ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບ ມຽນມາ​ ຖືກກ່າວຫາ ກໍ່ຄວາມ​ຮຸນ​ແຮງ​ ທາງ​ເພດ ຕໍ່ຊົນກຸ່ມນ້ອຍ


ທ່ານນາງ Julia Marip ຈາກກຸ່ມສັນນິບາດແມ່ຍິງ ໃນ​ມຽນມາ
ທ່ານນາງ Julia Marip ຈາກກຸ່ມສັນນິບາດແມ່ຍິງ ໃນ​ມຽນມາ
ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນນຶ່ງຂອງ​ກຸ່ມປົກປ້ອງ​ສິດທິແມ່ຍິງ​ໃນ​ມຽນ
ມາກ່າວ​ວ່າ ກອງທັບມຽນມາ​ ໄດ້ກໍ່ຄວາມ​ຮຸນ​ແຮງ​ທາງ​ເພດໃນ​
ຂົງ​ເຂດ ຊົນຊາດຊົນ​ເຜົ່າກຸ່ມນ້ອຍຂອງ​ປະ​ເທດ ທີ່ມີບັນຫາຂັດ
ແຍ້ງນັ້ນ.

​ໃນ​ການ​ໃຫ້​ສໍາພາດ​ ກັບ VOA ​ໃນ​ວັນ​ພຸດ​ວານ​ນີ້ ທ່ານນາງ
Julia Marip ຈາກກຸ່ມສັນນິບາດແມ່ຍິງ​ໃນ​ມຽນມາ ​ໄດ້​ກ່າວ​
ວ່າ ການ​ກໍ່ຄວາມຮຸນແຮງເຫຼົ່ານີ້ຍັງ​ເກີດ​ຂຶ້ນຢູ່ ​ເຖິງ​ແມ່ນ​ວ່າ
ປະເທດດັ່ງກ່າວ ໄດ້ຫັນປ່ຽນໄປສູ່ການປົກຄອງ ຂອງ​ລັດຖະ
ບານ​ພົນລະ​ເຮືອນແລະມີ​ການ​ປະຕິ​ຮູບໄປສູ່ປະຊາທິປະໄຕ
ເມື່ອ​ໄວໆ​ມາ​ນີ້​ ແລ້ວກໍ​ຕາມ.

ທ່ານນາງ Marip ​ໄດ້​ໃຫ້ຄວາມເຫັນດັ່ງກ່າວ​ ນຶ່ງ​ມື້​ຫຼັງຈາກສັນນິບາດແມ່ຍິງໃນມຽນມາ​
ໄດ້​ອອກ​ລາຍ​ງານ​ ທີ່​ຈົດບັນທຶກ​ຫຼາຍ​ກວ່າ 100 ກໍລະນີກ່ຽວ​ກັບ​ຄວາມ​ຮຸນ​ແຮງທາງ​
ເພດທີ່​ໄດ້ ກໍ່ຂຶ້ນ​ໂດຍ​ພວກ​ທະຫານ​ມຽນມາ​ ນັບ​ຕັ້ງ​ແຕ່​ປີ 2010 ເປັນຕົ້ນມາ​ໂຮມ​ທັງ 47
ກໍລະນີຂອງ​ ການ​ຂົ່ມຂືນ​ສໍາ​ເລົາ​ໝູ່ ຕໍ່​ຜູ້ເຄາະ​ຮ້າຍ ​ທີ່​ມີ​ອາຍຸ​ນ້ອຍ​ ພຽງ 8 ປີກໍມີ.

ລາຍ​ງານຍັງ​ໄດ້​ລະບຸ​ວ່າ ການ​ກະທໍາ​ທັງຫຼາຍເຫຼົ່ານີ້ ​ໄດ້​ເກີດ​ຂຶ້ນ​ຢູ່ໃນ​ຂົງ​ເຂດ ບ່ອນ​ທີ່
​ຊົນ​ຊາດຊົນເຜົ່າກຸ່ມນ້ອຍ​ຂອງ​ມຽນມາ ພວມ​ສູ້​ລົບ​ກັບ​ພວກ​ທະຫານ​ມຽນມາ​.

ລັດ​ຖະບານມຽນມາໄດ້​ປະຕິ​ເສດ​ຕໍ່​ລາຍ​ງານ​ທີ່​ວ່າ​ ຕົນໃຊ້ການຂົ່ມຂືນ​ສໍາ​ເລົາ​ເປັນ​
ເຄື່ອງມື​ໃນການເຮັດສົງຄາມ ແຕ່​ທ່ານນາງ Marip ​ກ່າວ​ວ່າ ພວກ​ແມ່ຍິງ​ແລະ​ເດັກ​ຍິງ
ໄດ້ຕົກເປັນ ເປົ້າ ໃນການກໍ່ຄວາມ​ຮຸນ​ແຮງ​ທາງ​ເພດ ​ໂດຍບໍ່ໄດ້ຖືກລົງໂທດ.
XS
SM
MD
LG