ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.Thein Sein ຈະພົບປະ ກັບສະມາຊິກ ສະພາ ສຫລ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ມຽນມາ ທ່ານ Thein Sein ຈະພົບປະກັບ ສະມາຊິກຂັ້ນສູງຂອງ ລັດຖະສະພາ ສະຫະລັດ ໃນວັນອັງ ຄານມື້ນີ້.
ປະທານາທິບໍດີ ມຽນມາ ທ່ານ Thein Sein ຈະພົບປະກັບ ສະມາຊິກຂັ້ນສູງຂອງ ລັດຖະສະພາ ສະຫະລັດ ໃນວັນອັງ ຄານມື້ນີ້.
ປະທານາທິບໍດີມຽນມາ ທ່ານ​ Thein Sein ມີ​ກຳນົດ ຈະ​ພົບ​
ປະ​ກັບ​ບັນດາສະ ມາຊິກ​ຂັ້ນ​ສູງ​ຂອງລັດຖະສະພາ ທີ່​ນະຄອນ
ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ທ່ານສືບ​ຕໍ່
​ການຢ້ຽມຢາມສະຫະລັດ ຄັ້ງປະຫວັດສາດ.

ຜູ້​ນໍາ​ມຽນມາ​ ຈະ​ພົບ​ປະ​ກັບ ທ່ານ Mitch McConnell ​ແລະ
ທ່ານ Harry Reid ຊຶ່ງ​ເປັນສະມາຊິກ​ສະພາ​ສູງ​ຄົນ​ສໍາຄັນ ​ທີ່
ຊ່ວຍໃນ​ການ​ນໍາພາຄວາມສໍາ ພັນລະ​ຫວ່າງສະຫະລັດ​ ແລະ
ມຽນມາ ທີ່​ຕັ້ງຢູ່​ໃນ​ເຂດເອ​ເຊຍ​ອາຄະ​ເນ​ໃນ​ຂະນະ​ທີ່ປະ​ເທດ​
ດັ່ງກ່າວ​ໂຜ່​ໂຕ​ຂຶ້ນ​ມາ ​ຈາກການ​ປົກຄອງ​ໂດ​ຍກົງ​ຂອງ​ພວກ
ທະຫານ ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ.

​ໃນ​ລະຫວ່າງການ​ປະຊຸມກັນຢູ່​ທໍາ​ນຽນ​ຂາວ ​ໃນວັນ​ຈັນ​ວານ​ນີ້
ປະທານາທິບໍດີ Barack Obama ​ໄດ້​ຍ້ອງຍໍ​ສັນລະ​ເສີນອະດີດ
​ນາຍ​ພົນທະຫານທ່ານ​ນີ້ ​ໃນ​ການເອົາບົດ​ບາດ​ນຳພາ ​ໃນ​ການ​
ປະຕິ​ຮູບ​ທີ່​ສຳຄັນ ​ທາງ​ດ້ານ​ການ​ເມືອງແລະເສດຖະກິດ ນັບ​ຕັ້ງ​
ແຕ່​ທ່ານໄດ້ເຂົ້າກໍາ​ຕໍາ​ແໜ່ງ ​ໃນ​ປີ 2011.


ທ່ານ Obama ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ພໍ​ໃຈ​ທີ່​ສຸດ ​ໃນ​ຄວາມ​ພະຍາຍາມ​ ​ແລະການ
​ເປັນຜູ້​ນໍາຂອງ​ທ່ານ ທີ່​ນໍາພາ​ມຽນມາ ​ໄປ​ສູ່​ທິດ​ທາງ​ໃໝ່ ​ແລະ​ພວກ​ເຮົາ​ຢາກ​ໃຫ້​ທ່ານ​
ຊາບ​ວ່າ ສະຫະລັດຈະ​ເຮັ​ດທຸກ​ວິ​ທີ​ທາງເພື່ອ​ໃຫ້​ການ​ຊ່ວຍ​ເຫຼື​ອທ່ານ ​ໃນອັນທີ່​ຂ້າພະ​ເຈົ້າ
ຮູ້​ວ່າ​ ເປັນເສັ້ນທາງ​ທີ່​ຍາວ​ໄກ ​ແລະ​ບາງ​ຄັ້ງບາງ​ຄາວ ກໍ​ມີຄວາມ​ຫຍຸ້ງຍາກ​ລໍາບາກ ​ແຕ່
ໃນ​ທີ່​ສຸ​ດ​ແມ່ນຖືກຕ້ອງ ​ທີ່​ຈະເດີນຕາມ.”

ລັດຖະບານ ທ່ານ Obama ​ໄດ້ໂຈະ​ການ​ລົງ​ໂທດທາງ​ດ້ານ​ເສດຖະກິດ​ສ່ວນ ໃຫຍ່​ຕໍ່
ມຽນມາ ​ແລະ​ໃນ​ວັນ​ອັງຄານ​ມື້ນີ້ ​ຍັງ​ມີ​ແຜນທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ຕື່ມ​ອີກ ​ໂດຍ​ການ​ລົງ​
ນາມ​ໃນ​ຂໍ້ຕົກລົງສະບັບ​ນຶ່ງ ທີ່​ເຈົ້າ​ໜ້າ​ທີ່ສະຫະ​ລັດກ່າວ​ວ່າ ຈະ​ຊ່ວຍເສີມ​ຂະຫຍາຍ​
ການ​ຄ້າ ມາດຕະຖານ​ດ້ານແຮງ​ງານ ​ແລະ​ການ​ລົງທຶນ.

US Burma
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG