ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຫົວຮຸນແຮງ ປອມໂຕເປັນຜູ້ຍິງ ໂຈມຕີ ຄ້າຍຕໍາຫຼວດ ທີ່ ອັຟການິສຖານ (ວີດີໂອ)


ຕໍາຫລວດອັຟການິສຖານ ຄົນນຶ່ງ ກໍາບັງກວດເບິ່ງບ່ອນທີ່ຖືກໂຈມຕີ ດ້ວຍລະເບີດລົດ
ຕໍາຫລວດອັຟການິສຖານ ຄົນນຶ່ງ ກໍາບັງກວດເບິ່ງບ່ອນທີ່ຖືກໂຈມຕີ ດ້ວຍລະເບີດລົດ
ບັນດາ​ເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
ທີ່ປອມ​ໂຕ​ເປັນ​ຜູ້ຍິງ ​ໄດ້​ໂຈມ​ຕີ​ຄ້າຍ​ຕໍາຫຼວດ ​ໃກ້​ກັບນະຄອນ
ຫຼວງ Kabul ໂດຍໄດ້ສັງຫານເຈົ້າ​ໜ້າ​ທີ່​ຕໍາຫຼວດ​ນຶ່ງ​ຄົນແລະ
​ໄດ້​ຮັບ​ບາດ​ເຈັບ​ອີກ​ຢ່າງ​ໜ້ອຍ​ສາມ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຜູ້ໂຈມຕີດ້ວຍລົດລະເບີດສະລະ
​ຊີບຄົນນຶ່ງ​ ​ໄດ້​ບີບຄະນວນລະເບີດໃຫ້ແຕກຂຶ້ນທີ່ປະຕູ​ທາງ
ເຂົ້າ ກອງ​ບັນຊາ​ການ​ຕໍາຫລວດ ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້​ນີ້ ທີ່
​ເມືອງ Sarobi ປະມານ 48 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ
​ອອກ​ຂອງກຸງ Kabul.

ຕໍາຫລວດກ່າວ​ວ່າ ພວກ​ໂຈມຕີທີ່​ເປັນ​ຜູ້​ຊາຍ ​ໄດ້​ນຸ່ງ​ເຄຶ່ອງປົກ​ຄຸມໜ້າ​ຕາທັງ​ໝົດອັນ​ເປັນ
ປະ​ເພນີ​ຂອງຜູ້ຍິງ​ຊາວອັຟກາ​ນິສຖານ ຫລັງ​ຈາກ​ນັ້ນ​ ກໍໄດ້​ເປີດ​ສາກລະ ດົມ​ຍິງ ​ແລະທຳ
ການສູ້ລົບຢູ່​ໃນ​ຄ້າຍ​ຕໍາຫລວດ.

ຕໍາຫລວດ ກ່າວ​ວ່າ ພວກ​ໂຈມ​ຕີ​ທັງ​ໝົດ​ ໄດ້​ຖືກ​ຂ້າ​ຕາຍ.

ກຸ່ມ Taliban ​ໄດ້​ອ້າງເອົາ​ຄວາມຮັບຜິດຊອບ​ ໃນ​ການ​ໂຈມ​ຕີຄັ້ງນີ້.ພວກ​ກະບົດອັຟກາ​ນິສ
ຖານ ​ໄດ້​ເພີ້​ມທະວີ​ການ​ໂຈມ​ຕີ ​ໃນໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມານີ້ເພື່ອ​ຍາດເອົາ​ເນື້ອ​ທີ່
ໃນ​ຂະນະ​ທີ່​ທະຫານນາໆຊາດພວມຫລຸດກຳລັງ ລົງ​ ກ່ອນ​ໜ້າ​ການ​ຖອນຕົວອອກທັງໝົດ
​ໃນ​ທ້າຍ​ປີ 2014.

ພວກ Taliban ​ຍັງໄດ້​ປະກາດວ່າ ຈະ​ລົບ​ກວນການ​ເລືອກ​ຕັ້ງຂອງປະ​ເທດ ໃນ​ວັນ​ທີ 5 ​
ເດືອນ​ເມສາຈະມານີ້ ​ເພື່ອ​ເລືອກ​ເອົາ​ຜູ້​ທີ່ຈະມາຮັບຕຳແໜ່ງ ແທນປະທານາທິບໍດີ Ha-
mid Karzai.

Afghanistan
please wait
Embed

No media source currently available

0:00 0:00:52 0:00
XS
SM
MD
LG