ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

8 ຄົນ ເສຍຊີວິດ ຍ້ອນເຮືອຫຼົ້ມ ນອກຝັ່ງ ມຽນມາ (ສະໄລດ໌/ວີດີໂອ)


ຢ່າງ​ໜ້ອຍ 8 ຄົນ​​ເສຍ​ຊີວິດ ຫລັງ​ຈາກ​ເຮືອ​ຫຼາຍ​ລໍາ ທີ່​ຂົນ​ຍ້າຍ​ຊາວອົບ​ພະ​ຍົບມຸສລິ​ມ Rohingya ​ໄດ້​ຫລົ້ມ ​ຢູ່​ນອກ​ຝັ່ງ​ທະ​ເລ​
ຢ່າງ​ໜ້ອຍ 8 ຄົນ​​ເສຍ​ຊີວິດ ຫລັງ​ຈາກ​ເຮືອ​ຫຼາຍ​ລໍາ ທີ່​ຂົນ​ຍ້າຍ​ຊາວອົບ​ພະ​ຍົບມຸສລິ​ມ Rohingya ​ໄດ້​ຫລົ້ມ ​ຢູ່​ນອກ​ຝັ່ງ​ທະ​ເລ​
ສະຫະ​ປະຊາ​ຊາດກ່າວ​ວ່າ​ ມີຢ່າງ​ໜ້ອຍ 8 ຄົນເສຍ​ຊີວິດ ຫລັງ
​ຈາກ​ເຮືອ​ຫຼາຍ​ລໍາ ທີ່​ຂົນ​ຍ້າຍ​ຊາວອົບ​ພະ​ຍົບມຸສລິ​ມ Rohingya
​ໄດ້​ຫລົ້ມ ​ຢູ່​ນອກ​ຝັ່ງ​ທະ​ເລ​ກໍ້າ​ຕາ​ເວັນ​ຕົກ​ຂອງມຽນມາ ​ໃນ​ຂະນະ
​ທີ່ຫຼາຍ​ສິບ​ພັນ​ຄົນພາກັນຂຸ້ນ​ຂ້ຽວຫາ​ທາງ​ຫຼົບໜີ​ອອກຈາກສູນ
​ອົບ​ພະ​ຍົບ ທີ່​ຕັ້ງ​ຢູ່​ບ່ອນ​ດິນຕໍ່າ ກ່ອນ​ທີ່ລົມ​ພາຍຸ​ຈະ​ມາ​ເຖິງ.

ຫ້ອງການສະຫະ​ປະຊາ​ຊາດທີ່​ປະສານ​ງານ​ດ້ານການ​ຊ່ວຍ
​ເຫລືອ​ດ້ານ​ມະ​ນຸດ​ສະ ​ທໍາກ່າວ​ວ່າ ​ເຫດ​ຮ້າຍ​ດັ່ງກ່າວໄດ້​ເກີດ​
ຂື້ນ​ເວລາກຸ່ມເຮືອ​ຫ້າ​ລໍາທີ່​ລຳລຽງພວກ​ອົບ ພະຍົບ​ປະມານ
100 ຄົນ ​ໄດ້​ຕໍາ​ເອົາ​ກ້ອນ​ຫີນໃກ້ກັບ​ເມືອງ Pauktaw ໃນ​ລັດ
Rakhine ຂອງ​ມຽນມາ. ລາຍ​ງານ​ກ່າວ​ວ່າ 42 ຄົນ​ໄດ້​ລອດ​ຊີ
ວິດ​ມາ​ໄດ້ ຈາກເຫດ​ຮ້າຍ​ໃນ​ຄັ້ງນີ້. ຊະຕາ​ກໍາ​ຂອງ​ສ່ວນ​ທີ່​
ເຫລືອ​ນັ້ນ ຍັງບໍ່​ເປັນ​ທີ່ຊາບ​ໄດ້.

​ເຫດ​ຮ້າຍ​ດັ່ງກ່າວ​ໄດ້​ເກີດ​ຂື້ນ​ໃນ​ວັນ​ຈັນ​ວານ​ນີ້ໃນ​ຂະນະ​ທີ່​ຜູ້​
ຄົນ​ບໍ່​ມີ​ທີ່ຢູ່​ອາ​ໄສກໍາລັງ​ຖືກ​ຍົກຍ້າຍໄປ​ຢູ່​ບ່ອນພັກ​ພາ​ອາໄສ​
ຊົ່ວ​ຄາວ​ ໃນອັນ​ທີ່ສະຫະ​ປະຊາ​ຊາດ​ກ່າວ​ວ່າເປັນ “ບ່ອນ​ຮັບ
​ຕ້ອນຂອງປະຊາ​ຄົມ​ມຸສລິ​ມອື່ນໆ” ຢູ່ໃນ​ເຂດ​ນັ້ນຂອງ​ມຽນມາ.

ອົງການ​ຊ່ວຍ​ເຫລືອ​ຕ່າງໆ ຍັງ​ສືບ​ຕໍ່​ທຳ​ການ​ເຕືອນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນການ​
ທີ່ອາດ​ຈະ​ເກີດ ໄພພິບັດ​ທາງດ້ານ​ມະ​ນຸດ​ສະ​ທໍາ ອັນ​ເປັນ​ຜົນເນື່ອງ​ມາຈາກ ​ໄພນໍ້າ​
ຖ້ວມຮ້າຍແຮງ ແລະ​ດິນ​ເຈື່ອນ ​ໃນ​ຕອນ​ແລງ​ວັນ​ພຸດຫລື​ວັນ​ພະຫັດ ​ເວລາ​ລົມ​ພະຍຸ​
ໄຊ​ໂຄລນ Mahasen ພັດ​ເຂົ້າຖະຫລົ່ມແຄມ​ຝັ່ງ​ທະ​ເລທາງ​ກໍ້າຕາ​ເວັນ​ຕົກ​ຂອງ​ມຽນ
ມາ ​ແລະບັງ​ກລາ​ແດັສ.



​ພວກ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ​ແມ່ນ​ຫຼາຍສິບ​ພັນ​ຄົນ ຊຶ່ງ​ສ່ວນໃຫຍ່ແລ້ວແມ່ນ​ຊາວມຸສ
ລິ​ມ Rohingya ທີ່ອາ​ໄສ​ຢູ່​ຕາມ​ສູນ​ອົບ​ພະ​ຍົບທີ່​ສົກກະປົກ​ແຫ່ງຕ່າງໆ ອັນ​ເປັນ​ຂົງ​
ເຂດ​ທີ່ມັກຈະ​ເກີດ​ນໍ້າ​ຖ້ວມໃນລັດRakhine. ​ເຂົາ​ເຈົ້າ​ໄດ້​ອົບ​ພະຍົບຫຼົບ ໜີ​ຈາກ​ທີ່ຢູ່
​ອາໄສ ​ຫຼັງຈາກການ​ເກີດ​ຄວາມ​ຮຸນ​ແຮງລະຫວ່າງຊາວ​ພຸດແລະຊາວ​ມຸສລິ​ມ ​ໃນ​ປີ​
ກາຍ​ນີ້ ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 200 ຄົນ.

​ແຕ່​ແນວ​ໃດ​ກໍ​ຕາມ ບັນດາ​ພວກທີ່ຢູ່ໃນ​ສູນ ບໍ່​ເຫັນ​ດີ​ໃນ​ການ​ເລືອກ​ໄປ​ຢູ່​ບ່ອນ​ໃໝ່.

ນາງ Khin Khin Thant ຊຶ່ງ​ເປັນ​ຊາວ Rohingya ອາຍຸ 42 ປີ ​ທີ່ຢູ່​ໃນ​ສູນ ກ່າວ​ວ່າ:
“ບ່ອນ​ທີ່​ເຂົາ​ເຈົ້າ​ ຢາກ​ໃຫ້​ພວກ​ເຮົາ​ຍົກ​ຍ້າຍ​ໄປ​ນັ້ນ ຕັ້ງ​ຢູ່​ເຂດສົ້ນ​ສຸດ​ຂອງບ້ານ ​ແລະ
​ບໍ່​ມີ​ການ​ປ້ອງ​ກັນໃຫ້​ແກ່​ພວກເຮົາ​ເລີຍ. ບ່ອນ​ນັ້ນ​ເປັນ​ອັນຕະລາຍ ​ແລະ​ເປັນ​ທີ່​ໜ້າ
ຢ້ານ​ກົວ​ທີ່​ຈະ​ຢູ່. ​ໃນ​ກໍລະນີ​ທີ່​ເກີດ​ລົມພາຍຸ​ໄຊ​ໂຄລນ​ ບ່ອນ​ດັ່ງກ່າວ​ນໍ້າສາມາດຖ້ວມ
​ໄດ້. ນໍ້າ​ສາມາດ​ຖ້ວມທຸກ​ສິ່ງ​ທຸກ​ຢ່າງ​ໄດ້.

​ໃນ​ປີ 2008 ລົມ​ພາຍຸ Nargis ​ໄດ້​ສ້າງ​ຄວາມເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່ເຂດສາມ
ຫລ່ຽມປາກແມ່​ນໍ້າ Irrawaddy ຂອງ​ມຽນມາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 130,000 ຄົນ.

Burma
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG