ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລົງທຶນຢູ່ໃນມຽນມາ ສ້າງຄວາມເປັນຫ່ວງ ກ່ຽວກັບການຍຶດທີ່ດິນ ຈາກປະຊາຊົນ


ຊາວນາມຽນມາປະທ້ວງຢຸ່ພາຍໃນວັດ ຕໍ່ຕ້ານການຍຶດທີ່ດິນ
ຊາວນາມຽນມາປະທ້ວງຢຸ່ພາຍໃນວັດ ຕໍ່ຕ້ານການຍຶດທີ່ດິນ

ການ​ເປີດ​ກວ້າງ​ ເສດຖະກິດ​ຂອງ​ມຽນມາ ​ແກ່​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ ​ກໍາລັງ​ນໍາ​ໄປ​ສູ່​ການ​ຂັດ​ແຍ້​ງກັນ ​ກ່ຽວ​ກັບ​ການ​ຍຶດທີ່​ດິນ.

ການ​ເປີດ​ກວ້າງ​ເສດຖະກິດ​ຂອງ​ມຽນມາ ​ແກ່​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ ​ກໍາລັງ​ນໍາ​ໄປ​ສູ່​ການ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ການ​ຍຶດທີ່​ດິນ ​ຂະນະທີ່​ບັນດາ​ນັກທຸ​ລະ​ກິດ​ທີ່​ມີ​ເສ້ນ​ສາຍທາງ​ການ​ເມືອງ ​ພາກັນ​ຍຶດເອົາ ພື້ນ​ທີ່ການ​ກະ​ເສດ ​ສໍາລັບ​ໂຄງການ​ພັດທະນາ​ຕ່າງໆ. ບັນ​ຫາ​ດັ່ງກ່າວ​ນີ້​ ຍັງ​ຜົນ​ໃຫ້ລັດຖະບານຈັດ​ຕັ້ງຄະນະ​ກໍາມະການຊຸດ​ນຶ່ງຂຶ້ນມາ​ ​ເພື່ອ​ຮັບ​ມື ກັບ​ການ​ຈົ່ມ​ທຸກ ​ແລະ​ຄວາມ​ເດືອນ​ຮ້ອນຂອງ​ປະຊາຊົນ​ນັ້ນ. Ron Corben ຜູ້​ສື່​ຂ່າວ​ວີໂອ​ເອ ລາຍ​ງານ​ຈາກ​ບາງກອກ ກ່ຽວ​ກັບເຂດ​ເສດຖະ ກິ​ດພິ​ເສດແຫ່ງ​ນຶ່ງ ມູນ​ຄ່າ 50 ຕື້​ໂດ​ລ່າ ທາງ​ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ມຽນມາ ອັນ​ເປັນ​ເຂດ​ລ່າ​ສຸດ​ທີ່​ສ້າງ​ຄວາມ​ເປັນ​ຫ່ວງ​.

​ໃນ​ມຽນມາ ດິນ​ດອນ​ທຸກ​ຕອນ ​ໃນ​ນາມ​ແລ້ວ ​ແມ່ນເປັນ​ຂອງ​ລັດ ທີ່ຍັງ​ຜົນເຮັດ​ໃຫ້ພວກ​ຊາວນາ​ຊາວ​ສວນ​ລາຍ​ນ້ອຍໆ​ບໍ່​ມີ​ໃບ​ຕາດິນ​ທີ່ຖືກຕ້ອງ ​ຕາມ​ກົດໝາຍ​ເລີຍ.

ຕະຫຼອດ​ໄລຍະ​ຫຼາຍ​ປີຜ່ານມາ​ນີ້ ວົງ​ການ​ທຸລະ​ກິດ​ຕ່າງໆ ທີ່ມີ​ເສ້ນ​ສາຍ​ເຊື່ອມ​ໂຍງກັບ
ລັດຖະບານ​ທະຫານ​ຂອງ​ປະ​ເທດ ສາມາດຍຶດທີ່​ດິນ​ຈາກ​ພວກ​ຊາວນາແລະ​ຊາວ​ບ້ານ​ໄດ້ ສ່ວນ​ໃຫຍ່​ແມ່ນ​ເພື່ອພັດທະນາໂຄງການ ຂຸດ​ຄົ້ນ​ບໍ່​ແຮ່ ​ແລະ​ໂຄງການ​ການ​ກະເສດ​ທີ່ໄດ້ກໍາ​ໄລງາມ. ຫຼາຍໆ​ຄົນ​ທີ່​ສູນ​ເສຍ​ທີ່​ດິນ​ທໍາ​ກິນ​ໄປ​ນັ້ນ ກໍ​ໄດ້​ຄ່າ​ຊົດເຊີຍ​ແຕ່​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ.

ມາບັດ​ນີ້ ​ໃນຂະນະ​ທີ່​ລັດຖະບານ​ກໍາລັງ​ພິຈາລະ​ນາ​ອອກ​ກົດໝາຍ​ສະບັບ​ໃໝ່​ເພື່ອ​ດຶງ​ດູດ​ເອົາ​ພວກ​ນັກ​ລົງທຶນ​ຕ່າງປະ​ເທດນັ້ນ ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວວ່າ ​ໄດ້ມີ​ການ​ຍຶດທີ່​ດິນ​ກັນ​ຢ່າງ​ໃຫຍ່​ຫຼວງ ຄືມີພື້ນ​ທີ່ ​ຫຼາຍ​ເຖິງ 3.6 ລ້ານ​ເຮັກ​ຕ້າ ​ທີ່​ຖືກ​ຍຶດ​ໂດຍ​ລັດຖະບານ ພວກ​ບໍລິ​ສັດ​ເອກ​ກະ​ຊົນ ​ແລະ​ທະ ຫານ ​ໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ຕຽມ​ຮອງ​ຮັບ​ການ​ລົງທຶນ ຈາກ​ຕ່າງປະ​ເທດ​ຫຼາຍ​ຂຶ້ນນັ້ນ.

Phil Robertson ​ເປັນຮອງ​ຜູ້​ອໍານວຍ​ການປະ​ຈໍາ​ພາກ​ພື້ນ​ເອ​ເຊຍ ​ຂອງ ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສໍານັກງານ​ໃຫຍ່​ ຢູ່​ສະຫະລັດ

ທ່ານ ​ໂຣ​ເບິດ​ຊັນ ກ່າວ​ວ່າ: “ນຶ່ງ​ໃນ​ຫຼາຍໆ​ສິ່ງ​ທີ່​ພວກ​ເຮົາ​ເຫັນ​ກັນ​ຢູ່​ທົ່ວມຽນ ມາ​ໃນ​ເວລາ​ນີ້ ກໍ​ຄື​ການ​ຍຶດ​ເອົາ​ທີ່​ດິນ ການຍຶດ​ເອົາແບບທີ່​ບໍ່​ໄດ້​ຮັບອະນຸ ຍາດໂດຍ​ພວກ​ຄົນ​ຮັ່ງມີທີ່​ມີເສ້ນ​ສາຍ. ຂະນະ​ນີ້​ ມຽນມາ​ກໍາລັງ​ເລີ່​ມຈະ​ເຫັນ​ເລຶ່ອງທໍານອງ​ດຽວ​ກັນ​ນີ້ຢູ່​ໃນ​ເຂດ​ຕ່າງໆ​ ຊຶ່ງແຕ່​ກ່ອນ​ບໍ່​ໄດ້​ຖື​ວ່າ​ເປັນ​ບ່ອນ​ສໍາຄັນ. ທີ່​ດິນ​ທຸກໆ​ແຫ່ງ​ແມ່ນ​ຕົກ​ຢູ່​ໃນ​ອັນ​ຕະລາຍ​ຂອງ​ການ​ຖືກ​ຍຶດ​ເອົາ​ ຂຶ້ນ​ມາ​ທັນທີ​ທັນ​ໃດ ​ແລະ​ພວກ​ຄົນ​ທີ່​ມີ​ເສ້ນ​ມີສາຍ ກໍ​ກໍາລັງຂັບ​ໄລ່​​ໄສ​ສົ່ງ​ພວກ​ຊາວນາ​ຊາວ​ສວນ ​ແລະ​ພວກອື່ນໆ​ ໃຫ້​ຍົກຍ້າຍໜີ​ອອກ​ຈາກ​ບ້ານ​ຢູ່​ອາ​​ໄສ​ໄປ.”

ທາງກອງທັບ​ມຽນມາ ຊຶ່ງ​ມີ​ປະວັດ​ເລຶ່ອງການຖື​ສິດ​ຍຶດທີ່​ດິນ​ຈາກປະຊາຊົນ ມາ​ດົນ​ນານນັ້ນ ກໍ​ຖື​ກກ່າວ​ຫາ​ວ່າ​ ຍັງ​ສືບ​ຕໍ່ຊອກ​ຍຶດ​ເອົາທີ່​ດິນ​ໃນ​ເຂດ​ບັນດາ​ຊົນ​ເຜົ່າ​ທັງຫຼາຍ. ທ່ານນາງ ຄິນ ​ໂອ​ມາ ເປັນ​ໂຄສົກ​ຂອງ​ກຸ່ມ​ສິດທິ ທີ່​ຊື່ວ່າ ພາຄີ​ມຽນມາ ກ່າວ​ວ່າ ການເຄື່ອນ​ໄຫວດັ່ງກ່າວພາ​ໃຫ້​ມີ​ຄວາມ​ລະແວງສົງໄສ ​ກ່ຽວ​ກັບ​ແຜນການ​ທີ່​ແທ້​ຈິງຂອງ​ກອງທັບ.

ທ່ານນາງ ຄິນ ​ໂອ​ມາ ກ່າວ​ວ່າ: “ພວກ​ເຮົາ​ໄດ້​ຮັບ​ລາຍ​ງານ​ຫລາຍໆເທື່ຶອ ກ່ຽວ​ກັບກອງທັບ​ຍຶດ​ເອົາ​ທີ່​ດິນ​ ໃນ​ເນື້ອ​ທີ່​ກວ້າງໃຫຍ່​ ຢູ່ໃນ​ເຂດ​ຂອງ​ບັນດາ​ຊົນ​ເຜົ່າ ​ເພື່ອ​ສ້າງ​ຄ້າຍທະຫານ​. ສະ​ນັ້ນ ກໍມີ​ຄໍາ​ຖາມ​ວ່າເປັນ​ຫຍັງກອງທັບ​ ຈຶ່ງ​ສ້າງຄ້າຍທະຫານ​ໃໝ່​ຂຶ້ນມາ​ ​ໃນທ່າມກາງ​ບັນຍາກາດ​ປະຊາທິປະ​ໄຕ ທ່າມກາງການ​ຜັນ​ປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ​ໃນ​ເວລາ​ນີ້?

ເຖິງ​ແມ່ນບັນດາ​ນັກ​ເຄື່ອນ​ໄຫວ​ພາກັນກ່າວ​ວ່າ ບັນຫາ​ນີ້​ກໍາລັງ​ຮ້າຍ​ແຮງ​ຂຶ້ນ​ໄປນັບ​ມື້ກໍ​ຕາມ ​ແຕ່​ກໍມີ​ຮ່ອງຮອຍ​ວ່າ​ລັດຖະບານ​ກໍາລັງ​ທໍາ​ການ​ຕອບ​ຮັບ​ກັບ​ບັນຫາ​ດັ່ງ​ກ່າວ ​ໂດຍການ​ສ້າງ​ຕັ້ງ​ຄະນະ​ກໍາມະການ​ທີ່​ດິນຂຶ້ນມາ ທີ່​ຂຶ້ນ​ກັບ ຫ້ອງການຂອງ​ປະທາ​ນາ​ທິບໍດີ.

Kevin Woods ນັກຄົ້ນຄວ້າປະ​ຈໍາ Transnational Institute ຫລືສະ​ຖາ​ບັນ​ຂ້າມຊາດ​ ທີ່​ມີ​ສໍານັກງານ​ຢູ່​ນະຄອນຫຼວງ Amsterdam ປະ​ເທດ ​ເນ​ເທີ​ແລນ​ດ໌ ກ່າວ​ວ່າ ຄະນະ​ກໍາມະການ​ດັ່ງກ່າວ​ນີ້​ແມ່ນສະ​ແດງ​ໃຫ້​ເຫັນ ​ຊ່ອງ​ຫວ່າງໃໝ່​ທາງການ​ເມືອງ​ ທີ່​ອະນຸຍາດ​ໃຫ້​ພວກ​ປະ​ທ້ວງ​ທັງຫຼາຍ ຍື່ນ​ຄໍາ​ຮ້ອງທຸກໄດ້ ຊຶ່ງແມ່ນ​ກົງກັນຂ້າມກັນ​ຢ່າງ​ໂດດ​ເດ່​ນ ກັບ​ໃນ​ອະດີດ​ຜ່ານ​ມາ.

ທ່ານ​ວູດ ກ່າວ​ວ່າ : “ມັນ​ບໍ່​ເຄີຍເປັນ​ໄປ​ໄດ້​ເລີຍ​​ໃນ​ເມື່ອກ່ອນ​ ທີ່​ພວກ​ຊາວ ບ້ານ​ຈະ​ກ້າ​ປາກກ້າ​ເວົ້າກ່ຽວ​ກັບ​ເລຶ່ອງນີ້ ຫຼື​ຖ້າ​ເວົ້າ​ຫຍັງ​ຂຶ້ນມາ ພວກ​ເຂົາ ​ເຈົ້າກໍ​ຈະ​ຫາຍ​ສາບ​ສູນ​ໄປ​ເລີຍ. ແລະ​ມາບັດ​ນີ້​ ມັນ​ເປັນ​ໄປ​ໄດ້ຂຶ້ນ​ມາ​ໃນ​ທັນທີ​ທັນ​ໃດ. ແນ່ນອນ​ວ່າ​ ບໍ່​ແມ່ນໂດຍປາດ​ສະ​ຈາກ​ການ​ນາບ​ຂູ່​ຮາວີ​ຈາກ​ບັນດາ​ເຈົ້າໜ້າ​ທີ່ ​ແຕ່​ກໍ​ປາກົດ​ວ່າ​ ປະຊາຊົນ​ບໍ່​ໄດ້​ຫາຍ​ສາບ​ສູນ​​ໄປ ຍ້ອນ​ກ້າ​ປາກ​ເວົ້າຍົກ​ເອົາ​ບັນຫາ​​ເຫລົ່າ​ນີ້ຂຶ້ນມາ​. ​ແລະ​ມັນກໍ​ກໍາລັງ​ສົ່ງຜົນ​ສະທ້ອນ ຕໍ່ໆ​ກັນ​ໄປ ພາ​ໃຫ້ຊາວບ້ານ​ພວກ​ອື່ນໆກ້າ​ປາກກ້າ​ເວົ້ານໍາ.”

ຄວາມ​ເປັນ​ຫ່ວງໂດຍ​ສະ​ເພາະ​ນັ້ນ ກໍ​ຄື​ເຂດ​ເສດຖະກິດ​ພິ​ເສດ Dawei ​ທີ່​ມີ ພື້ນ​ທີ່ 250 ກິ​ໂລ​ແມັດ​ມົນທົນ ທາງ​ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ມຽນມາ ​ມູນ​ຄ່າ 50 ພັນ​ລ້ານ​ໂດ​ລານັ້ນ. ​ໂຄງການ​ດັ່ງກ່າວ ທີ່ຈັດ​ຕັ້ງ​ຂຶ້ນ​ມາຢູ່​ໃນ​ຈຸດ​ຍຸດ​ທະ​ສາດ ​ເພື່ອ​ໃຫ້​ເຊື່ອມ​ຕໍ່​ກັບເສັ້ນທາງ​ຂົນ​ສົ່ງ​ຂອງ​ໄທນັ້ນ ແມ່ນ​ເປັນ ໂຄງການ​ລິ​ເລີ່​ມທີ່ສໍາຄັນ​ອັນ​ນຶ່ງ​ ຂອງນາຍົກລັດຖະມົນຕີ​ໄທ ທ່ານ​ນາງ​ຢິ່ງລັກ ຊິນນະ​ວັດ.

ໃນລາຍ​ງານ​ສະບັບ​ລ່າ​ສຸດ​ນັ້ນ ສະຖາ​ບັນ​ຂ້າມ​ຊາດ Transnational Institute ​ເວົ້າ​ວ່າ​ ​ໂຄງກາ​ນ​ດັ່ງກ່າວ​ທີ່​ໜຸນຫຼັງ​ໂດຍ​ໄທນັ້ນ ​ແມ່ນ​ຈະ​ເຮັດ ​ໃຫ້​ປະຊາຊົນ​ຫຼາຍ​ກວ່າ 30,000 ຄົນ ​ພ້ອມ​ທັງໂຮງຮຽນ​ປະ​ຖົມ 20 ​ແຫ່ງ ​ແລະວັດ​ວາ​ອາ​ຮາມຫຼາຍ​ແຫ່ງ​ ສ່ຽງ​ຕໍ່​ການ​ຖືກ​ຍົກຍ້າຍ.

ບໍລິສັດ​ການ​ພັດທະນາ​ເຂດ Dawei ກ່າວ​ວ່າ ຕົນ​ມີ​ສະຖານ​ທີ່​ແຫ່ງ​ໃໝ່​ໄວ້ ຮອງ​ຮັບ​ພວກ​ຄົນ​ທີ່ຈະ​ຖືກ​ພັດ​ພາກ​ຈາກຖິ່ນ​ຢູູ່ອາ​ໄສນັ້ນ ພ້ອມ​ດ້ວຍ​ເງິນ​ຊົດ​ເຊີຍ​ກ້ອນ​ນຶ່ງ ​ແຕ່​ພວກ​ຊາວບ້ານ​ກໍ​ຢ້ານ​ກົວ​ວ່າ ​ເຂົາ​ເຈົ້າຈະ​ສູນ​ເສຍ​ວິຖີ​ຊີວິດ​ການ​ທໍາ​ມາ​ຫາ​ກິນ​ຂອງ​ເຂົາ​ເຈົ້າ​ໄປ​.

ທ່ານ​ວູດ ປະ​ຈໍາ​ສະຖາ​ບັນ​ຂ້າມ​ຊາດ ກ່າວອີກວ່າ ກົດໝາຍ​ສະ​ບັບ​ໃໝ່​ວ່າ ດ້ວຍ​ທີ່​ດິນ ​ແລະ​ການ​ລົງທຶນ​ຂອງ​ຕ້າງ​ປະ​ເທດ ​ແມ່ນ​ຈະ​ເຮັດ​ໃຫ້​ພວກຊາວ ນາ​ລາຍ​ນ້ອຍໆ​ທັງ​ຫຼາຍ​ ຕົກ​ຢູ່​ໃນ​ສະຖານະ​ພາບ​ທີ່​ຖືກ​ເອົາ​ປຽບ​ໄດ້​ງ່າຍ ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ ​ເພື່ອ​ຈັດ​ຕັ້ງ​ຕະຫຼາດ​ທີ່​ດິນ​ຢູ່​ໃນ​ມຽນມາ ນັ້ນ.

“​ເລຶ່ອງຂອງ​ເລື່ອງ​ກໍ​ຄື​ວ່າ ກໍ​ຄືລັດຖະບານ ໄດ້​ສ້າງ​ຕັ້ງ ສະຖານະ​ການ​ນຶ່ງ​ຂຶ້ນມາ ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ຈະ ກໍາຈັດຖອນ​ຮາກ​ວິຖີ​ການ​ດໍາລົງ​ຊີວິດ​ຂອງປະຊາຊົນ​ຂອງ​ປະ​ເທດ​ ຫຼາຍ​ເຖິງ 70 ​ເປີ​ເຊັນໄປ ຊຶ່ງ​ເປັນ​ພວກຊາວນາ​ທີ່​ມີ​ພື້ນ​ທີ່​ທໍາ​ກິນ​ລາຍ​ນ້ອຍໆ. ເວລາ​ ເຮົາ​ເວົ້າ​ເຖິງ​ພວກ​ກົດໝາຍທີ່ສ້າງຄວາມ​ກ້າວໜ້າ​ນັ້ນ ​ມັນ​ເທົ່າ​ກັບ​ວ່າປະ​ເທດ​ຊາດ​ເອົາ​ທີ່ດິນ​ອອກມາ​ປະກາດຂາຍ ​ໃນ​ສະພາບ​ການ​ທີ່ປະຊາຊົນ​ສ່ວນ​ໃຫຍ່​ທີ່​ກາງຕໍ່​ທີ່​ດິນ​ເຫລົ່າ​ນັ້ນໂດຍ​ກົງ​​ ເພື່ອທໍາ​ມາ​ຫາ​ກິນ​ລ້ຽງ​ຊີບຂອງ​ພວກ​ເຂົາ​ເຈົ້າ​ນັ້ນຈະ​ໄດ້​ຮັບ​ຄວາມ​ເດືອດຮ້ອນ.”

​ແຕ່ ທ່ານ Alfredo Perdiquero ນັກ​ເສດຖະສາດ​ປະ​ຈໍາ​ທະນາຄານ​ພັດ ທະນາ​ເອ​ເຊຍ ຫຼື​ເອດີ​ບີ ກ່າວ​ວ່າ ​ໃນ​ຂະນະ​ທີ່ເລຶ່ອງການ​ຍຶດທີ່​ດິນ​ ກໍາລັງ​ສ້າງຄວາມ​ເປັນ​ຫ່ວງ​ກັນ​ຢູ່​ນັ້ນ ກໍ​ປາກົດເຫັນວ່າມີ​ຄວາມ​ກ້າວໜ້າ​ໃນ​ການ​ຈັດ ການກັບ​ບັນຫາ​ດັ່ງກ່າວ​ນັ້ນ​ຢູ່

ທ່ານ ​ເພີ​ດິ​ເກ​ໂຣ ກ່າວ​ວ່າ: “ສະຖານະ​ການ​ຈະ​ດີ​ຂຶ້ນ ຍ້ອນ​ເຫດຜົນຫຼາຍ​ປະການ ດັ່ງ​ທີ່​ພວກ​ເຮົາ​ຈະ​ເຫັນ​ໄດ້​ວ່າ ພວກ​ປະຊາຊົນ​ພາກັນ​ເລີ່​ມຕື່ນ​ຕົວ​ແລະ​ເຂົ້າ​ໃຈ​ເຖິງ​ສິດທິ​ຂອງ​ພວກ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນແລ້ວ. ພວກສື່​ມວນ​ຊົນ​ກໍ​ເປີດ​ກວ້າງ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ຖ້າ​ຫາກ​ເກີດ​ມີ​ການຍຶດທີ່​ດິນ ຊຶ່ງ​ກໍ​ຖື​ວ່າ​ບໍ່​ຍຸຕິ​ທໍາ​ຫຼາຍຢູ່​ແລ້ວ​ນັ້ນ ​ເລຶ່ອງນີ້​ກໍ​ຈະຖືກ​ຍົກ​ຂຶ້ນ​ມາເປີດ​ໂປງກັນ​ຢູ່ໃນ​ວົງ​ການ​ສື່ມວນ​ຊົນ. ແມ່ນ​ແຕ່​ໃນ​ເຂດ​ພາກ​ເໜືອ ພວກ​ເຮົາ​ກໍໄດ້​ຍິນ​ຂ່າວເລຶ່ອງນັ້ນ​ເລຶ່ອງນີ້ ກ່ຽວ​ກັບການ​ລົງທຶນ​ຂອງ​ຈີນ ຊຶ່ງ​ກໍ​ປາກົດ​ວ່າ​ ຈີນໄດ້​ສະໜອງຄ່າ​ຊົດ​ເຊີຍສໍາລັບດິນ​ເນື້ອ​ທີ່​ນຶ່ງ​ເຮັກ​ຕ້າ ​ໃນ​ຈໍານວນສູງກວ່າ​ທີ່​ເຄີຍ​ໃຫ້ມານັ້ນ ຫລາຍ​ສົມຄວນ.”

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ບັນຫາ​ດັ່ງກ່າວ​ນີ້ຍັງ​ຄົງ​ເປັນ​ສິ່ງ​ທົດ​ສອບ​ອັນ​ສໍາ ຄັນ​ ຂອງ​ຄວາມ​ສາມາດຂອງລັດຖະບານ​ມຽນມາ​ ​ໃນ​ການ​ທີ່​ຈະ​ດຶງ​ດູດ​ເອົາ​ການລົງທຶນຈາກ​ຕ່າງປະ​ເທດ ​ແລະ​ຈັດ​ຕັ້ງ​ອົງ​ກອນ​ຂອງ​ລັດຖະບານ​ຂຶ້ນມາ ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ເດືອດ​ຮ້ອນ ​ແລະ​ການ​ຈົ່ມ​ທຸກ​ຂອງ​ປະຊາຊົນ​ຂອງ ປະ​ເທດ​ຊາດ​ນັ້ນ.
XS
SM
MD
LG