍ່​ໄປ ກັບ​ການ​ເລືອກ​ຕັ້ງ ເຖິງແມ່ນວ່າ ຝ່າຍຄ້ານບໍ່ເຂົ້າຮ່ວມດ້ວຍ


ປະທານາທິບໍດີ ບູຣຸນດີ ຄົນທີ ສອງ ທ່ານ Gervais Rufyikiri, ກຳລັງຕອບຄຳຖາມ ຈາກບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ.
ປະທານາທິບໍດີ ບູຣຸນດີ ຄົນທີ ສອງ ທ່ານ Gervais Rufyikiri, ກຳລັງຕອບຄຳຖາມ ຈາກບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ.

ວັນ​ຈັນ​ມື້​ນີ້ ບູຣຸນດີ ​ເດີນ​ໜ້າຕໍ່​ໄປ ກັບ​ການ​ເລືອກ​ຕັ້ງສະມາຊິກ
​ສະພາ​ແຫ່ງ​ຊາດ ​ເຖິງ​ແມ່ນ​ວ່າ ກຸ່ມຝ່າຍ​ຄ້ານ​ໄດ້​ຂວ້ຳບາດ ​ແລະ
ໄດ້​ມີ​ການ​ຕຳ​ນິຕິ​ຕຽນ ​ຈາກ​ອົງການ​ສະຫະ​ປະຊາ​ຊາດ ​ແລະ
ສະຫະພາບ​ອາ​ຟຣິ ກາ ຫຼື AU ​ທີ່ໄດ້​ຕັ້ງຂໍ້​ສົງ​ໄສ ໃນຄວາມ​ມີ​ເສລີ
​ແລະ ຄວາມ​ຍຸດຕິ​ທຳ ​ຂອງ​ການ​ເລືອກ​ຕັ້ງນັ້ນ ກໍ​ຕາມ.

ຫົວໜ້າ​ສະຫະພາບ​ອາ​ຟຣິກາ ທ່ານນາງ Nkosazana Dlamini
Zuma ​ໄດ້​ສະແດງ​ຄວາມເປັນ​ຫ່ວງ​ ກ່ຽວ​ກັບ​ອັນ​ທີ່​ທ່ານ​ນາງ ​ເອີ້ນ
​ວ່າ “ສະຖານະ​ການ​ດ້ານການ​ເມືອງ ​ແລະ ​ຄວາມໝັ້ນຄົ​ງ
ອັນ​ຮ້າຍ​ແຮງ”
ຢູ່​ໃນ​ບູຣຸນດີນັ້ນ ​ແລະ ວ່າ ບັນດາ​ຜູ້​ສັງ​ເກດ​ການ
ຂອງ AU ຈະ​ບໍ່​ເຂົ້າຮ່ວມ ​ການ​ເລືອກ​ຕັ້ງ ​ໃນວັນ​ຈັນ​ມື້​ນີ້.

Burundi Election
please wait
Embed

No media source currently available

0:00 0:01:08 0:00

ທ່ານ​ນາງ​ກ່າວວ່າ AU, UN ​ແລະ ອົງການ​ຕ່າງ​ໃນ​ຂົງ​ເຂດ ​ໄດ້​ຮຽກຮ້ອງ​ໃຫ້ ບູຣຸນດີ
ໂຈະ​ການເລືອກ​ຕັ້ງ​ສະພາ ​ໄວ້​ກ່ອນ ຈົນ​ກວ່າ ​ວັນ​ທີ 30 ກໍລະກົດ ພ້ອມ​ທັງການ​ເລືອກ​ຕັ້ງ
ປະທານາທິບໍດີ ທີ່​ກຳນົດ​ໃສ່​ວັນ​ທີ 15 ກໍລະກົດນັ້ນ ​ແຕ່​ວ່າ ລັດຖະບານບູຣຸນດີ ​ບໍ່​ໄດ້​ຮັບ
​ເອົາ​. ທ່ານ​ນາງ​ກ່າວ​ອີກ​ວ່າ ບູຣຸນດີ ​“ແມ່ນ​ຢູ່​ໃນໄລຍະທີ່​ສຳຄັນຂອງ ປະຫວັດສາດ
ຂອງ​ພວກ​ເຂົາ​ເຈົ້າ”
​ແລະ​ວ່າ ຄວາມ​ວຸ້ນວາຍ​ທາງ​ດ້ານ​ການ​ເມືອງ​ ແມ່ນຈະ “​ສົ່ງຜົນ
ກະທົບ​ ທີ່​ຮ້າຍ​ແຮງ​ ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ”
​ ໃນ​ປະ​ເທດ ​ແ​ລະ​ພາກ​ພື້ນ.

XS
SM
MD
LG