ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Do not use ຊື່ມວນຊົນລັດທະບານມຽນມາ ກ່າວວ່າ ກູ່ມຕໍ່ຕ້ານ 20 ກວ່າຄົນຖືກສັງຫານ


ສື່ມ​ວນຊົນ​ລັດຖະບານ​ມຽນມາ​ ກ່າວໃນ​ວັນ​ສຸກ​ນີ້ວ່າ ມີ​ການ​ໂຈມ​ຕີ​ກັນ​ໜັກ​ຢູ່ໃນ
ລັດກາ​ຈີນ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ທີ່​ເຮັດ​ໃຫ້ພວກ​ກະ ບົດ​ຊົນເຜົ່າຖື​ກຂ້າ​
ຕາຍ 29 ຄົນແລ​ະທະຫານ​ລັດຖະບານ​ສອງ​ຄົນ​ໄດ້ ເສຍ​ຊິວິດ​ໃນອາທິດ​ທີ່​
ຜ່ານ​ມາ​ນີ້.

ໜັງສື​ພິມ​ New Light of Myanmar ທີ່​ລັດຖະບານ​ເປັນ​ເຈົ້າ​ຂອງ ກ່າວ​ວ່າ ການ​
ປະ​ທະ​ກັນ​ໄດ້​ເລີ້ມ​ຂື້ນໃນ​ວັນ​ທີ່ 27 ​ເດືອນ​ເມສາເວລາ​ກອງ​ທະຫານ​ລັດຖະບານ
ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ ​ໂດຍ​ສະມາຊິກ​ກອງທັບເອກ​ກະລາດ​
ເຜົ່າກາ​ຈິນຢູ່ຫົວ​ເມືອງຊາຍ​ແດນ ​ໃນພາກ​ເໜື​ອຂອງ​ປະ​ເທດ.

ລາຍ​ງານຂ່າວ​ກ່າວ​ວ່າ ສະມາ​ຊິກ​ກອງ​ທັບເອກ​ກະລາດຄົນ​ນຶ່ງ​ໄດ້​ຖືກ​ຈັບ​ໄດ້ ​ແລະ
ກໍາລັງ​ທະຫານລັດຖະບານ​ກໍາລັງ “ຕາມ​ລ່າ” ສະມາຊິກ ຂອງ​ກຸ່ມທີ່ພວມ​ພາກັນ
ຫລົບໜີ​ໄປ​ນັ້ນ.

ທ່ານ Lanan ​ໂຄສົກ​ຂອງ​ອົງການ​ເອກ​ກະລາດ​ກາ​ຈິນ ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​
ການສູ້​ລົບ​ດັ່ງກ່າວ​ຕໍ່​ວີີ​ໂອ​ເອພະ​ແນ​ກພາສາ​ມຽນມາ. ທ່ານ ​ເວົ້າວ່າ ​ໃນ​ຂະນະ​ທີ່​
ພວກ​ເຮົາ​ບໍ່ໄດ້​ກະ​ປະມານໃຫ້​ຊາບ​ກ່ຽວ​ກັບ​ໂຕ​ເລກ​ຂອງພວກ​ທີ່​ບາດ​ເຈັບ​ລົ້ມຕາຍ
ກໍ​ດີ ​ແຕ່​ທັງ​ສອງຝ່າຍ​ຕ່າງ​ກໍ​ໄດ້​ຮັບການ ສູນ​ເສຍ​ໃນ​ການ​ສູ້​ລົບທີ່​ວ່າ​ນີ້. ນອກ​ນັ້ນ
ທ່ານ​ຍັງ​ເວົ້າວ່າ ທະຫານ​ລັດຖະບານ​ໄດ້​ເຄື່ອນ​ກຳລັງ​ໃກ້​ເຂົ້າ​ໄປ​ຫາກ​ອງບັນຊາ​ການ​
ໃຫຍ່​ຂອງ​ອົງການ ​ເອກ​ກະລາດ​ກາ​ຈິນ ​ໃນ​ບໍລິ​ເວນ​ຊາຍ​ແດນ​ມຽນມາ​ຕິດ​ກັບ​ຈີນ.

ຢ່າງ​ໜ້ອຍ 60,000 ຄົນ​ບໍ່​ມີ​ບ່ອນ​ພັກ​ພາ​ອາໄສ ຕັ້ງ​ແຕ່​ເດືອນ​ມິ​ຖຸນາ ປີ 2011 ເປັນ​
ຕົ້ນ​ມາ ເວລາ​ການ​ສູ້​ລົບ​ໄດ້​ເກີດ​ຂື້ນລະຫວ່າງທະຫານ ລັດຖະບານ​ແລະພວກກະບົດ
ກາ​ຈີນ ຊຶ່ງ​ເຮັດ​ໃຫ້ການ​ຢຸດ​ຍິງ​ມາເປັນ​ເວລາ 17 ປີ​ນັ້ນ ໄດ້ສີ້​ນສຸດ​ລົງ.

XS
SM
MD
LG